ອະຣິຍະສັຈພາກຕົ້ນ

ໜ້າ/ 382

ເຮົານັ້ນ ເມື່ອຜ່າຍຈາກສໍານັກອຸທະກະດາບົດ ຜູ້ຣາມະບຸຕແລ້ວ ສະແຫວງຫາຢູ່ ວ່າ ອັນໃດເປັນກຸສົລ ຄົ້ນຫາແຕ່ສິ່ງທີ່ປະເສີດ ອັນບໍ່ມີອື່ນຍິ່ງໄປກວ່າສືບຕໍ່ໄປ, ທ່ຽວຈາຣິກໄປຕາມລໍາດັບຫຼາຍເຂດ ໃນມະຄົດຣັດ ຈົນລຸເຖິງເຂດອຸຣຸເວລາເສນານິຄົມ ພັກຄ້າງຢູ່ໃນບ່ອນນັ້ນ ໄດ້ພົບພື້ນທີ່ຮົ່ມເຢັນຊື່ນໃຈ ໃນສະຖານທີ່....ຕົກລົງໃຈພັກຢູ່ບ່ອນນັ້ນເອງ ດ້ວຍຄິດວ່າ “ບ່ອນນີ້ຄວນແລ້ວເພື່ອການຕັ້ງຄວາມພຽນ” ດັ່ງນີ້.

- ມ. ມ. ໑໓/໔໔໓-໔໔໘/໔໘໙-໔໙໑; ໑໓/໖໗໐-໖໗໔/໗໓໘-໗໔໐.

ຕໍ່ໄປນີ້ ມີການຕຣັດເລົ່າເຖິງ ການປະພຶດອັຕຕະກິລະມະຖານຸໂຢຄະ ຈົນອຸປະມາປາກົດແລະຊົງຝຶກທຸກະຣະກິຣິຢາ ແລ້ວຊົງເລີກ ໝູນໄປຈັບເອົາການບໍາເພັນຄວາມພຽນທາງໃຈ ດັ່ງສະແດງໄວ້ ໃນ ພຣະພຸດທະປະວັຕຕິ ຕ່າງໆ ຈົນໄດ້ “ພົບ” ຄື ຕຣັສະຮູ້ ຄວາມຈິງອັນປະເສີດ.

ຊົງພົບ

ພິກຂຸ ທ. ! ເຮົານັ້ນ, ຄັນເມື່ອຈິຕຕັ້ງໝັ້ນ ບໍຣິສຸດຜຸດຜ່ອງ ບໍ່ມີກິເລສປາສະຈາກອຸປະກິເລສ ເປັນທັມມະຊາດອ່ອນໂຍນ ຄວນແກ່ການງານ ຕັ້ງຢູ່ໄດ້ ບໍ່ຫວັ່ນໄຫວເຊັ່ນນີ້ແລ້ວ, ໄດ້ນ້ອມຈິຕໄປສະເພາະຕໍ່ ຍານເປັນເຄື່ອງດັບສິ້ນໄປແຫ່ງອາສະວະທັງຫຼາຍ ເຮົາຮູ້ສະເພາະແລ້ວຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ;

໕໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ເຫຼົ່ານີ້ເປັນອາສະວະທັງຫຼາຍ, ນີ້ເປັນເຫຕໃຫ້ເກີດອາສະວະ, ນີ້ເປັນຄວາມດັບບໍ່ເຫຼືອຂອງອາສະວະ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງອາສະວະ” ດັ່ງນີ້. ເມື່ອເຮົາຮູ້ຢູ່ດັ່ງນີ້ ເຫັນຢູ່ດັ່ງນີ້ ຈິຕກໍພົ້ນແລ້ວ ຈາກອາສະວະຄືກາມ ອາສະວະຄືພົບ ອາສະວະຄືອະວິຊຊາ. ຄັນຈິຕພົ້ນແລ້ວ ກໍເກີດຍານຢັ່ງຮູ້ວ່າ “ພົ້ນແລ້ວ” ເຮົາຮູ້ສະເພາະແລ້ວວ່າ “ຊາດດັບສິ້ນແລ້ວ ພຣົມມະຈັນຣຍ໌ຢູ່ຈົບແລ້ວ ກິດທີ່ຄວນເຮັດໄດ້ເຮັດສຳເລັດແລ້ວ ກິດອື່ນທີ່ຈະຕ້ອງເຮັດ ເພື່ອຄວາມເປັນເຊັ່ນນີ້ ບໍ່ໄດ້ມີອີກ” ດັ່ງນີ້. ພິກຂຸ ທ. ! ນີ້ແລ ວິຊຊາທີສາມ ທີ່ເຮົາໄດ້ບັນລຸແລ້ວ ໃນປັດສິມະຍາມແຫ່ງຣາຕຣີ. ອະວິຊຊາຖືກກໍາຈັດແລ້ວ ວິຊຊາເກີດຂຶ້ນແລ້ວ ; ຄວາມມືດຖືກກໍາຈັດແລ້ວ ຄວາມສະຫວ່າງເກີດຂຶ້ນແລ້ວ ໂດຍອາການທີ່ເກີດຂຶ້ນແກ່ບຸຄຄົລຜູ້ບໍ່ປະມາດ ມີຄວາມພຽນເຜົາກິເລສ ມີຕົນສົ່ງໄປແລ້ວແລຢູ່.

- ມ. ມ. ໑໒/໒໓໗/໒໕໓.

ເມື່ອຍັງບໍ່ຊົງຮູ້ອະຣິຍະສັຈຈ໌

ກໍຍັງບໍ່ຊື່ວ່າ ໄດ້ຕຣັສຮູ້ອະນຸດຕະຣະສັມມາສັມໂພທິຍານ

ພິກຂຸ ທ. ! ຕະຫຼອດກາລພຽງໃດ ທີ່ປັນຍາເຄື່ອງຮູ້ເຫັນ (ຍານະທັສສະນະ) ຕາມເປັນຈິງຂອງເຮົາ ໃນອະຣິຍະສັຈຈ໌ສີ່ເຫຼົ່ານີ້ ວ່າ ມີປະຣິວັຕສາມ ມີອາການສິບສອງເຊັ່ນນີ້ໆ ຍັງບໍ່ເປັນປັນຍາທີ່ບໍຣິສຸດສະອາດດ້ວຍດີແລ້ວ ຕະຫຼອດກາລພຽງນັ້ນນັ້ນແລ ເຮົາຍັງບໍ່ປະຕິນຍາວ່າເປັນຜູ້ຕຣັສຮູ້ ຮູ້ພ້ອມສະເພາະແລ້ວ ຊຶ່ງອະນຸດຕະຣະສັມມາສັມໂພທິຍານ ໃນໂລກພ້ອມດ້ວຍເທວະໂລກ ມາຣໂລກ ພຣົມມະໂລກ ໃນໝູ່ສັຕພ້ອມທັງສະມະນະພຣາມ ແລະເທວະດາພ້ອມທັງມະນຸສສ໌. ພິກຂຸ ທ. ! ກໍແຕ່ວ່າໃນກາລໃດແລ, ປັນຍາເຄື່ອງຮູ້ເຫັນຕາມເປັນຈິງຂອງເຮົາ ໃນອະຣິຍະສັຈຈ໌ສີ່ເຫຼົ່ານີ້ ວ່າ ມີປະຣິວັຕສາມ ມີອາການສິບສອງ ເຊັ່ນນີ້ໆ ເປັນປັນຍາທີ່ບໍຣິສຸດສະອາດດ້ວຍດີແລ້ວ ; ໃນກາລນັ້ນແລ ເຮົາກໍປະຕິນຍາ ວ່າເປັນຜູ້ຕຣັສຮູ້ ຮູ້ພ້ອມສະເພາະແລ້ວ ຊຶ່ງອະນຸດຕະຣະສັມມາສັມໂພທິຍານ ໃນໂລກ

ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໕໕

ພ້ອມດ້ວຍເທວະໂລກ ມາຣໂລກ ພຣົມມະໂລກ ໃນໝູ່ສັຕພ້ອມທັງສະມະນະພຣາມ ແລະ ເທວະດາພ້ອມທັງມະນຸສສ໌. ທັງປັນຍາເຄື່ອງຮູ້ ແລະປັນຍາເຄື່ອງເຫັນ ໄດ້ເກີດຂຶ້ນແລ້ວແກ່ເຮົາວ່າ “ຄວາມຫຼຸດພົ້ນຂອງເຮົາ ບໍ່ກັບກໍາເລີບ ຊາດນີ້ເປັນຊາດສຸດທ້າຍ ບັດນີ້ພົບທີ່ເກີດໃໝ່ ບໍ່ໄດ້ມີອີກຕໍ່ໄປ” ດັ່ງນີ້.

- ມຫາວາຣ. ສັງ. ໑໙/໕໓໐/໑໖໗໐.

ຖ້າບໍ່ຮູ້ເບັນຈະຂັນທ໌ໂດຍນັຍອະຣິຍະສັຈຈ໌ສີ່

ກໍຍັງບໍ່ຊົງປະຕິນຍາເປັນພຣະພຸດທະເຈົ້າ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ