ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ພິກຂຸນັ້ນ ຍ່ອມບໍ່ເພີດເພີນ ຍ່ອມບໍ່ພໍ່າສັນເສີນ ຍ່ອມບໍ່ເມົາໝົກຢູ່ຊຶ່ງ ຮູບ. ເມື່ອພິກຂຸນັ້ນບໍ່ເພີດເພີນ ບໍ່ພໍ່າສັນເສີນ ບໍ່ເມົາໝົກຢູ່ຊຶ່ງຮູບ, ນັນທິ (ຄວາມເພີນ) ໃດໃນຮູບ, ນັນທິນັ້ນຍ່ອມດັບໄປ. ເພາະຄວາມດັບແຫ່ງນັນທິ ຂອງພິກຂຸນັ້ນ ຈຶ່ງມີຄວາມດັບແຫ່ງອຸປາທານ; ເພາະມີຄວາມດັບແຫ່ງອຸປາທານ ຈຶ່ງມີຄວາມດັບແຫ່ງພົບ; ເພາະມີຄວາມດັບແຫ່ງພົບ ຈຶ່ງມີຄວາມດັບແຫ່ງຊາດ; ເພາະມີຄວາມດັບແຫ່ງຊາດນັ້ນແລ ຊະຣາມະຣະນະ ໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະທັງຫຼາຍ ຈຶ່ງດັບສິ້ນ : ຄວາມດັບລົງແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີດ້ວຍອາການດັ່ງນີ້.
(ໃນກໍລະນີແຫ່ງ ເວທະນາ ສັນຍາ ສັງຂາຣ ແລະວິນຍານ ກໍມີຂໍ້ຄວາມທີ່ຕຣັດແນວດຽວກັນກັບ ໃນກໍຣະນີແຫ່ງຮູບ).
- ຂັນທະ. ສັງ. ໑໗/໑໙/໒໙.
ອາການດັບແຫ່ງຄວາມທຸກຂ໌
(ອີກປະຣິຍາຍໜຶ່ງ)
ພິກຂຸ ທ. ! ເມື່ອພິກຂຸເປັນຜູ້ມີປົກກະຕິເຫັນໂດຍຄວາມເປັນອາທີນະວະ (ໂທດອັນ ຕໍ່າຊ້າ) ໃນທັມທັງຫຼາຍ ອັນເປັນທີ່ຕັ້ງແຫ່ງສັນໂຍຊນ໌ຢູ່, ການຢັ່ງລົງແຫ່ງວິນຍານ
໗໓໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ຍ່ອມບໍ່ມີ. ເພາະຄວາມດັບແຫ່ງວິນຍານ ຈຶ່ງມີຄວາມດັບແຫ່ງນາມຮູບ; ເພາະມີຄວາມດັບແຫ່ງນາມຮູບ ຈຶ່ງມີຄວາມດັບແຫ່ງສະລາຍະຕະນະ; ເພາະມີຄວາມດັບແຫ່ງສະລາຍະຕະນະ ຈຶ່ງມີຄວາມດັບແຫ່ງຜັສສະ; ເພາະມີຄວາມດັບແຫ່ງຜັສສະ ຈຶ່ງມີຄວາມດັບແຫ່ງເວທະນາ; ເພາະມີຄວາມດັບແຫ່ງເວທະນາ ຈຶ່ງມີຄວາມດັບແຫ່ງຕັນຫາ; ເພາະມີຄວາມດັບແຫ່ງຕັນຫາ ຈຶ່ງມີຄວາມດັບແຫ່ງອຸປາທານ; ເພາະມີຄວາມດັບແຫ່ງອຸປາທານ ຈຶ່ງມີຄວາມດັບແຫ່ງພົບ; ເພາະມີຄວາມດັບແຫ່ງພົບ ຈຶ່ງມີຄວາມດັບແຫ່ງຊາດ; ເພາະມີຄວາມດັບແຫ່ງຊາດນັ້ນແລ ຊະຣາມະຣະນະ ໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະທັງຫຼາຍ ຈຶ່ງດັບສິ້ນ: ຄວາມດັບລົງແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີດ້ວຍອາການດັ່ງນີ້.
- ນິທານ.ສັງ. ໑໖/໑໑໐/໒໒໒.
[ໃນສູຕອື່ນ (໑໖/໑໐໙/໒໑໘) ມີຂໍ້ຄວາມເໝືອນສູຕເບື້ອງເທິງນີ້ ຕ່າງແຕ່ແທນທີ່ຈະຕຣັດວ່າ “ການຢັ່ງລົງແຫ່ງວິນຍານ ຍ່ອມບໍ່ມີ. ເພາະຄວາມດັບແຫ່ງວິນຍານ ຈຶ່ງມີຄວາມດັບແຫ່ງນາມຮູບ; ເພາະມີຄວາມດັບແຫ່ງນາມຮູບ ຈຶ່ງມີຄວາມດັບແຫ່ງສະລາຍະຕະນະ;” ດັ່ງໃນສູຕເບື້ອງເທິງນີ້ແຕ່ໄດ້ຕຣັດສັ້ນລົງມາວ່າ “ການຢັ່ງລົງແຫ່ງນາມຮູບຍ່ອມບໍ່ມີ. ເພາະຄວາມດັບແຫ່ງນາມຮູບ ຈຶ່ງມີຄວາມດັບແຫ່ງສະລາຍະຕະນະ;” ສ່ວນຂໍ້ຄວາມນອກນັ້ນ ເໝືອນກັນທຸກໂຕອັກສອນ].
ອາການດັບແຫ່ງຄວາມທຸກຂ໌
(ເລື່ອງຄວນເບິ່ງປະກອບໃນປະຕິຈຈ.ໂອ. ໜ້າ ໓໗໗ ພ້ອມກັບອຸປະມາຯ)
(ອີກປະຣິຍາຍໜຶ່ງ)
ພິກຂຸ ທ. ! ເມື່ອພິກຂຸ ເປັນຜູ້ມີປົກກະຕິເຫັນໂດຍຄວາມເປັນອາທີນະວະ(ໂທດອັນຕໍ່າຊ້າ) ໃນທັມທັງຫຼາຍ ອັນເປັນທີ່ຕັ້ງແຫ່ງອຸປາທານຢູ່, ຕັນຫາຍ່ອມດັບ; ເພາະມີຄວາມດັບແຫ່ງຕັນຫາ ຈຶ່ງມີຄວາມດັບແຫ່ງອຸປາທານ; ເພາະມີຄວາມດັບແຫ່ງອຸປາທານ ຈຶ່ງມີຄວາມດັບແຫ່ງພົບ; ເພາະມີຄວາມດັບແຫ່ງພົບ ຈຶ່ງມີຄວາມດັບແຫ່ງຊາດ;
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໓໕
ເພາະມີຄວາມດັບແຫ່ງຊາດນັ້ນແລ ຊະຣາມະຣະນະໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະທັງຫຼາຍ ຈຶ່ງດັບສິ້ນ : ຄວາມດັບລົງແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີດ້ວຍອາການດັ່ງນີ້.
- ນິທານ. ສັງ. ໑໖/໑໐໒/໑໙໘.
(ໃນສູຕອື່ນ (໑໖/໑໐໔/໒໐໒) ມີຂໍ້ຄວາມເໝືອນສູຕເບື້ອງເທິງນີ້ ທຸກໂຕອັກສອນ ຕ່າງກັນແຕ່ພຽງວ່າ ໃນສູຕເບື້ອງເທິງນີ້ໃຊ້ຄໍາວ່າ “ໃນທັມທັງຫຼາຍ ອັນເປັນທີ່ຕັ້ງແຫ່ງອຸປາທານ” ສ່ວນໃນສູຕຫຼັງນີ້ໃຊ້ຄໍາວ່າ “ໃນທັມທັງຫຼາຍ ອັນເປັນທີ່ຕັ້ງແຫ່ງສັນໂຍຊນ໌”, ເທົ່ານັ້ນ).
ອາການດັບແຫ່ງຄວາມທຸກຂ໌
(ອີກປະຣິຍາຍໜຶ່ງ)








