ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

໓. ເມຄິຍະ ! ຂໍ້ອື່ນຍັງມີອີກ, ຄືພິກຂຸເປັນຜູ້ໄດ້ຕາມປາຖນາ ໄດ້ບໍ່ຍາກ ໄດ້ບໍ່ລໍາບາກ ຊຶ່ງທັມກະຖາອັນເປັນເຄື່ອງຂູດເກົາກິເລສຢ່າງຍິ່ງ ເປັນທີ່ສະບາຍແກ່ການເປີດໂລ່ງແຫ່ງຈິຕ ຄືອັປປິຈສະກະຖາ (ໃຫ້ປາຖະໜາໜ້ອຍ) ສັນຕຸຕຖິກະຖາ (ໃຫ້ສັນໂດດ) ປະວິເວກະກະຖາ (ໃຫ້ງຽບສະງົບ) ອະສັງສັກຄະກະຖາ (ໃຫ້ບໍ່ມົ່ວສຸມດ້ວຍໝູ່) ວິຣິຢາຣັມພະກະຖາ (ໃຫ້ປາຣົບຄວາມພຽນ) ສີລະກະຖາ (ໃຫ້ມີສີລ) ສະມາທິກະຖາ (ໃຫ້ມີສະມາທິ) ປັນຍາກະຖາ (ໃຫ້ມີປັນຍາ) ວິມຸຕຕິກະຖາ (ໃຫ້ເກີດວິມຸຕ) ວິມຸຕຕິຍານະທັສສະນະກະຖາ (ໃຫ້ເກີດວິມຸຕຕິຍານທັສສະນະ) : ເມຄິຍະ ! ນີ້ເປັນທັມຂໍ້ທີສາມ ເປັນໄປເພື່ອຄວາມສຸກຮອບຂອງເຈໂຕວິມຸຕຕິ ທີ່ຍັງບໍ່ສຸກຮອບ.

໔. ເມຄິຍະ ! ຂໍ້ອື່ນຍັງມີອີກ ຄືພິກຂຸເປັນຜູ້ ມີຄວາມພຽນ ອັນປາຣົບແລ້ວ ເພື່ອລະອະກຸສົລທັມທັງຫຼາຍ ເພື່ອຍັງກຸສົລທັມທັງຫຼາຍໃຫ້ເຖິງພ້ອມ ເປັນຜູ້ມີກຳລັງ

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໘໐໕

ມີຄວາມບາກບັ່ນໝັ້ນຄົງ ບໍ່ປະຖິ້ມທຸຣະໃນກຸສົລທັມທັງຫຼາຍ : ເມຄິຍະ ! ນີ້ເປັນທັມຂໍ້ທີສີ່ ເປັນໄປເພື່ອຄວາມສຸກຮອບຂອງເຈໂຕວິມຸຕຕິ ທີ່ຍັງບໍ່ສຸກຮອບ.

໕. ເມຄິຍະ ! ຂໍ້ອື່ນຍັງມີອີກ ຄືພິກຂຸເປັນຜູ້ ມີປັນຍາ ປະກອບດ້ວຍປັນຍາ ເປັນເຄື່ອງເຖິງທັມສັຈຈະແຫ່ງການຕັ້ງຂຶ້ນ ແລະການຕັ້ງຢູ່ບໍ່ໄດ້ ອັນເປັນອະຣິຍະ ເປັນເຄື່ອງເຈາະແທງກິເລສ ໃຫ້ເຖິງຄວາມດັບສິ້ນທຸກຂ໌ໂດຍຊອບ: ເມຄິຍະ ! ນີ້ເປັນທັມຂໍ້ທີຫ້າ ເປັນໄປເພື່ອຄວາມສຸກຮອບແຫ່ງເຈໂຕວິມຸຕຕິ ທີ່ຍັງບໍ່ສຸກຮອບ.

ເມຄິຍະ ! ເມື່ອພິກຂຸເປັນຜູ້ມີມິຕດີ ສະຫາຍດີ ໝູ່ເພື່ອນດີ, ຕໍ່ໄປນີ້ ເປັນສິ່ງທີ່ເຂົາຍ່ອມຫວັງໄດ້ ຄືຈະເປັນຜູ້ມີສີລ ໆລໆ, ຈະໄດ້ໂດຍງ່າຍຊຶ່ງທັມມະກະຖາ ໆລໆ, ຈະເປັນຜູ້ປາຣົບຄວາມພຽນ ໆລໆ, ຈະເປັນຜູ້ມີປັນຍາ ໆລໆ.

ເມຄິຍະ ! ພິກຂຸນັ້ນຕັ້ງຢູ່ໃນທັມ ໕ ປະການເຫຼົ່ານີ້ແລ້ວ ຄວນຈະເຣີນທັມສີ່ປະການໃຫ້ຍິ່ງຂຶ້ນໄປ ຄື :-

ຈະເຣີນ ອະສຸພະ ເພື່ອ ລະຣາຄະ.

ຈະເຣີນ ເມຕຕາ ເພື່ອ ລະພະຍາບາດ.

ຈະເຣີນ ອານາປານະສະຕິ ເພື່ອ ຕັດເສຍຊຶ່ງວິຕົກ.

ຈະເຣີນ ອະນິຈຈະສັນຍາ ເພື່ອ ຖອນອັສສະມິມານະ; ກ່າວຄື ເມື່ອຈະເຣີນອະນິຈຈະສັນຍາ ອະນັຕຕະສັນຍາຍ່ອມໝັ້ນຄົງ. ຜູ້ມີອະນັຕຕະສັນຍາ ຍ່ອມເຖິງຊຶ່ງການຖອນອັສສະມິມານະ ຄືນິພພານໃນທິຕຖະທັມ ນັ້ນແລ.

- ນະວະກະ. ອັງ. ໒໓/໓໖໙/໒໐໗.

(ຂໍ້ປະຕິບັຕລະບົບນີ້ ໃຊ້ໄດ້ແມ່ນແຕ່ຜູ້ຕັ້ງຕົນບໍາເພັນວິມຸຕຕິ; ແລະໃຊ້ໄດ້ແກ່ຜູ້ບໍາເພັນວິມຸຕຕິແລ້ວ ແຕ່ຍັງບໍ່ສຸກຮອບ ຄືເພີ່ມຂໍ້ປະຕິບັຕຊື່ດຽວກັນ ເຫຼົ່ານີ້ໃຫ້ຍິ່ງຂຶ້ນໄປ. ນັບວ່າເປັນຫຼັກປະຕິບັຕທີ່ສໍາຄັນຫຼາຍ ຄວນແກ່ການສົນໃຈຢ່າງຍິ່ງ).

໘໐໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ທັມມະ ໕ ປະການແຫ່ງສູຕນີ້ ເອີ້ນໃນສູຕນີ້ວ່າ “ເຄື່ອງບົ່ມວິມຸຕຕິ” ໃນສູຕອື່ນ (ນະວະກະ.ອັງ. ໒໓/໓໖໔/໒໐໕) ເອີ້ນວ່າ “ທີ່ຕັ້ງອາໄສແຫ່ງການຈະເຣີນ ໂພທິປັກຂິກະທັມ” ກໍມີ).

ສະຕິປັຕຖານບໍຣິບູນເພາະອານາປານະສະຕິບໍຣິບູນ

ພິກຂຸ ທ. ! ອານາປານະສະຕິ ອັນບຸຄຄົລຈະເຣີນແລ້ວແນວໃດ ຝຶກໃຫ້ຫຼາຍແລ້ວແນວໃດ ຈຶ່ງຈະເຣີນສະຕິປັຕຖານທັງສີ່ໃຫ້ບໍຣິບູນໄດ້ ?

[ໝວດກາຢານຸປັສສະນາ]

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ