ອະຣິຍະສັຈພາກຕົ້ນ
ໜ້າ/ 382
ເມື່ອ ປີຕິ ມີຢູ່, ປັສສັທທິຂອງຜູ້ເຖິງພ້ອມແລ້ວດ້ວຍປີຕິ ກໍເປັນປັສສັທທິເຖິງພ້ອມດ້ວຍອຸປະນິໄສ;
ເມື່ອ ປັສສັທທິ ມີຢູ່, ສຸຂຂອງຜູ້ເຖິງພ້ອມແລ້ວດ້ວຍປັສສັທທິ ກໍເປັນສຸຂເຖິງພ້ອມດ້ວຍອຸປະນິໄສ;
ເມື່ອ ສຸຂ ມີຢູ່, ສັມມາສະມາທິຂອງຜູ້ເຖິງພ້ອມແລ້ວດ້ວຍສຸຂ ກໍເປັນສັມມາສະມາທິ ເຖິງພ້ອມດ້ວຍອຸປະນິໄສ;
ເມື່ອ ສັມມາສະມາທິ ມີຢູ່, ຢະຖາພູຕະຍານະທັສສະນະຂອງຜູ້ເຖິງພ້ອມແລ້ວ ດ້ວຍສັມມາສະມາທິ ກໍເປັນຢະຖາພູຕະຍານະທັສສະນະ ເຖິງພ້ອມດ້ວຍອຸປະນິໄສ;
໑. ອະວິບປະຕິສາຣະ ໝາຍເຖິງຄວາມທີ່ບໍ່ມີອັນໃດ ເປັນເຄື່ອງຮ້ອນໃຈ ລັງກຽດຄຽດຊັງ ຢູ່ໃນໃຈຂອງຕົນ
ຈົນເສຍສະມາທິ.
໗໔໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ເມື່ອ ຢະຖາພູຕະຍານະທັສສະນະ ມີຢູ່, ນິບພິທາຂອງຜູ້ເຖິງພ້ອມແລ້ວດ້ວຍຢະຖາພູຕະຍານະທັສສະນະ ກໍເປັນນິບພິທາເຖິງພ້ອມດ້ວຍອຸປະນິໄສ;
ເມື່ອ ນິບພິທາ ມີຢູ່, ວິຣາຄະຂອງຜູ້ເຖິງພ້ອມແລ້ວດ້ວຍນິບພິທາ ກໍເປັນວິຣາຄະ ເຖິງພ້ອມດ້ວຍອຸປະນິໄສ;
ເມື່ອ ວິຣາຄະ ມີຢູ່, ວິມຸຕຕິຍານະທັສສະນະ ຂອງຜູ້ເຖິງພ້ອມແລ້ວດ້ວຍວິຣາຄະ ກໍເປັນວິມຸຕຕິຍານະທັສສະນະ ເຖິງພ້ອມດ້ວຍອຸປະນິໄສ.
- ເອກາທສກ. ອັງ. ໒໔/໓໓໘/໒໑໐.
(ອີກນັຍໜຶ່ງ)
ພິກຂຸ ທ. ! ເມື່ອພິກຂຸ ມີສີລ ເຖິງພ້ອມດ້ວຍສີລ, ສັມມາສະມາທິ ຂອງເຂົາຍ່ອມເປັນທັມ ເຖິງພ້ອມດ້ວຍອຸປະນິໄສ;
ເມື່ອສັມມາສະມາທິມີຢູ່, ຢະຖາພູຕະຍານະທັສສະນະ ຍ່ອມເປັນທັມ ເຖິງພ້ອມດ້ວຍອຸປະນິໄສ ແກ່ຜູ້ເຖິງພ້ອມດ້ວຍສັມມາສະມາທິນັ້ນ;
ເມື່ອຢະຖາພູຕະຍານະທັສສະນະມີຢູ່, ນິບພິທາວິຣາຄະ ຍ່ອມເປັນທັມ ເຖິງພ້ອມດ້ວຍອຸປະນິໄສ ແກ່ຜູ້ເຖິງພ້ອມດ້ວຍຢະຖາພູຕະຍານະທັສສະນະ;
ເມື່ອນິບພິທາວິຣາຄະມີຢູ່, ວິມຸຕຕິຍານະທັສສະນະ ຍ່ອມເປັນທັມ ເຖິງພ້ອມດ້ວຍອຸປະນິໄສ ແກ່ຜູ້ເຖິງພ້ອມດ້ວຍນິບພິທາວິຣາຄະ.
ພິກຂຸ ທ. ! ປຽບເໝືອນຕົ້ນໄມ້ສົມບູນດ້ວຍກິ່ງ ແລະໃບແລ້ວ ເຖິງແມ່ນວ່າສະເກັດ ເປືອກຂອງຕົ້ນໄມ້ນັ້ນ ກໍເຖິງຄວາມບໍຣິບູນ; ເຖິງແມ່ນວ່າເປືອກກໍເຖິງຄວາມບໍຣິບູນ; ແມ່ນວ່າມອກກໍເຖິງຄວາມບໍຣິບູນ; ເຖິງແມ່ນວ່າແກນກໍເຖິງຄວາມບໍຣິບູນ; ເຊັ່ນໃດກໍເຊັ່ນນັ້ນ.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໔໙
(ຂໍ້ຄວາມຝ່າຍ ປະຕິປັກຂະນັຍຕໍ່ຂໍ້ຄວາມນີ້ ກໍໄດ້ຕຣັດໄວ້ໃນລັກສະນະທີ່ຜູ້ສຶກສາ ຍ່ອມກໍານົດໄດ້ເອງ ຈຶ່ງບໍ່ນໍາເອົາມາໃສ່ໄວ້).
- ປັນຈກ. ອັງ. ໒໒/໒໑/໒໔.
ການປະຣິນິພພານໃນທິຕຖະທັມ
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ອັນໃດໜໍເປັນເຫຕ ອັນໃດເປັນປັຈຈັຍ ທີ່ເຮັດໃຫ້ສັຕບາງພວກໃນໂລກນີ້ ປະຣິນິພພານໃນທິຕຖະທັມນີ້ ຂ້ານ້ອຍ !”
ທ່ານຜູ້ຈອມເທບ ! ຮູບ ທັງຫຼາຍທີ່ຮູ້ແຈ້ງດ້ວຍຕາກໍດີ, ສຽງ ທັງຫຼາຍທີ່ຮູ້ແຈ້ງ ດ້ວຍຫູກໍດີ, ກິ່ນ ທັງຫຼາຍຮູ້ແຈ້ງດ້ວຍດັງກໍດີ, ຣົສ ທັງຫຼາຍທີ່ຮູ້ແຈ້ງດ້ວຍລີ້ນກໍດີ, ໂຜຕຖັພພະ ທັງຫຼາຍທີ່ຮູ້ແຈ້ງດ້ວຍຜິວກາຍກໍດີ, ແລະທັມມາຣົມ ທັງຫຼາຍທີ່ຮູ້ແຈ້ງດ້ວຍໃຈກໍດີ; ອັນເປັນສິ່ງທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ທີ່ຍົວະຍວນໃຈໃຫ້ຮັກ ເປັນທີ່ເຂົ້າໄປຕັ້ງອາໄສຢູ່ແຫ່ງຄວາມໃຄ່ ເປັນທີ່ຕັ້ງແຫ່ງຄວາມກໍາໜັດຍ້ອມໃຈ ມີຢູ່; ແລະພິກຂຸ ກໍບໍ່ເປັນຜູ້ເພີດເພີນ ບໍ່ພໍ່າສັນເສີນ ບໍ່ເມົາໝົກຢູ່ຊຶ່ງອາຣົມ ມີຮູບເປັນຕົ້ນນັ້ນ, ເມື່ອບໍ່ເພີດເພີນ ບໍ່ພໍ່າສັນເສີນ ບໍ່ເມົາໝົກຢູ່ ຊຶ່ງອາຣົມມີຮູບເປັນຕົ້ນນັ້ນ, ວິນຍານນັ້ນ ອັນຕັນຫາໃນອາຣົມ ມີຮູບເປັນຕົ້ນອາໄສແລ້ວ ຍ່ອມບໍ່ມີແກ່ເຂົານັ້ນ ວິນຍານທີ່ຈະເປັນອຸປາທານຍ່ອມບໍ່ມີ. ທ່ານຜູ້ຈອມເທບ ! ພິກຂຸ ຜູ້ບໍ່ມີອຸປາທານ ຍ່ອມປະຣິນິພພານ.
ທ່ານຜູ້ຈອມເທບ ! ນີ້ແລເປັນເຫຕ ນີ້ເປັນປັຈຈັຍ ທີ່ເຮັດໃຫ້ສັຕບາງພວກໃນໂລກນີ້ ປະຣິນິພພານໃນທິຕຖະທັມນີ້, ດັ່ງນີ້ແລ.
- ສລາ. ສັງ. ໑໘/໑໒໘/໑໗໙.
໗໕໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ການປະຣິນິພພານໃນທິຕຖະທັມ (ອີກປະຣິຍາຍໜຶ່ງ)
ພິກຂຸ ທ. ! ຖ້າພິກຂຸ ສະແດງທັມ ເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກໍາໜັດ ເພື່ອຄວາມດັບບໍ່ເຫຼືອ ແຫ່ງ ຈັກຂຸ ຢູ່ແລ້ວ; ກໍເປັນການສົມຄວນ ເພື່ອຈະເອີ້ນພິກຂຸນັ້ນວ່າ “ຜູ້ກ່າວຊຶ່ງທັມ” (ທັມມະກະຖິໂກ) ດັ່ງນີ້.








