ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ເພາະເຫຕນັ້ນ ໃນກໍລະນີນີ້ ພວກເຈົ້າ ຕ້ອງຕັ້ງຄວາມພຽນ ເພື່ອໃຫ້ຮູ້ຕາມເປັນຈິງ ວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ເປັນຫົນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.” ດັ່ງນີ້ເຖີ້ນ.

- ມຫາວາຣ. ສັງ. ໑໙/໕໓໘-໕໓໙/໑໖໙໔-໑໖໙໕.

ຢ່າຄິດເລື່ອງໂລກ ແຕ່ຈົ່ງຄິດເລື່ອງອະຣິຍະສັຈຈ໌

ພິກຂຸ ທ. ! ມີເລື່ອງລາວໃນກາລກ່ອນ : ບຸຣຸສຜູ້ໜຶ່ງ ຕັ້ງໃຈວ່າຈະຄິດຊຶ່ງ ຄວາມຄິດເລື່ອງໂລກ, ຈຶ່ງອອກຈາກນະຄອນຣາຊະຄຶ ໄປສູ່ສະບົວ ຊື່ ສຸມາຄະທາແລ້ວນັ່ງຄິດຢູ່ທີ່ຮີມຝັ່ງສະ. ບຸຣຸສນັ້ນ ໄດ້ເຫັນແລ້ວ ຊຶ່ງໝູ່ເສນາ ປະກອບດ້ວຍອົງຄ໌ສີ່ (ຄື ຊ້າງ ມ້າ ລົດ ພົນຍ່າງຕີນ) ທີ່ຝັ່ງສະສຸມາຄະທານັ້ນ ເຂົ້າໄປຢູ່ໆ ສູ່ເຫງົ້າຮາກບົວ. ຄັນເຂົາເຫັນແລ້ວ ເກີດຄວາມບໍ່ເຊື່ອຕົນເອງວ່າ “ເຮົານີ້ບ້າແລ້ວ ເຮົານີ້ວິກົນຈະຣິຕແລ້ວ, ສິ່ງໃດບໍ່ມີໃນໂລກ ເຮົາໄດ້ເຫັນສິ່ງນັ້ນແລ້ວ” ດັ່ງນີ້. ພິກຂຸ ທ. ! ບຸຣຸສນັ້ນ ກັບເຂົ້າໄປສູ່ນະຄອນ ແລ້ວປ່າວຮ້ອງແກ່ມະຫາຊົນວ່າ “ທ່ານຜູ້ຈະເຣີນ ! ຂ້າພະເຈົ້າເປັນບ້າແລ້ວ ຂ້າພະເຈົ້າວິກົນຈະຣິຕແລ້ວ, ເພາະວ່າສິ່ງໃດບໍ່ມີຢູ່ໃນໂລກ ຂ້າພະເຈົ້າມາເຫັນແລ້ວຊຶ່ງສິ່ງນັ້ນ” ດັ່ງນີ້. ມີສຽງຖາມວ່າ ເຫັນອັນໃດມາ ? ເຂົາບອກແລ້ວຕາມທີ່ເຫັນທຸກປະການ. ມີສຽງຮັບຮອງວ່າ “ຖືກແລ້ວ ທ່ານຜູ້ຈະເຣີນເອີຍ ! ທ່ານເປັນບ້າແລ້ວ ທ່ານວິກົນຈະຣິຕແລ້ວ”.

ພິກຂຸ ທ. ! ແຕ່ວ່າບຸຣຸສນັ້ນ ໄດ້ເຫັນສິ່ງທີ່ມີຈິງເປັນຈິງ ຫາກແມ່ນເຫັນສິ່ງບໍ່ມີຈິງບໍ່ເປັນຈິງກໍບໍ່. ພິກຂຸ ທ. ! ໃນກາລກ່ອນແຕ່ເດິກດໍາບັນ : ສົງຄາມລະຫວ່າງພວກເທບກັບອະສູຣະ ໄດ້ຕັ້ງປະຈັນບານກັນແລ້ວ. ໃນສົງຄາມຄັ້ງນັ້ນ ພວກເທບເປັນຝ່າຍແພ້ ອະສູຣະເປັນຝ່າຍເສຍໄຊ. ພວກອະສູຣະຢ້ານແລ້ວ ແອບໜີໄປສູ່ພົບແຫ່ງອະສູຣະ ໂດຍຜ່ານທາງເຫງົ້າຮາກບົວ ຫຼອກພວກເທບໃຫ້ຫຼົງຄົ້ນ(ຫາ)ຢູ່.

ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໓໙

(ເລື່ອງຂອງໂລກຍ່ອມພິສະດານບໍ່ສິ້ນສຸດເຖິງປານນີ້). ພິກຂຸ ທ. ! ເພາະເຫຕນັ້ນ ໃນກໍລະນີນີ້ ພວກເຈົ້າທັງຫຼາຍຈົ່ງຢ່າຄິດເລື່ອງໂລກ ໂດຍນັຍວ່າ “ໂລກທ່ຽງຫຼື ? ໂລກບໍ່ທ່ຽງຫຼື ? ໂລກມີທີ່ສຸດຫຼື ? ໂລກບໍ່ມີທີ່ສຸດຫຼື ? ຊີບກໍດວງນັ້ນຮ່າງກາຍກໍຮ່າງນັ້ນຫຼື ? ຊີບກໍດວງອື່ນ ຮ່າງກາຍກໍຮ່າງອື່ນຫຼື ? ຕະຖາຄົຕຕາຍແລ້ວ ຍ່ອມເປັນດັ່ງທີ່ເປັນມາແລ້ວນັ້ນອີກຫຼື ? ຕະຖາຄົຕຕາຍໄປແລ້ວ ບໍ່ເປັນດັ່ງທີ່ເປັນມາແລ້ວນັ້ນອີກຫຼື ? ຕະຖາຄົຕຕາຍໄປແລ້ວ ເປັນດັ່ງທີ່ເປັນມາແລ້ວອີກກໍມີ ບໍ່ເປັນກໍມີຫຼື ? ຕະຖາຄົຕຕາຍໄປແລ້ວ ເປັນດັ່ງທີ່ເປັນມາແລ້ວອີກກໍບໍ່ແມ່ນ ບໍ່ເປັນກໍບໍ່ແມ່ນຫຼື ?” ເພາະເຫຕໃດຈຶ່ງບໍ່ຄວນຄິດໜໍ ? ພິກຂຸ ທ. ! ເພາະຄວາມຄິດນັ້ນ ບໍ່ປະກອບດ້ວຍປະໂຍຊນ໌ ບໍ່ເປັນເງື່ອນຕົ້ນແຫ່ງພຣົມມະຈັນຣຍ໌ ບໍ່ເປັນໄປພ້ອມເພື່ອຄວາມໜ່າຍທຸກຂ໌ ຄວາມຄາຍກໍາໜັດ ຄວາມດັບ ຄວາມລະງັບ ຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ແລະນິພພານເລີຍ.

ພິກຂຸ ທ. ! ເມື່ອພວກເຈົ້າຈະຄິດ ຈົ່ງຄິດວ່າ “ເຊັ່ນນີ້ໆເປັນທຸກຂ໌, ເຊັ່ນນີ້ໆເປັນເຫຕໃຫ້ເກີດແຫ່ງທຸກຂ໌, ເຊັ່ນນີ້ໆເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະເຊັ່ນນີ້ໆເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້. ເພາະເຫຕໃດຈຶ່ງຄວນຄິດໜໍ ? ເພາະ ຄວາມຄິດນີ້ ຍ່ອມປະກອບດ້ວຍປະໂຍຊນ໌ ເປັນເບື້ອງຕົ້ນຂອງ ພຣົມມະຈັນຣຍ໌ ເປັນໄປພ້ອມເພື່ອຄວາມໜ່າຍທຸກຂ໌ ຄວາມຄາຍກໍາໜັດ ຄວາມດັບ ຄວາມລະງັບ ຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ແລະນິພພານ.

ພິກຂຸ ທ. ! ເພາະເຫຕນັ້ນ ໃນກໍລະນີນີ້ ພວກເຈົ້າຕ້ອງຕັ້ງຄວາມພຽນ ເພື່ອໃຫ້ຮູ້ຕາມເປັນຈິງ ວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ເຖີ້ນ.

- ມຫາວາຣ. ສັງ. ໑໙/໕໕໘-໕໕໙/໑໗໒໕-໑໗໒໗.

໔໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ຢ່າກ່າວເລື່ອງຜິດຖຽງຂັດແຍ້ງກັນ

ແຕ່ຈົ່ງກ່າວເລື່ອງຄວາມພົ້ນທຸກຂ໌

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ