ອະຣິຍະສັຈພາກຕົ້ນ
ໜ້າ/ 382
ດູຣາພິກຂຸ ທ. ! ເພາະເຫຕນັ້ນແຫຼະ ເຈົ້າທັງຫຼາຍຕ້ອງສຶກສາດັ່ງນີ້ ວ່າ ກາຢະຄະຕາສະຕິ ຈະເປັນຂອງອັນເຮົາຈະເຣີນແລ້ວ ຝຶກຝົນໃຫ້ຫຼາຍແລ້ວ ຝຶກໃຫ້ເປັນດັ່ງຍານ ຝຶກໃຫ້ເປັນທີ່ຕັ້ງ ເຮັດບໍ່ຢຸດ ສັ່ງສົມແລ້ວ ປາຣົບດີແລ້ວ ດູຣາພິກຂຸ ທ. ! ເຈົ້າທັງຫຼາຍຈົ່ງສຶກສາ ດັ່ງນີ້ແລ.
- ມຫາວາຣ. ສັງ. ໑໙/໒໖໖/໗໖໓.
ພາກຕື່ມ (໑໓)
ໂພຊຊົງຄ໌ແກ້ຈິຕຫົດຫູ່ແລະຈິຕຟຸ້ງຊ້ານ
ຄັ້ງນັ້ນ ພິກຂຸໝູ່ໃຫຍ່ເວລາເຊົ້ານຸ່ງແລ້ວ ຖືບາຕແລະຈີວອນເຂົ້າໄປບິນທະບາຕ ຍັງພຣະນະຄອນສາວັຕຖີ (ຄວາມຕໍ່ໄປເໝືອນປະຣິຍາຍສູຕຂໍ້ ໕໔໗-໕໕໐) ພຣະຜູ້ມີພຣະພາຄຕຣັດວ່າ ດູຣາພິກຂຸ ທ. ! ພວກອັນຍະເດຍຣະຖີປະຣິບພາຊົກ ຜູ້ມີວາທະເຊັ່ນນີ້ ຄວນເປັນຜູ້ອັນເຈົ້າທັງຫຼາຍ ຍ່ອມຖາມດັ່ງນີ້ວ່າ ດູຣາປະຣິບພາຊົກ ທ. ! ສະໄໝໃດຈິຕຫົດຫູ່ ສະໄໝນັ້ນ ບໍ່ແມ່ນກາລະເພື່ອຈະເຣີນໂພຊຊົງຄ໌ເຫຼົ່າໃດ ເປັນກາລະເພື່ອຈະເຣີນໂພຊຊົງຄ໌ເຫຼົ່າໃດ ? ສະໄໝໃດຈິຕຟຸ້ງຊ້ານ ສະໄໝນັ້ນ ບໍ່ແມ່ນກາລະເພື່ອຈະເຣີນໂພຊຊົງຄ໌ເຫຼົ່າໃດ ເປັນກາລະເພື່ອຈະເຣີນໂພຊຊົງຄ໌ເຫຼົ່າໃດ ? ພວກອັນຍະເດຍຣະຖີປະຣິບພາຊົກ ຖືກເຈົ້າທັງຫຼາຍຖາມເຊັ່ນນີ້ແລ້ວ ຈະແກ້ບໍ່ໄດ້ເລີຍ ແລະຈະເຖິງຄວາມອຶດອັດຢ່າງຍິ່ງ ຂໍ້ນັ້ນເພາະເຫຕໃດ ? ເພາະເປັນປັນຫາ ທີ່ຖາມໃນຖານະບໍ່ແມ່ນວິໄສ ດູຣາພິກຂຸ ທ. ! ເຮົາຍັງບໍ່ແລເຫັນບຸຄຄົລ ໃນໂລກ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ ໃນໝູ່ສັຕພ້ອມທັງສະມະນະ ພຣາມ ເທວະດາ ແລະມະນຸສສ໌ ທີ່ຈະຍັງຈິຕໃຫ້ຍິນດີ ດ້ວຍການແກ້ບັນຫາເຫຼົ່ານີ້ ເວັ້ນເສຍຈາກ ຕະຖາຄົຕ ສາວົກຂອງຕະຖາຄົຕ ຫຼືຜູ້ທີ່ຟັງຈາກຕະຖາຄົຕ ຫຼືຈາກສາວົກຂອງຕະຖາຄົຕນັ້ນ.
ດູຣາພິກຂຸ ທ. ! ກໍສະໄໝໃດຈິຕຫົດຫູ່ ສະໄໝນັ້ນ ບໍ່ແມ່ນກາລະເພື່ອຈະເຣີນ ປັສສັທທິສັມໂພຊຊົງຄ໌ ບໍ່ແມ່ນກາລະເພື່ອຈະເຣີນສະມາທິສັມໂພຊຊົງຄ໌ ບໍ່ແມ່ນກາລເພື່ອຈະເຣີນອຸເປກຂາສັມໂພຊຊົງຄ໌ ຂໍ້ນັ້ນເພາະເຫຕໃດ ? ເພາະຈິຕຫົດຫູ່ ຈິຕທີ່ຫົດຫູ່ນັ້ນ ຍາກທີ່ຈະໃຫ້ຕັ້ງຂຶ້ນໄດ້ດ້ວຍທັມເຫຼົ່ານັ້ນ ປຽບເໝືອນບຸຣຸສຕ້ອງການ ຈະກໍ່ໄຟດວງນ້ອຍ ໃຫ້ລຸກຮຸ່ງແຮງຂຶ້ນ ເຂົາຈຶ່ງໃສ່ຫຍ້າດິບ ຂີ້ງົວປຽກ ໄມ້ດິບ ພົ່ນນໍ້າ ແລະໂຮຍຝຸ່ນລົງໃນໄຟນັ້ນ ບຸຣຸສນັ້ນ ຈະສາມາດກໍ່ໄຟດວງນ້ອຍ ໃຫ້ລຸກຮຸ່ງແຮງຂຶ້ນໄດ້ຫຼືໜໍ ?
“ບໍ່ໄດ້ເລີຍ ຂ້ານ້ອຍ !”
(໑໔) ອະຣິຍະສັຈຈ໌ຈາກພຣະໂອຕຖະ
ເຊັ່ນນັ້ນເໝືອນກັນພິກຂຸທັງຫຼາຍ ສະໄໝໃດຈິຕຫົດຫູ່ ສະໄໝນັ້ນ ບໍ່ແມ່ນກາລະເພື່ອຈະເຣີນປັສສັທທິສັມໂພຊຊົງຄ໌ ບໍ່ແມ່ນກາລະເພື່ອຈະເຣີນສະມາທິສັມໂພຊຊົງຄ໌ ບໍ່ແມ່ນກາລະເພື່ອຈະເຣີນອຸເປກຂາສັມໂພຊຊົງຄ໌ ຂໍ້ນັ້ນເພາະເຫຕໃດ ? ເພາະຈິຕຫົດຫູ່ ຈິຕທີ່ຫົດຫູ່ນັ້ນ ຍາກທີ່ຈະໃຫ້ຕັ້ງຂຶ້ນໄດ້ດ້ວຍທັມເຫຼົ່ານັ້ນ.
ດູຣາພິກຂຸ ທ. ! ກໍສະໄໝໃດ ຈິຕຫົດຫູ່ ສະໄໝນັ້ນ ເປັນກາລະເພື່ອຈະເຣີນທັມມະວິຈະຢະສັມໂພຊຊົງຄ໌ ເປັນກາລະເພື່ອຈະເຣີນວິຣິຢະສັມໂພຊຊົງຄ໌ ເປັນກາລະເພື່ອຈະເຣີນປີຕິສັມໂພຊຊົງຄ໌ ຂໍ້ນັ້ນເພາະເຫຕໃດ ? ເພາະຈິຕຫົດຫູ່ ຈິຕທີ່ຫົດຫູ່ນັ້ນ ໃຫ້ຕັ້ງຂຶ້ນໄດ້ງ່າຍ ດ້ວຍທັມເຫຼົ່ານັ້ນ ປຽບເໝືອນບຸຣຸ້ອງການຈະກໍ່ໄຟດວງນ້ອຍ ໃຫ້ລຸກຮຸ່ງແຮງຂຶ້ນ ເຂົາຈຶ່ງໃສ່ຫຍ້າແຫ້ງ ຂີ້ງົວແຫ້ງ ໄມ້ແຫ້ງ ເອົາປາກເປົ່າ ແລະບໍ່ໂຮຍຝຸ່ນໃນໄຟນັ້ນ ບຸຣຸສນັ້ນສາມາດຈະກໍ່ໄຟດວງນ້ອຍ ໃຫ້ລຸກຮຸ່ງແຮງຂຶ້ນໄດ້ ຫຼືໜໍ ?
“ໄດ້ ຂ້ານ້ອຍ !”
ເຊັ່ນນັ້ນເໝືອນກັນ ພິກຂຸທັງຫຼາຍ ສະໄໝໃດຈິຕຫົດຫູ່ ສະໄໝນັ້ນ ເປັນກາລະເພື່ອຈະເຣີນທັມມະວິຈະຢະສັມໂພຊຊົງຄ໌ ເປັນກາລະເພື່ອຈະເຣີນວິຣິຢະສັມ ໂພຊຊົງຄ໌ ເປັນກາລະເພື່ອຈະເຣີນປີຕິສັມໂພຊຊົງຄ໌ ຂໍ້ນັ້ນເພາະເຫຕໃດ ? ເພາະຈິຕຫົດຫູ່ ຈິຕທີ່ຫົດຫູ່ນັ້ນ ໃຫ້ຕັ້ງຂຶ້ນໄດ້ງ່າຍດ້ວຍທັມເຫຼົ່ານັ້ນ.
ດູຣາພິກຂຸ ທ. ! ກໍສະໄໝໃດຈິຕຟຸ່ງຊ້ານ ສະໄໝນັ້ນ ບໍ່ແມ່ນກາລະເພື່ອຈະເຣີນທັມມະວິຈະຢະສັມໂພຊຊົງຄ໌ ບໍ່ແມ່ນກາລະເພື່ອຈະເຣີນວິຣິຢະສັມໂພຊຊົງຄ໌ ບໍ່ແມ່ນກາລະເພື່ອຈະເຣີນປີຕິສັມໂພຊຊົງຄ໌ ຂໍ້ນັ້ນເພາະເຫຕໃດ ? ເພາະຈິຕຟຸ້ງຊ້ານ ຈິຕຟຸ້ງຊ້ານນັ້ນ ຍາກທີ່ຈະໃຫ້ສະງົບໄດ້ ດ້ວຍທັມເຫຼົ່ານັ້ນ ປຽບເໝືອນບຸຣຸສຕ້ອງການຈະດັບໄຟກອງໃຫຍ່
ພາກຕື່ມ (໑໕)








