ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພາຣະທະວາຊະ ! ໄດ້ຍິນວ່າ ພິກຂຸໃນທັມວິນັຍນີ້ ໄດ້ເຂົ້າໄປອາໄສຢູ່ໃນບ້ານຫຼືໃນເມືອງແຫ່ງໃດແຫ່ງໜຶ່ງ. ຄະຫະບໍດີຫຼືຄະຫະບໍດີບຸຕ ໄດ້ເຂົ້າໄປໃກ້ພິກຂຸນັ້ນ ແລ້ວໃຄ່ຄວນເບິ່ງຢູ່ໃນໃຈ ກ່ຽວກັບທັມ ໓ ປະການ ຄືທັມເປັນທີ່ຕັ້ງແຫ່ງໂລພະ ທັມເປັນທີ່ຕັ້ງແຫ່ງໂທສະ ທັມເປັນທີ່ຕັ້ງແຫ່ງໂມຫະທັງຫຼາຍ (ໂດຍໄນຍະເປັນຕົ້ນວ່າ) “ທ່ານຜູ້ມີອາຍຸຜູ້ນີ້ ຈະມີທັມອັນເປັນທີ່ຕັ້ງແຫ່ງໂລພະ ຫຼືບໍ່ໜໍ ອັນເປັນທັມທີ່ເມື່ອສຸບງວມຈິຕຂອງທ່ານແລ້ວ ຈະເຮັດໃຫ້ທ່ານເປັນບຸຄຄົລທີ່ເມື່ອບໍ່ຮູ້ ກໍກ່າວວ່າຮູ້ ເມື່ອບໍ່ເຫັນກໍກ່າວວ່າເຫັນ ຫຼືວ່າຈະຊັກຊວນຜູ້ອື່ນໃນທັມອັນເປັນໄປເພື່ອຄວາມທຸກຂ໌ ບໍ່ເປັນປະໂຍຊນ໌ ເກື້ອກູນແກ່ສັຕທັງຫຼາຍເຫຼົ່າອື່ນ ຕະຫຼອດກາລະດົນນານ” ດັ່ງນີ້ ; ເມື່ອເຂົາໃຄ່ຄວນເບິ່ງຢູ່ໃນໃຈ ຊຶ່ງພິກຂຸນັ້ນ

໘໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ກໍຮູ້ວ່າ “ທັມເປັນທີ່ຕັ້ງແຫ່ງໂລພະຊະນິດນັ້ນ ບໍ່ໄດ້ມີແກ່ທ່ານຜູ້ມີອາຍຸນີ້, ອັນໜຶ່ງກາຢະສະມາຈາຣ ວະຈີສະມາຈາຣ ຂອງທ່ານຜູ້ມີອາຍຸນີ້ ກໍເປັນໄປໃນລັກສະນະ ແຫ່ງສະມາຈາຣະຂອງບຸຄຄົລຜູ້ບໍ່ໂລບແລ້ວ, ອັນໜຶ່ງທ່ານຜູ້ມີອາຍຸນີ້ ສະແດງຊຶ່ງທັມໃດ ທັມນັ້ນເປັນທັມທີ່ເລິກ ເຫັນໄດ້ຍາກ ຮູ້ຕາມໄດ້ຍາກ ເປັນທັມທີ່ລະງັບປານີດ ບໍ່ເປັນວິໄສທີ່ຈະຢັ່ງລົງງ່າຍແຫ່ງຄວາມຕຶກ ເປັນທັມລະອຽດອ່ອນ ຮູ້ໄດ້ສະເພາະບັນດິຕວິໄສ, ທັມນັ້ນບໍ່ແມ່ນທັມທີ່ຄົນຜູ້ມີຄວາມໂລບ ຈະສະແດງໃຫ້ຖືກຕ້ອງໄດ້” ດັ່ງນີ້. ເມື່ອເຂົາໃຄ່ຄວນເບິ່ງຢູ່ ຊຶ່ງພິກຂຸນັ້ນ ຍ່ອມຫຼິງເຫັນວ່າ ເປັນຜູ້ບໍຣິສຸດຈາກທັມ ອັນເປັນທີ່ຕັ້ງແຫ່ງໂລພະ. ຕໍ່ແຕ່ນັ້ນເຂົາຈະພິຈາຣະນາໃຄ່ຄວນພິກຂຸນັ້ນ ໃຫ້ຍິ່ງຂຶ້ນໄປ ໃນທັມທັງຫຼາຍ ອັນເປັນທີ່ຕັ້ງແຫ່ງໂທສະ....ໃນທັມທັງຫຼາຍອັນເປັນທີ່ຕັ້ງແຫ່ງໂມຫະ.... (ກໍໄດ້ເຫັນແຈ່ມແຈ້ງໃນລັກສະນະເຊັ່ນດຽວກັນກັບ ໃນກໍລະນີແຫ່ງໂລພະ ກົງກັນເປັນອັນດຽວກັນທຸກໂຕອັກສອນໄປຈົນເຖິງຄໍາວ່າ “ເມື່ອເຂົາໃຄ່ຄວນເບິ່ງຢູ່ ຊຶ່ງພິກຂຸນັ້ນຍ່ອມຫຼິງເຫັນວ່າ ເປັນຜູ້ບໍຣິສຸດຈາກທັມອັນເປັນທີ່ຕັ້ງແຫ່ງໂມຫະ”.) ລໍາດັບນັ້ນເຂົາ (໑) ປູກຝັງ ສັດທາ ລົງໄປໃນພິກຂຸນັ້ນ ຄັນມີສັດທາເກີດແລ້ວ (໒) ຍ່ອມ ເຂົ້າໄປຫາ ຄັນເຂົ້າໄປຫາແລ້ວ (໓) ຍ່ອມ ເຂົ້າໄປນັ່ງໃກ້ ຄັນເຂົ້າໄປນັ່ງໃກ້ແລ້ວ (໔) ຍ່ອມ ງ່ຽງໂສຕະລົງ ຄັນງ່ຽງໂສຕະລົງ (໕) ຍ່ອມ ຟັງຊຶ່ງທັມ ຄັນຟັງຊຶ່ງທັມແລ້ວ (໖) ຍ່ອມ ຊົງໄວ້ຊຶ່ງທັມ (໗) ຍ່ອມ ໃຄ່ຄວນຊຶ່ງເນື້ອຄວາມແຫ່ງທັມທັງຫຼາຍ ອັນຕົນຊົງໄວ້ແລ້ວ ເມື່ອໃຄ່ຄວນຊຶ່ງເນື້ອຄວາມແຫ່ງທັມຢູ່ (໘) ທັມທັງຫຼາຍຍ່ອມທົນຕໍ່ຄວາມເພັ່ງພິຈາຣະນາ, ເມື່ອການທົນຕໍ່ການເພັ່ງພິຈາຣະນາຂອງທັມມີຢູ່ (໙) ສັນທະຍ່ອມເກີດຂຶ້ນ ຜູ້ມີສັນທະເກີດຂຶ້ນແລ້ວ (໑໐) ຍ່ອມ ມີອຸດສາຫະ ຄັນມີອຸດສາຫະແລ້ວ (໑໑) ຍ່ອມ ພິຈາຣະນາຫາຄວາມສົມດຸນແຫ່ງທັມ ຄັນມີຄວາມສົມດຸນແຫ່ງທັມແລ້ວ (໑໒) ຍ່ອມ ຕັ້ງຕົນໄວ້ໃນທັມນັ້ນ ; ເຂົາຜູ້ມີຕົນສົ່ງໄປແລ້ວເຊັ່ນນີ້ຢູ່ ຍ່ອມເຮັດໃຫ້ແຈ້ງຊຶ່ງປະຣະມັຕຖະສັຈຈະ ດ້ວຍນາມກາຍດ້ວຍ,

ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໘໙

ຍ່ອມ ແທງຕະຫຼອດຊຶ່ງທັມນັ້ນ ແລ້ວ ເຫັນຢູ່ດ້ວຍປັນຍາດ້ວຍ. ພາຣະທະວາຊະ ! ການຕາມຮູ້ຊຶ່ງຄວາມຈິງ ຍ່ອມມີ ດ້ວຍການປະພຶດພຽງເທົ່ານີ້, ບຸຄຄົລຊື່ວ່າ ຍ່ອມຕາມຮູ້ຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້, ແລະເຮົາບັນຍັຕການຕາມຮູ້ຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້ ; ແຕ່ວ່ານັ້ນ ຍັງບໍ່ເປັນການຕາມບັນລຸເຖິງຊຶ່ງຄວາມຈິງກ່ອນ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ