ອະຣິຍະສັຈພາກຕົ້ນ

ໜ້າ/ 382

(ພຣະຜູ້ມີພຣະພາຄເຈົ້າ ໄດ້ຊົງຍົກເອົາສະມະນະພຣາມ ຈໍາພວກທີສາມມາປຽບກັບຝູງສັຕ(ປ່າ) ຈໍາພວກທີສາມ ດັ່ງນີ້ວ່າ :-)

ພິກຂຸ ທ. ! ບັນດາສະມະນະພຣາມທັງຫຼາຍ ສະມະນະພຣາມຈໍາພວກທີສາມ (ຮູ້ຄວາມວິນາດຂອງສະມະນະພຣາມພວກທີໜຶ່ງ ແລະທີສອງໂດຍປະການທັງປວງແລ້ວ) ມາຄິດກັນ ວ່າ “ຖ້າຈັ່ງໃດ ເຮົາຈະອາໄສບ່ອນຈອບລີ້ຢູ່ໃກ້ໆ ໂລກາມິດສະ ຊຶ່ງປຽບເໝືອນສວນຜັກຂອງມາຣ ຄັນອາໄສຢູ່ໃນບ່ອນຈອບລີ້ນັ້ນແລ້ວ ຈະບໍ່ເຂົ້າໄປບໍລິໂພກໂລກາມິດສະ ອັນເປັນເໝືອນສວນຜັກແຫ່ງມາຣນັ້ນຢ່າງລືມໂຕ ຄັນບໍ່ເຂົ້າໄປບໍລິໂພກຢ່າງລືມໂຕຢູ່ ກໍບໍ່ເຖິງຊຶ່ງຄວາມມົວເມົາ ເມື່ອບໍ່ມົວເມົາຢູ່ ກໍບໍ່ເຖິງຊຶ່ງຄວາມປະມາດ ເມື່ອບໍ່ປະມາດຢູ່ ກໍເປັນຜູ້ທີ່ມາຣຈະຍ່ອມເຮັດຕາມຄວາມພໍໃຈບໍ່ໄດ້ ຢູ່ໃນໂລກາມິດສະ ອັນເປັນເໝືອນສວນຜັກແຫ່ງມາຣນັ້ນ” ດັ່ງນີ້. ສະມະນະພຣາມເຫຼົ່ານັ້ນ (ກໍໄດ້ປະພຶດເຮັດຕາມຄວາມຄິດນັ້ນ) ; ກໍແຕ່ວ່າ ສະມະນະພຣາມເຫຼົ່ານັ້ນ ໄດ້ເປັນຜູ້ມີທິຕຖິ ຂຶ້ນມາແລ້ວ ເຊັ່ນນີ້ວ່າ “ໂລກທ່ຽງ” ດັ່ງນີ້ແດ່ ; ວ່າ “ໂລກບໍ່ທ່ຽງ” ດັ່ງນີ້ແດ່ ;

ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໓໑

ວ່າ “ໂລກມີທີ່ສຸດ” ດັ່ງນີ້ແດ່ ; ວ່າ “ໂລກບໍ່ມີທີ່ສຸດ” ດັ່ງນີ້ແດ່ ; ວ່າ “ຊີວະກໍອັນນັ້ນສຣີຣະກໍອັນນັ້ນ” ດັ່ງນີ້ແດ່ ; ວ່າ “ຊີວະກໍອັນອື່ນ ສຣີຣະກໍອັນອື່ນ” ດັ່ງນີ້ແດ່ ; ວ່າ “ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວຍ່ອມມີອີກ” ດັ່ງນີ້ແດ່ ; ວ່າ “ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວຍ່ອມບໍ່ມີອີກ” ດັ່ງນີ້ແດ່ ; ວ່າ “ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວຍ່ອມມີອີກກໍມີ ບໍ່ມີອີກກໍມີ” ດັ່ງນີ້ແດ່ ; ວ່າ “ຕະຖາຄົຕພາຍຫຼັງແຕ່ຕາຍແລ້ວຍ່ອມມີອີກກໍບໍ່ແມ່ນ ບໍ່ມີອີກກໍບໍ່ແມ່ນ” ດັ່ງນີ້ແດ່. ພິກຂຸ ທ. ! ດ້ວຍອາການດັ່ງນີ້ແລ ສະມະນະພຣາມແມ່ນວ່າພວກທີສາມນີ້ ກໍບໍ່ພົ້ນໄປຈາກອິດທານຸພາບແຫ່ງມາຣ. ພິກຂຸ ທ. ! ເຮົາກ່າວສະມະນະພຣາມພວກທີສາມນີ້ ວ່າມີອຸປະມາເໝືອນ ຝູງສັຕ(ປ່າ)ພວກທີສາມນັ້ນ, ເຊັ່ນໃດກໍເຊັ່ນນັ້ນ.

໔. ເມື່ອພົ້ນຈາກບ້ວງ

(ຕໍ່ໄປນີ້ ໄດ້ຕຣັດເຖິງຝູງສັຕ(ປ່າ)ພວກທີສີ່ ຊຶ່ງປຽບກັນໄດ້ກັບສະມະນະພຣາມຈໍາພວກທີສີ່ສືບຕໍ່ໄປວ່າ :-)

ພິກຂຸ ທ. ! ຝູງສັຕ(ປ່າ)ພວກທີສີ່ (ຮູ້ຄວາມວິນາດຂອງສັຕພວກທີໜຶ່ງ ພວກທີສອງແລະພວກທີສາມໂດຍປະການທັງປວງແລ້ວ) ມາຄິດກັນວ່າ “ຖ້າແນວໃດ ເຮົາອາໄສຈອບລີ້ຢູ່ໃນບ່ອນຊຶ່ງເຈົ້າຂອງສວນຜັກ ແລະບໍລິວານໄປບໍ່ເຖິງ ຄັນອາໄສຈອບລີ້ຢູ່ໃນບ່ອນຊຶ່ງເຈົ້າຂອງສວນຜັກ ແລະບໍຣິວານໄປບໍ່ເຖິງ ຈະບໍ່ລືມໂຕເຂົ້າໄປກິນຜັກ ທີ່ເຈົ້າຂອງສວນຜັກປູກ ຈະບໍ່ເຖິງຊຶ່ງຄວາມເຫຼີງໃຈ (ລະຫຼວມໃຈ) ເມື່ອບໍ່ເຫຼີງໃຈ (ລະຫຼວມໃຈ) ຈະບໍ່ເຖິງຊຶ່ງຄວາມປະມາດ ເມື່ອບໍ່ປະມາດແລ້ວ ກໍບໍ່ເປັນສັຕທີ່ໃຜໆ ຍ່່ອມເຮັດອັນໃດໆໄດ້ຕາມຄວາມພໍໃຈ ໃນສວນຜັກຂອງເຈົ້າຂອງຜັກນັ້ນ. ຝູງສັຕເຫຼົ່ານັ້ນ (ກໍປະພຶດເຮັດຕາມຄວາມຄິດນັ້ນ). ພິກຂຸ ທ. ! ຄວາມຄິດໄດ້ເກີດຂຶ້ນແກ່ເຈົ້າຂອງສວນຜັກກັບບໍຣິວານເຫຼົ່ານັ້ນວ່າ “ຝູງສັຕພວກທີສີ່ເຫຼົ່ານີ້ ຄົງຈະມີເລ່ຫຼ່ຽມກົນໂກງເໝືອນມີລິດເປັນແທ້ ຝູງສັຕພວກທີສີ່ນີ້ ຄົງຈະເປັນສັຕພິເສດຊະນິດອື່ນເປັນແທ້

໓໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ