ອະຣິຍະສັຈພາກຕົ້ນ
ໜ້າ/ 382
ເລື່ອງທີ່ຟັງຕາມໆກັນມາ (ວ່າຈິງ), ຄວາມຕຶກຕອງໄປຕາມເຫຕຜົລທີ່ຫຸ້ມລ້ອມ (ວ່າຈິງ), ແລະຂໍ້ຢຸດຕິທີ່ທົນໄດ້ຕໍ່ການເພັ່ງພິນິດດ້ວຍຄວາມເຫັນຂອງເຂົາ (ວ່າຈິງ), ດັ່ງນີ້. ນີ້ແຫຼະຄືສິ່ງທັງຫ້າ ທີ່ເຮົາເຫັນໆກັນຢູ່ໃນບັດນີ້ ຊຶ່ງເປັນສິ່ງທີ່ມີຜົລເປັນ ໒ ຝ່າຍ. ພາຣະທະວາຊະ ! ສິ່ງທີ່ເຊື່ອກັນແລ້ວເປັນຢ່າງດີນັ້ນແຫຼະ ກໍມີຢູ່, ແຕ່ວ່າສິ່ງນັ້ນເປັນຂອງເປົ່າ ເປັນຂອງບໍ່ຈິງ ເປັນຂອງຫຼອກ ຢູ່ກໍມີ; ເຖິງແມ່ນສິ່ງທີ່ບໍ່ເຊື່ອກັນແລ້ວເປັນຢ່າງດີ ກໍມີຢູ່, ແຕ່ວ່າສິ່ງນັ້ນ ກັບເປັນຂອງຈິງ ຂອງແທ້ ຂອງບໍ່ຜິດເປັນຢ່າງອື່ນ ຢູ່ກໍມີ. ພາຣະທະວາຊະ ! ສິ່ງທີ່ຖືກໃຈກັນແລ້ວເປັນຢ່າງດີນັ້ນແຫຼະ ກໍມີຢູ່, ແຕ່ວ່າສິ່ງນັ້ນ ເປັນຂອງເປົ່າ ເປັນຂອງບໍ່ຈິງ ເປັນຂອງຫຼອກ ຢູ່ກໍມີ; ເຖິງແມ່ນ ສິ່ງທີ່ບໍ່ຖືກໃຈກັນແລ້ວເປັນຢ່າງດີ ກໍມີຢູ່, ແຕ່ວ່າສິ່ງນັ້ນກັບເປັນຂອງຈິງ ຂອງແທ້ ຂອງບໍ່ຜິດເປັນຢ່າງອື່ນ ຢູ່ກໍມີ. ພາຣະທະວາຊະ ! ສິ່ງທີ່ໄດ້ຟັງຕາມໆກັນມາແລ້ວເປັນ ຢ່າງດີນັ້ນແຫຼະ ກໍມີຢູ່, ແຕ່ວ່າສິ່ງນັ້ນເປັນຂອງເປົ່າ ເປັນຂອງບໍ່ຈິງ ເປັນຂອງຫຼອກ ຢູ່ກໍມີ; ເຖິງແມ່ນສິ່ງທີ່ບໍ່ໄດ້ຟັງຕາມໆກັນມາແລ້ວເປັນຢ່າງດີ ກໍມີຢູ່, ແຕ່ວ່າສິ່ງນັ້ນ ກັບເປັນຂອງຈິງ ຂອງແທ້ ຂອງບໍ່ຜິດເປັນຢ່າງອື່ນ ຢູ່ກໍມີ. ພາຣະທະວາຊະ ! ສິ່ງທີ່ໄດ້ຕຶກຕອງກັນມາແລ້ວເປັນຢ່າງດີນັ້ນແຫຼະ ກໍມີຢູ່, ແຕ່ວ່າສິ່ງນັ້ນກັບເປັນຂອງເປົ່າ ເປັນຂອງບໍ່ຈິງ ເປັນຂອງຫຼອກ ຢູ່ກໍມີ; ເຖິງແມ່ນສິ່ງທີ່ບໍ່ໄດ້ຕຶກຕອງກັນມາແລ້ວເປັນຢ່າງດີ ກໍມີຢູ່, ແຕ່ວ່າສິ່ງນັ້ນກັບເປັນຂອງຈິງ ຂອງແທ້ ຂອງບໍ່ຜິດເປັນຢ່າງອື່ນ ຢູ່ກໍມີ. ພາຣະທະວາຊະ ! ສິ່ງທີ່ໄດ້ເພັ່ງພິນິດກັນມາແລ້ວ ເປັນຢ່າງດີນັ້ນແຫຼະ ກໍມີຢູ່, ແຕ່ວ່າສິ່ງນັ້ນກັບເປັນຂອງເປົ່າ ເປັນຂອງບໍ່ຈິງ ເປັນຂອງຫຼອກ ຢູ່ກໍມີ; ເຖິງແມ່ນສິ່ງທີ່ບໍ່ໄດ້ເພັ່ງພິນິດກັນມາແລ້ວເປັນຢ່າງດີ ກໍມີຢູ່, ແຕ່ວ່າສິ່ງນັ້ນກັບເປັນຂອງຈິງ ຂອງແທ້ ຂອງບໍ່ຜິດເປັນຢ່າງອື່ນ ຢູ່ກໍມີ. ພາຣະທະວາຊະ ! ວິນຍູຊົນ ຜູ້ຈະຕາມຮັກສາໄວ້ຊຶ່ງຄວາມຈິງ ຢ່າຟ້າວເຖິງຊຶ່ງການສັນນິດຖານໂດຍສ່ວນດຽວວ່າ “ແນວນີ້ເທົ່ານັ້ນຈິງ, ແນວອື່ນເປົ່າ” ດັ່ງນີ້.
ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໘໕
“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ການຕາມຮັກສາໄວ້ຊຶ່ງຄວາມຈິງ (ສັຈຈານຸຣັກຂະນາ) ນັ້ນມີໄດ້ດ້ວຍການປະພຶດພຽງເທົ່າໃດ ? ບຸຄຄົລຈະຕາມຮັກສາໄວ້ຊຶ່ງຄວາມຈິງນັ້ນໄດ້ ດ້ວຍການປະພຶດພຽງເທົ່າໃດ ? ຂ້າພະເຈົ້າ ຂໍຖາມພຣະໂຄດົມຜູ້ຈະເຣີນ ເຖິງວິທີການຕາມຮັກສາໄວ້ຊຶ່ງຄວາມຈິງ.”
(ຕໍ່ໄປນີ້ພຣະຜູ້ມີພຣະພາຄເຈົ້າ ໄດ້ຕຣັດວິທີການຕາມຮັກສາໄວ້ຊຶ່ງຄວາມຈິງ ໃນລັກສະນະທີ່ ບໍ່ໃຫ້ຖືເອົາ ດ້ວຍຄວາມຢຶດໝັ້ນ ຕາມທີ່ຕົນເຊື່ອ ຕາມທີ່ຕົນຖືກໃຈ ຕາມທີ່ຕົນໄດ້ຍິນໄດ້ຟັງມາເປັນຕົ້ນ :-)
(ຂ. ວິທີການຕາມຮັກສາໄວ້ຊຶ່ງຄວາມຈິງ)
ພາຣະທະວາຊະ ! ຖ້າແມ່ນ ຄວາມເຊື່ອ ຂອງບຸຣຸສມີຢູ່ ແລະເຂົາກໍ ຕາມຮັກສາໄວ້ຊຶ່ງຄວາມຈິງ ກ່າວຢູ່ວ່າ “ຂ້າພະເຈົ້າມີຄວາມເຊື່ອເຊັ່ນນີ້” ດັ່ງນີ້, ເຂົາກໍຢ່າຟ້າວເຖິງຊຶ່ງການສັນນິດຖານໂດຍສ່ວນດຽວວ່າ “ເຍື່ອງນີ້ເທົ່ານັ້ນຈິງ, ເຍື່ອງອື່ນເປົ່າ” ດັ່ງນີ້ກ່ອນ. ພາຣະທະວາຊະ ! ດ້ວຍການປະພຶດພຽງເທົ່ານີ້ແລ ການຕາມຮັກສາໄວ້ຊຶ່ງຄວາມຈິງຍ່ອມມີ, ບຸຄຄົລຊື່ວ່າຍ່ອມຕາມຮັກສາໄວ້ຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້, ແລະເຮົາບັນຍັຕການຕາມຮັກສາໄວ້ຊຶ່ງຄວາມຈິງ ດ້ວຍການປະພຶດພຽງເທົ່ານີ້; ແຕ່ວ່ານັ້ນ ຍັງບໍ່ເປັນການຕາມຮູ້ຊຶ່ງຄວາມຈິງກ່ອນ.








