ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ເຂົາຈຶ່ງໃສ່ຫຍ້າແຫ້ງ ຂີ້ງົວແຫ້ງ ໄມ້ແຫ້ງ ເອົາປາກເປົ່າ ແລະບໍ່ໂຮຍຝຸ່ນລົງໄປ ໃນກອງໄຟໃຫຍ່ນັ້ນ ບຸຣຸສນັ້ນສາມາດຈະດັບໄຟກອງໃຫຍ່ ໄດ້ຫຼືໜໍ ?

“ບໍ່ໄດ້ເລີຍ ຂ້ານ້ອຍ !”

ເຊັ່ນນັ້ນເໝືອນກັນພິກຂຸທັງຫຼາຍ ສະໄໝໃດຈິຕຟຸ້ງຊ້ານ ສະໄໝນັ້ນ ບໍ່ແມ່ນກາລະ ເພື່ອຈະເຣີນທັມມະວິຈະຢະສັມໂພຊຊົງຄ໌ ບໍ່ແມ່ນກາລະເພື່ອຈະເຣີນວິຣິຢະສັມໂພຊຊົງຄ໌ ບໍ່ແມ່ນກາລະເພື່ອຈະເຣີນປີຕິສັມໂພຊຊົງຄ໌ ຂໍ້ນັ້ນເພາະເຫຕໃດ ? ເພາະຈິຕຟຸ້ງຊ້ານ ຈິຕທີ່ຟຸ້ງຊ້ານນັ້ນ ຍາກທີ່ຈະໃຫ້ສະງົບໄດ້ດ້ວຍທັມເຫຼົ່ານັ້ນ.

ດູຣາພິກຂຸ ທ. ! ກໍສະໄໝໃດ ຈິຕຟຸ້ງຊ້ານ ສະໄໝນັ້ນ ເປັນກາລະເພື່ອຈະເຣີນ ປັສສັທທິສັມໂພຊຊົງຄ໌ ເປັນກາລະເພື່ອຈະເຣີນສະມາທິສັມໂພຊຊົງຄ໌ ເປັນກາລະເພື່ອຈະເຣີນອຸເປກຂາສັມໂພຊຊົງຄ໌ ຂໍ້ນັ້ນເພາະເຫຕໃດ ? ເພາະຈິຕຟຸ້ງຊ້ານ ຈິຕທີ່ຟຸ້ງຊ້ານນັ້ນ ໃຫ້ສະງົບໄດ້ງ່າຍດ້ວຍທັມເຫຼົ່ານັ້ນ ປຽບເໝືອນບຸຣຸສຕ້ອງການຈະດັບໄຟກອງໃຫຍ່ ເຂົາຈຶ່ງໃສ່ຫຍ້າດິບ ຂີ້ງົວປຽກ ໄມ້ດິບ ພົ່ນນໍ້າ ແລະໂຮຍຝຸ່ນລົງໃນກອງໄຟໃຫຍ່ນັ້ນ ບຸຣຸສນັ້ນ ຈະສາມາດດັບກອງໄຟກອງໃຫຍ່ນັ້ນ ໄດ້ຫຼືໜໍ ?

“ໄດ້ ຂ້ານ້ອຍ !”

ເຊັ່ນນັ້ນເໝືອນກັນພິກຂຸທັງຫຼາຍ ສະໄໝໃດ ຈິຕຟຸ້ງຊ້ານ ສະໄໝນັ້ນ ເປັນກາລະ ເພື່ອຈະເຣີນປັສສັທທິສັມໂພຊຊົງຄ໌ ເປັນກາລະເພື່ອຈະເຣີນສະມາທິສັມໂພຊຊົງຄ໌ ເປັນກາລະເພື່ອຈະເຣີນອຸເປກຂາສັມໂພຊຊົງຄ໌ ຂໍ້ນັ້ນເພາະເຫຕໃດ ? ເພາະຈິຕ ຟຸ້ງຊ້ານ ຈິຕທີ່ຟຸ້ງຊ້ານນັ້ນ ໃຫ້ສະງົບໄດ້ງ່າຍດ້ວຍທັມເຫຼົ່ານັ້ນ ດູຣາພິກຂຸ ທ. ! ເຮົາກ່າວ “ສະຕິ” ແລ ວ່າມີປະໂຍຊນ໌ໃນທີ່ທັງປວງ.

- ມຫາວາຣ. ສັງ. ໑໙/໑໕໕/໕໖໘.

(໑໖) ອະຣິຍະສັຈຈ໌ຈາກພຣະໂອຕຖະ

ໂພຊຊົງຄ໌ ໗ ອາໄສແລ້ວເປັນ ໑໔

ດູຣາພິກຂຸ ທ. ! ກໍປະຣິຍາຍທີ່ໂພຊຊົງຄ໌ ໗ ອາໄສແລ້ວເປັນ ໑໔ ຢ່າງ ເປັນແນວໃດໜໍ ?

ດູຣາພິກຂຸ ທ. ! ແມ່ນວ່າສະຕິໃນທັມທັງຫຼາຍໃນພາຍໃນ ກໍເປັນສະຕິສັມໂພຊຊົງຄ໌ ແມ່ນວ່າສະຕິໃນທັມທັງຫຼາຍໃນພາຍນອກ ກໍເປັນສະຕິສັມໂພຊຊົງຄ໌ ຄໍາວ່າສະຕິສັມໂພຊຊົງຄ໌ ດັ່ງນີ້ ຍ່ອມມາສູ່ອຸດເທສະ ແມ່ນວ່າໂດຍປະຣິຍາຍນີ້ ສະຕິສັມໂພຊຊົງຄ໌ ກໍເປັນ ໒ ຢ່າງ.

ດູຣາພິກຂຸ ທ. ! ແມ່ນວ່າທັມທັງຫຼາຍໃນພາຍໃນ ທີ່ບຸຄຄົລເລືອກໄຈ້ກວດກາ ເຖິງຄວາມພິນິດພິຈາຣະນາດ້ວຍປັນຍາ ກໍເປັນທັມມະວິຈະຢະສັມໂພຊຊົງຄ໌ ແມ່ນວ່າທັມທັງຫຼາຍໃນພາຍນອກ ທີ່ບຸຄຄົລເລືອກໄຈ້ກວດກາ ເຖິງຄວາມພິນິດພິຈາຣະນາດ້ວຍປັນຍາ ກໍເປັນທັມມະວິຈະຢະສັມໂພຊຊົງຄ໌ ຄໍາວ່າທັມມະວິຈະຢະສັມໂພຊຊົງຄ໌ ດັ່ງນີ້ ຍ່ອມມາສູ່ອຸດເທສະ ແມ່ນວ່າໂດຍປະຣິຍາຍນີ້ ທັມມະວິຈະຢະສັມໂພຊຊົງຄ໌ ກໍເປັນ ໒ ຢ່າງ.

ດູຣາພິກຂຸ ທ. ! ແມ່ນວ່າຄວາມພຽນທາງກາຍ ກໍເປັນວິຣິຢະສັມໂພຊຊົງຄ໌ ແມ່ນວ່າຄວາມພຽນທາງຈິຕ ກໍເປັນວິຣິຢະສັມໂພຊຊົງຄ໌ ຄໍາວ່າ ວິຣິຢະສັມໂພຊຊົງຄ໌ ດັ່ງນີ້ ຍ່ອມມາສູ່ອຸດເທສະ ແມ່ນວ່າໂດຍປະຣິຍາຍນີ້ ວິຣິຢະສັມໂພຊຊົງຄ໌ ກໍເປັນ ໒ ຢ່າງ.

ດູຣາພິກຂຸ ທ. ! ແມ່ນວ່າປີຕິທີ່ມີວິຕົກວິຈາຣ ກໍເປັນປີຕິສັມໂພຊຊົງຄ໌ ແມ່ນວ່າປີຕິທີ່ບໍ່ມີວິຕົກວິຈາຣ ກໍເປັນປີຕິສັມໂພຊຊົງຄ໌ ຄໍາ ວ່າປີຕິສັມໂພຊຊົງຄ໌ ດັ່ງນີ້ຍ່ອມມາສູ່ອຸດເທສະ ແມ່ນວ່າໂດຍປະຣິຍາຍນີ້ ປີຕິສັມໂພຊຊົງຄ໌ ກໍເປັນ ໒ ຢ່າງ.

ດູຣາພິກຂຸ ທ. ! ແມ່ນວ່າຄວາມສະງົບກາຍ ກໍເປັນປັສສັທທິສັມໂພຊຊົງຄ໌ ແມ່ນວ່າສະຫງົບຈິຕ ກໍເປັນປັສສັທທິສັມໂພຊຊົງຄ໌ ຄໍາວ່າ ປັສສັທທິສັມໂພຊຊົງຄ໌ ດັ່ງນີ້ ຍ່ອມມາສູ່ອຸດເທສະ ແມ່ນວ່າ

ພາກຕື່ມ (໑໗)

ໂດຍປະຣິຍາຍນີ້ ປັສສັທທິສັມໂພຊຊົງຄ໌ ກໍເປັນ ໒ ຢ່າງ.

ດູຣາພິກຂຸ ທ. ! ແມ່ນວ່າສະມາທິທີ່ມີວິຕົກວິຈາຣ ກໍເປັນສະມາທິສັມໂພຊຊົງຄ໌ ແມ່ນວ່າສະມາທິທີ່ບໍ່ມີວິຕົກວິຈາຣ ກໍເປັນສະມາທິສັມໂພຊຊົງຄ໌ ຄໍາວ່າ ສະມາທິສັມໂພຊຊົງຄ໌ ດັ່ງນີ້ ຍ່ອມມາສູ່ອຸດເທສະ ແມ່ນວ່າໂດຍປະຣິຍາຍນີ້ ສະມາທິສັມໂພຊຊົງຄ໌ ກໍເປັນ ໒ ຢ່າງ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ