ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ທັມຢ່າງໜຶ່ງນັ້ນຄືອັນໃດເດໜໍ....ຯລຯ ....?”

ພິກຂຸ ! ອະວິຊຊາ ນັ້ນແລ ເປັນທັມຢ່າງໜຶ່ງ ຊຶ່ງເມື່ອພິກຂຸລະໄດ້ແລ້ວ ອະວິຊຊາ ຍ່ອມລະໄປ ວິຊຊາ ຍ່ອມເກີດຂຶ້ນ.

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ເມື່ອພິກຂຸຮູ້ຢູ່ແນວໃດ ເຫັນຢູ່ແນວໃດ ອະວິຊຊາ ຈຶ່ງຈະລະໄປ ວິຊຊາ ຈຶ່ງຈະເກີດຂຶ້ນ ຂ້ານ້ອຍ?”

ພິກຂຸ ! ຫຼັກທັມອັນພິກຂຸ ໃນກໍລະນີນີ້ໄດ້ສະດັບແລ້ວຍ່ອມມີຢູ່ວ່າ “ສິ່ງທັງຫຼາຍທັງປວງ ອັນໃຜໆບໍ່ຄວນຢຶດໝັ້ນຖືໝັ້ນ (ວ່າເປັນໂຕເຮົາ-ຂອງເຮົາ)” ດັ່ງນີ້. ພິກຂຸ ! ຖ້າພິກຂຸ ໄດ້ສະດັບຫຼັກທັມຂໍ້ນັ້ນດັ່ງນີ້ວ່າ “ສິ່ງທັງຫຼາຍທັງປວງອັນໃຜໆ ບໍ່ຄວນຢຶດໝັ້ນຖືໝັ້ນ” ດັ່ງນີ້ແລ້ວນັ້ນ, ພິກຂຸນັ້ນ ຍ່ອມຮູ້ຍິ່ງຊຶ່ງທັມທັງປວງ; ຄັນຮູ້ຍິ່ງຊຶ່ງທັມທັງປວງແລ້ວ ຍ່ອມຮອບຮູ້ຊຶ່ງທັມທັງປວງ; ຄັນຮອບຮູ້ຊຶ່ງທັມທັງປວງແລ້ວ ເຂົາຍ່ອມ ເຫັນຊຶ່ງນິມິຕທັງຫຼາຍຂອງສິ່ງທັງປວງ; ໂດຍປະການອື່ນ໑ ; ຄືຍ່ອມເຫັນຊຶ່ງ ຈັກຂຸ ໂດຍປະການອື່ນ; ເຫັນຊຶ່ງ ຮູບ ທັງຫຼາຍໂດຍປະການອື່ນ; ເຫັນຊຶ່ງຈັກຂຸວິນຍານ ໂດຍປະການອື່ນ; ເຫັນຊຶ່ງ ຈັກຂຸສັມຜັສ ໂດຍປະການອື່ນ; ເຫັນຊຶ່ງ ເວທະນາ ອັນເປັນສຸຂກໍຕາມ ທຸກຂ໌ກໍຕາມ ອະທຸກຂະມະສຸຂະກໍຕາມ ທີ່ເກີດຂຶ້ນ ເພາະຈັກຂຸສັມຜັສເປັນປັຈຈັຍ ໂດຍປະການອື່ນ.

(ໃນກໍລະນີ ແຫ່ງໂສຕະ ຄານະ ຊິວຫາ ກາຍະ ມະນະ ແລະທັມທັງຫຼາຍທີ່ສັມປະຍຸຕດ້ວຍໂສຕະ ຄານະ ຊິວຫາ ກາຍະ ແລະມະນະ ນັ້ນໆກໍດີ ກໍໄດ້ຕຣັດໄວ້ມີນັຍແນວດຽວກັນກັບ ໃນກໍລະນີແຫ່ງຈັກຂຸ ແລະທັມທັງຫຼາຍ ທີ່ສັມປະຍຸຕດ້ວຍຈັກຂຸ ຕ່າງກັນແຕ່ຊື່).

໑. ເມື່ອບຸຄຄົລ ຮູ້ແຈ້ງສິ່ງທັງປວງ ໂດຍຖືກຕ້ອງແລ້ວ ຍ່ອມເຫັນສິ່ງທັງປວງ ໂດຍປະການອື່ນຈາກທີ່ເຂົາ

ເຄີຍເຫັນ ເມື່ອຍັງບໍ່ຮູ້ແຈ້ງ; ເຊັ່ນເມື່ອກ່ອນ ເຫັນວ່າສັງຂາຣເປັນຂອງທ່ຽງ ບັດນີ້ຍ່ອມເຫັນໂດຍເປັນຂອງ

ບໍ່ທ່ຽງເປັນຕົ້ນ : ນີ້ເອີ້ນວ່າ ເຫັນໂດຍປະການອື່ນ. ຄໍາວ່ານິມິຕ ໝາຍເຖິງລັກສະນະໜຶ່ງໆ ຂອງສິ່ງຕ່າງໆ

ທີ່ເປັນເຄື່ອງສັງເກດຫຼືຮູ້ສຶກ ຫຼືຢຶດຖື ຫຼືສໍາຄັນໝັ້ນໝາຍ.

໗໔໖ ອະຣິຍະສັຈຈ໌ຈາກພຣະໂອຖ

ພິກຂຸ ! ເມື່ອພິກຂຸ ຮູ້ຢູ່ດັ່ງນີ້ ເຫັນຢູ່ດັ່ງນີ້ແລ ອະວິຊຊາ ຈຶ່ງຈະລະໄປ ວິຊຊາ ຈຶ່ງຈະເກີດຂຶ້ນ.

- ສລາ. ສັງ. ໑໘/໖໒/໙໖.

ກະແສການປຸງແຕ່ງແຫ່ງການເກີດວິມຸຕຕິຍານະທັສສະນະ

ພິກຂຸ ທ. ! ເມື່ອ ສະຕິສັມປະຊັນຍະ ມີຢູ່, ຫິຣິແລະໂອຕຕັບປະຂອງຜູ້ມີສະຕິ ສັມປະຊັນຍະ ອັນເຖິງພ້ອມແລ້ວ ກໍເປັນຫິຣິໂອຕຕັບປະ ເຖິງພ້ອມດ້ວຍອຸປະນິໄສ໑;

ເມື່ອ ຫິຣິແລະໂອຕຕັບປະ ມີຢູ່, ອິນຊີສັງວອນຂອງຜູ້ເຖິງພ້ອມແລ້ວດ້ວຍຫິຣິແລະໂອຕຕັບປະ ກໍເປັນອິນຊີສັງວອນ ເຖິງພ້ອມດ້ວຍອຸປະນິໄສ;

ເມື່ອ ອິນຊີສັງວອນ ມີຢູ່, ສີລຂອງຜູ້ເຖິງພ້ອມແລ້ວ ດ້ວຍອິນຊີສັງວອນ ກໍເປັນສີລ ເຖິງພ້ອມດ້ວຍອຸປະນິໄສ;

ເມື່ອ ສີລ ມີຢູ່, ສັມມາສະມາທິ ຂອງຜູ້ເຖິງພ້ອມແລ້ວດ້ວຍສີລ ກໍເປັນສັມມາສະມາທິ ເຖິງພ້ອມດ້ວຍອຸປະນິສັຍ;

ເມື່ອ ສັມມາສະມາທິ ມີຢູ່, ຢະຖາພູຕະຍານະທັສສະນະຂອງຜູ້ເຖິງພ້ອມແລ້ວ ດ້ວຍສັມມາສະມາທິ ກໍເປັນຢະຖາພູຕະຍານະທັສສະນະ ເຖິງພ້ອມດ້ວຍອຸປະນິໄສ;

ເມື່ອ ຢະຖາພູຕະຍານະທັສສະນະ ມີຢູ່, ນິບພິທາ ວິຣາຄະຂອງຜູ້ເຖິງພ້ອມແລ້ວດ້ວຍ ຢະຖາພູຕະຍານະທັສສະນະ ກໍເປັນນິບພິທາ ວິຣາຄະ ເຖິງພ້ອມດ້ວຍອຸປະນິໄສ;

໑. ອຸປະນິສະຢະ ໝາຍເຖິງທີ່ຕັ້ງ ທີ່ອາໄສສໍາລັບເຂົ້າໄປຕັ້ງ ເຂົ້າໄປອາໄສແລ້ວ ສາມາດເຮັດໜ້າທີ່ຂອງຕົນ

ໄດ້ເຕັມທີ່.

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໔໗

ເມື່ອ ນິບພິທາວິຣາຄະ ມີຢູ່, ວິມຸຕຕິຍານະທັສສະນະ ຂອງຜູ້ເຖິງພ້ອມແລ້ວ ດ້ວຍນິບພິທາວິຣາຄະ ກໍເປັນວິມຸຕຕິຍານະທັສສະນະ ເຖິງພ້ອມດ້ວຍອຸປະນິໄສ.

- ອັຕຖກ. ອັງ. ໒໓/໓໔໘/໑໘໗.

(ອີກນັຍໜຶ່ງ)

ພິກຂຸ ທ. ! ເມື່ອ ມີສີລ ເຖິງພ້ອມດ້ວຍສີລແລ້ວ, ອະວິບປະຕິສາຣະ໑ ກໍເຖິງພ້ອມດ້ວຍອຸປະນິໄສ;

ເມື່ອ ອະວິບປະຕິສາຣະ ມີຢູ່, ຄວາມປາໂມດຂອງຜູ້ເຖິງພ້ອມແລ້ວດ້ວຍ ອະວິປປະຕິສາຣະ ກໍເປັນປາໂມດເຖິງພ້ອມດ້ວຍອຸປະນິໄສ;

ເມື່ອ ຄວາມປາໂມດ ມີຢູ່, ປີຕິຂອງຜູ້ເຖິງພ້ອມແລ້ວດ້ວຍ ຄວາມປາໂມດ ກໍເປັນປີຕິເຖິງພ້ອມດ້ວຍອຸປະນິໄສ;

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ