ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ກຸລະບຸຕທັງຫຼາຍ ໃນກາລຍືດຍາວດົນຝ່າຍອະດີຕ ໄດ້ອອກຈາກເຮືອນບວດແລ້ວ ເປັນຜູ້ບໍ່ກ່ຽວຂ້ອງດ້ວຍເຮືອນໂດຍຊອບ, ກຸລະບຸຕທັງໝົດນັ້ນ ໄດ້ບວດແລ້ວ ເພື່ອການຮູ້ຍິ່ງຕາມເປັນຈິງ ຊຶ່ງຄວາມຈິງອັນປະເສີດສີ່ຢ່າງ. ພິກຂຸ ທ. ! ກຸລະບຸຕທັງຫຼາຍ ໃນກາລຍືດຍາວຝ່າຍອະນາຄົຕ ຈະອອກຈາກເຮືອນ ບວດແລ້ວ ເປັນຜູ້ບໍ່ກ່ຽວຂ້ອງດ້ວຍເຮືອນໂດຍຊອບ, ກຸລະບຸຕທັງໝົດນັ້ນ ກໍຈະບວດ ເພື່ອການຮູ້ຍິ່ງຕາມເປັນຈິງ ຊຶ່ງຄວາມຈິງອັນປະເສີດສີ່ຢ່າງ. ພິກຂຸ ທ. ! ກຸລະບຸຕທັງຫຼາຍ ໃນກາລະເປັນປັຈຈຸບັນນີ້ ກໍອອກຈາກເຮືອນ ບວດຢູ່ ເປັນຜູ້ບໍ່ກ່ຽວຂ້ອງດ້ວຍເຮືອນໂດຍຊອບ, ກຸລະບຸຕທັງໝົດນັ້ນ ບວດຢູ່ ເພື່ອການຮູ້ຍິ່ງຕາມເປັນຈິງ ຊຶ່ງຄວາມຈິງອັນປະເສີດສີ່ຢ່າງ. ສີ່ຢ່າງເຫຼົ່າໃດໜໍ ? ສີ່ຢ່າງຄື ຄວາມຈິງອັນປະເສີດ ເລື່ອງທຸກຂ໌, ເລື່ອງເຫຕໃຫ້ເກີດແຫ່ງທຸກຂ໌, ເລື່ອງຄວາມດັບບໍ່ເຫຼືອທຸກຂ໌ ແລະເລື່ອງທາງດຳເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.

ພິກຂຸ ທ. ! ເພາະເຫຕນັ້ນ ໃນກໍລະນີນີ້ ພວກເຈົ້າ ຕ້ອງຕັ້ງຄວາມພຽນ ເພື່ອໃຫ້ຮູ້ຕາມເປັນຈິງ ວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ເຖີ້ນ.

- ມະຫາວາຣະ. ສັງ. ໑໙/໕໒໑/໑໖໕໖.

ບໍ່ຮູ້ອະຣິຍະສັຈຈ໌ ກໍຍັງບໍ່ເປັນສະມະນະພຣາມທີ່ແທ້

ພິກຂຸ ທ. ! ສະມະນະຫຼືພຣາມກໍຕາມ ເຫຼົ່າໃດເຫຼົ່າໜຶ່ງຍ່ອມ ບໍ່ຮູ້ແຈ້ງຕາມເປັນຈິງວ່າ “ນີ້ຄວາມທຸກຂ໌, ນີ້ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ນີ້ຄວາມດັບບໍ່ເຫຼືອແຫ່ງທຸກຂ໌,

ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໔໓

ນີ້ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ ; ພິກຂຸ ທ. ! ສະມະນະຫຼືພຣາມເຫຼົ່ານັ້ນ ບໍ່ແມ່ນຜູ້ທີ່ຄວນໄດ້ຮັບການສົມມຸດ ວ່າເປັນສະມະນະໃນໝູ່ສະມະນະ ບໍ່ແມ່ນຜູ້ທີ່ຄວນໄດ້ຮັບການສົມມຸດ ວ່າເປັນພຣາມໃນໝູ່ພຣາມ. ອີກຢ່າງໜຶ່ງ ບຸຄຄົລຜູ້ບໍ່ຮູ້ເຫຼົ່ານັ້ນ ຈະໄດ້ເຮັດໃຫ້ແຈ້ງ ຊຶ່ງປະໂຍຊນ໌ແຫ່ງຄວາມເປັນສະມະນະ ຫຼືປະໂຍຊນ໌ແຫ່ງຄວາມເປັນພຣາມ ດ້ວຍປັນຍາອັນຍິ່ງເອງ ໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່ກໍຫາບໍ່ໄດ້.

ພິກຂຸ ທ. ! ສ່ວນສະມະນະຫຼືພຣາມກໍຕາມ ເຫຼົ່າໃດເຫຼົ່າໜຶ່ງ ຍ່ອມຮູ້ແຈ່ມແຈ້ງຕາມເປັນຈິງວ່າ “ນີ້ທຸກຂ໌, ນີ້ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ນີ້ຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ ; ພິກຂຸ ທ. ! ສະມະນະຫຼືພຣາມເຫຼົ່ານັ້ນແລ ຍ່ອມເປັນຜູ້ຄວນໄດ້ຮັບການສົມມຸດ ວ່າເປັນສະມະນະໃນໝູ່ສະມະນະ ຍ່ອມເປັນຜູ້ຄວນໄດ້ຮັບການສົມມຸດ ວ່າເປັນພຣາມໃນໝູ່ພຣາມ ອີກຢ່າງໜຶ່ງ ບຸຄຄົລ ຜູ້ຮູ້ແຈ່ມແຈ້ງຕາມຄວາມເປັນຈິງເຫຼົ່ານັ້ນ ຍ່ອມເຮັດໃຫ້ແຈ້ງ ຊຶ່ງປະໂຍຊນ໌ແຫ່ງຄວາມເປັນສະມະນະ ຫຼືປະໂຍຊນ໌ແຫ່ງຄວາມເປັນ ພຣາມ ດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່ໄດ້ໂດຍແທ້.

(ພຣະຜູ້ມີພຣະພາຄ ໄດ້ຕຣັດໄວຍາກອນພາສິຕນີ້ແລ້ວ ພຣະອົງຄ໌ຜູ້ສຸຄົຕສາສດາ ໄດ້ຕຣັດຄໍາປະພັນຕໍ່ໄປອີກວ່າ :-)

“ຊົນເຫຼົ່າໃດ ບໍ່ຮູ້ທົ່ວເຖິງຊຶ່ງທຸກຂ໌ ແລະເຫຕເກີດແຫ່ງທຸກຂ໌ ແລະ

ທັມເປັນບ່ອນດັບແຫ່ງທຸກຂ໌ທັງປວງໂດຍບໍ່ເຫຼືອ ແລະຫົນທາງເປັນທີ່ເຖິງຊຶ່ງ

ຄວາມເຂົ້າໄປ ສະງົບແຫ່ງທຸກຂ໌ ; ຊົນເຫຼົ່ານັ້ນ ພາດແລ້ວຈາກເຈໂຕວິມຸຕຕິ

ແລະປັນຍາວິມຸຕຕິ ບໍ່ສົມຄວນທີ່ຈະເຮັດທີ່ສຸດແຫ່ງທຸກຂ໌ ມີແຕ່ຈະເຂົ້າເຖິງ

ຊຶ່ງ ຊາດ ແລະຊະຣາ.

໔໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ສ່ວນຊົນເຫຼົ່າໃດ ຮູ້ທົ່ວເຖິງຊຶ່ງທຸກຂ໌ ແລະເຫຕເກີດແຫ່ງທຸກຂ໌ ແລະ

ທັມເປັນບ່ອນດັບແຫ່ງທຸກຂ໌ທັງປວງໂດຍບໍ່ເຫຼືອ ແລະຫົນທາງເປັນທີ່ເຖິງຊຶ່ງ

ຄວາມເຂົ້າໄປສະງົບແຫ່ງທຸກຂ໌ ; ຊົນເຫຼົ່ານັ້ນ ເຖິງພ້ອມແລ້ວດ້ວຍເຈໂຕວິມຸຕຕິ

ແລະປັນຍາວິມຸຕຕິ ສົມຄວນທີ່ຈະເຮັດທີ່ສຸດແຫ່ງທຸກຂ໌ ບໍ່ເຂົ້າເຖິງຊຶ່ງ ຊາດ

ແລະຊະຣາ”.

- ມະຫາວາຣະ. ສັງ. ໑໙/໕໔໒/໑໗໐໐-໑໗໐໒.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ