ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ໂລກ (ຄືທຸກຂ໌) ເປັນສິ່ງທີ່ຕະຖາຄົຕ ຮອບຮູ້ໄດ້ແຈ່ມແຈ້ງແລ້ວ ຕະຖາຄົຕຖອນໂຕອອກໄດ້ແລ້ວຈາກໂລກ; ເຫຕໃຫ້ເກີດໂລກ ເປັນສິ່ງທີ່ ຕະຖາຄົຕ ຮອບຮູ້ໄດ້ແຈ່ມແຈ້ງແລ້ວ ອັນຕະຖາຄົຕ ລະໄດ້ຂາດແລ້ວ;
໕໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ຄວາມດັບບໍ່ເຫຼືອຂອງໂລກ ເປັນສິ່ງທີ່ຕະຖາຄົຕ ຮອບຮູ້ໄດ້ແຈ່ມແຈ້ງແລ້ວ ອັນຕະຖາຄົຕ ໄດ້ເຮັດໃຫ້ແຈ້ງແລ້ວ ; ແລະທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງໂລກ ເປັນສິ່ງທີ່ຕະຖາຄົຕ ຮອບຮູ້ໄດ້ແຈ່ມແຈ້ງແລ້ວ ອັນຕະຖາຄົຕໄດ້ເຮັດໃຫ້ມີຂຶ້ນແລ້ວ. ສິ່ງໃດທີ່ໂລກພ້ອມດ້ວຍເທວະໂລກ ມາຣໂລກ ພຣົມມະໂລກ ທີ່ໝູ່ສັຕພ້ອມທັງສະມະນະພຣາມ ແລະເທວະດາພ້ອມທັງມະນຸສສ໌ ໄດ້ເຫັນແລ້ວ ຟັງແລ້ວ ດົມ-ຊີມ-ສັມຜັສແລ້ວ ຮູ້ແລ້ວ ເຖິງແລ້ວ ສະແຫວງຫາແລ້ວ ທ່ຽວໄປຕາມແລ້ວດ້ວຍໃຈ ; ສິ່ງນັ້ນຕະຖາຄົຕ ຮອບຮູ້ໄດ້ແຈ່ມແຈ້ງແລ້ວທັງໝົດ ເຫຕນັ້ນຈຶ່ງໄດ້ມີຄໍາກ່າວວ່າ “ຕະຖາຄະຕະ” ດັ່ງນີ້.
- ຈຕຸກກະ. ອັງ. ໒໑/໓໐/໒໓.
ຊົງບັນລືສີຫະນາດປະກາດຈະຕຸຣາຣິຢະສັຈຈະ
ພິກຂຸ ທ. ! ພຣະຍາສັຕຊື່ສີຫະ ອອກຈາກຖໍ້າທີ່ອາໄສໃນເວລາແລງ ຢຽດກາຍ ແລ້ວ ຫຼຽວເບິ່ງທິສທັງສີ່ໂດຍຮອບ ບັນລືສີຫະນາດ ໓ ຄັ້ງ ແລ້ວທ່ຽວໄປເພື່ອຫາອາຫາຣ. ບັນດາສັຕເດຣັດສານເຫຼົ່າໃດ ໄດ້ຍິນສີຫະນາດ ສັຕເຫຼົ່ານັ້ນກໍແຕກຕື່ນຢ້ານຫ່ຽວແຫ້ງໃຈ : ພວກທີ່ອາໄສຜົ້ງກໍເຂົ້າຜົ້ງ, ພວກທີ່ອາໄສໃນນໍ້າກໍລົງນໍ້າ, ພວກທີ່ຢູ່ປ່າກໍເຂົ້າປ່າ, ຝູງນົກກໍໂຜບິນຂຶ້ນສູ່ອາກາດ, ເຫຼົ່າຊ້າງຂອງພຣະຣາຊາໃນໝູ່ບ້ານ ແລະເຂດ ແລະເມືອງຫຼວງທີ່ຜູກລ່າມໄວ້ ດ້ວຍເຊືອກອັນໜຽວກໍພາກັນຢ້ານ ເກາະກະຝຶດເຊືອກໃຫ້ຂາດ ແລ້ວຖ່າຍມູດແລະກຣີດ (ອຸດຈາຣະ) ທັງແລ່ນໜີໄປ ໂດຍຂ້າງພຸ້ນຂ້າງພີ້. ພິກຂຸ ທ. ! ພຣະຍາສັຕຊື່ສີຫະ ເປັນສັຕມີລິດຫຼາຍ ມີສັກດາຫຼາຍ ມີອານຸພາບແຮງຫຼາຍກວ່າ ບັນດາສັຕເດຣັດສານທັງຫຼາຍ ດ້ວຍອາການເຊັ່ນນີ້ແລ.
ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໕໙
ພິກຂຸ ທ. ! ເຊັ່ນໃດກໍເຊັ່ນນັ້ນ, ໃນກາລໃດ ຕະຖາຄົຕ ອຸບັດຂຶ້ນໃນໂລກເປັນພຣະອໍຣະຫັນຕ໌ ຜູ້ຕຣັສຮູ້ຊອບເອງ ຜູ້ສົມບູນດ້ວຍວິຊຊາ ແລະຂໍ້ປະຕິບັຕໃຫ້ເຖິງວິຊຊາ ຜູ້ໄປດີ ຜູ້ຮູ້ໂລກຢ່າງແຈ່ມແຈ້ງ ເປັນຜູ້ຝຶກບຸຣຸສທີ່ສົມຄວນຝຶກໄດ້ບໍ່ມີໃຜຍິ່ງກວ່າ ເປັນຄຣູຜູ້ສອນຂອງເທວະດາແລະມະນຸສສ໌ທັງຫຼາຍ ເປັນຜູ້ປຸກໃຫ້ຕື່ນ ເປັນຜູ້ຈໍາແນກທັມສັ່ງສອນສັຕ. ຕະຖາຄົຕນັ້ນສະແດງທັມວ່າ ສັກກາຢະ (ຄວາມຢຶດຖືໂຕຕົນ) ເປັນເຊັ່ນນີ້, ສັກກາຢະສະມຸທັຍເປັນເຊັ່ນນີ້, ສັກກາຢະນິໂຣດເປັນເຊັ່ນນີ້, ສັກກາຢະ ນິໂຣທະຄາມິນີປະຕິປະທາເປັນເຊັ່ນນີ້. ພວກເທບເຫຼົ່າໃດເປັນຜູ້ມີອາຍຸຍືນຍາວ ມີວັນນະເຕັມໄປດ້ວຍຄວາມສຸຂ ດໍາຣົງຢູ່ເຫິງນານມາແລ້ວ ໃນວິມານຊັ້ນສູງ, ພວກເທບນັ້ນໆ ໄດ້ຟັງທັມມະເທສນາຂອງຕະຖາຄົຕແລ້ວ ໂດຍສ່ວນຫຼາຍກໍສະເດີດຢ້ານ ຫ່ຽວແຫ້ງໃຈ ສໍານຶກໄດ້ວ່າ “ທ່ານຜູ້ຈະເຣີນເອີຍ ! ພວກເຮົາ ເມື່ອບໍ່ທ່ຽງ ກໍມາສໍາຄັນ ວ່າເຮົາເປັນຜູ້ທ່ຽງ, ເມື່ອບໍ່ຢັ້ງຢືນ ກໍມາສໍາຄັນວ່າເຮົາເປັນຜູ້ຢັ້ງຢືນ, ເມື່ອບໍ່ໝັ້ນຄົງ ກໍມາສໍາຄັນວ່າເຮົາເປັນຜູ້ໝັ້ນຄົງ. ພວກເຮົາທັງຫຼາຍເປັນຜູ້ບໍ່ທ່ຽງ ບໍ່ຢັ້ງຢືນ ບໍ່ໝັ້ນຄົງ ແລະເຖິງທົ່ວແລ້ວຊຶ່ງສັກກາຢະ (ຄວາມຢຶດຖືໂຕຕົນ)” ດັ່ງນີ້. ພິກຂຸ ທ. ! ຕະຖາຄົຕ ເປັນຜູ້ມີລິດຫຼາຍ ມີສັກດາຫຼາຍ ມີອານຸພາບແຮງຫຼາຍ ກວ່າສັຕໂລກ ພ້ອມທັງເທວະໂລກ ດ້ວຍອາການດັ່ງນີ້ແລ.
- ຈຕຸກກ. ອັງ. ໒໑/໔໒/໓໓.
[ໃນສູຕຂ້າງເທິງນີ້ ຊົງບັນລືສີຫະນາດດ້ວຍເລື່ອງສັກກາຢະ. ໃນສູຕອື່ນ (໑໗/໑໐໓/໑໕໕-໖) ຊົງບັນລືດ້ວຍການປະກາດລັກສະນະ ໓ ຢ່າງແຫ່ງຂັນທ໌ທັງ ໕ ໂດຍນັຍວ່າມີລັກສະນະເຊັ່ນນີ້ໆ ມີອາການເກີດຂຶ້ນເຊັ່ນນີ້ໆ ມີອາການດັບໄປເຊັ່ນນີ້ໆ ; ຊຶ່ງເມື່ອພວກເທບໄດ້ຟັງແລ້ວ ມີອາການສະລົດ ສັງເວຊ ຫວັ່ນໄຫວ ໄປຕາມໆກັນ ເໝືອນຂໍ້ຄວາມຂ້າງຕົ້ນ.]
໖໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ຊົງປະກາດ ອະນຸດຕະຣະທັມມະຈັກ
ຊຶ່ງໃຜໆປະກາດບໍ່ໄດ້








