ອະຣິຍະສັຈພາກຕົ້ນ
ໜ້າ/ 382
(ຄໍາວ່າ “ເຫັນແລ້ວດ້ວຍປັນຍາ” ໃນບ່ອນນີ້ຄືເຫັນທຸກຂ໌, ເຫຕໃຫ້ເກີດແຫ່ງທຸກຂ໌, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ແລະເຫັນອາສະວະ, ເຫຕໃຫ້ເກີດອາສະວະ, ຄວາມດັບບໍ່ເຫຼືອແຫ່ງອາສະວະ, ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງອາສະວະ, ຈົນເປັນຜູ້ດັບສິ້ນອາສະວະ ຊຶ່ງເອີ້ນວ່າ “ການພົ້ນຈາກບ້ວງ”,)
- ມູ. ມ. ໑໒/໒໙໘-໓໑໑/໓໐໑-໓໑໑.
໓໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ຍັງມີພວກບໍລິໂພກກາມໂດຍບໍ່ຈົມກາມ
ພິກຂຸ ທ. ! ກາມະຄຸນເຫຼົ່ານີ້ມີຫ້າຢ່າງ. ຫ້າຢ່າງເປັນແນວໃດໜໍ ? ຫ້າຢ່າງຄື ຮູບທີ່ເຫັນດ້ວຍຕາ, ສຽງທີ່ຟັງດ້ວຍຫູ, ກິ່ນທີ່ດົມດ້ວຍດັງ, ຣົສທີ່ຊີມດ້ວຍລີ້ນ, ແລະໂຜຕຖັພພະທີ່ສັມຜັສດ້ວຍຜິວກາຍ, ອັນເປັນສິ່ງທີ່ໜ້າປາຖະໜາ ໜ້າຮັກໃຄ່ ໜ້າພໍໃຈ ມີລັກສະນະໜ້າຮັກ ເປັນທີ່ເຂົ້າໄປຕັ້ງອາໄສຢູ່ແຫ່ງຄວາມໃຄ່ ເປັນທີ່ຕັ້ງແຫ່ງຄວາມກໍາໜັດ. ພິກຂຸ ທ. ! ກາມະຄຸນ ຫ້າຢ່າງເຫຼົ່ານີ້ແລ.
ພິກຂຸ ທ. ! ຊົນເຫຼົ່າໃດ ຈະເປັນສະມະນະຫຼືພຣາມກໍຕາມ ຕິດອົກຕິດໃຈສະຢົບຢູ່ ເມົາໝົກຢູ່ ໃນກາມະຄຸນຫ້າຢ່າງເຫຼົ່ານີ້ແລ້ວ ບໍ່ມອງເຫັນສ່ວນທີ່ເປັນໂທດ ບໍ່ເປັນຜູ້ຮູ້ແຈ່ມແຈ້ງໃນອຸບາຍ ເປັນເຄື່ອງອອກໄປຈາກທຸກຂ໌ ເຮັດການບໍລິໂພກ ກາມະຄຸນທັງຫ້ານັ້ນຢູ່ ; ຊົນເຫຼົ່ານັ້ນ ອັນຄົນທັງຫຼາຍຍ່ອມເຂົ້າໃຈໄດ້ ວ່າ ເປັນຜູ້ເຖິງຄວາມວິນາດຈິບຫາຍ ແລ້ວແຕ່ມາຣຜູ້ມີບາບ ຕ້ອງການຈະເຮັດຕາມລໍາພັງໃຈເຊັ່ນໃດ ດັ່ງນີ້. ພິກຂຸ ທ. ! ປຽບໄດ້ດັ່ງສັຕປ່າທີ່ຖືກບ້ວງ ນອນເຕັງຢູ່ເທິງກອງບ້ວງ ໃນລັກສະນະທີ່ໃຜໆ ຍ່ອມເຂົ້າໃຈໄດ້ວ່າ ມັນຈະເຖິງຊຶ່ງຄວາມວິນາດຈິບຫາຍ ເປັນໄປຕາມຄວາມປະສົງ ຂອງນາຍພານທຸກປະການ, ເມື່ອນາຍພານມາເຖິງເຂົ້າ ມັນຈະໜີໄປໃສບໍ່ພົ້ນເລີຍ ດັ່ງນີ້, ເຊັ່ນໃດກໍເຊັ່ນນັ້ນ.
ພິກຂຸ ທ. ! ສ່ວນຊົນເຫຼົ່າໃດ ຈະເປັນສະມະນະຫຼືພຣາມກໍຕາມ ບໍ່ຕິດໃຈ ບໍ່ສະຢົບຢູ່ ບໍ່ເມົາໝົກຢູ່ ໃນກາມະຄຸນຫ້າເຫຼົ່ານີ້ແລ້ວ ມອງເຫັນສ່ວນທີ່ເປັນໂທດຢູ່ເປັນຜູ້ຮູ້ແຈ່ມແຈ້ງ ໃນອຸບາຍເປັນເຄື່ອງອອກໄປຈາກທຸກຂ໌ ບໍລິໂພກກາມະຄຸນທັງຫ້ານັ້ນຢູ່ ; ຊົນເຫຼົ່ານັ້ນ ອັນຄົນທັງຫຼາຍຍ່ອມເຂົ້າໃຈໄດ້ເຊັ່ນນີ້ວ່າ ເປັນຜູ້ບໍ່ເຖິງຄວາມວິນາດຈິບຫາຍ ໄປຕາມຄວາມປະສົງຂອງມາຣຜູ້ມີບາບ ແຕ່ຢ່າງໃດ ດັ່ງນີ້.
ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໓໕
ພິກຂຸ ທ. ! ປຽບເໝືອນສັຕປ່າໂຕທີ່ບໍ່ຖືກບ້ວງ ແມ່ນວ່ານອນເຕັງຢູ່ເທິງກອງບ້ວງ ມັນກໍເປັນສັຕທີ່ໃຜໆຍ່ອມເຂົ້າໃຈໄດ້ວ່າ ເປັນສັຕທີ່ບໍ່ເຖິງຄວາມວິນາດຈິບຫາຍ ໄປຕາມຄວາມປະສົງຂອງນາຍພານແຕ່ຢ່າງໃດ, ເມື່ອພານມາເຖິງເຂົ້າ ມັນຈະຫຼີກໜີໄປໄດ້ຕາມທີ່ຕ້ອງການ ດັ່ງນີ້, ເຊັ່ນໃດກໍເຊັ່ນນັ້ນ.
ພິກຂຸ ທ. ! (ອີກຢ່າງໜຶ່ງ) ປຽບເໝືອນສັຕປ່າ ທ່ຽວໄປໃນປ່າກ້ວາງ ຍ່າງຢູ່ກໍສະງ່າງາມ ຢືນຢູ່ກໍສະງ່າງາມ ໝູບຢູ່ກໍສະງ່າງາມ ນອນຢູ່ກໍສະງ່າງາມ. ເພາະເຫຕໃດໜໍ ? ພິກຂຸ ທ. ! ເພາະເຫຕວ່າ ສັຕປ່ານັ້ນຍັງບໍ່ມາສູ່ແລວແຫ່ງຈັກຂຸຂອງພານ, ຂໍ້ນີ້ເຊັ່ນໃດ ; ພິກຂຸ ທ. ! ພິກຂຸກໍເຊັ່ນນັ້ນເໝືອນກັນ : ສະງັດແລ້ວຈາກກາມ ແລະອະກຸສົລທັມທັງຫຼາຍ ເຂົ້າເຖິງຊຶ່ງປະຖົມມະຊານ ອັນມີວິຕົກວິຈາຣ ມີປີຕິແລະສຸຂອັນເກີດແຕ່ວິເວກແລ້ວແລຢູ່. ພິກຂຸ ທ. ! ພິກຂຸນີ້ ເຮົາກ່າວວ່າ ໄດ້ເຮັດມາຣໃຫ້ເປັນຜູ້ຕາບອດ ບໍ່ມີຮ່ອງຮອຍ ກໍາຈັດເສຍແລ້ວຊຶ່ງຈັກຂຸແຫ່ງມາຣ ໄປແລ້ວສູ່ຖິ່ນທີ່ມາຣຜູ້ມີບາບມອງບໍ່ເຫັນ.
(ຕໍ່ໄປນີ້ ໄດ້ຕຣັດເຖິງການບັນລຸ ທຸຕິຢະຊານ-ຕະຕິຢະຊານ-ຈະຕຸຕຖະຊານ-ອາກາສານັນຈາຢະຕະນະ-ວິນຍານັນຈາຢະຕະນະ-ອາກິນຈັນຍາຢະຕະນະ-ເນວະສັນຍານາສັນຍາຢະຕະນະ ໂດຍນັຍດຽວກັນກັບການບັນລຸປະຖົມມະຊານ ເປັນລໍາດັບໄປ, ຈົນວ່າເຖິງສັນຍາເວທະຢິຕະນິໂຣດ ໂດຍຂໍ້ຄວາມສືບຕໍ່ໄປວ່າ :-)








