ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ທີ່ປ່າອິສິປະຕະນະມິຄະທາຍະວັນ ໃກ້ເມືອງພາຣານະສີ, ເຮົາຕະຖາຄົຕ ຜູ້ອະຣະຫັນຕະສັມມາສັມພຸດທະ ໄດ້ປະກາດໃຫ້ເປັນໄປແລ້ວ ຊຶ່ງອະນຸດຕະຣະທັມມະຈັກ ຊະນິດທີ່ບໍ່ປະກາດໃຫ້ເປັນໄປໄດ້ ໂດຍສະມະນະຫຼືພຣາມ ຫຼືເທວະດາ ມາຣ ພຣົມ ຫຼືໃຜໆໃນໂລກ. ພິກຂຸ ທ. ! ການປະກາດທັມມະຈັກນີ້ ຄືການບອກ ການສະແດງ ການບັນຍັຕ ການແຕ່ງຕັ້ງ ການເປີດເຜີຍ ການຈໍາແນກ ແລະການເຮັດໃຫ້ເຂົ້າໃຈໄດ້ ຊຶ່ງອະຣິຍະສັຈຈ໌ (ຄວາມຈິງອັນປະເສີດ) ສີ່ຢ່າງ. ສີ່ຢ່າງເຫຼົ່າໃດໜໍ ? ສີ່ຢ່າງ ຄືການບອກ ການສະແດງ ຯລຯ ການເຮັດໃຫ້ເຂົ້າໃຈໄດ້ ຊຶ່ງຄວາມຈິງອັນປະເສີດຄື ທຸກຂ໌ - ເຫຕໃຫ້ເກີດແຫ່ງທຸກຂ໌ - ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ - ແລະທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ພິກຂຸ ທ. ! ເຮົາຕະຖາຄົຕ ຜູ້ອະຣະຫັນຕະສັມມາສັມພຸດທະ ໄດ້ປະກາດໃຫ້ເປັນໄປແລ້ວ ຊຶ່ງອະນຸດຕະຣະ ທັມຈັກ ຯລຯ ດັ່ງນີ້ແລ.

- ອຸປຣິ. ມ. ໑໔/໔໔໐/໖໙໙.

ສິ່ງທີ່ບໍ່ຊົງນໍາມາສອນມີຫຼາຍຍິ່ງກວ່າຫຼາຍແທ້

ຄັ້ງໜຶ່ງພຣະຜູ້ມີພຣະພາຄເຈົ້າ ຊົງປຣະທັບຢູ່ທີ່ສີສະປາວັນ ໃກ້ເມືອງໂກສັມພີ. ຊົງກໍາໃບສີສະປາຂຶ້ນໜ້ອຍໜຶ່ງ ແລ້ວຕຣັດຖາມໝູ່ພິກຂຸວ່າ ໃບສີສະປາທີ່ຊົງກໍານີ້ ກັບທີ່ຢູ່ເທິງປ່າພຸ້ນ, ອັນໃດຈະຫຼາຍກວ່າກັນ. ເມື່ອພິກຂຸຂາບທູນວ່າ ທີ່ຢູ່ເທິງປ່າພຸ້ນຫຼາຍກວ່າຫຼາຍ ແລ້ວຈຶ່ງຕຣັດວ່າ :-

ພິກຂຸ ທ. ! ເຊັ່ນໃດກໍເຊັ່ນນັ້ນ ສິ່ງທີ່ຍັງຢູ່ຫຼາຍກວ່າຫຼາຍ ກໍຄືສິ່ງທີ່ເຮົາຮູ້ຍິ່ງແລ້ວ ແຕ່ບໍ່ນໍາເອົາມາສອນພວກເຈົ້າທັງຫຼາຍ. ເພາະເຫຕໃດ ເຮົາຈຶ່ງບໍ່ສອນສິ່ງນັ້ນ ແກ່ພວກເຈົ້າໜໍ ? ເພາະວ່າສິ່ງໆນັ້ນ ບໍ່ປະກອບດ້ວຍປະໂຍຊນ໌

ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໖໑

ບໍ່ເປັນເງື່ອນຕົ້ນຂອງພຣົມມະຈັນຣຍ໌ ບໍ່ເປັນໄປພ້ອມເພື່ອຄວາມໜ່າຍທຸກຂ໌ ຄວາມຄາຍກໍາໜັດ ຄວາມດັບ ຄວາມລະງັບ ຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ແລະນິພພານ ; ເພາະເຫຕນັ້ນ ເຮົາຈຶ່ງບໍ່ສອນສິ່ງນັ້ນແກ່ພວກເຈົ້າທັງຫຼາຍ.

- ມຫາວາຣ. ສັງ. ໑໙/໕໔໘/໑໗໑໒.

ສິ່ງທີ່ຊົງນໍາມາສອນ ກໍສະເພາະເລື່ອງຄວາມພົ້ນທຸກຂ໌

ພິກຂຸ ທ. ! ກໍສິ່ງໃດ ທີ່ເຮົາບອກສອນແກ່ພວກເຈົ້າໜໍ ? ສິ່ງທີ່ເຮົາບອກສອນແກ່ພວກເຈົ້າ ຄືຄວາມຈິງອັນປະເສີດວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້. ເພາະເຫຕໃດ ເຮົາຈຶ່ງສອນສິ່ງນີ້ແກ່ພວກເຈົ້າໜໍ ? ເພາະວ່າສິ່ງໆນີ້ ຍ່ອມປະກອບດ້ວຍປະໂຍຊນ໌ ເປັນເງື່ອນຕົ້ນຂອງພຣົມມະຈັນຣຍ໌ ເປັນໄປພ້ອມເພື່ອຄວາມໜ່າຍທຸກຂ໌ ຄວາມຄາຍກໍາໜັດ ຄວາມດັບ ຄວາມລະງັບ ຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ແລະນິພພານ ; ເພາະເຫຕນັ້ນ ເຮົາຈຶ່ງສອນສິ່ງນີ້ແກ່ພວກເຈົ້າທັງຫຼາຍ.

ພິກຂຸ ທ. ! ເພາະເຫຕນັ້ນ ໃນກໍລະນີນີ້ ພວກເຈົ້າ ຈົ່ງຕັ້ງຄວາມພຽນ ເພື່ອໃຫ້ຮູ້ຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.” ດັ່ງນີ້ເຖີ້ນ.

- ມຫາວາຣ. ສັງ. ໑໙/໕໔໘/໑໗໑໓.

໖໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ຊົງພະຍາກອນສະເພາະເລື່ອງອະຣິຍະສັຈຈ໌ສີ່

“....ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ສັຈຈະທີ່ວ່າໂລກທ່ຽງ ນີ້ເທົ່ານັ້ນເປັນຄວາມຈິງ ຄໍາອື່ນເປັນໂມຄະ ດັ່ງນັ້ນຫຼື ຂ້ານ້ອຍ ?”

ໂປດຖະປາທະ ! ຂໍ້ທີ່ວ່າ “ໂລກທ່ຽງ ນີ້ເທົ່ານັ້ນເປັນຄວາມຈິງ ຄໍາອື່ນເປັນໂມຄະ” ດັ່ງນີ້ນັ້ນ ເປັນຂໍ້ທີ່ ເຮົາບໍ່ພະຍາກອນ.

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ສັຈຈະທີ່ວ່າໂລກບໍ່ທ່ຽງ ນີ້ເທົ່ານັ້ນເປັນຄວາມຈິງ ຄໍາອື່ນເປັນໂມຄະ ດັ່ງນັ້ນຫຼື ?”

ໂປດຖະປາທະ ! ຂໍ້ທີ່ວ່າ “ໂລກບໍ່ທ່ຽງ ນີ້ເທົ່ານັ້ນເປັນຄວາມຈິງ ຄໍາອື່ນເປັນໂມຄະ” ດັ່ງນີ້ນັ້ນ ເປັນຂໍ້ທີ່ ເຮົາບໍ່ພະຍາກອນ.

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ສັຈຈະທີ່ວ່າໂລກມີທີ່ສິ້ນສຸດ ນີ້ເທົ່ານັ້ນເປັນຄວາມຈິງ ຄໍາອື່ນ ເປັນໂມຄະ ດັ່ງນັ້ນຫຼື ?”

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ