ອະຣິຍະສັຈພາກຕົ້ນ
ໜ້າ/ 382
ຄໍາວ່າ ‘ຍັກແລະພາຍນໍ້າ’ ເປັນຊື່ແຫ່ງມາຕຸຄາມ, ຄໍາວ່າ ‘ທວນກະແສ’ ເປັນຊື່ແຫ່ງເນກຂັມມະ, ຄໍາວ່າ ‘ພະຍາຍາມດ້ວຍມືແລະຕີນ’, ເປັນຊື່ແຫ່ງການປາຣົບຄວາມພຽນ, ຄໍາວ່າ ‘ບຸຣຸສ ຜູ້ມີຈັກຂຸຢືນຢູ່ເທິງຝັ່ງ’ ເປັນຊື່ແຫ່ງຕະຖາຄົຕ ຜູ້ອະຣະຫັນຕະສັມມາສັມພຸດທະ ; ດັ່ງນີ້.
- ອິຕິວຸ. ຂຸ. ໒໕/໓໑໖/໒໘໙.
ພຣະພຸດທະອົງຄ໌ຊົງຊີ້ທຸກຂ໌ ແລະທາງດັບທຸກຂ໌ໄດ້ ກໍເພາະພຣະອົງຄ໌ຊົງຮູ້ຈັກດີ ຈົນເຖິງກັບເຮັດຄວາມຫຼຸດພົ້ນໃຫ້ພຣະອົງຄ໌ເອງໄດ້. ທຸກຂ໌ອັນບໍ່ຮູ້ຈັກສິ້ນສຸດຂອງໂລກນັ້ນພຣະອົງຄ໌ຫຼຸດພົ້ນໄດ້ສິ້ນເຊີງ ທັງຢ່າງຕໍ່າ ຢ່າງກາງ ແລະຢ່າງປານີດ. ໃນທຸກຂ໌ຢ່າງຕໍ່າໆ ຊຶ່ງເຮົາມັກຈົມກັນຢູ່ໂດຍແຈບໃຈ ຈະໄດ້ຍົກໂຕຢ່າງທີ່ ພຣະອົງຄ໌ຊົງນຳໄປຕຣັດໃຫ້ສະຕິພຣາມຜູ້ໜຶ່ງ ມາເປັນເຄື່ອງສາທົກດັ່ງຕໍ່ໄປນີ້ :-
ສ້ຽວສ່ວນນ້ອຍແງ່ໜຶ່ງຂອງຄວາມທຸກຂ໌ທີ່ພຣະອົງຄ໌ບໍ່ມີ
ພຣາມ ! ງົວ ໑໔ ໂຕຈະໄດ້ເສຍ ຫາບໍ່ພົບ ໖ ວັນມາແລ້ວແກ່ເຮົາກໍຫາບໍ່ໄດ້, ເພາະເຫຕນັ້ນແຫຼະພຣາມ ! ເຮົາຈຶ່ງເປັນຜູ້ມີຄວາມສຸຂ. ຕົ້ນງາໃນໄຮ່ຈະຫັກມຸ່ນ ມີໃບເຫຼືອພຽງ ໒ - ໓ ໃບແກ່ເຮົາ ກໍຫາບໍ່ໄດ້, ເພາະເຫຕນັ້ນແຫຼະ ພຣາມ ! ເຮົາຈຶ່ງເປັນຜູ້ມີຄວາມສຸຂ. ພວກໜູ ຈະກະໂດດໂລດເຕັ້ນ ໃນສານເລົ້າເປົ່າ ແກ່ເຮົາກໍຫາບໍ່ໄດ້, ເພາະເຫຕນັ້ນແຫຼະພຣາມ ! ເຮົາຈຶ່ງເປັນຜູ້ມີຄວາມສຸຂ. ທີ່ນອນຊຶ່ງປະຖິ້ມໄວ້ຕັ້ງ ໗ ເດືອນ (ບໍ່ໄດ້ຊໍາລະເພາະບໍ່ມີເວລາວ່າງພໍ) ເກື່ອນຢາຍໄປດ້ວຍໂຕສັຕນ້ອຍໆ ຈະມີແກ່ເຮົາ ກໍຫາບໍ່ໄດ້, ເພາະເຫຕນັ້ນແຫຼະພຣາມ ! ເຮົາຈຶ່ງເປັນຜູ້ມີຄວາມສຸຂ. ລູກນ້ອຍຍິງຊາຍຂອງລູກສາວ ທີ່ເປັນໝ້າຍ ມີລູກຕິດຄົນໜຶ່ງແດ່ ສອງຄົນແດ່ ຈະມີແກ່ເຮົາ ກໍຫາບໍ່ໄດ້, ເພາະເຫຕນັ້ນແຫຼະພຣາມ ! ເຮົາຈຶ່ງເປັນຜູ້ມີຄວາມສຸຂ. ໂຣຄາຜອມເຫຼືອງໂຕເປັນດັ່ງດ້ວຍເມັດງາ ຈະມີແກ່ເຮົາ ກໍຫາບໍ່ໄດ້, ເຮົາຈະຖືກປຸກດ້ວຍການຖີບ ເຕະທັງນອນຫຼັບ ກໍຫາບໍ່ໄດ້, ເພາະເຫຕນັ້ນແຫຼະພຣາມ ! ເຮົາຈຶ່ງເປັນຜູ້ມີຄວາມສຸຂ,
໕໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພວກເຈົ້າໜີ້ ທີ່ມາທວງໜີ້ແຕ່ເຊົ້າ ແຕ່ເດິກ ວ່າ “ຈົ່ງໃຊ້ ຈົ່ງໃຊ້” ຈະມີແກ່ເຮົາ ກໍຫາບໍ່ໄດ້, ເພາະເຫຕນັ້ນແຫຼະພຣາມ ! ເຮົາຈຶ່ງເປັນຜູ້ມີຄວາມສຸຂ ; ດັ່ງນີ້.
- ສະຄາ. ສັງ. ໑໕/໒໕໐/໖໖໙.
ການທີ່ພຣະອົງຄ໌ຈະຊົງຊີ້ທຸກຂ໌ ແລະທາງດັບທຸກຂ໌ໄດ້ ກໍເພາະພຣະອົງຄ໌ຊົງຄິດຄົ້ນຢ່າງຈິງຈັງ ບໍ່ແມ່ນມີໄດ້ດ້ວຍການນອນລໍຄອຍ ໃຫ້ມາປາກົດ ຫຼືແມ່່ນວ່າດ້ວຍການຟັງ ຫຼືການຮຽນຢ່າງຕື້ນໆຫຍາບໆ. ພຣະອົງຄ໌ຊົງໜ່າຍກາມຈົນຂີ້ດຽດຂີ້ໜ່າຍ ຈົນອຶດອັດ ເນື່ອງຈາກມອງເຫັນຄວາມຫຼົງທຸກຂ໌ເປັນສຸຂ ແລ້ວໝົກຈົມຢູ່ ຊຶ່ງເປັນການໃຊ້ເວລາຂອງຊີວິຕ ໃຫ້ໝົດເປືອງໄປໂດຍໄຮ້ປະໂຍຊນ໌.
ຊົງສະແຫວງຫາ
ຣາຊະກຸມາຣ ! ເມື່ອເຮົາຍັງເປັນໂພທິສັຕ ຍັງບໍ່ໄດ້ຕຣັສຮູ້ ກ່ອນແຕ່ການຕຣັສຮູ້ ໄດ້ເກີດຄວາມຮູ້ສຶກຂຶ້ນພາຍໃນໃຈ ວ່າ “ຊື່ວ່າຄວາມສຸຂແລ້ວ ໃຜໆຈະບັນລຸໄດ້ໂດຍ ງ່າຍເປັນບໍ່ມີ” ດັ່ງນີ້. ຄັນສະໄໝອື່ນອີກ ເຮົານັ້ນ ທັງທີ່ຍັງໜຸ່ມ ເກສາຍັງດໍາກ້ຽງຢູ່ ບໍຣິບູນດ້ວຍວັຍເຍົາ ອັນຈະເຣີນໃນປະຖົມມະວັຍ, ເມື່ອມານດາບິດາບໍ່ປາຖນາ ດ້ວຍ ກໍາລັງພາກັນຮ້ອງໄຫ້ ນໍ້າຕາອາບໜ້າຢູ່, ເຮົາໄດ້ໂກນຜົມແລະໜວດ ຄອງຜ້າຍ້ອມຝາດອອກຈາກເຮືອນ ບວດເປັນຜູ້ບໍ່ກ່ຽວຂ້ອງດ້ວຍເຮືອນແລ້ວ.
ເຮົານັ້ນ ຄັນບວດເຊັ່ນນີ້ແລ້ວ ສະແຫວງຫາຢູ່ ວ່າອັນໃດເປັນກຸສົລ ຄົ້ນຫາແຕ່ສິ່ງທີ່ປະເສີດ ຊະນິດທີ່ບໍ່ມີອັນໃດຍິ່ງໄປກວ່າ. ໄດ້ເຂົ້າໄປຫາອາລາຣະດາບົດ ຜູ້ກາລາມະໂຄດ.... ໄດ້ເຂົ້າໄປຫາອຸທະກະດາບົດ ຜູ້ຣາມະບຸຕ.... ໄດ້ຮຽນທັມນັ້ນໆ ໄດ້ວ່ອງໄວບໍ່ເຫິງ ບໍ່ດົນເລີຍ.... ໄດ້ເກີດຄວາມຮູ້ສຶກນີ້ວ່າ “ທັມນີ້ຈະໄດ້ເປັນໄປພ້ອມ
ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໕໓
ເພື່ອຄວາມໜ່າຍທຸກຂ໌ ຄວາມຄາຍກໍາໜັດ ຄວາມດັບ ຄວາມລະງັບ ຄວາມຮູ້ຍິ່ງຄວາມຮູ້ພ້ອມ ແລະນິພພານກໍຫາກບໍ່ແມ່ນ, ແຕ່ເປັນໄປພ້ອມພຽງເພື່ອການບັງເກີດໃນ ເນວະສັນຍານາສັນຍາຢະຕະນະພົບເທົ່ານັ້ນເອງ.” ເຮົາບໍ່ໄດ້ມີການຢຸດເຊົາສະເພາະແຕ່ທັມນັ້ນໆ ເມື່ອຍໜ່າຍຈາກທັມນັ້ນໆ ແລ້ວຫຼີກຜ່າຍອອກໄປເສຍ.








