ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ຄໍາວ່າ ‘ຝັ່ງໃນ’ ເປັນຊື່ຂອງອາຍະຕະນະພາຍໃນ ໖ ຢ່າງ ຄໍາວ່າ ‘ຝັ່ງນອກ’ ເປັນຊື່ຂອງອາຍະຕະນະພາຍນອກ ໖ ຢ່າງ. ຄໍາວ່າ ‘ຈົມເສຍໃນທ່າມກາງ’ ເປັນຊື່ຂອງນັນທິຣາຄະ. ຄໍາວ່າ ‘ຂຶ້ນໄປຕິດແຫ້ງຢູ່ເທິງບົກ’ ເປັນຊື່ຂອງອັສສະມິມານະ (ຄວາມສໍາຄັນວ່າເຮົາມີເຮົາເປັນ). ຄໍາວ່າ ‘ຖືກມະນຸສສ໌ຈັບໄວ້’ ໄດ້ແກ່ພິກຂຸໃນກໍລະນີນີ້ ເປັນຜູ້ຄະຣົນດ້ວຍຄະຣືຫັດ ເພີດເພີນດ້ວຍກັນ ໂສກເສົ້າດ້ວຍກັນ, ມີສຸຂເມື່ອຄະຣືຫັດ ເຫຼົ່ານັ້ນມີສຸຂ, ເປັນທຸກຂ໌ເມື່ອຄະຣືຫັດເຫຼົ່ານັ້ນເປັນທຸກຂ໌, ປະກອບການງານໃນກິດຈະການ ທີ່ບັງເກີດຂຶ້ນແກ່ຄະຣືຫັດເຫຼົ່ານັ້ນດ້ວຍຕົນ : ພິກຂຸນີ້ເຮົາເອີ້ນວ່າຜູ້ຖືກມະນຸສສ໌ຈັບໄວ້. ຄໍາວ່າ ‘ຖືກອະມະນຸສສ໌ຈັບໄວ້’ ໄດ້ແກ່ພິກຂຸບາງອົງໃນກໍລະນີນີ້ ປະພຶດພຣົມມະຈັນຣຍ໌ ໂດຍຕັ້ງຄວາມປາຖນາເທບນິກາຍຊັ້ນໃດຊັ້ນໜຶ່ງ ວ່າດ້ວຍສີລນີ້ຫຼືດ້ວຍວັຕນີ້ ຫຼືວ່າດ້ວຍຕະບະນີ້ ເຮົາຈະໄດ້ເປັນເທວະດາຜູ້ມີສັກດາໃຫຍ່ ຫຼືເປັນເທວະດາຜູ້ມີສັກດານ້ອຍ ເຍື່ອງໃດເຍື່ອງໜຶ່ງດັ່ງນີ້ : ພິກຂຸນີ້ເຮົາເອີ້ນວ່າ ຜູ້ຖືກອະມະນຸສສ໌ຈັບໄວ້ ຄໍາວ່າ ‘ຖືກກຽວນໍ້າວົນ ວົນໄວ້’ ເປັນຊື່ຂອງກາມະຄຸນ ໕. ‘ພິກຂຸເປັນຜູ້ເນົ່າເສຍເອງໃນພາຍໃນ’ ຄືແນວໃດໜໍ ? ຄືພິກຂຸບາງອົງໃນກໍລະນີນີ້ ເປັນຄົນທຸສີລມີຄວາມເປັນຢູ່ລາມົກ ບໍ່ສະອາດ ມີຄວາມປະພຶດ ຊະນິດທີ່ຕົນເອງນຶກແລ້ວ ກໍກິນແໜງຕົນເອງ ມີການກະທຳທີ່ຕ້ອງປົກປິດຊຸກເຊື່ອງ ບໍ່ແມ່ນສະມະນະກໍປະຕິນຍາ ວ່າເປັນສະມະນະ
ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໗໙
ບໍ່ແມ່ນຄົນປະພຶດພຣົມມະຈັນຣຍ໌ ກໍປະຕິນຍາວ່າ ເປັນຄົນປະພຶດພຣົມມະຈັນຣຍ໌ ເປັນຄົນເນົ່າໃນປຽກຊຸ່ມ ມີສັນຊາດໝັກດອງ ເໝືອນບໍ່(ຂຸມ)ທີ່ຖອກຂີ້ເຫຍື່ອເສດຝອຍ; ພິກຂຸນີ້ເຮົາ ເອີ້ນວ່າຜູ້ເນົ່າເສຍເອງໃນພາຍໃນແລ.
- ສະລາ. ສັງ. ໑໘/໒໒໓-໒໒໔/໓໒໒-໓໒໓.
ການຮູ້ຈັກອັນຕະຄາຫິກະທິຕຖິບໍ່ກ່ຽວກັບ
ການຮູ້ອະຣິຍະສັຈຈ໌ແລະການປະພຶດພຣົມມະຈັນຣຍ໌
ມາລຸງກະຢະບຸຕ ! ອັນໃດໜໍເປັນສິ່ງທີ່ເຮົາບໍ່ພະຍາກອນ ?
ມາລຸງກະຢະບຸຕ ! ທິຕຖິວ່າ “ໂລກທ່ຽງ” ດັ່ງນີ້ ເປັນສິ່ງທີ່ເຮົາບໍ່ພະຍາກອນ.
ມາລຸງກະຢະບຸຕ ! ທິຕຖິວ່າ “ໂລກບໍ່ທ່ຽງ” ດັ່ງນີ້ ເປັນສິ່ງທີ່ເຮົາບໍ່ພະຍາກອນ.
ມາລຸງກະຢະບຸຕ ! ທິຕຖິວ່າ “ໂລກມີທີ່ສິ້ນສຸດ” ດັ່ງນີ້ ເປັນສິ່ງທີ່ເຮົາບໍ່ພະຍາກອນ.
ມາລຸງກະຢະບຸຕ ! ທິຕຖິວ່າ “ໂລກບໍ່ມີທີ່ສິ້ນສຸດ” ດັ່ງນີ້ ເປັນສິ່ງທີ່ເຮົາບໍ່ພະຍາກອນ.
ມາລຸງກະຢະບຸຕ ! ທິຕຖະວ່າ “ຊີວະກໍອັນນັ້ນ ສຣີຣະກໍອັນນັ້ນ” ດັ່ງນີ້ ເປັນສິ່ງທີ່ເຮົາບໍ່ພະຍາກອນ.
ມາລຸງກະຢະບຸຕ ! ທິຕຖິວ່າ “ຊີວະກໍອັນອື່ນ ສຣີຣະກໍອັນອື່ນ” ດັ່ງນີ້ ເປັນສິ່ງທີ່ເຮົາບໍ່ພະຍາກອນ.
ມາລຸງກະຢະບຸຕ ! ທິຕຖິວ່າ “ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວ ຍ່ອມມີອີກ” ດັ່ງນີ້ ເປັນສິ່ງທີ່ເຮົາບໍ່ພະຍາກອນ.
ມາລຸງກະຢະບຸຕ ! ທິຕຖິວ່າ “ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວ ຍ່ອມບໍ່ມີອີກ” ດັ່ງນີ້ ເປັນສິ່ງທີ່ເຮົາບໍ່ພະຍາກອນ.
໘໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ມາລຸງກະຢະບຸຕ ! ທິຕຖິວ່າ “ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວ ຍ່ອມມີອີກກໍມີບໍ່ມີອີກກໍມີ” ດັ່ງນີ້ ເປັນສິ່ງເຮົາບໍ່ພະຍາກອນ.
ມາລຸງກະຢະບຸຕ ! ທິຕຖິວ່າ “ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວ ຍ່ອມມີອີກກໍຫາບໍ່ໄດ້ ບໍ່ມີອີກກໍຫາບໍ່ໄດ້” ດັ່ງນີ້ ເປັນສິ່ງທີ່ເຮົາບໍ່ພະຍາກອນ.
ມາລຸງກະຢະບຸຕ ! ເພາະເຫຕໃດນັ້ນ ຈຶ່ງເປັນສິ່ງທີ່ເຮົາບໍ່ພະຍາກອນ ?ເພາະເຫຕວ່າ ນັ້ນບໍ່ປະກອບດ້ວຍປະໂຍຊນ໌ ບໍ່ເປັນເບື້ອງຕົ້ນແຫ່ງພຣົມມະຈັນຣຍ໌ ບໍ່ເປັນໄປພ້ອມເພື່ອຄວາມໜ່າຍ ຄວາມຄາຍກໍາໜັດ ຄວາມດັບ ຄວາມລະງັບ ຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ແລະນິພພານ, ເຫຕນັ້ນນັ້ນ ຈຶ່ງເປັນສິ່ງທີ່ເຮົາບໍ່ພະຍາກອນ.
ມາລຸງກະຢະບຸຕ ! ອັນໃດໜໍ ເປັນສິ່ງທີ່ເຮົາພະຍາກອນ ?
ມາລຸງກະຍະບຸຕ ! ສັຈຈະວ່າ “ນີ້ຄວາມທຸກຂ໌” ດັ່ງນີ້ ເປັນສິ່ງທີ່ເຮົາພະຍາກອນ.
ມາລຸງກະຢະບຸຕ ! ສັຈຈະວ່າ “ນີ້ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌” ດັ່ງນີ້ ເປັນສິ່ງທີ່ເຮົາພະຍາກອນ.








