ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ຄັນພວກເຈົ້າຍິນດີ ອະນຸໂມທະນາດັ່ງນັ້ນແລ້ວ ຈົ່ງຖາມປັນຫາໃຫ້ຍິ່ງຂຶ້ນໄປວ່າ “ອາວຸໂສ ! ເມື່ອທ່ານຮູ້ຢູ່ແນວໃດ ເຫັນຢູ່ແນວໃດ ຄວາມເຄີຍຊິນແຫ່ງການຖືໂຕວ່າເປັນເຮົາ ວ່າເປັນຂອງເຮົາ (ອະຫັງກາຣະມະມັງກາຣະມານານຸສະຢະ) ໃນກາຍ ອັນປະກອບດ້ວຍວິນຍານນີ້ ແລະໃນນິມິຕທັງຫຼາຍທັງປວງ ໃນພາຍນອກ ຈຶ່ງຈະຖືກຖອນຂຶ້ນດ້ວຍດີ ?” ດັ່ງນີ້.

ພິກຂຸ ທ. ! ຖ້າພິກຂຸນັ້ນ ເປັນຂີນາສົບ ມີພຣົມມະຈັນຣຍ໌ຢູ່ຈົບແລ້ວ ມີກິດທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ ມີພາຣະປົງລົງໄດ້ແລ້ວ ມີປະໂຍຊນ໌ຕົນອັນຕາມລຸເຖິງແລ້ວ ມີສັນໂຍຊນ໌ ໃນພົບດັບສິ້ນຮອບແລ້ວ ຫຼຸດພົ້ນແລ້ວເພາະຮູ້ໂດຍຊອບຈິງ, ທັມທີ່ພິກຂຸນັ້ນ ສົມຄວນພະຍາກອນ ຍ່ອມມີດັ່ງນີ້ວ່າ :-

“ອາວຸໂສ ! ໃນກາລກ່ອນ ເມື່ອຂ້າພະເຈົ້າຄອງເຮືອນຢູ່ ຍັງເປັນຜູ້ບໍ່ຮູ້ ບໍ່ເຫັນອັນໃດ ຄັນພຣະຕະຖາຄົຕ ຫຼືສາວົກຂອງຕະຖາຄົຕ ສະແດງທັມແກ່ຂ້າພະເຈົ້າ ຂ້າພະເຈົ້າຟັງທັມນັ້ນແລ້ວ ກັບໄດ້ສັດທາໃນພຣະຕະຖາຄົຕແລ້ວ ພິຈາຣະນາເຫັນຢູ່ ວ່າ

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໐໗

‘ຊີວິຕຄະຣາວາດເປັນຂອງຄັບແຄບ ເປັນທາງມາແຫ່ງທຸລີ ການບັນພະຊາເປັນໂອກາດໂລ່ງວ່າງ ບໍ່ເປັນການງ່າຍເລີຍທີ່ຜູ້ຢູ່ຄອງເຮືອນ ຈະປະພຶດພຣົມມະຈັນຣຍ໌ ໃຫ້ບໍຣິສຸດບໍຣິບູນ ໂດຍສ່ວນດຽວ ເໝືອນສັງຂ໌ທີ່ເຂົາຂັດດີແລ້ວໄດ້ ຖ້າຈັ່ງໃດ ເຮົາໂກນຜົມແລະໜວດ ຄອງຜ້າກາສາຍະແລ້ວ ບວດຈາກເຮືອນ ເຖິງຄວາມເປັນຜູ້ບໍ່ມີເຮືອນເຖີ້ນ’ ດັ່ງນີ້. ຄັນສະໄໝອື່ນອີກ ຂ້າພະເຈົ້າ ລະກອງໂພຄະໃຫຍ່ນ້ອຍ ລະວົງສ໌ຍາດໃຫຍ່ນ້ອຍ ໂກນຜົມແລະໜວດ ນຸ່ງຫົ່ງຜ້າກາສາຍະ ບວດຈາກເຮືອນ ເຖິງຄວາມເປັນຜູ້ບໍ່ມີເຮືອນແລ້ວ.

“ຂ້າພະເຈົ້ານັ້ນ ຄັນບວດແລ້ວເຊັ່ນນີ້ ເຖິງພ້ອມດ້ວຍສິກຂາແລະສາຊີບ ຂອງພິກຂຸທັງຫຼາຍ ລະປານາຕິບາຕ ເວັ້ນຂາດຈາກປານາຕິບາຕ ວາງທ່ອນໄມ້ ແລະສາສຕຣາເສຍແລ້ວ ມີຄວາມລະອາຍຕໍ່ບາບ ມີຄວາມເອັນດູ ກະຣຸນາ ຫວັງປະໂຍຊນ໌ເກື້ອກູນ ແກ່ສັຕທັງຫຼາຍແລ້ວ; ຂ້າພະເຈົ້າລະການຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ ເວັ້ນຂາດຈາກອະທິນນາທານ ຖືເອົາແຕ່ຂອງທີ່ເຈົ້າຂອງໃຫ້ ຫວັງຢູ່ແຕ່ໃນຂອງທີ່ເຈົ້າຂອງເຂົາໃຫ້ ເປັນຄົນສະອາດ ບໍ່ເປັນຄົນຂີ້ລັກແລ້ວ; ຂ້າພະເຈົ້າລະກັມອັນບໍ່ແມ່ນພຣົມມະຈັນຣຍ໌ ເປັນຜູ້ປະພຶດພຣົມມະຈັນຣຍ໌ ໂດຍປົກກະຕິປະພຶດຫ່າງໄກ ເວັ້ນຂາດຈາກການເສບເມຖຸນ ອັນເປັນຂອງສໍາລັບຊາວບ້ານແລ້ວ; ຂ້າພະເຈົ້າ ລະການກ່າວຄໍາຂີ້ຕົວະ ເວັ້ນຂາດຈາກມຸສາວາດ ເວົ້າແຕ່ຄວາມຈິງ ຮັກສາຄໍາສັຈ ໝັ້ນຄົງໃນຄໍາເວົ້າ ຄວນເຊື່ອໄດ້ ບໍ່ແກ້ງກ່າວໃຫ້ຜິດຕໍ່ໂລກແລ້ວ; ຂ້າພະເຈົ້າ ລະການ ກ່າວຄໍາສໍ່ສຽດ ເວັ້ນຂາດການປິສຸນາວາດ ໄດ້ຟັງຈາກຝ່າຍນີ້ແລ້ວ ບໍ່ເກັບໄປບອກຝ່າຍພຸ້ນ ເພື່ອທໍາລາຍຝ່າຍນີ້ ຫຼື ໄດ້ຟັງຈາກຝ່າຍພຸ້ນແລ້ວ ບໍ່ເກັບມາບອກຝ່າຍນີ້ ເພື່ອທໍາລາຍຝ່າຍພຸ້ນ ແຕ່ຈະສະມານຊົນທີ່ແຕກກັນແລ້ວ ໃຫ້ກັບພ້ອມພຽງກັນ ອູດໜຸນຊົນທີ່ພ້ອມພຽງກັນຢູ່ ໃຫ້ພ້ອມພຽງກັນແລ້ວ; ຂ້າພະເຈົ້າ ລະການກ່າວຄໍາຫຍາບ ເວັ້ນຂາດຈາກຜະຣຸສະວາດ ກ່າວແຕ່ວາຈາ ທີ່ປາສະຈາກໂທດ ມ່ວນໂສຕະ ໃຫ້ເກີດຄວາມຮັກ ເປັນຄໍາຟູໃຈ ເປັນຄໍາສຸພາບ ທີ່ຊາວເມືອງເຂົາເວົ້າກັນ ເປັນທີ່ໃຄ່ທີ່ພໍໃຈຂອງມະຫາຊົນແລ້ວ; ຂ້າພະເຈົ້າ ລະຄໍາເວົ້າທີ່ຫວ່ານປະໂຍຊນ໌ຖິ້ມເສຍ

໗໐໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ