ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ອານົນທ໌ ! ອະຣິຍະສາວົກ ຜູ້ມີການສະດັບແລ້ວ ເມື່ອເຫັນຢູ່ດ້ວຍອາການເຊັ່ນນີ້ ຍ່ອມເກີດເບື່ອໜ່າຍໃນຮູບ ເບື່ອໜ່າຍແມ່ນແຕ່ໃນເວທນາ ເບື່ອໜ່າຍແມ່ນແຕ່ໃນສັນຍາ ເບື່ອໜ່າຍແມ່ນແຕ່ໃນສັງຂາຣ ເບື່ອໜ່າຍແມ່ນແຕ່ໃນວິນຍານ. ເມື່ອເບື່ອໜ່າຍ ຍ່ອມຈາງຄາຍຄວາມກໍາໜັດ, ເພາະຈາງຄາຍໄປແຫ່ງຄວາມກໍາໜັດ ຍ່ອມຫຼຸດພົ້ນໄປໄດ້, ເມື່ອຫຼຸດພົ້ນແລ້ວ ກໍມີຍານຮູ້ຂຶ້ນວ່າຫຼຸດພົ້ນແລ້ວດັ່ງນີ້. ອະຣິຍະສາວົກນັ້ນ ຍ່ອມຮູ້ແຈ່ມແຈ້ງວ່າ “ຊາຕດັບສິ້ນແລ້ວ ພຣົມມະຈັນຣຍ໌ໄດ້ຢູ່ຈົບແລ້ວ ກິດທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ ກິດອື່ນທີ່ຈະຕ້ອງເຮັດເພື່ອຄວາມເປັນເຊັ່ນນີ້ ບໍ່ໄດ້ມີອີກ”, ດັ່ງນີ້ແລ.

- ຂັນທະ. ສັງ. ໑໗/໒໒໘-໒໒໙/໓໖໔-໓໖໕.

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໔໓

ອາການດັບແຫ່ງຕັນຫາໃນນາມແຫ່ງນັນທິ

ພິກຂຸ ທ. ! ....ພິກຂຸນັ້ນເຫັນຮູບດ້ວຍຕາແລ້ວ ຍ່ອມບໍ່ກໍາໜັດຍິນດີໃນຮູບ ອັນມີລັກສະນະ ເປັນທີ່ຕັ້ງແຫ່ງຄວາມຮັກ; ຍ່ອມບໍ່ຂັດເຄືອງໃນຮູບ ອັນມີລັກສະນະເປັນທີ່ຕັ້ງແຫ່ງຄວາມຄຽດຊັງ; ເປັນຜູ້ຢູ່ດ້ວຍສະຕິເປັນໄປໃນກາຍ ອັນຕົນເຂົ້າໄປຕັ້ງໄວ້ແລ້ວ ມີຈິຕຫາປະມານບໍ່ໄດ້ດ້ວຍ; ຍ່ອມຮູ້ແຈ່ມແຈ້ງຕາມເປັນຈິງ ຊຶ່ງເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນເປັນທັມທີ່ດັບໂດຍບໍ່ເຫຼືອແຫ່ງທັມອັນເປັນບາບ ອະກຸສົລທັງຫຼາຍດ້ວຍ.

ພິກຂຸນັ້ນ ເປັນຜູ້ລະເສຍໄດ້ ຊຶ່ງຄວາມຍິນດີແລະຄວາມຍິນຮ້າຍດັ່ງນີ້ແລ້ວ ສະເຫວີຍເວທະນາໃດໆ ອັນເປັນສຸຂກໍຕາມ ເປັນທຸກຂ໌ກໍຕາມ ບໍ່ເປັນທຸກຂ໌ບໍ່ເປັນສຸຂກໍຕາມ ຍ່ອມບໍ່ເພີດເພີນ ບໍ່ພໍ່າສັນເສີນ ບໍ່ເມົາໝົກຢູ່ໃນເວທະນານັ້ນໆ.

ເມື່ອພິກຂຸນັ້ນ ບໍ່ເພີດເພີນ ບໍ່ພໍ່າສັນເສີນ ບໍ່ເມົາໝົກຢູ່ໃນເວທະນານັ້ນໆ; ນັນທິ (ຄວາມເພີນ) ໃນເວທະນາທັງຫຼາຍເຫຼົ່ານັ້ນຍ່ອມດັບໄປ. ເພາະຄວາມດັບແຫ່ງນັນທິ ຂອງພິກຂຸນັ້ນ ຈຶ່ງມີຄວາມດັບແຫ່ງອຸປາທານ; ເພາະມີຄວາມດັບແຫ່ງອຸປາທານ ຈຶ່ງມີຄວາມດັບແຫ່ງພົບ; ເພາະມີຄວາມດັບແຫ່ງພົບ ຈຶ່ງມີຄວາມດັບແຫ່ງຊາດ; ເພາະມີຄວາມດັບແຫ່ງຊາດ, ຊະຣາມະຣະນະ ໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະທັງຫຼາຍ ຈຶ່ງດັບສິ້ນ. ຄວາມດັບລົງ ແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີດ້ວຍອາການດັ່ງນີ້.

(ໃນກໍລະນີ ແຫ່ງການໄດ້ຍິນສຽງດ້ວຍຫູ ຮູ້ສຶກກິ່ນດ້ວຍດັງ ຊິມຣົສດ້ວຍລິ້ນ ຖືກຕ້ອງສັມຜັສທາງຜິວໜັງດ້ວຍຜິວກາຍ ແລະຮູ້ແຈ້ງທັມມາຮົມດ້ວຍໃຈ ກໍໄດ້ຕຣັດໄວ້ແນວດຽວກັນ).

໗໔໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພິກຂຸ ທ. ! ເຈົ້າຈົ່ງຊົງທັມມະນີ້ໄວ້ ໃນຖານະທີ່ເປັນທັມໃຫ້ເຖິງຄວາມຫຼຸດພົ້ນ ເພາະຄວາມດັບສິ້ນໄປແຫ່ງຕັນຫາ ຊຶ່ງເຮົາກ່າວໄວ້ໂດຍສັງເຂບ.

- ມູ. ມ. ໑໒/໔໙໔/໔໕໘.

(ກ່ຽວກັບເລື່ອງການໃຫ້ເຖິງຄວາມຫຼຸດພົ້ນ ເພາະຄວາມດັບສິ້ນໄປແຫ່ງຕັນຫາ ຊຶ່ງຕຣັດໄວ້ໂດຍສັງເຂບດັ່ງຕຣັດໃນສູຕເບື້ອງເທິງນີ້ ໃນສູຕອື່ນ (ມູ. ມ. ໑໒/໔໗໐/໔໓໙; ສັຕຕກ. ອັງ. ໒໓/໙໐/໕໘) ໄດ້ຕຣັດໄວ້ວ່າ ພິກຂຸທີ່ໄດ້ສະດັບແລ້ວວ່າ ສິ່ງທັງປວງບໍ່ຄວນຢຶດໝັ້ນຖືໝັ້ນ ຊື່ວ່າຮູ້ຍິ່ງທັມທັງປວງ ຮອບຮູ້ທັມທັງປວງ ສະເຫວີຍ ເວທະນາໃດໆ ເປັນຜູ້ຕາມເຫັນຄວາມບໍ່ທ່ຽງ ຄວາມຈາງຄາຍ ຄວາມດັບ ຄວາມໂຍນຄືນ ໃນເວທະນານັ້ນໆຢູ່ປະຈໍາ ຍ່ອມບໍ່ຢຶດໝັ້ນສິ່ງໃດໆໃນໂລກ ບໍ່ສະດຸ້ງຫວາດສຽວ ປະຣິນິພພານສະເພາະຕົນ, ດັ່ງນີ້ກໍມີ).

ສັກກາຢະນິໂຣດ

ພິກຂຸ ທ. ! ສັກກາຢະນິໂຣດະ ເປັນແນວໃດໜໍ ?

ພິກຂຸ ທ. ! ຄວາມຈາງຄາຍ ດັບໄປບໍ່ເຫຼືອ ຄວາມສະລະຖິ້ມ ຄວາມໂຍນຄືນ ຄວາມປ່ອຍ ຄວາມເຮັດບໍ່ໃຫ້ມີທີ່ອາໄສ ຊຶ່ງຕັນຫານັ້ນນັ້ນເອງ.

ພິກຂຸ ທ. ! ນີ້ເຮົາ ເອີ້ນວ່າ ສັກກາຢະນິໂຣດະ.

- ຂັນທ. ສັງ. ໑໗/໑໙໔/໒໘໙.

(ຕາມທໍໍາມະດາ ການດັບແຫ່ງຕັນຫານີ້ ຕຣັດຮຽກວ່າທຸກຂະນິໂຣດະ ແຕ່ໃນສູຕນີ້ ຕຣັດຮຽກວ່າສັກກາຢະນິໂຣດະ. ໃນສູຕອື່ນ (໑໗/໑໙໒/໒໗໗) ຕຣັດຮຽກວ່າສັກກາຢະນິໂຣດັນຕະກໍມີ).

ອາການແຫ່ງການລະອະວິຊຊາໂດຍຫຍໍ້

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ທັມຢ່າງໜຶ່ງມີຢູ່ຫຼືບໍ່ໜໍ ຊຶ່ງເມື່ອພິກຂຸລະໄດ້ແລ້ວ ອະວິຊຊາ ຍ່ອມລະໄປ ວິຊຊາ ຍ່ອມເກີດຂຶ້ນ ຂ້ານ້ອຍ ?”

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໔໕

ພິກຂຸ ! ທັມຢ່າງໜຶ່ງນັ້ນ ມີຢູ່ແລ....ຯລຯ....

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ