ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ຖ້າພິກຂຸ ເປັນຜູ້ ປະຕິບັຕແລ້ວ ເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກໍາໜັດ ເພື່ອຄວາມດັບບໍ່ເຫຼືອ ແຫ່ງຈັກຂຸ ຢູ່ແລ້ວ; ກໍເປັນການສົມຄວນເພື່ອຈະເອີ້ນພິກຂຸນັ້ນວ່າ “ຜູ້ປະຕິບັຕແລ້ວຊຶ່ງທັມຕາມສົມຄວນແກ່ທັມ” (ທັມມານຸທັມມະປະຕິປັນໂນ) ດັ່ງນີ້.

ຖ້າພິກຂຸ ເປັນຜູ້ ຫຼຸດພົ້ນແລ້ວ ເພາະຄວາມເບື່ອໜ່າຍ ເພາະຄວາມຄາຍກໍາໜັດ ເພາະຄວາມດັບບໍ່ເຫຼືອ ແຫ່ງຈັກຂຸ ດ້ວຍຄວາມເປັນຜູ້ບໍ່ຢຶດໝັ້ນຖືໝັ້ນ ຢູ່ແລ້ວນັ້ນ; ກໍເປັນການສົມຄວນ ເພື່ອຈະເອີ້ນພິກຂຸນັ້ນວ່າ “ຜູ້ບັນລຸແລ້ວຊຶ່ງນິພພານໃນທິຕຖະທັມ” (ທິຕຖະທັມມະນິພພານະປັຕໂຕ) ດັ່ງນີ້.

[ໃນກໍລະນີແຫ່ງ ຫູ ດັງ ລີ້ນ ກາຍ ແລະໃຈ ກໍມີຂໍ້ຄວາມທີ່ກ່າວໄວ້ແນວດຽວກັນກັບ ໃນກໍລະນີແຫ່ງຕາ ທີ່ກ່າວໄວ້ເບື້ອງເທິງນີ້; ໃນສູຕອື່ນ (ຂັນທະ. ສັງ. ໑໗/໑໙໙/໓໐໒) ຊົງສະແດງໄວ້ດ້ວຍ ຮູບ ເວທະນາ ສັນຍາ ສັງຂາຣ ແລະວິນຍານ ແທນອາຍະຕະນະພາຍໃນຫົກຢ່າງ ໃນສູຕນີ້ກໍມີ].

- ສລາ. ສັງ. ໑໘/໑໗໗/໒໔໔.

ການປະຣິນິພພານໃນທິຕຖະທັມ (ອີກປະຣິຍາຍໜຶ່ງ)

ພິກຂຸ ທ. ! ຖ້າພິກຂຸ ສະແດງທັມ ເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກຳໜັດ ເພື່ອຄວາມດັບບໍ່ເຫຼືອ ແຫ່ງ ຊະຣາແລະມະຣະນະ ຢູ່ແລ້ວ ; ກໍເປັນການສົມຄວນ ເພື່ອຈະເອີ້ນພິກຂຸນັ້ນວ່າ “ຜູ້ກ່າວຊຶ່ງທັມ” ດັ່ງນີ້.

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໕໑

ຖ້າພິກຂຸເປັນຜູ້ ປະຕິບັຕແລ້ວ ເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກໍາໜັດ ເພື່ອຄວາມດັບບໍ່ເຫຼືອ ແຫ່ງຊະຣາແລະມະຣະນະ ຢູ່ແລ້ວ; ກໍເປັນການສົມຄວນ ເພື່ອຈະເອີ້ນພິກຂຸນັ້ນວ່າ “ຜູ້ປະຕິບັຕແລ້ວຊຶ່ງທັມຕາມສົມຄວນແກ່ທັມ” ດັ່ງນີ້.

ຖ້າພິກຂຸເປັນຜູ້ ຫຼຸດພົ້ນແລ້ວ ເພາະຄວາມເບື່ອໜ່າຍ ເພາະຄວາມຄາຍກໍາໜັດ ເພາະຄວາມດັບບໍ່ເຫຼືອ ແຫ່ງຊະຣາແລະມະຣະນະ ດ້ວຍຄວາມເປັນຜູ້ບໍ່ຢຶດໝັ້ນ ຖືໝັ້ນ ຢູ່ແລ້ວນັ້ນ ; ກໍເປັນການສົມຄວນ ເພື່ອຈະເອີ້ນພິກຂຸນັ້ນວ່າ “ຜູ້ບັນລຸແລ້ວຊຶ່ງນິພພານໃນທິຕຖະທັມ” ດັ່ງນີ້.

(ໃນກໍຣະນີແຫ່ງ ຊາດ ບ ອຸປາທານ ຕັນຫາ ເວທະນາ ຜັສສະ ສະລາຍະຕະນະ ນາມຮູບ ວິນຍານ ສັງຂາຣ ແລະອະວິຊຊາ ກໍມີຂໍ້ຄວາມທີ່ກ່າວໄວ້ແນວດຽວກັນກັບ ໃນກໍລະນີແຫ່ງຊະຣາ ແລະມະຣະນະ ທີ່ກ່າວໄວ້ເບື້ອງເທິງນີ້).

- ນິທານ. ສັງ. ໑໖/໒໒/໔໖.

ລັກສະນະແຫ່ງຈິຕທີ່ຫຼຸດພົ້ນດ້ວຍດີ

ພິກຂຸ ທ. ! ພິກຂຸເຫັນ ຈັກຂຸ ຊຶ່ງບໍ່ທ່ຽງນັ້ນແຫຼະ ວ່າບໍ່ທ່ຽງ, ທິຕຖິຂອງເຂົານັ້ນເປັນສັມມາທິຕຖິ. ເມື່ອເຫັນຢູ່ດ້ວຍສັມມາທິຕຖິ ຍ່ອມເບື່ອໜ່າຍ ; ເພາະຄວາມດັບນັນທິ ຍ່ອມມີຄວາມດັບຣາຄະ ; ເພາະຄວາມດັບຣາຄະ ຍ່ອມມີຄວາມດັບນັນທິ ; ເພາະຄວາມດັບນັນທິແລະຣາຄະ ກໍກ່າວໄດ້ວ່າ ຈິຕຫຼຸດພົ້ນແລ້ວດ້ວຍດີ ດັ່ງນີ້.

(ໃນກໍລະນີແຫ່ງ ໂສຕະ ຄານະ ຊິວຫາ ກາຍະ ແລະມະນະ ກໍມີຂໍ້ຄວາມທີ່ກ່າວໄວ້ແນວດຽວກັນກັບ ໃນກໍລະນີແຫ່ງຈັກຂຸ ທີ່ກ່າວໄວ້ເບື້ອງເທິງນີ້).

- ສລາ. ສັງ. ໑໘/໑໗໙/໒໔໕.

໗໕໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ລັກສະນະແຫ່ງຈິຕທີ່ຫຼຸດພົ້ນດ້ວຍດີ (ອີກນັຍໜຶ່ງ)

ພິກຂຸ ທ. ! ພິກຂຸເຫັນ ຮູບທັງຫຼາຍ ຊຶ່ງບໍ່ທ່ຽງນັ້ນແຫຼະ ວ່າບໍ່ທ່ຽງ, ທິຕຖິຂອງເຂົານັ້ນ ເປັນສັມມາທິຕຖິ. ເມື່ອເຫັນຢູ່ດ້ວຍສັມມາທິຕຖິ ຍ່ອມເບື່ອໜ່າຍ ;ເພາະຄວາມດັບສິ້ນນັນທິ ຍ່ອມມີຄວາມດັບສິ້ນຣາຄະ ; ເພາະຄວາມດັບສິ້ນຣາຄະ ຍ່ອມມີຄວາມດັບສິ້ນນັນທິ ; ເພາະຄວາມດັບສິ້ນນັນທິແລະຣາຄະ ກໍກ່າວໄວ້ວ່າ ຈິຕຫຼຸດພົ້ນແລ້ວດ້ວຍດີ ດັ່ງນີ້.

(ໃນກໍຣະນີແຫ່ງ ສຽງ ກິ່ນ ຣົສ ໂຜຕຖັພພະ ແລະ ທັມມາຣົມ ກໍມີຂໍ້ຄວາມທີ່ກ່າວໄວ້ແນວດຽວກັນກັບ ໃນກໍລະນີແຫ່ງຮູບ ທີ່ກ່າວໄວ້ເບື້ອງເທິງນີ້).

- ສລາ. ສັງ. ໑໘/໑໗໙/໒໔໖.

ລັກສະນະແຫ່ງຈິຕທີ່ຫຼຸດພົ້ນດ້ວຍດີ (ອີກນັຍໜຶ່ງ)

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ