ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ຕະຫຼອດກາລພຽງໃດ ເຮົາຍັງບໍ່ໄດ້ຮູ້ແຈ່ມແຈ້ງຍິ່ງແລ້ວ ຊຶ່ງອຸປາທານຂັນທ໌ທັງຫ້າເຫຼົ່ານີ້ ໂດຍປະຣິວັຕສີ່ ຕົງຕາມທີ່ເປັນຈິງ ເຮົາກໍຍັງບໍ່ປະຕິນຍາຢູ່ພຽງນັ້ນ ວ່າເປັນຜູ້ຮູ້ພ້ອມສະເພາະແລ້ວ ຊຶ່ງອະນຸດຕະຣະສັມມາສັມໂພທິຍານ ໃນໂລກ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ, ໃນໝູ່ສັຕພ້ອມທັງສະມະນະພຣາມ ພ້ອມທັງເທວະດາແລະມະນຸສສ໌.
ພິກຂຸ ທ. ! ເມື່ອໃດແລ, ເຮົາໄດ້ຮູ້ແຈ່ມແຈ້ງຍິ່ງແລ້ວ ຊຶ່ງອຸປາທານຂັນທ໌ທັງຫ້າ ເຫຼົ່ານີ້ ໂດຍປະຣິວັຕສີ່ ຕົງຕາມທີ່ເປັນຈິງ ; ເມື່ອນັ້ນແຫຼະ, ເຮົາຈຶ່ງປະຕິນຍາໄດ້ ວ່າເປັນຜູ້ຮູ້ພ້ອມສະເພາະແລ້ວ ຊຶ່ງອະນຸດຕະຣະສັມມາສັມໂພທິຍານ ໃນໂລກພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ, ໃນໝູ່ສັຕພ້ອມທັງສະມະນະພຣາມ ພ້ອມທັງເທວະດາແລະມະນຸສສ໌.
ພິກຂຸ ທ. ! ປະຣິວັຕສີ່ ນັ້ນເປັນແນວໃດໜໍ ? ປະຣິວັຕສີ່ນັ້ນ ຄື :-
໕໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ
(໑) ເຮົາໄດ້ຮູ້ແຈ່ມແຈ້ງຍິ່ງແລ້ວ ຊຶ່ງ ຮູບ, ໄດ້ຮູ້ແຈ່ມແຈ້ງຍິ່ງແລ້ວ ຊຶ່ງຄວາມກໍ່ຂຶ້ນຂອງຮູບ, ໄດ້ຮູ້ແຈ່ມແຈ້ງຍິ່ງແລ້ວ ຊຶ່ງຄວາມດັບບໍ່ເຫຼືອຂອງຮູບ, ໄດ້ຮູ້ແຈ່ມແຈ້ງຍິ່ງແລ້ວ ຊຶ່ງທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງຮູບ.
(໒) ເຮົາໄດ້ຮູ້ແຈ່ມແຈ້ງຍິ່ງແລ້ວ ຊຶ່ງ ເວທະນາ, ໄດ້ຮູ້ແຈ່ມແຈ້ງຍິ່ງແລ້ວ ຊຶ່ງຄວາມກໍ່ຂຶ້ນຂອງເວທະນາ, ໄດ້ຮູ້ແຈ່ມແຈ້ງຍິ່ງແລ້ວ ຊຶ່ງຄວາມດັບບໍ່ເຫຼືອຂອງເວທະນາ, ໄດ້ຮູ້ແຈ່ມແຈ້ງຍິ່ງແລ້ວ ຊຶ່ງທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງເວທະນາ.
(໓) ເຮົາໄດ້ຮູ້ແຈ່ມແຈ້ງຍິ່ງແລ້ວ ຊຶ່ງ ສັນຍາ, ໄດ້ຮູ້ແຈ່ມແຈ້ງຍິ່ງແລ້ວ ຊຶ່ງຄວາມກໍ່ຂຶ້ນຂອງສັນຍາ, ໄດ້ຮູ້ແຈ່ມແຈ້ງຍິ່ງແລ້ວ ຊຶ່ງຄວາມດັບບໍ່ເຫຼືອຂອງສັນຍາ, ໄດ້ຮູ້ແຈ່ມແຈ້ງຍິ່ງແລ້ວ ຊຶ່ງທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງສັນຍາ.
(໔) ເຮົາໄດ້ຮູ້ແຈ່ມແຈ້ງຍິ່ງແລ້ວ ຊຶ່ງ ສັງຂາຣທັງຫຼາຍ, ໄດ້ຮູ້ແຈ່ມແຈ້ງຍິ່ງແລ້ວຊຶ່ງຄວາມກໍ່ຂຶ້ນຂອງສັງຂາຣທັງຫຼາຍ, ໄດ້ຮູ້ແຈ່ມແຈ້ງຍິ່ງແລ້ວ ຊຶ່ງຄວາມດັບບໍ່ເຫຼືອຂອງສັງຂາຣທັງຫຼາຍ, ໄດ້ຮູ້ແຈ່ມແຈ້ງຍິ່ງແລ້ວ ຊຶ່ງທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງສັງຂາຣທັງຫຼາຍ.
(໕) ເຮົາໄດ້ຮູ້ແຈ່ມແຈ້ງຍິ່ງແລ້ວຊຶ່ງ ວິນຍານ, ໄດ້ຮູ້ແຈ່ມແຈ້ງຍິ່ງແລ້ວຊຶ່ງຄວາມ ກໍ່ຂຶ້ນຂອງວິນຍານ, ໄດ້ຮູ້ແຈ່ມແຈ້ງຍິ່ງແລ້ວ ຊຶ່ງຄວາມດັບບໍ່ເຫຼືອຂອງວິນຍານ, ໄດ້ຮູ້ແຈ່ມແຈ້ງຍິ່ງແລ້ວ ຊຶ່ງທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງວິນຍານ.
ພິກຂຸ ທ. ! ເຫຼົ່ານີ້ແຫຼະ ຊື່ວ່າ ປະຣິວັຕສີ່ຢ່າງ ນັ້ນ.
(ຂໍ້ຄວາມທີ່ລະອຽດຍິ່ງໄປກວ່ານີ້ ຕະຫຼອດເຖິງຜົລຂອງການຮູ້ ຈົນເຮັດໃຫ້ເປັນເກພະລີ ຫາເບິ່ງໄດ້ ຈາກໜັງສືປະຕິຈຈະ.ໂອ. ໜ້າ ໓໓໘ ຕັ້ງແຕ່ຄໍາວ່າ “ດູຣາພິກຂຸ ທ. ! ກໍຮູບ ເປັນແນວໃດໜໍ ?”
ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໕໗
....ເປັນຕົ້ນໄປຈົນເຖິງໜ້າ ໓໔໒ ຈົບລົງທີ່ຄໍາວ່າ...“ວັຕຕະຍ່ອມບໍ່ມີເພື່ອຈະບັນຍັຕແກ່ບຸຄຄົລເຫຼົ່ານັ້ນ”.).
- ຂັນທະ. ສັງ. ໑໗/໗໒-໗໕/໑໑໒-໑໑໗.
ພຣະພຸດທະອົງຄ໌ຊົງພຣະນາມວ່າ
ສັມມາສັມພຸດທະ ກໍເພາະໄດ້ຕຣັສຮູ້ອະຣິຍະສັຈຈ໌ສີ່
ພິກຂຸ ທ. ! ຄວາມຈິງອັນປະເສີດ ມີສີ່ຢ່າງເຫຼົ່ານີ້. ສີ່ຢ່າງເຫຼົ່າໃດໜໍ ? ສີ່ຢ່າງຄືຄວາມຈິງອັນປະເສີດ ຄືຄວາມທຸກຂ໌, ຄວາມຈິງອັນປະເສີດ ຄືເຫຕໃຫ້ເກີດແຫ່ງທຸກຂ໌, ຄວາມຈິງອັນປະເສີດ ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະຄວາມຈິງອັນປະເສີດ ຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ : ນີ້ແລ ຄວາມຈິງອັນປະເສີດສີ່ຢ່າງ. ພິກຂຸ ທ. ! ເພາະໄດ້ຕຣັສຮູ້ຕາມເປັນຈິງ ຊຶ່ງຄວາມຈິງອັນປະເສີດສີ່ຢ່າງເຫຼົ່ານີ້ ຕະຖາຄົຕ ຈຶ່ງມີນາມອັນບັນດິຕກ່າວວ່າ “ອະຣະຫັນຕະສັມມາສັມພຸດທະ”.
ພິກຂຸ ທ. ! ເພາະເຫຕນັ້ນ ໃນກໍລະນີນີ້ ພວກເຈົ້າຕ້ອງຕັ້ງຄວາມພຽນ ເພື່ອໃຫ້ຮູ້ຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ເຖີ້ນ.
- ມຫາວາຣ. ສັງ. ໑໙/໕໔໓/໑໗໐໓.
ຊົງຮອບຮູ້ໂລກ (ອະຣິຍະສັຈຈ໌)








