ອະຣິຍະສັຈພາກຕົ້ນ

ໜ້າ/ 382

ມາລຸງກະຢະບຸຕ ! ເມື່ອທິຕຖິວ່າ “ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວ ຍ່ອມມີອີກກໍມີບໍ່ມີອີກກໍມີ” ດັ່ງນີ້ມີຢູ່, ມັນຈະເປັນການປະພຶດພຣົມມະຈັນຣຍ໌ຂຶ້ນມາ ກໍຫາກບໍ່ແມ່ນ; ເມື່ອທິຕຖິວ່າ “ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວ ຍ່ອມມີອີກກໍຫາກບໍ່ແມ່ນບໍ່ມີອີກກໍບໍ່ຖືກ” ດັ່ງນີ້ ມີຢູ່, ມັນຈະເປັນການປະພຶດພຣົມມະຈັນຣຍ໌ຂຶ້ນມາ ກໍຫາກບໍ່ແມ່ນຢູ່ນັ້ນເອງ. ມາລຸງກະຢະບຸຕ ! ເມື່ອທິຕຖິວ່າ ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວ ຍ່ອມມີອີກກໍມີບໍ່ມີອີກກໍມີ ຫຼືວ່າຕະຖາຄົຕພາຍຫຼັງແຕ່ຕາຍແລ້ວ ຍ່ອມມີອີກກໍຫາກບໍ່ແມ່ນບໍ່ມີອີກກໍບໍ່ຖືກ ກໍຕາມ ມີຢູ່; ຊາດກໍຍັງມີ ຊະຣາກໍຍັງມີ ມະຣະນະກໍຍັງມີ, ໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະທັງຫຼາຍກໍຍັງມີ, ອັນເປັນສິ່ງທີ່ເຮົາບັນຍັຕການກໍາຈັດມັນເສຍໃນທິຕຖະທັມນີ້.

- ມ. ມ. ໑໓/໑໕໑,໑໕໐/໑໕໒,໑໕໑.

ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໘໓

ສັຈຈະແລະຫຼັກຕ້ອງປະຕິບັຕກ່ຽວກັບການເຖິງສັຈຈະ

(ຕາມທັມມະຊາດ ມະນຸສສ໌ແຕ່ລະຄົນ ມີສິ່ງທີ່ເຂົາເອີ້ນວ່າ ຄວາມຈິງ ທີ່ເຂົາຖືເປັນຫຼັກປະຈໍາໂຕຂອງເຂົາຢູ່ດ້ວຍກັນທັງນັ້ນ ແລ້ວແຕ່ວ່າ ເຂົາໄດ້ເຮັດໃຫ້ມັນເກີດຂຶ້ນໃນໃຈຂອງເຂົາແນວໃດ ຊຶ່ງຍາກທີ່ຈະປ່ຽນແປງໄດ້. ແຕ່ວ່າຄວາມຈິງຊະນິດນີ້ ຍັງບໍ່ແມ່ນຄວາມຈິງທີ່ເດັດຂາດ ຍັງບໍ່ສູງສຸດຍັງໃຊ້ເປັນປະໂຍຊນ໌ໃນຂັ້ນສູງສຸດບໍ່ໄດ້. ດັ່ງນັ້ນຄວາມຈິງນັ້ນ ຈະຕ້ອງຖືກປັບປຸງໃຫ້ຊັດເຈນ ແຈ່ມແຈ້ງຍິ່ງຂຶ້ນໄປ ຈົນກວ່າຈະກາຍເປັນຄວາມຈິງ ທີ່ໃຊ້ໃຫ້ສໍາເລັດປະໂຍຊນ໌ໄດ້ແທ້ ໂດຍວິທີທີ່ພຣະພຸດທະອົງຄ໌ ໄດ້ຕຣັດໄວ້ຢ່າງໜ້າອັສສະຈັນ; ກ່າວຄືບໍ່ຢຶດໝັ້ນຖືໝັ້ນ ຄວາມຈິງໃນອັນດັບທໍາອິດນັ້ນ ແຕ່ຫຼໍ່ລ້ຽງມັນໄວ້ໃນລັກສະນະ ທີ່ມັນຈະພິສູດຄວາມເປັນຂອງຈິງອອກມາ ໃນໂຕການປະຕິບັຕນັ້ນເອງ.

ໃນພຣະພຸດທະພາສິຕ ທີ່ຊົງແນະນໍາໄວ້ຢ່າງຍືດຍາວນີ້ ຈຳເປັນທີ່ຈະຕ້ອງແບ່ງອອກເປັນ ໔ ຕອນ ຄື ລັກສະນະຂອງຄວາມຈິງ ທີ່ຊາວໂລກຈະໄດ້ມາຕາມທັມມະຊາດ ຊຶ່ງຍັງບໍ່ເປັນຄວາມຈິງແທ້ ຍັງຈະຕ້ອງປ່ຽນໄປຕາມເຫຕຕາມປັຈຈັຍນີ້ຕອນໜຶ່ງ, ການຫຼໍ່ລ້ຽງຄວາມຈິງອັນນັ້ນໄວ້ ໃຫ້ມີໂອກາດພິສູດຄວາມຈິງທີ່ຍິ່ງຂຶ້ນໄປນີ້ຕອນໜຶ່ງ, ການສະແຫວງຫາຄວາມຈິງ ຈາກບຸຄຄົລທີ່ກໍາລັງປະຕິບັຕຫາຄວາມຈິງ ທີ່ຕົນປະສົງຈະຮູ້ໃຫ້ແນ່ນອນນີ້ຕອນໜຶ່ງ, ເມື່ອໄດ້ຄວາມແນ່ນອນມາແລ້ວ ຕົນເອງທີ່ປະຕິບັຕຕາມຫຼັກເກນອັນນັ້ນ ຈົນພົບຄວາມຈິງນັ້ນດ້ວຍຕົນເອງໂດຍປະຈັກແຈ້ງ ບໍ່ຕ້ອງຄາດຄະເນ ບໍ່ຕ້ອງຄໍານວນ ບໍ່ຕ້ອງເຊື່ອຕາມຜູ້ອື່ນອີກຕໍ່ໄປ ນັບວ່າເປັນການເຂົ້າເຖິງຫົວໃຈແຫ່ງຄວາມຈິງໃນກໍລະນີນັ້ນ ເປັນຕອນສຸດທ້າຍ.

ຕໍ່ໄປນີ້ ເປັນພຣະພຸດທະພາສິຕ ທີ່ຕຣັດຜາຣົບຄວາມຈິງທີ່ເປັນໄປຕາມພາສາຊາວໂລກ ຕາມທັມມະຊາດ :-)

(ກ. ຄວາມຈິງຕາມແບບຂອງຊາວໂລກຕາມທັມມະຊາດ)

ພາຣະທະວາຊະ ! ເມື່ອກ່ອນທ່ານໄດ້ເຖິງຄວາມເຊື່ອ (ແນວໃດແນວໜຶ່ງລົງໄປແລ້ວ) ມາບັດນີ້ທ່ານກ່າວມັນວ່າ (ເປັນພຽງ) ສິ່ງທີ່ໄດ້ຍິນໄດ້ຟັງມາ. ພາຣະທະວາຊະ ! ສິ່ງທັງຫ້ານີ້ ດັ່ງທີ່ເຮົາເຫັນໆກັນຢູ່ໃນບັດນີ້ ເປັນສິ່ງທີ່ມີຜົລເປັນ ໒ ຝ່າຍ. ສິ່ງທັງຫ້ານັ້ນ ຄືອັນໃດໜໍ ? ຄື ຄວາມເຊື່ອ (ວ່າຈິງ), ຄວາມຖືກໃຈ (ວ່າຈິງ),

໘໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ