ອະຣິຍະສັຈພາກຕົ້ນ
ໜ້າ/ 382
ເພາະຜັສສະເປັນປັຈຈັຍ ຈຶ່ງເກີດມີເວທະນາ; ເພາະເວທະນາເປັນປັຈຈັຍ ຈຶ່ງເກີດມີຕັນຫາ; ເພາະຄວາມດັບດ້ວຍຄວາມຈາງຄາຍໄປໂດຍບໍ່ເຫຼືອແຫ່ງຕັນຫາ ນັ້ນແຫຼະ ຈຶ່ງມີຄວາມດັບແຫ່ງອຸປາທານ; ເພາະຄວາມດັບແຫ່ງອຸປາທານ ຈຶ່ງມີຄວາມດັບແຫ່ງພົບ; ເພາະຄວາມດັບແຫ່ງພົບ ຈຶ່ງມີຄວາມດັບແຫ່ງຊາດ; ເພາະຄວາມດັບແຫ່ງຊາດ, ຊະຣາມໍຣະນະ ໂສກະປະຣິເທວະທຸກຂະໂທມະນັດສະແລະອຸປາຍາສະ ຈຶ່ງດັບບໍ່ເຫຼືອ. ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ທັງໝົດນັ້ນ ຍ່ອມມີໄດ້ ດ້ວຍອາການຢ່າງນີ້.
ພິກຂຸ ທ. ! ນີ້ຄືຄວາມດັບແຫ່ງທຸກຂ໌.
(ໃນກໍລະນີ ທີ່ກ່ຽວກັບອາຍະຕະນະພາຍໃນ ທີ່ເຫຼືອອີກ ໕ ຢ່າງ ກໍມີຂໍ້ຄວາມແນວດຽວກັນກັບ ໃນກໍລະນີຂອງຕົວຢ່າງເບື້ອງເທິງນີ້).
- ສລາ. ສັງ. ໑໘/໑໐໗/໑໕໕.
ອາການດັບແຫ່ງທຸກຂ໌ໂດຍສັງເຂບທີ່ສຸດ
ພິກຂຸ ທ. ! ໃນກາລໃດ ອະວິຊຊາ ເປັນສິ່ງທີ່ພິກຂຸລະໄດ້ແລ້ວ ວິຊຊາ ເປັນສິ່ງທີ່ເກີດຂຶ້ນແລ້ວ; ໃນກາລນັ້ນພິກຂຸນັ້ນ ຍ່ອມບໍ່ຢຶດໝັ້ນ ຊຶ່ງກາມຸປາທານ, ຍ່ອມບໍ່ຢຶດໝັ້ນ ຊຶ່ງທິຕຖຸປາທານ, ຍ່ອມບໍ່ຢຶດໝັ້ນ ຊຶ່ງສີລັບພັຕຕຸປາທານ, ຍ່ອມບໍ່ຢຶດໝັ້ນ ຊຶ່ງອັຕຕະວທຸປາທານ; (ທັງໝົດນີ້) ເພາະການຖ່າຍຖອນເສຍໄດ້ໝົດ ຊຶ່ງ ອະວິຊຊາ ເພາະການເກີດຂຶ້ນແຫ່ງ ວິຊຊາ. ເມື່ອບໍ່ຢຶດໝັ້ນຢູ່, ຍ່ອມບໍ່ສະດຸ້ງ; ເມື່ອບໍ່ສະດຸ້ງ, ຍ່ອມປະຣິນິພພານສະເພາະຕົນນັ້ນແລ. ເຂົານັ້ນ ຍ່ອມຮູ້ແຈ່ມແຈ້ງວ່າ “ຊາດດັບສິ້ນແລ້ວ ພຣົມມະຈັນຣຍ໌ຢູ່ຈົບແລ້ວ ກິດທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ ກິດອື່ນທີ່ຈະຕ້ອງເຮັດເພື່ອຄວາມເປັນເຊັ່ນນີ້ ບໍ່ໄດ້ມີອີກ” ດັ່ງນີ້.
- ມ. ມ. ໑໒/໑໓໕/໑໕໘.
໗໓໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ອາການດັບແຫ່ງທຸກຂ໌ໂດຍສັງເຂບ
ມິຄະຊາລະ ! ຮູບທັງຫຼາຍ ທີ່ຈະຍ່ອມຮູ້ແຈ້ງດ້ວຍຈັກຂຸ ອັນເປັນຮູປທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ມີລັກສະນະໜ້າຮັກ ເປັນທີ່ເຂົ້າໄປຕັ້ງອາໄສຢູ່ແຫ່ງຄວາມໃຄ່ ເປັນທີ່ຕັ້ງແຫ່ງຄວາມກໍາໜັດມີຢູ່. ຖ້າພິກຂຸບໍ່ເພີດເພີນ ບໍ່ພໍ່າສັນເສີນ ບໍ່ສະຢົບມົວເມົາ ຊຶ່ງຮູບນັ້ນແລ້ວ. ເມື່ອເຂົານັ້ນບໍ່ເພີດເພີນ ບໍ່ພໍ່າສັນເສີນ ບໍ່ສະຢົບມົວເມົາຊຶ່ງຮູບນັ້ນຢູ່, ນັນທິຍ່ອມດັບ. ມິຄະຊາລະ ! ເຮົາກ່າວວ່າ “ຄວາມດັບແຫ່ງທຸກຂ໌ ຍ່ອມມີເພາະຄວາມດັບແຫ່ງນັນທິ (ຄວາມເພີນ)” ດັ່ງນີ້.
(ໃນກໍລະນີແຫ່ງສຽງທີ່ຈະຍ່ອມຮູ້ແຈ້ງດ້ວຍຫູກໍດີ ໃນກໍລະນີແຫ່ງກິ່ນທີ່ຈະຍ່ອມຮູ້ແຈ້ງດ້ວຍດັງກໍດີ ໃນກໍລະນີແຫ່ງຣົສທີ່ຈະຍ່ອມຮູ້ແຈ້ງດ້ວຍລີ້ນກໍດີ ໃນກໍລະນີແຫ່ງໂຜຕຖັພພະທີ່ຈະຍ່ອມຮູ້ແຈ້ງດ້ວຍຜິວກາຍກໍດີ ແລະໃນກໍລະນີແຫ່ງທັມມາຣົມທີ່ຈະຍ່ອມຮູ້ແຈ້ງດ້ວຍໃຈກໍດີ ກໍໄດ້ຕຣັດໄວ້ໂດຍນັຍແນວດຽວກັນກັບ ໃນກໍລະນີແຫ່ງຮູບ ທີ່ຈະຍ່ອມຮູ້ແຈ້ງດ້ວຍຈັກຂຸ ທຸກປະການ ຕ່າງກັນແຕ່ຊື່ເທົ່ານັ້ນ).
- ສລາ. ສັງ. ໑໘/໔໕/໖໙.
ອາການດັບແຫ່ງທຸກຂ໌ໂດຍສົມບູນ
ພິກຂຸ ທ. ! ເພາະຄວາມຈາງຄາຍດັບໄປບໍ່ເຫຼືອ ແຫ່ງອະວິຊຊານັ້ນນັ້ນແລ ຈຶ່ງມີຄວາມດັບແຫ່ງສັງຂາຣ; ເພາະມີຄວາມດັບແຫ່ງສັງຂາຣ ຈຶ່ງມີຄວາມດັບແຫ່ງ ວິນຍານ; ເພາະມີຄວາມດັບແຫ່ງວິນຍານ ຈຶ່ງມີຄວາມດັບແຫ່ງນາມຮູບ; ເພາະມີຄວາມດັບແຫ່ງນາມຮູບ ຈຶ່ງມີຄວາມດັບແຫ່ງສະລາຍະຕະນະ; ເພາະມີຄວາມດັບແຫ່ງສະລາຍະຕະນະ ຈຶ່ງມີຄວາມດັບແຫ່ງຜັສສະ; ເພາະມີຄວາມດັບແຫ່ງຜັສສະ ຈຶ່ງມີຄວາມດັບແຫ່ງເວທະນາ; ເພາະມີຄວາມດັບແຫ່ງເວທະນາ ຈຶ່ງມີຄວາມດັບແຫ່ງຕັນຫາ; ເພາະມີຄວາມດັບແຫ່ງຕັນຫາ ຈຶ່ງມີຄວາມດັບແຫ່ງອຸປາທານ; ເພາະມີຄວາມດັບແຫ່ງອຸປາທານ ຈຶ່ງມີຄວາມດັບແຫ່ງພົບ;
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໓໓
ເພາະມີຄວາມດັບແຫ່ງພົບ ຈຶ່ງມີຄວາມດັບແຫ່ງຊາດ; ເພາະມີຄວາມດັບແຫ່ງຊາດນັ້ນແລ ຊະຣາມະຣະນະ ໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະທັງຫຼາຍ ຈຶ່ງດັບສິ້ນ : ຄວາມດັບລົງແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີດ້ວຍອາການ ດັ່ງນີ້ແລ.
- ນິທານ. ສັງ. ໑໖/໕/໑໘.
ອາການດັບແຫ່ງຄວາມທຸກຂ໌
(ອີກປະຣິຍາຍໜຶ່ງ)








