ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ຈຸນທະ ! ທິຕຖິທັງຫຼາຍ ມີຢ່າງເປັນອະເນກ ເກີດຂຶ້ນໃນໂລກ ເນື່ອງສະເພາະ ດ້ວຍວາທະວ່າຕົນ ແດ່ ເນື່ອງສະເພາະດ້ວຍວາທະວ່າໂລກ ແດ່. ທິຕຖິເຫຼົ່ານັ້ນເກີດຂຶ້ນໃນອາຣົມໃດ ແລະຕາມນອນຢູ່ໃນອາຣົມໃດ ແລະບໍ່ໝົກໝຸ້ນຢູ່ໃນອາຣົມໃດ, ເມື່ອບຸຄຄົລເຫັນຢູ່ດ້ວຍປັນຍາອັນຊອບຕາມທີ່ເປັນຈິງ ຊຶ່ງອາຣົມນັ້ນ ດັ່ງນີ້ວ່າ “ນັ້ນບໍ່ແມ່ນຂອງເຮົາ (ເນຕັງ ມະມະ) ນັ້ນບໍ່ແມ່ນເຮົາ (ເນໂສຫະມັສະມິ), ນັ້ນບໍ່ແມ່ນອັຕຕາຂອງເຮົາ (ນະ ເມ ໂສ ອັຕຕາ)” ດັ່ງນີ້ : ດ້ວຍອາການດັ່ງນີ້ ເປັນການ ລະຊຶ່ງທິຕຖິເຫຼົ່ານັ້ນ ເປັນການ ສະບັດຄືນຊຶ່ງທິຕຖິເຫຼົ່ານັ້ນ.

- ມູ. ມ. ໑໒/໗໒/໑໐໑.

ອະນຸສັຍເຈັດສະຫຼາຍ

ເມື່ອຂາດຄວາມຢຶດໝັ້ນໃນອາຣົມແຫ່ງປະປັນຈະສັນຍາ

ພິກຂຸ ! ສັນຍາ (ຄວາມສໍາຄັນໝັ້ນໝາຍ ທີ່ຊໍ້າເກົ່າຈົນເປັນອະນຸສັຍ)໑ ຊະນິດຕ່າງໆ ອັນເປັນເຄື່ອງສ້າງຄວາມຊັກຊ້າ (ປະປັນຈະສັນຍາ) ຍ່ອມປຸ້ມລຸມບຸຣຸສ ເພາະມີອາຣົມໃດ ເປັນຕົ້ນເຫຕ; ຖ້າສິ່ງໃດໆ ເພື່ອຄວາມເປັນອາຣົມນັ້ນ ມີບໍ່ໄດ້ (ດ້ວຍເຫຕໃດກໍຕາມ) ເພື່ອບຸຣຸສນັ້ນຈະຍ່ອມເພີດເພີນ ພໍ່າສັນເສີນ ເມົາໝົກແລ້ວ:

໑. ສັນຍາໃນບ່ອນນີ້ ບໍ່ແມ່ນເປັນພຽງຄວາມຈໍາ; ແຕ່ເປັນຄວາມສໍາຄັນໝັ້ນໝາຍ ເຊັ່ນ ສຸຂະສັນຍາ =

ສັນຍາວ່າສຸຂ, ອັຕຕະສັນຍາ = ສັນຍາວ່າຕົວຕົນ ເປັນຕົ້ນ, ເກີດຂຶ້ນດ້ວຍອຸປາທານ; ເກີດເມື່ອໃດ

ຍ່ອມກໍ່ອະນຸສັຍແລະເພີ່ມຄວາມເປັນອະນຸສັຍ (ຄວາມເຄີຍຊິນ) ຍິ່ງຂຶ້ນທຸກເທື່ອ, ກໍ່ສ້າງຄວາມຊັກຊ້າ

ຫຼືຄວາມຍາກແກ່ການດັບທຸກຂ໌ ຍິ່ງຂຶ້ນທຸກເທື່ອ.

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໘໐໓

ນັ້ນແຫຼະຄືທີ່ສຸດແຫ່ງຣາຄານຸສັຍ ແຫ່ງປະຕິຄານຸສັຍ ແຫ່ງທິຕຖານຸສັຍ ແຫ່ງວິຈິກິດສານຸສັຍ ແຫ່ງມານານຸສັຍ ແຫ່ງພະວະຣາຄານຸສັຍ ແຫ່ງອະວິຊຊານຸສັຍ.....

- ມູ. ມ. ໑໒/໒໒໒/໒໔໕.

(ຂໍ້ຄວາມທີ່ເປັນລາຍລະອຽດ ກ່ຽວກັບເລື່ອງນີ້ເບິ່ງໜັງສືປະຕິຈຈະ.ໂອ. ທີ່ໜ້າ ໖໐໕-໖໑໑ ໂດຍຫົວຂໍ້ວ່າ “ປະຕິຈຈະສະມຸບບາດ ແຫ່ງປະປັນຈະສັນຍາ ຯ).

ລໍາດັບປັຈຈັຍແຫ່ງການເຮັດໃຫ້ແຈ້ງຊຶ່ງນິພພານ

ພິກຂຸ ທ. ! ພິກຂຸ ບໍ່ມີການຄຸກຄີດ້ວຍໝູ່ເປັນທີ່ມາຍິນດີ ບໍ່ຍິນດີໃນການຄຸກຄີດ້ວຍໝູ່ ບໍ່ຕາມປະກອບຊຶ່ງຄວາມຍິນດີ ໃນການຄຸກຄີດ້ວຍໝູ່ ບໍ່ມີຄະນະເປັນທີ່ມາຍິນດີ ບໍ່ຍິນດີໃນຄະນະ ບໍ່ຕາມປະກອບຊຶ່ງຄວາມຍິນດີໃນຄະນະແລ້ວ ຈະເປັນຄົນຜູ້ໂດດດ່ຽວ ຍິນດີຍິ່ງໃນປະວິເວກ (ຄວາມສະງັດງຽບເຖິງທີ່ສຸດ) ດັ່ງນີ້ນັ້ນ : ນັ້ນເປັນຖານະທີ່ມີໄດ້;

ເມື່ອເປັນຄົນຜູ້ໂດດດ່ຽວ ຍິນດີຍິ່ງໃນປະວິເວກຢູ່ ຈະຖືເອົາຊຶ່ງນິມິຕສໍາລັບຈິຕໄດ້ ດັ່ງນີ້ ນັ້ນ : ນັ້ນເປັນຖານະທີ່ມີໄດ້ ;

ເມື່ອຖືເອົາຊຶ່ງນິມິຕສໍາລັບຈິຕໄດ້ຢູ່ ຈະເຮັດສັມມາທິຕຖິໃຫ້ບໍຣິບູນໄດ້ ດັ່ງນີ້ ນັ້ນ : ນັ້ນເປັນຖານະທີ່ມີໄດ້;

ຄັນທໍາສັມມາທິຕຖິໄດ້ບໍຣິບູນແລ້ວ ຈະເຮັດສັມມາສະມາທິໃຫ້ບໍຣິບູນໄດ້ ດັ່ງນີ້ ນັ້ນ : ນັ້ນເປັນຖານະທີ່ມີໄດ້;

ຄັນທໍາສັມມາສະມາທິບໍຣິບູນແລ້ວ ຈະລະສັນໂຍຊນ໌ທັງຫຼາຍໄດ້ ດັ່ງນີ້ນັ້ນ : ນັ້ນເປັນຖານະທີ່ມີໄດ້;

ຄັນລະສັນໂຍຊນ໌ທັງຫຼາຍໄດ້ແລ້ວ ຈະເຮັດໃຫ້ແຈ້ງຊຶ່ງນິພພານໄດ້ ດັ່ງນີ້ ນັ້ນ : ນັ້ນເປັນຖານະທີ່ມີໄດ້, ດັ່ງນີ້ແລ.

- ສັກກ. ອັງ. ໒໒/໒໗໒/໓໓໙.

໘໐໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ວິທີການບົ່ມວິມຸຕຕິໃຫ້ເຖິງທີ່ສຸດ

ເມຄິຍະ ! ທັມທັງຫຼາຍ ໕ ປະການເປັນໄປເພື່ອຄວາມສຸກຮອບ (ປະຣິປາກະ) ຂອງເຈໂຕວິມຸຕຕິ ທີ່ຍັງບໍ່ສຸກຮອບ. ຫ້າປະການແນວໃດໜໍ ? ຫ້າປະການຄື :-

໑. ເມຄິຍະ ! ໃນກໍລະນີນີ້ ພິກຂຸເປັນຜູ້ ມີມິຕດີ ມີສະຫາຍດີ ມີໝູ່ເພື່ອນດີ : ເມຄິຍະ ! ນີ້ເປັນທັມຂໍ້ທີໜຶ່ງ ເປັນໄປເພື່ອຄວາມສຸກຮອບຂອງເຈໂຕວິມຸຕຕິ ທີ່ຍັງບໍ່ສຸກຮອບ.

໒. ເມຄິຍະ ! ຂໍ້ອື່ນຍັງມີອີກ, ຄືພິກຂຸເປັນຜູ້ ມີສີລ ສັງລວມແລ້ວດ້ວຍການສັງລວມໃນປາຕິໂມກຂ໌ ເຖິງພ້ອມດ້ວຍມາຣະຍາດແລະໂຄຈອນ ມີປົກກະຕິເຫັນເປັນພັຍໃນໂທດທັງຫຼາຍ ເຖິງແມ່ນວ່າມີປະມານໜ້ອຍ ສະມາທານຢູ່ໃນສິກຂາບົດທັງຫຼາຍ : ເມຄິຍະ ! ນີ້ເປັນທັມຂໍ້ທີສອງ ເປັນໄປເພື່ອຄວາມສຸກຮອບຂອງເຈໂຕວິມຸຕຕິ ທີ່ຍັງບໍ່ສຸກຮອບ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ