ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ຍິ່ງໄປກວ່ານັ້ນອີກ : ພິກຂຸກ້າວຜ່ານເນວະສັນຍານາສັນຍາຢະຕະນະ ໂດຍປະການທັງປວງ ເຂົ້າເຖິງຊຶ່ງ ສັນຍາເວທະຢິຕະນິໂຣດ ແລ້ວແລຢູ່. ອັນໜຶ່ງເພາະເຫັນແລ້ວດ້ວຍປັນຍາ ອາສະວະທັງຫຼາຍຂອງເຂົາກໍດັບສິ້ນໄປຮອບ. ພິກຂຸ ທ. ! ພິກຂຸນີ້ ເຮົາກ່າວວ່າ ໄດ້ເຮັດມາຣໃຫ້ເປັນຜູ້ຕາບອດ ບໍ່ມີຮ່ອງຮອຍ ກໍາຈັດເສຍແລ້ວຊຶ່ງຈັກຂຸແຫ່ງມາຣ ໄປແລ້ວສູ່ຖິ່ນຊຶ່ງມາຣຜູ້ມີບາບມອງບໍ່ເຫັນ, ໄດ້ຂ້າມພົ້ນແລ້ວຊຶ່ງຕັນຫາໃນໂລກ. ພິກຂຸນັ້ນຢືນຢູ່ກໍສະງ່າງາມ ຍ່າງຢູ່ກໍສະງ່າງາມ ນັ່ງຢູ່ກໍສະງ່າງາມ ນອນຢູ່ກໍສະງ່າງາມ ;

໓໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ເພາະເຫຕໃດໜໍ ? ພິກຂຸ ທ. ! ເພາະເຫຕວ່າ ພິກຂຸນັ້ນ ບໍ່ໄດ້ມາສູ່ຄອງແຫ່ງອໍານາດຂອງມາຣຜູ້ມີບາບ, ດັ່ງນີ້ແລ.

- ມູ. ມ. ໑໒/໓໓໓-໓໓໕/໓໒໗-໓໒໘.

ຜູ້ຮູ້ອະຣິຍະສັຈຈ໌ເປັນຫຼັກຢູ່ໃນໃຈ

ຍ່ອມບໍ່ມີອາການສັ່ນສະເທືອນເພາະຖືກຂົ່ມວາທະ : ດຸດດັ່ງເສົາຫີນ

ພິກຂຸ ທ. ! ພິກຂຸອົງໃດ ຮູ້ຢູ່ຕາມເປັນຈິງ ວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.” ດັ່ງນີ້ນັ້ນ ; ແມ່ນວ່າຈະຍ່ອມມີບຸຄຄົລ ທີ່ເປັນສະມະນະຫຼືພຣາມ ຊຶ່ງເປັນຜູ້ຕ້ອງການຈະໂຕ້ວາທະ ທ່ຽວສະແຫວງຫາຄູ່ໂຕ້ວາທະ ມາຈາກທິດຕາເວັນອອກ ຫຼືທິດຕາເວັນຕົກ ທິດເໜືອ ທິດໃຕ້ກໍຕາມ ໂດຍປະກາດວ່າ “ເຮົາຈັກຂົ່ມວາທະ ຂອງພິກຂຸອົງນັ້ນເສຍ” ດັ່ງນີ້ ; ຂໍ້ທີ່ສະມະນະຫຼືພຣາມນັ້ນ ຈັກເຮັດພິກຂຸນັ້ນໃຫ້ຫວັ່ນໄຫວ ສັ່ນສະເທືອນຫຼືສັ່ນໄຫວໄປໂດຍຖືກທັມນັ້ນ ບໍ່ແມ່ນຖານະທີ່ຈະເປັນໄປໄດ້ເລີຍ. ຂໍ້ນີ້ເປັນເພາະເຫຕໃດໜໍ ? ເພາະເຫຕທີ່ອະຣິຍະສັຈຈ໌ສີ່ນັ້ນ ເປັນທັມທີ່ພິກຂຸນັ້ນ ເຫັນແລ້ວດ້ວຍດີ.

ພິກຂຸ ທ. ! ປຽບເໝືອນເສົາຫີນຍາວ ໑໖ ສອກ ຝັງຢູ່ໃນດິນ ໘ ສອກ ໂຜ່ຂຶ້ນພົ້ນດິນ ໘ ສອກ ເຖິງແມ່ນຈະມີລົມພາຍຸຝົນຢ່າງຮຸນແຮງ ມາຈາກທິດຕາເວັນອອກ ຫຼືທິດຕາເວັນຕົກ ທິດເໜືອ ທິດໃຕ້ກໍຕາມ ບໍ່ສາມາດເຮັດເສົາຫີນນັ້ນໃຫ້ຫວັ່ນໄຫວ ສັ່ນສະເທືອນ ຫຼືສັ່ນໄຫວໄປໄດ້ເລີຍ. ຂໍ້ນີ້ເປັນເພາະເຫຕໃດໜໍ ? ເພາະສ່ວນທີ່ຝັງນັ້ນເລິກ ແລະຝັງເປັນຢ່າງດີ ; ເຊັ່ນໃດກໍເຊັ່ນນັ້ນ.

ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໓໗

ພິກຂຸ ທ. ! ເພາະເຫຕນັ້ນ ໃນກໍລະນີນີ້ ພວກເຈົ້າ ຕ້ອງຕັ້ງຄວາມພຽນ ເພື່ອໃຫ້ຮູ້ຕາມເປັນຈິງ ວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ນີ້ເປັນ ຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ເຖີ້ນ.

- ມຫາວາຣ. ສັງ. ໑໙/໕໕໕/໑໗໒໔.

ຜູ້ປະກອບດ້ວຍອະວິຊຊາຄືຜູ້ບໍ່ມີຄວາມຮູ້ສີ່ຢ່າງ

“ພຣະອົງຄ໌ຜູ້ຈະເຣີນ ! ພຣະອົງຄ໌ກ່າວວ່າ “ອະວິຊຊາ ອະວິຊຊາ” ດັ່ງນີ້. ກໍອະວິຊຊານັ້ນ ເປັນແນວໃດ ? ແລະດ້ວຍເຫຕເທົ່າໃດ ບຸຄຄົລຈຶ່ງຊື່ວ່າເປັນຜູ້ເຖິງແລ້ວຊຶ່ງ ອະວິຊຊາ ? ຂ້ານ້ອຍ !.”

ແນະພິກຂຸ ! ຄວາມບໍ່ຮູ້ອັນໃດເປັນຄວາມບໍ່ຮູ້ໃນທຸກຂ໌, ເປັນຄວາມບໍ່ຮູ້ໃນເຫຕໃຫ້ເກີດແຫ່ງທຸກຂ໌, ເປັນຄວາມບໍ່ຮູ້ໃນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະເປັນຄວາມບໍ່ຮູ້ໃນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ : ນີ້ ເຮົາເອີ້ນ ວ່າ ອະວິຊຊາ ; ແລະ ບຸຄຄົລຊື່ວ່າເຖິງແລ້ວຊຶ່ງ ອະວິຊຊາ ກໍເພາະເຫຕທີ່ບໍ່ຮູ້ຄວາມຈິງ ມີປະມານເທົ່ານີ້ແລ.

“ພຣະອົງຄ໌ຜູ້ຈະເຣີນ ! ພຣະອົງຄ໌ກ່າວວ່າ ‘ວິຊຊາ ວິຊຊາ’ ດັ່ງນີ້. ກໍວິຊຊານັ້ນ ເປັນແນວໃດ ? ແລະດ້ວຍເຫຕເທົ່າໃດ ບຸຄຄົລຈຶ່ງຊື່ວ່າ ເປັນຜູ້ເຖິງແລ້ວຊຶ່ງ ວິຊຊາ ? ຂ້ານ້ອຍ !.”

ແນະ ພິກຂຸ ! ຄວາມຮູ້ອັນໃດເປັນຄວາມຮູ້ໃນທຸກຂ໌, ເປັນຄວາມຮູ້ໃນເຫຕໃຫ້ເກີດແຫ່ງທຸກຂ໌, ເປັນຄວາມຮູ້ໃນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະເປັນຄວາມຮູ້ໃນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ : ນີ້ເຮົາເອີ້ນວ່າ ວິຊຊາ ; ແລະບຸຄຄົລຊື່ວ່າ ເຖິງແລ້ວຊຶ່ງ ວິຊຊາ ກໍເພາະເຫຕທີ່ຮູ້ຄວາມຈິງ ມີປະມານເທົ່ານີ້ແລ.

໓໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ