ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! (ເຄື່ອງເຮັດ) ຄວາມເປັນສະມະນະ ເປັນແນວໃດໜໍ ? ອະຣິຍະອັຕຖັງ ຄິກະມັຄຄະນີ້ ນັ້ນເອງ, ໄດ້ແກ່ : ສັມມາທິຕຖິ ສັມມາສັງກັບປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ : ນີ້ເອີ້ນວ່າ (ເຄື່ອງເຮັດ) ຄວາມເປັນສະມະນະ.

ພິກຂຸ ທ. ! ປະໂຍຊນ໌ແຫ່ງຄວາມເປັນສະມະນະ ເປັນແນວໃດໜໍ ? ພິກຂຸ ທ. ! ຄວາມດັບສິ້ນໄປແຫ່ງຣາຄະ ຄວາມດັບສິ້ນໄປແຫ່ງໂທສະ ຄວາມດັບສິ້ນໄປແຫ່ງໂມຫະ : ນີ້ເອີ້ນວ່າ ປະໂຍຊນ໌ແຫ່ງຄວາມເປັນສະມະນະ.

- ມຫາວາຣ. ສັງ. ໑໙/໓໐/໑໐໒-໑໐໔.

(ສໍາລັບ ເຄື່ອງເຮັດຄວາມເປັນພຣາມ ແລະ ປະໂຍຊນ໌ແຫ່ງຄວາມເປັນພຣາມ ກໍຕຣັດໄວ້ດ້ວຍຂໍ້ຄວາມ ເໝືອນກັນກັບໃນກໍລະນີ ແຫ່ງເຄື່ອງເຮັດຄວາມເປັນສະມະນະ ແລະປະໂຍຊນ໌ແຫ່ງຄວາມເປັນສະມະນະນັ້ນທຸກປະການ. - ໑໙/໓໑/໑໐໘-໑໑໐.)

ຖ້າມົວລໍໃຫ້ຮູ້ເລື່ອງທີ່ບໍ່ຈໍາເປັນເສຍກ່ອນ ກໍຕາຍຖິ້ມລ້າໆ

ມາລຸງກະຍະບຸຕ ! ຕະຖາຄົຕບໍ່ໄດ້ເວົ້າກັບເຈົ້າວ່າ ເຈົ້າຈົ່ງມາປະພຶດພຣົມມະຈັນຣຍ໌ໃນສໍານັກເຮົາ ເຮົາຈະພະຍາກອນແກ້ຄວາມເຫັນ ໑໐ ປະການ໑ ແກ່ເຈົ້າ

໑. ທິຕຖິທີ່ເປັນປັນຫາຖົກຖຽງກັນວ່າໂລກທ່ຽງ, ໂລກບໍ່ທ່ຽງ, ໂລກມີທີ່ສຸດ, ໂລກບໍ່ມີທີ່ສຸດ ຯລຯ

ເປັນຕົ້ນລວມ ໑໐ ຢ່າງ ຊຶ່ງເປັນບັນຫາດາດດື່ນ ມີຢູ່ຊະຊາຍໃນຍຸກພຸດທະກາລະ.

ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໔໕

ແລະທັງເຈົ້າກໍບໍ່ໄດ້ເວົ້າໄວ້ກັບເຮົາ ວ່າຂ້ານ້ອຍຈະປະພຶດພຣົມມະຈັນຣຍ໌ ໃນສໍານັກ ພຣະຜູ້ມີພຣະພາຄເຈົ້າ, ພຣະຜູ້ມີພຣະພາຄເຈົ້າ ຈົ່ງພະຍາກອນແກ້ທິຕຖິຄວາມເຫັນ ໑໐ ປະການແກ່ຂ້ານ້ອຍ. ເມື່ອເປັນເຊັ່ນນີ້ ໃຜເດ໋ ໂມຄະບຸຣຸສ ! ທີ່ຈະບອກຄືນພຣົມມະຈັນຣຍ໌ແກ່ໃຜ. ມາລຸງກະຍະບຸຕ ! ເຖິງຜູ້ໃດກ່າວວ່າ ເຮົາຈະຍັງບໍ່ປະ ພຶດພຣົມມະຈັນຣຍ໌ ໃນສໍານັກພຣະຜູ້ມີພຣະພາຄເຈົ້າ ຈົນກວ່າພຣະອົງຄ໌ຈະແກ້ບັນຫາທິຕຖິ ໑໐ ແກ່ເຮົາເສຍກ່ອນກໍຕາມ ຕະຖາຄົຕ ກໍບໍ່ພະຍາກອນບັນຫາທິຕຖິ ໑໐ ນັ້ນຢູ່ນັ້ນເອງ ແລະເຂົາກໍຕາຍເປົ່າໂດຍແທ້.

ມາລຸງກະຍະບຸຕ ! ປຽບເໝືອນບຸຣຸສຜູ້ໜຶ່ງ ຖືກລູກສອນອັນອາບດ້ວຍຢາພິດຢ່າງຮ້າຍແຮງ ມິຕ ອາມາດ ຍາດສາຍໂລຫິຕ ຈັດການຫາແພດຜ່າຕັດຜູ້ຊໍານານມາ. ບຸຣຸສນັ້ນກ່າວເສຍດັ່ງນີ້ວ່າ ເຮົາຍັງບໍ່ຮູ້ຈັກໂຕບຸຣຸສຜູ້ຍິງເຮົາ ວ່າເປັນກະສັດ ພຣາມ ເວດ ສູດ ຊື່ຫຍັງ ໂຄດຫຍັງ ຯລຯ ທະນູທີ່ໃຊ້ຍິງນັ້ນເປັນຊະນິດໜ້າໄມ້ ຫຼືເຄືອເຂົາ ຯລຯ (ເປັນຕົ້ນ) ເສຍກ່ອນແລ້ວ ເຮົາຍັງບໍ່ຕ້ອງການຈະຖອນລູກສອນຢູ່ພຽງນັ້ນ.

ມາລຸງກະຍະບຸຕ ! ເຂົາບໍ່ອາດຮູ້ຂໍ້ຄວາມທີ່ເຂົາຢາກຮູ້ນັ້ນໄດ້ເລີຍ ຕ້ອງຕາຍເປັນແທ້ ! ອຸປະມານີ້ເຊັ່ນໃດ ອຸປະໄມກໍເຊັ່ນນັ້ນເໝືອນກັນ, ບຸຄຄົລຜູ້ກ່າວວ່າ ເຮົາຈະຍັງບໍ່ປະພຶດພຣົມມະຈັນຣຍ໌ ໃນສໍານັກພຣະຜູ້ມີພຣະພາຄເຈົ້າ ຈົນກວ່າພຣະອົງຄ໌ ຈະແກ້ບັນຫາທິຕຖິ ໑໐ ແກ່ເຮົາເສຍກ່ອນ, ແລະຕະຖາຄົຕ ກໍບໍ່ພະຍາກອນປັນຫານັ້ນແກ່ເຂົາ ເຂົາກໍຕາຍເປົ່າໂດຍແທ້...

ມາລຸງກະຍະບຸຕ ! ເຈົ້າຈົ່ງຮັບຮູ້ສິ່ງທີ່ເຮົາບໍ່ພະຍາກອນໄວ້ ໂດຍຄວາມເປັນສິ່ງທີ່ເຮົາບໍ່ພະຍາກອນ. ຮັບຮູ້ສິ່ງທີ່ເຮົາພະຍາກອນໄວ້ ໂດຍຄວາມເປັນສິ່ງທີ່ເຮົາພະຍາກອນ. ອັນໃດໜໍທີ່ເຮົາບໍ່ພະຍາກອນ ? ຄືຄວາມເຫັນສິບປະການ ວ່າໂລກທ່ຽງ ຯລຯ (ເປັນຕົ້ນ) ເປັນສິ່ງທີ່ເຮົາບໍ່ພະຍາກອນ ຯລຯ. ມາລຸງກະຍະບຸຕ ! ອັນໃດໜໍ ທີ່ເຮົາພະຍາກອນ ? ຄືສັຈຈະວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌,

໔໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ : ນີ້ເປັນສິ່ງທີ່ເຮົາພະຍາກອນ. ເຫຕໃດ ເຮົາຈຶ່ງພະຍາກອນໜໍ ? ເພາະສິ່ງໆນີ້ ຍ່ອມປະກອບດ້ວຍປະໂຍຊນ໌ ເປັນເບື້ອງຕົ້ນຂອງພຣົມມະຈັນຣຍ໌ ເປັນໄປພ້ອມເພື່ອຄວາມໜ່າຍທຸກຂ໌ ຄວາມຄາຍກໍາໜັດ ຄວາມດັບ ຄວາມລະງັບຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ແລະນິພພານ.

- ມ. ມ. ໑໓/໑໔໗,໑໕໑/໑໔໙-໑໕໐,໑໕໒.

ຢ່າຢຶດຖືຕິດແໜ້ນໃນທັມແຕ່ຈົ່ງໃຊ້ພຽງເປັນເຄື່ອງມື

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ