ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ຄວາມຮູ້ແຈ້ງນີ້ ໄດ້ເກີດຂຶ້ນແກ່ເຮົາວ່າ “ຫົນທາງເພື່ອການຕຣັສຮູ້ນີ້ ອັນເຮົາໄດ້ເຖິງທັບແລ້ວແລ; ໄດ້ແກ່ສິ່ງເຫຼົ່ານີ້ຄື ເພາະຄວາມດັບແຫ່ງນາມຮູບ ຈຶ່ງມີຄວາມດັບແຫ່ງວິນຍານ; ເພາະມີຄວາມດັບແຫ່ງວິນຍານ ຈຶ່ງມີຄວາມດັບແຫ່ງນາມຮູບ; ເພາະມີຄວາມດັບແຫ່ງນາມຮູບ ຈຶ່ງມີຄວາມດັບແຫ່ງສະລາຍະຕະນະ; ເພາະມີຄວາມດັບແຫ່ງສະລາຍະຕະນະ ຈຶ່ງມີຄວາມດັບແຫ່ງຜັສສະ; ເພາະມີຄວາມດັບແຫ່ງ ຜັສສະ ຈຶ່ງຄວາມດັບແຫ່ງເວທະນາ; ເພາະມີຄວາມດັບແຫ່ງເວທະນາ ຈຶ່ງມີຄວາມດັບແຫ່ງຕັນຫາ; ເພາະມີຄວາມດັບແຫ່ງຕັນຫາ ຈຶ່ງຄວາມດັບແຫ່ງອຸປາທານ; ເພາະມີຄວາມດັບແຫ່ງອຸປາທານ ຈຶ່ງມີຄວາມດັບແຫ່ງພົບ; ເພາະມີຄວາມດັບແຫ່ງພົບ ຈຶ່ງມີຄວາມດັບແຫ່ງຊາດ; ເພາະມີຄວາມດັບແຫ່ງຊາດນັ້ນແລ ຊະຣາມະຣະນະ ໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະທັງຫຼາຍ ຈຶ່ງດັບສິ້ນ : ຄວາມດັບລົງແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີດ້ວຍອາການຢ່າງນີ້” ດັ່ງນີ້.

- ນິທານ. ສັງ. ໑໖/໑໒໘/໒໕໒.

໗໓໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ອາການດັບແຫ່ງຄວາມທຸກຂ໌

(ອີກປະຣິຍາຍໜຶ່ງ)

(ພຣະຜູ້ມີພຣະພາຄ ເມື່ອປະທັບຢູ່ໃນທີ່ຫຼີກເວັ້ນແຫ່ງໜຶ່ງ ໄດ້ຊົງກ່າວທັມປະຣິຍາຍນີ້ ຕາມລໍາພັງ ພຣະອົງຄ໌ວ່າ:-)

ເພາະອາໄສຊຶ່ງຈັກຂຸດ້ວຍ ຊຶ່ງຮູບດ້ວຍ ຈຶ່ງເກີດ ຈັກຂຸວິນຍານ; ການປະຈວບ ພໍ້ພ້ອມແຫ່ງທັມສາມປະການ (ຕາ+ຮູບ+ຈັກຂຸວິນຍານ) ນັ້ນຄື ຜັສສະ; ເພາະມີຜັສສະເປັນປັຈຈັຍ ຈຶ່ງມີເວທະນາ; ເພາະມີເວທະນາເປັນປັຈຈັຍ ຈຶ່ງມີ ຕັນຫາ. ເພາະຄວາມ ຈາງຄາຍດັບໄປບໍ່ເຫຼືອແຫ່ງຕັນຫານັ້ນນັ້ນແລ ຈຶ່ງມີຄວາມດັບແຫ່ງອຸປາທານ; ເພາະມີຄວາມດັບແຫ່ງອຸປາທານ ຈຶ່ງມີຄວາມດັບແຫ່ງພົບ; ເພາະມີຄວາມດັບແຫ່ງພົບ ຈຶ່ງມີຄວາມດັບແຫ່ງຊາດ; ເພາະມີຄວາມດັບແຫ່ງຊາດນັ້ນແລ, ຊະຣາມະຣະນະ ໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະທັງຫຼາຍ ຈຶ່ງດັບສິ້ນ. ຄວາມດັບລົງແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີດ້ວຍອາການດັ່ງນີ້.

(ໃນກໍລະນີແຫ່ງ ໂສຕະ ຄານະ ຊິວຫາ ກາຍະ ແລະມະນະ ກໍໄດ້ຕຣັດຕໍ່ໄປອີກ ຊຶ່ງມີຂໍ້ຄວາມແນວດຽວກັນກັບ ໃນກໍລະນີແຫ່ງຈັກຂຸ ທຸກໂຕອັກສອນ ຕ່າງກັນແຕ່ຊື່ເທົ່ານັ້ນ).

ໂດຍສະໄໝນັ້ນແລ ພິກຂຸອົງຄ໌ໜຶ່ງ ໄດ້ຢືນແອບຟັງ ພຣະຜູ້ມີພຣະພາຄຢູ່. ພຣະຜູ້ມີພຣະພາຄ ທອດພຣະເນຕເຫັນພິກຂຸນັ້ນແລ້ວ ໄດ້ຊົງກ່າວກັບພິກຂຸນັ້ນວ່າ :-

ພິກຂຸ ! ເຈົ້າໄດ້ຍິນທັມປະຣິຍາຍນີ້ແລ້ວ ບໍ່ແມ່ນຫຼື ? ....ພິກຂຸ ! ເຈົ້າຈົ່ງ ຮັບເອົາທັມປະຣິຍາຍນີ້ໄປ; ເຈົ້າຈົ່ງຮໍ່າຮຽນທັມປະຣິຍາຍນີ້; ເຈົ້າຈົ່ງຊົງໄວ້ ຊຶ່ງທັມປະຣິຍາຍນີ້. ພິກຂຸ ! ທັມປະຣິຍາຍນີ້ ປະກອບດ້ວຍປະໂຍຊນ໌ ເປັນເບື້ອງຕົ້ນແຫ່ງພຣົມມະຈັນຣຍ໌ແລ.

- ສລາ. ສັງ. ໑໘/໑໑໓/໑໖໔.

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໓໗

ເຫຕດັບແຫ່ງທຸກຂ໌ທີ່ຕຣັດໄວ້ໂດຍອະເນກປະຣິຍາຍ

....ເພາະຄວາມຈາງຄາຍດັບໄປບໍ່ເຫຼືອແຫ່ງ ອຸປະທິ ທ. ນັ້ນເອງ ຄວາມມີພ້ອມແຫ່ງທຸກຂ໌ ຈຶ່ງບໍ່ມີ....

....ເພາະຄວາມຈາງຄາຍດັບໄປບໍ່ເຫຼືອແຫ່ງ ອະວິຊຊາ ນັ້ນເອງ ຄວາມມີພ້ອມແຫ່ງທຸກຂ໌ ຈຶ່ງບໍ່ມີ....

....ເພາະຄວາມຈາງຄາຍດັບໄປບໍ່ເຫຼືອແຫ່ງ ສັງຂາຣ ທ. ນັ້ນເອງ ຄວາມມີພ້ອມແຫ່ງທຸກຂ໌ ຈຶ່ງບໍ່ມີ....

....ເພາະຄວາມຈາງຄາຍດັບໄປບໍ່ເຫຼືອແຫ່ງ ວິນຍານ ນັ້ນເອງ ຄວາມມີພ້ອມແຫ່ງທຸກຂ໌ ຈຶ່ງບໍ່ມີ....

....ເພາະຄວາມຈາງຄາຍດັບໄປບໍ່ເຫຼືອແຫ່ງ ຜັສສະ ນັ້ນເອງ ຄວາມມີພ້ອມແຫ່ງທຸກຂ໌ ຈຶ່ງບໍ່ມີ....

....ເພາະຄວາມຈາງຄາຍດັບໄປບໍ່ເຫຼືອແຫ່ງ ເວທະນາ ທ. ນັ້ນເອງ ຄວາມມີພ້ອມແຫ່ງທຸກຂ໌ ຈຶ່ງບໍ່ມີ....

....ເພາະຄວາມຈາງຄາຍດັບໄປບໍ່ເຫຼືອແຫ່ງ ຕັນຫາ ນັ້ນເອງ ຄວາມມີພ້ອມແຫ່ງທຸກຂ໌ ຈຶ່ງບໍ່ມີ....

....ເພາະຄວາມຈາງຄາຍດັບໄປບໍ່ເຫຼືອແຫ່ງ ອຸປາທານ ນັ້ນເອງ ຄວາມມີພ້ອມແຫ່ງທຸກຂ໌ ຈຶ່ງບໍ່ມີ....

....ເພາະຄວາມຈາງຄາຍດັບໄປບໍ່ເຫຼືອແຫ່ງ ອາຣັມພະ (ຄວາມເກາະກ່ຽວ) ທ. ນັ້ນເອງ ຄວາມມີພ້ອມແຫ່ງທຸກຂ໌ ຈຶ່ງບໍ່ມີ....

....ເພາະຄວາມຈາງຄາຍດັບໄປບໍ່ເຫຼືອແຫ່ງ ອາຫາຣ ທ. ນັ້ນເອງ ຄວາມມີພ້ອມແຫ່ງທຸກຂ໌ ຈຶ່ງບໍ່ມີ....

໗໓໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ