ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພາຣະທະວາຊະ ! ຄວາມເຂົ້າໄປໃຄ່ຄວນຊຶ່ງອັຕຖະ (ອັຕຖຸປປະຣິກຂາ) ເປັນທັມມີອຸປະກາຣະຫຼາຍ ແກ່ຄວາມທີ່ທັມທັງຫຼາຍທົນຕໍ່ການເພັ່ງພິຈາຣະນາ : ຖ້າບຸຄຄົລ ບໍ່ເຂົ້າໄປໃຄ່ຄວນຊຶ່ງອັຕຖະແລ້ວນັ້ນ ທັມທັງຫຼາຍກໍບໍ່ສາມາດທົນຕໍ່ການເພັ່ງພິຈາຣະນາ. ເພາະເຫຕທີ່ບຸຄຄົລເຂົ້າໄປໃຄ່ຄວນຊຶ່ງອັຕຖະ ທັມທັງຫຼາຍຈຶ່ງທົນຕໍ່ການເພັ່ງພິຈາຣະນາ ; ເພາະເຫຕນັ້ນ ການເຂົ້າໄປໃຄ່ຄວນຊຶ່ງອັຕຖະ ຈຶ່ງເປັນທັມມີອຸປະກາຣະຫຼາຍ ແກ່ຄວາມທີ່ທັມທັງຫຼາຍທົນຕໍ່ການເພັ່ງພິຈາຣະນາ.

ພາຣະທະວາຊະ ! ການຊົງໄວ້ຊຶ່ງທັມ (ທັມມະດາຣະນາ) ເປັນທັມມີອຸປະກາຣະຫຼາຍ ແກ່ຄວາມເຂົ້າໄປໃຄ່ຄວນຊຶ່ງອັຕຖະ. ຖ້າບຸຄຄົລບໍ່ຊົງໄວ້ຊຶ່ງທັມແລ້ວນັ້ນ ເຂົາກໍບໍ່ອາດເຂົ້າໄປໃຄ່ຄວນຊຶ່ງອັຕຖະໄດ້ ເພາະເຫຕທີ່ເຂົາຊົງທັມໄວ້ໄດ້

໙໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ເຂົາຈຶ່ງເຂົ້າໄປໃຄ່ຄວນຊຶ່ງອັຕຖະໄດ້ ; ເພາະເຫຕນັ້ນການຊົງໄວ້ຊຶ່ງທັມ ຈຶ່ງເປັນທັມມີອຸປະກາຣະຫຼາຍ ແກ່ຄວາມເຂົ້າໄປໃຄ່ຄວນຊຶ່ງອັຕຖະ.

ພາຣະທະວາຊະ ! ການຟັງຊຶ່ງທັມ (ທັມມັສສະວະນະ) ເປັນທັມມີອຸປະກາຣະຫຼາຍ ແກ່ການຊົງໄວ້ຊຶ່ງທັມ. ຖ້າບຸຄຄົລບໍ່ອາດຟັງຊຶ່ງທັມແລ້ວນັ້ນ ເຂົາກໍບໍ່ສາມາດຊົງທັມໄວ້ໄດ້ ເພາະເຫຕທີ່ເຂົາຟັງຊຶ່ງທັມ ເຂົາຈຶ່ງຊົງທັມໄວ້ໄດ້ ; ເພາະເຫຕນັ້ນການຟັງຊຶ່ງທັມ ຈຶ່ງເປັນທັມມີອຸປະກາຣະຫຼາຍ ແກ່ການຊົງໄວ້ຊຶ່ງທັມ.

ພາຣະທະວາຊະ ! ການງ່ຽງລົງຊຶ່ງໂສຕະ (ໂສຕາວະທານະ) ເປັນທັມມີອຸປະກາຣະຫຼາຍ ແກ່ການຟັງຊຶ່ງທັມ. ຖ້າບຸຄຄົລບໍ່ງ່ຽງລົງຊຶ່ງໂສຕະແລ້ວນັ້ນ ເຂົາກໍບໍ່ສາມາດຟັງຊຶ່ງທັມໄດ້ ເພາະເຫຕທີ່ເຂົາງ່ຽງລົງຊຶ່ງໂສຕະ ເຂົາຈຶ່ງຟັງຊຶ່ງທັມໄດ້ ; ເພາະເຫຕນັ້ນ ການງ່ຽງລົງຊຶ່ງໂສຕະ ຈຶ່ງເປັນທັມມີອຸປະກາຣະຫຼາຍ ແກ່ການຟັງຊຶ່ງທັມ.

ພາຣະທະວາຊະ ! ການເຂົ້າໄປນັ່ງໃກ້ (ປະຢິຣຸປາສະນາ) ເປັນທັມມີອຸປະກາຣະຫຼາຍ ແກ່ການງ່ຽງລົງຊຶ່ງໂສຕະ. ຖ້າບຸຄຄົລບໍ່ອາດເຂົ້າໄປນັ່ງໃກ້ແລ້ວນັ້ນເຂົາກໍບໍ່ສາມາດງ່ຽງລົງຊຶ່ງໂສຕະ ເພາະເຫຕທີ່ເຂົາເຂົ້າໄປນັ່ງໃກ້ ເຂົາຈຶ່ງງ່ຽງລົງຊຶ່ງໂສຕະໄດ້ ; ເພາະເຫຕນັ້ນການເຂົ້າໄປນັ່ງໃກ້ ຈຶ່ງເປັນທັມມີອຸປະກາຣະຫຼາຍ ແກ່ການງ່ຽງລົງຊຶ່ງໂສຕະ.

ພາຣະທະວາຊະ ! ການເຂົ້າໄປຫາ (ອຸປະສັງກະມະນະ) ເປັນທັມມີອຸປະກາຣະ ຫຼາຍ ແກ່ການເຂົ້າໄປນັ່ງໃກ້. ຖ້າບຸຄຄົລບໍ່ເຂົ້າໄປຫາແລ້ວນັ້ນ ເຂົາກໍບໍ່ສາມາດເຂົ້າໄປນັ່ງໃກ້ໄດ້ ເພາະເຫຕທີ່ເຂົາເຂົ້າໄປຫາ ເຂົາຈຶ່ງເຂົ້າໄປນັ່ງໃກ້ໄດ້ ; ເພາະເຫຕນັ້ນ ການເຂົ້າໄປຫາຈຶ່ງເປັນທັມມີອຸປະກາຣະຫຼາຍ ແກ່ການເຂົ້າໄປນັ່ງໃກ້.

ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໙໓

ພາຣະທະວາຊະ ! ສັດທາ ເປັນທັມມີອຸປະກາຣະຫຼາຍ ແກ່ການເຂົ້າໄປຫາ.ຖ້າສັດທາບໍ່ອາດເກີດແລ້ວນັ້ນ ເຂົາກໍຈະບໍ່ເຂົ້າໄປຫາ ເພາະເຫຕທີ່ສັດທາເກີດຂຶ້ນເຂົາຈຶ່ງເຂົ້າໄປຫາ ; ເພາະເຫຕນັ້ນ ສັດທາຈຶ່ງເປັນທັມມີອຸປະກາຣະຫຼາຍ ແກ່ການເຂົ້າໄປຫາ.

- ມ. ມ. ໑໓/໖໐໑-໖໐໘/໖໕໕-໖໕໙.

(ຂໍຜູ້ສຶກສາ ຈົ່ງສັງເກດວ່າສິ່ງທີ່ເອີ້ນວ່າ ຄວາມຈິງ ໃນສູຕນີ້ ໝາຍເຖິງຄວາມຈິງທົ່ວໄປ ບໍ່ມຸ່ງໝາຍສະເພາະຈະຕຸຣາຣິຢະສັຈຈະ ແຕ່ອາດຈະໃຊ້ກັບຄວາມຈິງ ອັນມີຊື່ວ່າຈະຕຸຣາຣິຢະສັຈຈະໄດ້ ໂດຍປະການທັງປວງ ຈຶ່ງໄດ້ນໍາເອົາມາກ່າວໄວ້ໃນໜັງສືເຫຼັ້ມນີ້.)

ການຮູ້ອະຣິຍະສັຈຈ໌ເປັນຂອງບໍ່ເຫຼືອວິໄສ

ພຣະອະຣິຍະບຸຄຄົລ ຈຶ່ງມີປະຣິມານຫຼາຍ

ວັດສະ ! ພິກຂຸຜູ້ສາວົກຂອງເຮົາ ບັນລຸເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນບໍ່ມີອາສະວະ ເພາະຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ ໄດ້ເຮັດໃຫ້ແຈ້ງແລ້ວ ດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມນີ້ ມີຢູ່ບໍ່ແມ່ນຮ້ອຍດຽວ ບໍ່ແມ່ນສອງຮ້ອຍ ບໍ່ແມ່ນສາມຮ້ອຍ ບໍ່ແມ່ນສີ່ຮ້ອຍ ບໍ່ແມ່ນຫ້າຮ້ອຍ ມີຢູ່ຫຼາຍຍິ່ງກວ່າຫຼາຍໂດຍແທ້.

ວັດສະ ! ພິກຂຸນີຜູ້ສາວິກາຂອງເຮົາ ບັນລຸເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນບໍ່ມີອາສະວະ ເພາະຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ ໄດ້ເຮັດໃຫ້ແຈ້ງແລ້ວດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມນີ້ ມີຢູ່ບໍ່ແມ່ນຮ້ອຍດຽວ ບໍ່ແມ່ນສອງຮ້ອຍ ບໍ່ແມ່ນສາມຮ້ອຍ ບໍ່ແມ່ນສີ່ຮ້ອຍ ບໍ່ແມ່ນຫ້າຮ້ອຍ ມີຢູ່ຫຼາຍຍິ່ງກວ່າຫຼາຍໂດຍແທ້.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ