ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພາຣະທະວາຊະ ! ຖ້າແມ່ນ ຄວາມຖືກໃຈ ຂອງບຸຣຸສມີຢູ່ ແລະເຂົາກໍ ຕາມຮັກສາໄວ້ຊຶ່ງຄວາມຈິງ ກ່າວຢູ່ວ່າ “ຂ້າພະເຈົ້າມີຄວາມຖືກໃຈເຊັ່ນນີ້” ດັ່ງນີ້, ເຂົາກໍຢ່າຟ້າວເຖິງຊຶ່ງການສັນນິດຖານໂດຍສ່ວນດຽວວ່າ “ເຍື່ອງນີ້ເທົ່ານັ້ນຈິງ, ເຍື່ອງອື່ນເປົ່າ” ດັ່ງນີ້ກ່ອນ. ພາຣະທະວາຊະ ! ດ້ວຍການປະພຶດພຽງເທົ່ານີ້ແລ ການຕາມຮັກສາໄວ້ຊຶ່ງຄວາມຈິງຍ່ອມມີ, ບຸຄຄົລຊື່ວ່າ ຍ່ອມຕາມຮັກສາໄວ້ຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້, ແລະເຮົາບັນຍັຕການຕາມຮັກສາໄວ້ ຊຶ່ງຄວາມຈິງດ້ວຍການປະພຶດພຽງເທົ່ານີ້; ແຕ່ວ່ານັ້ນ ຍັງບໍ່ເປັນການຕາມຮູ້ຊຶ່ງຄວາມຈິງກ່ອນ.
໘໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພາຣະທະວາຊະ ! ຖ້າແມ່ນ ເລື່ອງທີ່ຟັງຕາມໆກັນມາ ຂອງບຸຣຸສມີຢູ່ ແລະເຂົາກໍ ຕາມຮັກສາໄວ້ຊຶ່ງຄວາມຈິງ ກ່າວຢູ່ວ່າ “ຂ້າພະເຈົ້າ ມີເລື່ອງທີ່ຟັງຕາມໆກັນມາເຊັ່ນນີ້” ດັ່ງນີ້, ເຂົາກໍ ຢ່າຟ້າວເຖິງຊຶ່ງການສັນນິດຖານໂດຍສ່ວນດຽວ ວ່າ “ເຍື່ອງນີ້ເທົ່ານັ້ນຈິງ, ເຍື່ອງອື່ນເປົ່າ” ດັ່ງນີ້ກ່ອນ. ພາຣະທະວາຊະ ! ດ້ວຍການປະພຶດພຽງເທົ່ານີ້ແລ ການຕາມຮັກສາໄວ້ຊຶ່ງຄວາມຈິງ ຍ່ອມມີ, ບຸຄຄົລຊື່ວ່າຍ່ອມຕາມຮັກສາໄວ້ຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້, ແລະເຮົາບັນຍັຕການຕາມຮັກສາໄວ້ຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້ ; ແຕ່ວ່ານັ້ນຍັງບໍ່ເປັນການຕາມຮູ້ຊຶ່ງຄວາມຈິງກ່ອນ.
ພາຣະທະວາຊະ ! ຖ້າແມ່ນ ຄວາມຕຶກຕອງໄປຕາມເຫຕຜົລທີ່ຫຸ້ມລ້ອມ ຂອງບຸຣຸສມີຢູ່ ແລະເຂົາກໍ ຕາມຮັກສາໄວ້ຊຶ່ງຄວາມຈິງ ກ່າວຢູ່ວ່າ “ຂ້າພະເຈົ້າມີຄວາມຕຶກຕອງໄປຕາມເຫຕຜົລທີ່ຫຸ້ມລ້ອມເຊັ່ນນີ້” ດັ່ງນີ້, ເຂົາກໍ ຢ່າຟ້າວເຖິງຊຶ່ງການສັນນິດຖານໂດຍສ່ວນດຽວ ວ່າ “ເຍື່ອງນີ້ເທົ່ານັ້ນຈິງ, ເຍື່ອງອື່ນເປົ່າ” ດັ່ງນີ້ກ່ອນ. ພາຣະທະວາຊະ ! ດ້ວຍການປະພຶດພຽງເທົ່ານີ້ແລ ການຕາມຮັກສາໄວ້ຊຶ່ງຄວາມຈິງຍ່ອມມີ, ບຸຄຄົລຊື່ວ່າຍ່ອມຕາມຮັກສາໄວ້ຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້, ແລະເຮົາບັນຍັຕການຕາມຮັກສາໄວ້ຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້ ; ແຕ່ວ່ານັ້ນຍັງບໍ່ເປັນການຕາມຮູ້ຊຶ່ງຄວາມຈິງກ່ອນ.
ພາຣະທະວາຊະ ! ຖ້າແມ່ນ ຂໍ້ຢຸດຕິທີ່ທົນໄດ້ຕໍ່ການເພັ່ງພິນິດດ້ວຍຄວາມເຫັນຂອງບຸຣຸສມີຢູ່ ແລະເຂົາກໍ ຕາມຮັກສາໄວ້ຊຶ່ງຄວາມຈິງ ກ່າວຢູ່ວ່າ “ຂ້າພະເຈົ້າມີຂໍ້ຢຸດຕິທີ່ທົນໄດ້ຕໍ່ການເພັ່ງພິນິດດ້ວຍຄວາມເຫັນເຊັ່ນນີ້” ດັ່ງນີ້, ເຂົາກໍ ຢ່າຟ້າວເຖິງ ຊຶ່ງການສັນນິດຖານໂດຍສ່ວນດຽວ ວ່າ “ເຍື່ອງນີ້ເທົ່ານັ້ນຈິງ, ເຍື່ອງອື່ນເປົ່າ” ດັ່ງນີ້ກ່ອນ. ພາຣະທະວາຊະ ! ດ້ວຍການປະພຶດພຽງເທົ່ານີ້ແລ ການຕາມຮັກສາໄວ້ ຊຶ່ງຄວາມຈິງຍ່ອມມີ, ບຸຄຄົລຊື່ວ່າ ຍ່ອມຕາມຮັກສາໄວ້ຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້,
ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໘໗
ແລະເຮົາບັນຍັຕການຕາມຮັກສາໄວ້ຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້ ; ແຕ່ວ່ານັ້ນ ຍັງບໍ່ເປັນການຕາມຮູ້ຊຶ່ງຄວາມຈິງກ່ອນ.
“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ການຕາມຮັກສາໄວ້ຊຶ່ງຄວາມຈິງ ຍ່ອມມີດ້ວຍການປະພຶດພຽງເທົ່ານີ້. ບຸຄຄົລຊື່ວ່າ ຍ່ອມຕາມຮັກສາໄວ້ຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້. ອັນໜຶ່ງຂ້າພະເຈົ້າ ກໍມຸ່ງຫວັງຊຶ່ງການຕາມຮັກສາໄວ້ຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້. ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ການຕາມຮູ້ຊຶ່ງຄວາມຈິງ (ສັຈຈານຸໂພໂທ) ມີໄດ້ດ້ວຍການປະພຶດພຽງເທົ່າໃດ ? ບຸຄຄົລຊື່ວ່າ ຕາມຮູ້ຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່າໃດ ? ຂ້າພະເຈົ້າ ຂໍຖາມພຣະໂຄດົມຜູ້ຈະເຣີນ ເຖິງການຕາມຮູ້ຄວາມຈິງ”.
(ຕໍ່ໄປນີ້ ພຣະຜູ້ມີພຣະພາຄເຈົ້າ ໄດ້ຕຣັດວິທີການຕາມຮູ້ຊຶ່ງຄວາມຈິງ ດ້ວຍການຊົງແນະນໍາໃຫ້ສັງເກດທັມມະ ທີ່ມີຢູ່ທີ່ບຸຄຄົລຜູ້ປະຕິບັຕທັມມະ ເພື່ອໃຫ້ຮູ້ຈັກທັມມະ ຊຶ່ງເປັນໂຕຄວາມຈິງ ສໍາລັບຈະນໍາມາໃຄ່ຄວນຕໍ່ໄປ :-)
(ຄ. ລໍາດັບແຫ່ງຄວາມເປັນໄປເພື່ອຈະໄດ້ຮູ້ຊຶ່ງຄວາມຈິງ)








