ອະຣິຍະສັຈພາກຕົ້ນ
ໜ້າ/ 382
ມັນຈຶ່ງມາກິນຜັກທີ່ເຮົາປູກນີ້ໄດ້, ແລະເຮົາກໍບໍ່ເຂົ້າໃຈການມາ ການໄປຂອງມັນ. ຖ້າຈັ່ງໃດ ເຮົາຕ້ອງລ້ອມຊຶ່ງບ່ອນນັ້ນໂດຍຮອບ ດ້ວຍເຄື່ອງລ້ອມຊະນິດທັນດະວາຄຸຣະໃຫຍ່ໆທັງຫຼາຍ ເຮົາຄົງຈະໄດ້ເຫັນບ່ອນຈອບລີ້ ຂອງຝູງສັຕ(ປ່າ)ພວກທີສີ່ ອັນເປັນບ່ອນຊຶ່ງມັນແອບເຂົ້າມາກິນ” ດັ່ງນີ້. ຊົນເຫຼົ່ານັ້ນ ໄດ້ເຮັດການລ້ອມພື້ນທີ່ປູກຜັກນັ້ນໂດຍຮອບ ດ້ວຍເຄື່ອງລ້ອມຊະນິດທັນດະວາຄຸຣະໃຫຍ່ໆ ທັງຫຼາຍແລ້ວ. ພິກຂຸ ທ. ! ເຈົ້າຂອງສວນຜັກ ແລະບໍລິວານບໍ່ໄດ້ພົບບ່ອນຈອບລີ້ ຂອງຝູງສັຕພວກທີສີ່ ອັນເປັນບ່ອນຊຶ່ງມັນແອບເຂົ້າມາກິນ. ພິກຂຸ ທ. ! ຄວາມຄິດໄດ້ເກີດຂຶ້ນແກ່ເຈົ້າຂອງສວນຜັກ ແລະບໍລິວານວ່າ “ຖ້າເຮົາເຮັດຝູງສັຕພວກທີສີ່ ໃຫ້ແຕກຕື່ນແລ້ວ ມັນກໍຈະເຮັດໃຫ້ຝູງອື່ນແຕກຕື່ນດ້ວຍ ດ້ວຍການເຮັດດັ່ງນີ້ ຝູງສັຕທັງປວງກໍຜ່າຍໜີ (ເລີກຮ້າງ) ໄປຈາກຜັກທີ່ເຮົາປູກໄວ້ ຖ້າຈັ່ງໃດເຮົາຕ້ອງຕັ້ງຄວາມພະຍາຍາມ ເຈາະຈົງ (ສ້າງຄວາມແຕກຕື່ນ) ແກ່ສັຕ(ປ່າ)ພວກທີສີ່” ດັ່ງນີ້. ພິກຂຸ ທ. ! ເຈົ້າຂອງສວນຜັກ ແລະບໍລິວານ ໄດ້ຕັ້ງຄວາມພະຍາຍາມ ເຈາະຈົງ (ສ້າງຄວາມແຕກຕື່ນ) ແກ່ຝູງສັຕພວກທີສີ່ແລ້ວ. ພິກຂຸ ທ. ! ດ້ວຍອາການດັ່ງນີ້ແລ ຝູງສັຕພວກທີສີ່ນັ້ນ ກໍພົ້ນໄປຈາກກໍາມືຂອງເຈົ້າຂອງສວນຜັກ.
(ພຣະຜູ້ມີພຣະພາຄເຈົ້າ ໄດ້ຊົງຍົກເອົາສະມະນະພຣາມຈໍາພວກທີ່ສີ່ ມາປຽບກັບຝູງສັຕ(ປ່າ) ຈໍາພວກທີ່ສີ່ ດັ່ງນີ້ວ່າ :-)
ພິກຂຸ ທ. ! ບັນດາສະມະນະພຣາມທັງຫຼາຍ ສະມະນະພຣາມພວກທີສີ່ (ຮູ້ຄວາມວິນາດຂອງສະມະນະພຣາມພວກທີໜຶ່ງ ທີສອງ ແລະທີສາມໂດຍປະການທັງປວງແລ້ວ) ມາຄິດກັນວ່າ “ຖ້າຈັ່ງໃດ ເຮົາອາໄສຈອບລີ້ຢູ່ໃນບ່ອນຊຶ່ງມາຣ ແລະບໍຣິວານຂອງມາຣໄປບໍ່ເຖິງ ຄັນອາໄສຈອບລີ້ຢູ່ໃນບ່ອນນັ້ນແລ້ວ ຈະບໍ່ລືມໂຕເຂົ້າໄປບໍລິໂພກໂລກາມິດສະ ຊຶ່ງເປັນເໝືອນສວນຜັກ ທີ່ມາຣປູກໄວ້ ເມື່ອບໍ່ລືມໂຕເຂົ້າໄປກິນ ກໍບໍ່ເຖິງຊຶ່ງຄວາມມົວເມົາ ເມື່ອບໍ່ມົວເມົາ ກໍບໍ່ເຖິງຊຶ່ງຄວາມປະມາດ ເມື່ອບໍ່ປະມາດ ກໍຈະເປັນຜູ້ທີ່ມາຣ ບໍ່ອາດເຮັດອັນໃດໆໄດ້ ຕາມຄວາມພໍໃຈໃນໂລກາມິດສະ ຊຶ່ງເປັນ ເໝືອນສວນຜັກທີ່ມາຣປູກໄວ້” ດັ່ງນີ້.
ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໓໓
ສະມະນະພຣາມເຫຼົ່ານັ້ນ (ກໍໄດ້ປະພຶດເຮັດຕາມຄວາມຄິດນັ້ນ). ພິກຂຸ ທ. ! ດ້ວຍອາການດັ່ງນີ້ແລ ສະມະນະພຣາມພວກທີສີ່ນີ້ ກໍພົ້ນໄປຈາກອິດທານຸພາບຂອງມາຣ. ພິກຂຸ ທ. ! ເຮົາກ່າວສະມະນະພຣາມ ພວກທີສີ່ນີ້ ວ່າມີອຸປະມາເໝືອນຝູງສັຕ(ປ່າ)ພວກທີສີ່ ນັ້ນ, ເຊັ່ນໃດກໍເຊັ່ນນັ້ນ.
ພິກຂຸ ທ. ! ຖິ່ນຊຶ່ງມາຣແລະບໍຣິວານຂອງມາຣໄປບໍ່ເຖິງ ນັ້ນ ເປັນແນວໃດໜໍ ? ພິກຂຸ ທ. ! ໃນກໍລະນີນີ້ ຄື ພິກຂຸເພາະສະງັດຈາກກາມ ແລະອະກຸສົລທັມທັງຫຼາຍ ຈຶ່ງເຂົ້າເຖິງປະຖົມມະຊານ ອັນມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດແຕ່ວິເວກແລ້ວແລຢູ່. ພິກຂຸ ທ. ! ພິກຂຸນີ້ເຮົາກ່າວວ່າ ໄດ້ເຮັດມາຣໃຫ້ເປັນຜູ້ຕາບອດ ບໍ່ມີຮ່ອງຮອຍ ກໍາຈັດເສຍແລ້ວຊຶ່ງຈັກຂຸແຫ່ງມາຣ ໄປແລ້ວສູ່ຖິ່ນຊຶ່ງມາຣຜູ້ມີບາບມອງບໍ່ເຫັນ.
ຕໍ່ໄປນີ້ ໄດ້ຕຣັດເຖິງການບັນລຸ ທຸຕິຢະຊານ-ຕະຕິຢະຊານ-ຈະຕຸຕຖະຊານ-ອາກາສານັນຈາຢະຕະນະ-ວິນຍານັນຈາຢະຕະນະ-ອາກິນຈັນຍາຢະຕະນະ-ເນວະສັນຍານາສັນຍາຢະຕະນະ ວ່າເປັນຖິ່ນຊຶ່ງມາຣໄປບໍ່ເຖິງ ໂດຍນັຍດຽວກັນກັບການບັນລຸປະຖົມມະຊານເປັນລໍາດັບໄປ, ຈົນວ່າເຖິງສັນຍາເວທະຢິຕະນິໂຣດ ໂດຍຂໍ້ຄວາມສືບຕໍ່ໄປວ່າ :-)
ພິກຂຸ ທ. ! ຍິ່ງໄປກວ່ານັ້ນອີກ : ພິກຂຸກ້າວຜ່ານເນວະສັນຍານາສັນຍາຢະຕະນະ ໂດຍປະການທັງປວງ ເຂົ້າເຖິງຊຶ່ງສັນຍາເວທະຢິຕະນິໂຣດແລ້ວແລຢູ່ ແລະເພາະເຫັນແລ້ວດ້ວຍປັນຍາ ອາສະວະທັງຫຼາຍຂອງເຂົາກໍດັບສິ້ນໄປຮອບ. ພິກຂຸ ທ. ! ພິກຂຸນີ້ ເຮົາກ່າວວ່າ ໄດ້ເຮັດມາຣໃຫ້ເປັນຜູ້ຕາບອດ ບໍ່ມີຮ່ອງຮອຍ ກໍາຈັດເສຍແລ້ວຊຶ່ງຈັກຂຸແຫ່ງມາຣ ໄປແລ້ວສູ່ຖິ່ນຊຶ່ງມາຣຜູ້ມີບາບມອງບໍ່ເຫັນ ໄດ້ຂ້າມພົ້ນແລ້ວຊຶ່ງຕັນຫາໃນໂລກ, ດັ່ງນີ້ແລ.








