ອະຣິຍະສັຈພາກຕົ້ນ

ໜ້າ/ 382

“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ການຕາມຮູ້ຊຶ່ງຄວາມຈິງ ຍ່ອມມີດ້ວຍການປະພຶດພຽງເທົ່ານີ້. ບຸຄຄົລຊື່ວ່າຍ່ອມຕາມຮູ້ຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້. ອັນໜຶ່ງ ຂ້າພະເຈົ້າກໍມຸ່ງຫວັງຊຶ່ງການຕາມຮູ້ຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້. ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ການຕາມບັນລຸເຖິງຊຶ່ງຄວາມຈິງ (ສັຈຈານຸປັຕຕິ) ມີໄດ້ດ້ວຍການປະພຶດພຽງເທົ່າໃດ ? ບຸຄຄົລ ຊື່ວ່າຍ່ອມຕາມບັນລຸເຖິງຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່າໃດ ? ຂ້າພະເຈົ້າ ຂໍຖາມພຣະໂຄດົມຜູ້ຈະເຣີນ ເຖິງການຕາມບັນລຸເຖິງຊຶ່ງຄວາມຈິງ.”

(ຕໍ່ໄປນີ້ພຣະຜູ້ມີພຣະພາຄເຈົ້າ ໄດ້ຕຣັດວິທີການຕາມບັນລຸເຖິງຊຶ່ງຄວາມຈິງ ດ້ວຍການປະພຶດ ເຮັດໃຫ້ຫຼາຍ ຊຶ່ງທັມທັງຫຼາຍ ໑໒ ປະການ ດັ່ງທີ່ກ່າວແລ້ວໃນຂໍ້ ຄ. ຈົນວ່າບັນລຸເຖິງຊຶ່ງຄວາມຈິງ :-)

(ງ. ການຕາມບັນລຸເຖິງຊຶ່ງຄວາມຈິງ)

ພາຣະທະວາຊະ ! ການເສບຄົບ ການເຮັດໃຫ້ຈະເຣີນ ການຝຶກໃຫ້ຫຼາຍຊຶ່ງທັມທັງຫຼາຍເຫຼົ່ານັ້ນແຫຼະ ເປັນການຕາມບັນລຸເຖິງຊຶ່ງຄວາມຈິງ. ພາຣະທະວາຊະ ! ການຕາມບັນລຸເຖິງຊຶ່ງຄວາມຈິງ ຍ່ອມມີ ດ້ວຍການປະພຶດພຽງເທົ່ານີ້, ບຸຄຄົລຊື່ວ່າ ຍ່ອມຕາມບັນລຸເຖິງຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້, ແລະເຮົາບັນຍັຕການຕາມບັນລຸເຖິງຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້.

໙໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ການຕາມບັນລຸເຖິງຊຶ່ງຄວາມຈິງ ຍ່ອມມີດ້ວຍການປະພຶດພຽງເທົ່ານີ້. ບຸຄຄົລຊື່ວ່າ ຍ່ອມຕາມບັນລຸເຖິງຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້. ອັນໜຶ່ງຂ້າພະເຈົ້າ ກໍມຸ່ງຫວັງຊຶ່ງການຕາມບັນລຸຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້....”

(ຕໍ່ໄປນີ້ ກາປະທິກະມານົບນັ້ນ ໄດ້ທູນຖາມພຣະຜູ້ມີພຣະພາຄເຈົ້າເຖິງ ທັມທີ່ມີອຸປະກາຣະຫຼາຍແກ່ການຕາມບັນລຸເຖິງຊຶ່ງຄວາມຈິງ ດັ່ງທີ່ພຣະອົງຄ໌ ໄດ້ຕຣັດຕອບເປັນລໍາດັບຕໍ່ກັນໄປ :-)

(ຈ. ທັມເປັນອຸປະກາຣະຫຼາຍແກ່ການຕາມບັນລຸເຖິງຊຶ່ງຄວາມຈິງ)

ພາຣະທະວາຊະ ! ການຕັ້ງຕົນໄວ້ໃນທັມ (ປະທານະ) ເປັນທັມມີອຸປະກາຣະຫຼາຍ ແກ່ການຕາມບັນລຸເຖິງຊຶ່ງຄວາມຈິງ : ຖ້າບຸຄຄົລບໍ່ຕັ້ງຕົນໄວ້ໃນທັມແລ້ວນັ້ນ ເຂົາກໍບໍ່ສາມາດຕາມບັນລຸເຖິງຊຶ່ງຄວາມຈິງໄດ້. ເພາະເຫຕທີ່ເຂົາຕັ້ງຕົນໄວ້ໃນທັມ ເຂົາຈຶ່ງບັນລຸເຖິງຊຶ່ງຄວາມຈິງ, ເພາະເຫຕນັ້ນ ການຕັ້ງຕົນໄວ້ໃນທັມ ຈຶ່ງຊື່ວ່າ ເປັນທັມມີອຸປະກາຣະຫຼາຍ ແກ່ການຕາມບັນລຸເຖິງຊຶ່ງຄວາມຈິງ.

ພາຣະທະວາຊະ ! ການພິຈາຣະນາຫາຄວາມສົມດຸນແຫ່ງທັມ (ຕຸລານະ) ເປັນ ທັມມີອຸປະກາຣະຫຼາຍ ແກ່ການຕັ້ງຕົນໄວ້ໃນທັມ : ຖ້າບຸຄຄົລບໍ່ພົບຄວາມສົມດຸນແຫ່ງທັມນັ້ນແລ້ວແລ ເຂົາກໍບໍ່ສາມາດຕັ້ງຕົນໄວ້ໃນທັມ. ເພາະເຫຕທີ່ເຂົາພົບຊຶ່ງຄວາມສົມດຸນແຫ່ງທັມ ເຂົາຈຶ່ງຕັ້ງຕົນໄວ້ໃນທັມ ; ເພາະເຫຕນັ້ນການພິຈາຣະນາຫາຄວາມສົມດຸນແຫ່ງທັມ ຈຶ່ງເປັນທັມມີອຸປະກາຣະຫຼາຍແກ່ການຕັ້ງຕົນໄວ້ໃນທັມ.

ພາຣະທະວາຊະ ! ອຸດສາຫະ ເປັນທັມມີອຸປະກາຣະຫຼາຍ ແກ່ການພິຈາຣະນາຫາຄວາມສົມດຸນແຫ່ງທັມ : ຖ້າບຸຄຄົລບໍ່ອາດມີອຸດສາຫະແລ້ວນັ້ນ ເຂົາກໍບໍ່ສາມາດພົບ ຊຶ່ງຄວາມສົມດຸນແຫ່ງທັມ. ເພາະເຫຕທີ່ເຂົາມີອຸດສາຫະ ເຂົາຈຶ່ງພົບຄວາມສົມດຸນແຫ່ງທັມ ;

ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໙໑

ເພາະເຫຕນັ້ນ ອຸດສາຫະຈຶ່ງເປັນທັມມີອຸປະກາຣະຫຼາຍ ແກ່ການພິຈາຣະນາຫາຄວາມສົມດຸນແຫ່ງທັມ.

ພາຣະທະວາຊະ ! ສັນທະ ເປັນທັມມີອຸປະກາຣະຫຼາຍ ແກ່ອຸດສາຫະ : ຖ້າບຸຄຄົລບໍ່ອາດຍັງສັນທະໃຫ້ເກີດແລ້ວນັ້ນ ເຂົາກໍບໍ່ສາມາດມີອຸດສາຫະ. ເພາະເຫຕທີ່ສັນທະເກີດຂຶ້ນ ເຂົາຈຶ່ງມີອຸດສາຫະ ; ເພາະເຫຕນັ້ນສັນທະ ຈຶ່ງເປັນທັມມີອຸປະກາຣະຫຼາຍ ແກ່ອຸດສາຫະ.

ພາຣະທະວາຊະ ! ຄວາມທີ່ທັມທັງຫຼາຍທົນໄດ້ຕໍ່ການເພັ່ງພິຈາຣະນາ (ທັມມະນິຊຊານັກຂັນຕິ) ເປັນທັມມີອຸປະກາຣະຫຼາຍ ແກ່ສັນທະ : ຖ້າທັມທັງຫຼາຍບໍ່ອາດທົນຕໍ່ການເພັ່ງພິຈາຣະນາແລ້ວນັ້ນ ສັນທະກໍບໍ່ສາມາດເກີດ. ເພາະເຫຕທີ່ທັມທັງຫຼາຍທົນຕໍ່ການເພັ່ງພິຈາຣະນາ ສັນທະຈຶ່ງເກີດ ; ເພາະເຫຕນັ້ນຄວາມທີ່ທັມທັງຫຼາຍທົນຕໍ່ການເພັ່ງພິຈາຣະນາ ຈຶ່ງເປັນທັມມີອຸປະກາຣະຫຼາຍແກ່ສັນທະ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ