ອະຣິຍະສັຈພາກຕົ້ນ
ໜ້າ/ 382
ມາລຸງກະຢະບຸຕ ! ສັຈຈະວ່າ “ນີ້ຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ ເປັນສິ່ງທີ່ເຮົາພະຍາກອນ.
ມາລຸງກະຢະບຸຕ ! ສັຈຈະວ່າ “ນີ້ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ ເປັນສິ່ງທີ່ເຮົາພະຍາກອນ.
ມາລຸງກະຢະບຸຕ ! ເພາະເຫຕໃດ ນັ້ນຈຶ່ງເປັນສິ່ງທີ່ເຮົາພະຍາກອນ ? ເພາະເຫຕວ່າ ນັ້ນປະກອບດ້ວຍປະໂຍຊນ໌ ນັ້ນເປັນເບື້ອງຕົ້ນແຫ່ງພຣົມມະຈັນຣຍ໌ ນັ້ນເປັນໄປພ້ອມເພື່ອຄວາມໜ່າຍ ຄວາມຄາຍກໍາໜັດ ຄວາມດັບບໍ່ເຫຼືອ ຄວາມລະງັບ ຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ແລະນິພພານ, ເຫຕນັ້ນນັ້ນ ເຮົາຈຶ່ງພະຍາກອນ.
ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໘໑
ມາລຸງກະຢະບຸຕ ! ເພາະເຫຕນັ້ນໃນເລື່ອງນີ້ ເຈົ້າຈົ່ງຖືເອົາສິ່ງທີ່ເຮົາບໍ່ພະຍາກອນ ໂດຍຄວາມເປັນສິ່ງທີ່ເຮົາບໍ່ພະຍາກອນ ແລະສິ່ງທີ່ເຮົາພະຍາກອນໂດຍຄວາມເປັນສິ່ງທີ່ເຮົາພະຍາກອນ ດັ່ງນີ້ເຖີ້ນ.
ມາລຸງກະຢະບຸຕ ! ເມື່ອທິຕຖິວ່າ “ໂລກທ່ຽງ” ດັ່ງນີ້ມີຢູ່, ມັນຈະເປັນການປະພຶດພຣົມມະຈັນຣຍ໌ຂຶ້ນມາ ກໍຫາກບໍ່ແມ່ນ; ເມື່ອທິຕຖິວ່າ “ໂລກບໍ່ທ່ຽງ” ດັ່ງນີ້ ມີຢູ່, ມັນຈະເປັນການປະພຶດພຣົມມະຈັນຣຍ໌ຂຶ້ນມາ ກໍຫາກບໍ່ແມ່ນອີກນັ້ນເອງ. ມາລຸງກະຢະບຸຕ ! ເມື່ອທິຕຖິວ່າ ໂລກທ່ຽງຫຼືວ່າໂລກບໍ່ທ່ຽງ ກໍຕາມ ມີຢູ່; ຊາດກໍຍັງມີ ຊະຣາກໍຍັງມີ ມະຣະນະກໍຍັງມີ, ໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະທັງຫຼາຍກໍຍັງມີ, ອັນເປັນສິ່ງທີ່ເຮົາບັນຍັຕການກໍາຈັດມັນເສຍໃນທິຕຖະທັມນີ້.
ມາລຸງກະຢະບຸຕ ! ເມື່ອທິຕຖິວ່າ “ໂລກມີທີ່ສິ້ນສຸດ” ດັ່ງນີ້ ມີຢູ່, ມັນຈະເປັນການປະພຶດພຣົມມະຈັນຣຍ໌ຂຶ້ນມາ ກໍຫາກບໍ່ແມ່ນ; ເມື່ອທິຕຖິວ່າ “ໂລກບໍ່ມີທີ່ສິ້ນສຸດ”ດັ່ງນີ້ ມີຢູ່, ມັນຈະເປັນການປະພຶດພຣົມມະຈັນຣຍ໌ຂຶ້ນມາ ກໍຫາກບໍ່ແມ່ນອີກນັ້ນເອງ. ມາລຸງກະຢະບຸຕ ! ເມື່ອທິຕຖິວ່າ ໂລກມີທີ່ສິ້ນສຸດຫຼືວ່າໂລກບໍ່ມີທີ່ສິ້ນສຸດ ກໍຕາມ ມີຢູ່; ຊາດກໍຍັງມີ ຊະຣາກໍຍັງມີ ມະຣະນະກໍຍັງມີ, ໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະທັງຫຼາຍກໍຍັງມີ, ອັນເປັນສິ່ງທີ່ເຮົາບັນຍັຕການກໍາຈັດມັນເສຍໃນທິຕຖະທັມນີ້.
ມາລຸງກະຢະບຸຕ ! ເມື່ອທິຕຖິວ່າ “ຊີວະກໍອັນນັ້ນ ສຣີຣະກໍອັນນັ້ນ” ດັ່ງນີ້ ມີຢູ່, ມັນຈະເປັນການປະພຶດພຣົມມະຈັນຣຍ໌ຂຶ້ນມາ ກໍຫາກບໍ່ແມ່ນ; ເມື່ອທິຕຖິວ່າ “ຊີວະກໍອັນອື່ນ ສຣີຣະກໍອັນອື່ນ” ດັ່ງນີ້ ມີຢູ່, ມັນຈະເປັນການປະພຶດພຣົມມະຈັນຣຍ໌ຂຶ້ນມາ ກໍຫາກບໍ່ແມ່ນອີກນັ້ນເອງ. ມາລຸງກະຢະບຸຕ ! ເມື່ອທິຕຖິວ່າ ຊີວະກໍອັນນັ້ນ ສຣີຣະກໍອັນນັ້ນ ຫຼືວ່າຊີວະກໍອັນອື່ນ ສຣີຣະກໍອັນອື່ນ ກໍຕາມ ມີຢູ່, ຊາດກໍຍັງມີ ຊະຣາກໍຍັງມີ ມະຣະນະກໍຍັງມີ,
໘໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະທັງຫຼາຍ ກໍຍັງມີ, ອັນເປັນສິ່ງທີ່ເຮົາບັນຍັຕການກໍາຈັດມັນເສຍ ໃນ ທິຕຖະທັມນີ້.
ມາລຸງກະຢະບຸຕ ! ເມື່ອທິຕຖິວ່າ “ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວ ຍ່ອມມີອີກ” ດັ່ງນີ້ ມີຢູ່, ມັນຈະເປັນການປະພຶດພຣົມມະຈັນຣຍ໌ຂຶ້ນມາ ກໍຫາກບໍ່ແມ່ນ; ເມື່ອທິຕຖິວ່າ “ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວ ຍ່ອມບໍ່ມີອີກ” ດັ່ງນີ້ມີຢູ່, ມັນຈະເປັນການປະພຶດພຣົມມະຈັນຣຍ໌ຂຶ້ນມາ ກໍຫາກບໍ່ແມ່ນອີກນັ້ນເອງ. ມາລຸງກະຢະບຸຕ ! ເມື່ອ ທິຕຖິວ່າ ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວຍ່ອມມີອີກ ຫຼືວ່າຕະຖາຄົຕພາຍຫຼັງແຕ່ຕາຍແລ້ວຍ່ອມບໍ່ມີອີກ ກໍຕາມ ມີຢູ່; ຊາດກໍຍັງມີ ຊະຣາກໍຍັງມີ ມະຣະນະກໍຍັງມີ, ໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະທັງຫຼາຍກໍຍັງມີ, ອັນເປັນສິ່ງທີ່ເຮົາບັນຍັຕການກໍາຈັດມັນເສຍ ໃນທິຕຖະທັມນີ້.








