ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ປຽບເໝືອນບຸຣຸສເດີນທາງໄກ ໄປພົບແມ່ນໍ້າໃຫຍ່ : ຝັ່ງຂ້າງນີ້ກໍເຕັມໄປດ້ວຍອັນຕະລາຍ ໜ້າລັງກຽດ ເປັນຕາຢ້ານ ຝັ່ງຂ້າງພຸ້ນປອດພັຍ. ແຕ່ເຮືອຫຼືຂົວສໍາລັບຂ້າມ ບໍ່ມີເພື່ອຈະຂ້າມໄປ. ເຂົາໄຄ່ຄວນເຫັນເຫຕນີ້ ແລ້ວຄິດສືບຕໍ່ໄປວ່າ “ຈັ່ງຊີ້ ເຮົາຕ້ອງລວບລວມຫຍ້າແຫ້ງ ໄມ້ແຫ້ງ ກິ່ງໄມ້ແລະໃບໄມ້ ມາມັດເປັນແພ ແລ້ວພະຍາຍາມເອົາດ້ວຍມືແລະຕີນ ກໍຈະຍ່ອມຂ້າມໄປໂດຍສະວັດດີພາບ” ບຸຣຸສນັ້ນ ຄັນເຮັດດັ່ງນັ້ນ ແລະຂ້າມໄປໄດ້ໂດຍສະວັດດີພາບແລ້ວ ລັງເລວ່າ “ແພນີ້ ມີອຸປະກາຣະແກ່ເຮົາຢ່າງຫຼາຍລົ້ນ ຖ້າຈັ່ງໃດ ເຮົາຈະເທີດທູນໄປດ້ວຍຫົວ ຫຼືແບກໄປດ້ວຍບ່າ ພາໄປດ້ວຍກັນ” ດັ່ງນີ້. ພິກຂຸ ທ. ! ພວກເຈົ້າຈະສໍາຄັນວ່າແນວໃດ : ບຸຣຸສນັ້ນ ຈະເຮັດປານນັ້ນຊັ້ນເບາະ ? “ພຣະອົງຄ໌ຜູ້ຈະເຣີນ ! ຂໍ້ນັ້ນຫາບໍ່ໄດ້”. ພິກຂຸ ທ. ! ເຂົາຄວນເຮັດແນວໃດ : ຖ້າຈັ່ງໃດເຂົາຈະຕ້ອງລາກມັນຂຶ້ນບົກ ຫຼືປ່ອຍໃຫ້ລອຍໄປໃນນໍ້າ, ສ່ວນເຂົາເອງ ກໍຫຼີກໄປຕາມປາຖນາ ເທົ່ານັ້ນເອງ : ນີ້ເຊັ່ນໃດ ; ທັມທີ່ເຮົາສະແດງແລ້ວ ກໍເພື່ອຮື້ຖອນຕົນອອກຈາກທຸກຂ໌ ບໍ່ແມ່ນເພື່ອໃຫ້ຢຶດຖືເອົາໄວ້ ປຽບໄດ້ກັບພວງແພ ກໍເຊັ່ນນັ້ນເໝືອນກັນ. ພິກຂຸ ທ. ! ເຈົ້າທັງຫຼາຍ ຜູ້ໄດ້ຟັງທັມອັນເຮົາສະແດງແລ້ວ ອັນປຽບດ້ວຍພວງແພ ຄວນລະທັມທັງຫຼາຍເສຍ ແລະຈະໃຫ້ເມື່ອຍກ່າວອິຫຍັງ ເຖິງສິ່ງບໍ່ແມ່ນທັມ.
- ມູ. ມ. ໑໒/໒໗໐/໒໘໐.
ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໔໗
ປຽບທຽບນັກຮຽນອະຣິຍະສັຈຈ໌ດ້ວຍໜູຕ່າງຈໍາພວກກັນ
ພິກຂຸ ທ. ! ໜູເຫຼົ່ານີ້ມີສີ່ຈໍາພວກ ຄື ໜູທີ່ຂຸດຮູ ແຕ່ບໍ່ຢູ່, ໜູທີ່ຢູ່ ແຕ່ບໍ່ໜູຂຸດຮູ, ໜູທີ່ບໍ່ຂຸດຮູ ແລະທັງບໍ່ຢູ່, ໜູທີ່ທັງຂຸດຮູ ແລະທັງຢູ່, ບຸຄຄົລສີ່ຈໍາພວກ ປຽບດ້ວຍໜູກໍເຊັ່ນນັ້ນເໝືອນກັນ ຄື ຄົນປຸກເຮືອນ ແຕ່ບໍ່ຢູ່, ຄົນຢູ່ ແຕ່ບໍ່ປຸກເຮືອນ, ຄົນບໍ່ປຸກເຮືອນ ແລະທັງບໍ່ຢູ່, ຄົນທັງປຸກເຮືອນ ແລະທັງຢູ່. ສີ່ຈໍາພວກເຫຼົ່ານີ້ ມີຢູ່ພ້ອມໃນໂລກ.
ພິກຂຸ ທ. ! ຄົນທີ່ປຸກເຮືອນ ແຕ່ບໍ່ຢູ່ ເປັນແນວໃດ ? ພິກຂຸ ທ. ! ຄົນບາງຄົນ ຮຽນປະຣິຍັດຕິທັມທີ່ເປັນສູຕ ເຄີຍຢະ ໄວຍາກອນ ຄາຖາ ອຸທານ ອິຕິວຸດຕະກະ ຊາດົກ ອັບພູຕະທັມ ເວທັນລະ໑ ແຕ່ເຂົາບໍ່ຮູ້ຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນ ເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ : ເຊັ່ນນີ້ແລເອີ້ນວ່າປຸກເຮືອນ ແຕ່ບໍ່ຢູ່ ; ເຮົາກ່າວວ່າ ປຽບໄດ້ກັບໜູທີ່ຂຸດຮູ ແລ້ວບໍ່ຢູ່.
ພິກຂຸ ທ. ! ຄົນຢູ່ແຕ່ບໍ່ປຸກເຮືອນນັ້ນ ເປັນແນວໃດ ? ພິກຂຸ ທ. ! ຄົນບາງຄົນ ບໍ່ໄດ້ຮຽນປະຣິຍັດຕິທັມ ທີ່ເປັນສູຕ ຯລຯ ເວທັນລະ ແຕ່ເຂົາເປັນຜູ້ຮູ້ຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ : ເຊັ່ນນີ້ແລ ເອີ້ນວ່າ ຢູ່ ແຕ່ບໍ່ປຸກເຮືອນ ; ເຮົາກ່າວວ່າ ປຽບກັນໄດ້ກັບໜູທີ່ຢູ່ ແຕ່ບໍ່ຂຸດຮູ.
ພິກຂຸ ທ. ! ຄົນບໍ່ປຸກເຮືອນແລະທັງບໍ່ຢູ່ນັ້ນ ເປັນແນວໃດ ? ພິກຂຸ ທ. ! ຄົນບາງຄົນບໍ່ໄດ້ຮຽນທັງປະຣິຍັດຕິທັມ ທີ່ເປັນສູຕຯລຯ ເວທັນລະ
໑. ຮຽນປະຣິຍັດຕິທັມຄົບ ໙ ຢ່າງເຊັ່ນນີ້ໄດ້ແກ່ຮຽນຈົບພຣະປະຣິຍັດຕິທັມ ຫຼືພຣະໄຕຼປິດົກສະໄໝນີ້.
໔໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ແລະທັງບໍ່ຮູ້ຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມ ດັບບໍ່ເຫຼືອຂອງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ : ເຊັ່ນນີ້ແລ ເອີ້ນວ່າ ບໍ່ປຸກເຮືອນ ແລະທັງບໍ່ຢູ່ ; ເຮົາກ່າວວ່າ ປຽບກັນໄດ້ກັບໜູທີ່ບໍ່ຂຸດຮູ ແລະທັງບໍ່ຢູ່.








