ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ດູຣາພິກຂຸ ທ. ! ແມ່ນວ່າ ຄວາມວາງເສີຍໃນທັມທັງຫຼາຍໃນພາຍໃນ ກໍເປັນອຸເປກຂາສັມໂພຊຊົງຄ໌ ແມ່ນວ່າຄວາມວາງເສີຍໃນທັມທັງຫຼາຍໃນພາຍນອກ ກໍເປັນອຸເປກຂາສັມໂພຊຊົງຄ໌ ຄໍາວ່າ ອຸເປກຂາສັມໂພຊຊົງຄ໌ ດັ່ງນີ້ ຍ່ອມມາສູ່ອຸດເທສະ ແມ່ນວ່າໂດຍປະຣິຍາຍນີ້ ອຸເປກຂາສັມໂພຊຊົງຄ໌ ກໍເປັນ ໒ ຢ່າງ.

ດູຣາພິກຂຸ ທ. ! ປະຣິຍາຍນີ້ແລ ທີ່ ໂພຊຊົງຄ໌ ໗ ອາໄສແລ້ວເປັນ ໑໔ ຢ່າງ.

- ມຫາວາຣ. ສັງ. ໑໙/໑໕໔/໕໕໙.

ຕະຖາຄົຕເທົ່ານັ້ນທີ່ພະຍາກອນບໍ່ຜິດພາດ

ສະໄໝໜຶ່ງ ພຣະຜູ້ມີພຣະພາຄ ປະທັບຢູ່ທີ່ພຣະວິຫາຣະເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ໃກ້ພຣະນະຄອນສາວັຕຖີ ຄັ້ງນັ້ນແລ ເວລາເຊົ້າ ທ່ານພຣະອານົນທ໌ນຸ່ງແລ້ວ ຖືບາຕແລະຈີວອນ ເຂົ້າໄປຍັງບ່ອນຢູ່ຂອງມິຄະສາລາອຸປາສິກາ ແລ້ວນັ່ງເທິງອາສະນະທີ່ເຂົາປູຖວາຍ ຄັ້ງນັ້ນ ມິຄະສາລາອຸປາສິກາ ເຂົ້າໄປຫາທ່ານພຣະອານົນທ໌ ຂາບໄຫວ້ແລ້ວ ນັ່ງບ່ອນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ຖາມທ່ານພຣະອານົນທ໌ວ່າ ຂ້າແຕ່ທ່ານພຣະອານົນທ໌.......... ບິດາຂອງຂ້ານ້ອຍ ຊື່ປຸຣານະ ເປັນຜູ້ປະພຶດພຣົມມະຈັນຣຍ໌ ປະພຶດຫ່າງໄກ ງົດເວັ້ນເມຖຸນ ອັນເປັນທັມຂອງຊາວບ້ານ ທ່ານທໍາກາລະແລ້ວ

(໑໘) ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພຣະຜູ້ມີພຣະພາຄ ຊົງພະຍາກອນວ່າ ເປັນສະກະທາຄາມີບຸຄຄົລ.......... ບຸຣຸສຊື່ ອິສິທັຕຕະ ຜູ້ເປັນທີ່ຮັກຂອງບິດາຂອງຜູ້ຂ້າ ບໍ່ເປັນຜູ້ປະພຶດພຣົມມະຈັນຣຍ໌ (ແຕ່) ຍິນດີດ້ວຍພັນຣະຍາຂອງຕົນ ແມ່ນວ່າເຂົາທໍາກາລະແລ້ວ ພຣະຜູ້ມີພຣະພາຄ ກໍຊົງພະຍາກອນວ່າ ເປັນສະກະທາຄາມີບຸຄຄົລ.......... ທັມນີ້ທີ່ພຣະຜູ້ມີພຣະພາຄ ຊົງສະແດງແລ້ວ ອັນເປັນເຫຕໃຫ້ຄົນສອງຄົນ ຄື ຄົນໜຶ່ງປະພຶດພຣົມມະຈັນຣຍ໌ ຄົນໜຶ່ງບໍ່ປະພຶດພຣົມມະຈັນຣຍ໌ ຈະເປັນຜູ້ມີຄະຕິສະເໝີເທົ່າກັນ ໃນສັມປະຣາຍະພົບໄດ້ແນວໃດ..........

ທ່ານພຣະອານົນທ໌ກ່າວວ່າ ດູຣານ້ອງຍິງ ! ກໍຂໍ້ນີ້ ພຣະຜູ້ມີພຣະພາຄ ຊົງພະຍາກອນ ໄວ້ເຊັ່ນນັ້ນ..........

ພຣະຜູ້ມີພຣະພາຄຕຣັດວ່າ ດູຣາອານົນທ໌ ! ກໍມິຄະສາລາອຸປາສິກາ ເປັນພາລະ ບໍ່ສະຫຼາດ ເປັນຄົນຕາບອດ ມີປັນຍາປຶກ ເປັນເຊັ່ນໃດ ແລະພຣະສັມມາສັມພຸດທະເຈົ້າ ເປັນເຊັ່ນໃດ ໃນຍານເຄື່ອງກໍານົດຮູ້ຄວາມຍິ່ງ (ລື່ນ) ແລະຢ່ອນ (ຫຼຸດ) ແຫ່ງອິນຊີຂອງບຸຄຄົລ..... ເພາະກະແສແຫ່ງທັມ ຍ່ອມຖືກຕ້ອງບຸຄຄົລນີ້ ໃຜເດ໋ຈະຍ່ອມຮູ້ເຫຕນັ້ນໄດ້ ນອກຈາກຕະຖາຄົຕ ດູຣາອານົນທ໌ ! ເພາະເຫຕນັ້ນແຫຼະ ເຈົ້າທັງຫຼາຍ ຢ່າໄດ້ເປັນຜູ້ມັກປະມານໃນບຸຄຄົລ ແລະຢ່າໄດ້ຖືປະມານໃນບຸຄຄົລ ເພາະຜູ້ຖືປະມານໃນບຸຄຄົລ ຍ່ອມທໍາລາຍຄຸນວິເສດຂອງຕົນ ເຮົາ ຫຼື ຜູ້ທີ່ເໝືອນເຮົາ ຍ່ອມຖືປະມານໃນບຸຄຄົລໄດ້

- ທສກ. ອັງ. ໒໔/໑໔໗/໗໕.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ