ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ສະໄໝໃດພິກຂຸ [໑] ເມື່ອຫາຍໃຈເຂົ້າຍາວ ກໍຮູ້ສຶກຕົວທົ່ວເຖິງວ່າເຮົາຫາຍໃຈເຂົ້າຍາວ ດັ່ງນີ້, ຫຼືວ່າເມື່ອຫາຍໃຈອອກຍາວ ກໍຮູ້ສຶກຕົວທົ່ວເຖິງວ່າເຮົາຫາຍໃຈອອກຍາວ ດັ່ງນີ້ກໍດີ; [໒] ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ສຶກຕົວທົ່ວເຖິງວ່າເຮົາຫາຍໃຈເຂົ້າສັ້ນ ດັ່ງນີ້, ຫຼືວ່າເມື່ອຫາຍໃຈອອກສັ້ນ ກໍຮູ້ສຶກຕົວທົ່ວເຖິງວ່າເຮົາຫາຍໃຈອອກສັ້ນ ດັ່ງນີ້ກໍດີ; [໓] ຍ່ອມຝຶກໃນບົດສຶກສາວ່າ ເຮົາເປັນຜູ້ ຮູ້ພ້ອມສະເພາະຊຶ່ງກາຍທັງປວງ ຈະຫາຍໃຈເຂົ້າ ດັ່ງນີ້. ຍ່ອມຝຶກໃນບົດສຶກສາວ່າ ເຮົາເປັນຜູ້ຮູ້ພ້ອມສະເພາະຊຶ່ງກາຍທັງປວງ ຈະຫາຍໃຈອອກ ດັ່ງນີ້; [໔] ຍ່ອມຝຶກໃນບົດສຶກສາວ່າ ເຮົາເປັນຜູ້ ເຮັດກາຢະສັງຂາຣໃຫ້ລະງັບຢູ່ ຈະຫາຍໃຈເຂົ້າ ດັ່ງນີ້, ຍ່ອມຝຶກໃນບົດສຶກສາວ່າ ເຮົາເປັນຜູ້ເຮັດກາຢະສັງຂາຣໃຫ້ລະງັບຢູ່ ຈະຫາຍໃຈອອກ ດັ່ງນີ້; ພິກຂຸ ທ. ! ສະໄໝນັ້ນພິກຂຸຊື່ວ່າ ເປັນຜູ້ ຕາມເຫັນກາຍໃນກາຍ ຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິຊຊາແລະໂທມະນັດສະໃນໂລກອອກເສຍໄດ້.
ພິກຂຸ ທ. ! ເຮົາຍ່ອມກ່າວລົມຫາຍໃຈເຂົ້າແລະລົມຫາຍໃຈອອກ ວ່າເປັນກາຍອັນໜຶ່ງໆໃນກາຍທັງຫຼາຍ. ພິກຂຸ ທ. ! ເພາະເຫຕນັ້ນໃນເລື່ອງນີ້ ພິກຂຸນັ້ນຍ່ອມຊື່ວ່າເປັນຜູ້ຕາມເຫັນກາຍໃນກາຍຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິຊຊາແລະໂທມະນັດສະໃນໂລກອອກເສຍໄດ້ ໃນສະໄໝນັ້ນ.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໘໐໗
[ໝວດເວທະນານຸປັສສະນາ]
ພິກຂຸ ທ. ! ສະໄໝໃດພິກຂຸ [໑] ຍ່ອມຝຶກໃນບົດສຶກສາວ່າ ເຮົາເປັນຜູ້ ຮູ້ພ້ອມສະເພາະຊຶ່ງປີຕິ ຈະຫາຍໃຈເຂົ້າ ດັ່ງນີ້. ຍ່ອມຝຶກໃນບົດສຶກສາວ່າ ເຮົາເປັນຜູ້ຮູ້ພ້ອມສະເພາະຊຶ່ງປີຕິ ຈະຫາຍໃຈອອກ ດັ່ງນີ້; [໒] ຍ່ອມຝຶກໃນບົດສຶກສາວ່າ ເຮົາເປັນຜູ້ ຮູ້ພ້ອມສະເພາະຊຶ່ງສຸຂ ຈະຫາຍໃຈເຂົ້າ ດັ່ງນີ້. ຍ່ອມຝຶກໃນບົດສຶກສາວ່າ ເຮົາເປັນຜູ້ຮູ້ພ້ອມສະເພາະຊຶ່ງສຸຂ ຈະຫາຍໃຈອອກ ດັ່ງນີ້; [໓] ຍ່ອມຝຶກໃນບົດສຶກສາວ່າ ເຮົາເປັນຜູ້ ຮູ້ພ້ອມສະເພາະຊຶ່ງຈິຕຕະສັງຂາຣ ຈະຫາຍໃຈເຂົ້າ ດັ່ງນີ້, ຍ່ອມຝຶກໃນບົດສຶກສາວ່າ ເຮົາເປັນຜູ້ຮູ້ພ້ອມສະເພາະຊຶ່ງຈິຕຕະສັງຂາຣ ຈະຫາຍໃຈອອກ ດັ່ງນີ້; [໔] ຍ່ອມຝຶກໃນບົດສຶກສາວ່າ ເຮົາເປັນຜູ້ ເຮັດຈິຕຕະສັງຂາຣໃຫ້ລະງັບຢູ່ ຈະຫາຍໃຈເຂົ້າ ດັ່ງນີ້, ຍ່ອມຝຶກໃນບົດສຶກສາວ່າ ເຮົາເປັນຜູ້ເຮັດຈິຕຕະສັງຂາຣໃຫ້ລະງັບຢູ່ ຈະຫາຍໃຈອອກ ດັ່ງນີ້; ພິກຂຸ ທ. ! ສະໄໝນັ້ນພິກຂຸ ຊື່ວ່າເປັນຜູ້ ຕາມເຫັນເວທະນາໃນເວທະນາທັງຫຼາຍ ຢູ່ເປັນປະຈໍາ ມີຄວາມ ພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິຊຊາແລະໂທມະນັດສະໃນໂລກອອກເສຍໄດ້.
ພິກຂຸ ທ. ! ເຮົາຍ່ອມກ່າວ ການຕັ້ງໃນໃຈເປັນຢ່າງດີ ຕໍ່ລົມຫາຍໃຈເຂົ້າແລະລົມຫາຍໃຈອອກທັງຫຼາຍ ວ່າເປັນເວທະນາອັນໜຶ່ງໆ ໃນເວທະນາທັງຫຼາຍ. ພິກຂຸ ທ. ! ເພາະເຫຕນັ້ນໃນເລື່ອງນີ້ ພິກຂຸນັ້ນຍ່ອມຊື່ວ່າ ເປັນຜູ້ຕາມເຫັນເວທະນາໃນເວທະນາທັງຫຼາຍ ຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິຊຊາແລະໂທມະນັດສະໃນໂລກອອກເສຍໄດ້ ໃນສະໄໝນັ້ນ.
[ໝວດຈິຕຕານຸປັສສະນາ]
ພິກຂຸ ທ. ! ສະໄໝໃດພິກຂຸ [໑] ຍ່ອມຝຶກໃນບົດສຶກສາວ່າ ເຮົາເປັນຜູ້ ຮູ້ພ້ອມສະເພາະຊຶ່ງຈິຕ ຈະຫາຍໃຈເຂົ້າ ດັ່ງນີ້, ຍ່ອມຝຶກໃນບົດສຶກສາວ່າ ເຮົາເປັນຜູ້ຮູ້ພ້ອມສະເພາະຊຶ່ງຈິຕ ຈະຫາຍໃຈອອກ ດັ່ງນີ້; [໒] ຍ່ອມຝຶກໃນບົດສຶກສາວ່າ
໘໐໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ








