ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ຖ້າພິກຂຸນັ້ນ ເປັນຂີນາສົບ ມີພຣົມມະຈັນຣຍ໌ຢູ່ຈົບແລ້ວ ມີກິຈທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ ມີພາຣະປົງລົງໄດ້ແລ້ວ ມີປະໂຍຊນ໌ຕົນອັນຕາມລຸເຖິງແລ້ວ ມີສັນໂຍຊນ໌ໃນພົບດັບສິ້ນຮອບແລ້ວ ຫຼຸດພົ້ນແລ້ວເພາະຮູ້ໂດຍຊອບຈິງ, ທັມທີ່ພິກຂຸນັ້ນສົມຄວນພະຍາກອນ ຍ່ອມມີດັ່ງນີ້ວ່າ “ອາວຸໂສ ! ຂ້າພະເຈົ້າ ເຂົ້າເຖິງປະຖະວີທາຕຸໂດຍຄວາມເປັນອະນັຕຕາ ແລະບໍ່ເຂົ້າເຖິງທັມອັນອາໄສປະຖະວີທາຕຸ ວ່າເປັນອັຕຕາແລ້ວ ແລະຂ້າພະເຈົ້າຮູ້ແຈ່ມແຈ້ງວ່າ ‘ຈິຕຂອງຂ້າພະເຈົ້າຫຼຸດພົ້ນແລ້ວ ເພາະຄວາມດັບສິ້ນ ເພາະຄວາມຈາງຄາຍ ເພາະຄວາມດັບ ເພາະຄວາມສະລະຖິ້ມ ເພາະຄວາມສະລັດຄືນຊຶ່ງຄວາມເຄີຍຊິນ (ອະນຸສັຍ) ແຫ່ງການຕັ້ງທັບ ແລະການຝັງຕົວເຂົ້າໄປແຫ່ງຈິຕ ເພາະຄວາມຢຶດໝັ້ນດ້ວຍອຸປາທານ

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໐໕

ອັນອາໄສປະຖະວີທາຕຸ ເຫຼົ່ານັ້ນ.’ (ໃນກໍລະນີແຫ່ງ ອາໂປທາຕຸ ເຕໂຊທາຕຸ ວາໂຢທາຕຸ ອາກາສະທາຕຸ ແລະວິນຍານະທາຕຸ ກໍມີຂໍ້ຄວາມໂຕ້ຕອບ ແນວດຽວກັນກັບໃນກໍລະນີແຫ່ງປະຖະວີທາຕຸນີ້ ຈົນກະທັ່ງເຖິງຄໍາວ່າ.... ຈິຕຂອງຂ້າພະເຈົ້າຫຼຸດພົ້ນແລ້ວເພາະ....ຄວາມສະລັດຄືນຊຶ່ງຄວາມເຄີຍຊິນ (ອະນຸສັຍ) ແຫ່ງການຕັ້ງທັບ ແລະການຝັງໂຕເຂົ້າໄປແຫ່ງຈິຕ ເພາະຄວາມຢຶດໝັ້ນດ້ວຍອຸປາທານ ອັນອາໄສປະຖະວີທາຕຸເຫຼົ່ານັ້ນ.’) ອາວຸໂສ ! ເມື່ອຂ້າພະເຈົ້າ ຮູ້ຢູ່ເຊັ່ນນີ້ ເຫັນຢູ່ເຊັ່ນນີ້ ຈິຕຂອງຂ້າພະເຈົ້າ ຈຶ່ງຫຼຸດພົ້ນຈາກອາສະວະທັງຫຼາຍ ເພາະບໍ່ຢຶດໝັ້ນໃນທາຕທັງຫົກຢ່າງເຫຼົ່ານີ້”. ພິກຂຸ ທ. ! ພວກເຈົ້າຈົ່ງຍິນດີ ອະນຸໂມທະນາ ໃນຄໍາກ່າວຂອງພິກຂຸນັ້ນວ່າ ສາທຸ.

(ໝວດ ໔ - ໕ : ອາຍະຕະນະໃນ - ນອກ)

ຄັນພວກເຈົ້າຍິນດີ ອະນຸໂມທະນາດັ່ງນັ້ນແລ້ວ ຈົ່ງຖາມປັນຫາໃຫ້ຍິ່ງຂຶ້ນໄປວ່າ “ອາວຸໂສ ! ອາຍະຕະນະພາຍໃນ ແລະພາຍນອກ ຢ່າງລະຫົກເຫຼົ່ານີ້ ມີຢູ່ອັນພຣະຜູ້ມີພຣະພາຄ ຜູ້ຮູ້ຜູ້ເຫັນ ຜູ້ອະຣະຫັນຕະສັມມາສັມພຸດທະ ຕຣັດໄວ້ແລ້ວໂດຍຊອບ ຄື ຈັກຂຸແລະຮູບ ໑ ໂສຕະແລະສຽງ ໑ ຄານະແລະກິ່ນ ໑ ຊິວຫາແລະຣົສ ໑ ກາຍແລະໂຜຕຖັພພະ ໑ ມະໂນແລະທັມມາຣົມ ໑. ກໍທ່ານຜູ້ມີອາຍຸ ຮູ້ຢູ່ແນວໃດ ເຫັນຢູ່ແນວໃດ ຈິຕຂອງທ່ານຈຶ່ງຫຼຸດພົ້ນຈາກອາສະວະທັງຫຼາຍ ເພາະບໍ່ຢຶດໝັ້ນໃນອາຍະຕະນະທັງຫຼາຍ ທັງພາຍໃນແລະພາຍນອກ ຢ່າງລະຫົກເຫຼົ່ານີ້ ?” ດັ່ງນີ້.

ພິກຂຸ ທ. ! ຖ້າພິກຂຸນັ້ນ ເປັນຂີນາສົບ ມີພຣົມມະຈັນຣຍ໌ຢູ່ຈົບແລ້ວ ມີກິດທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ ມີພາຣະປົງລົງໄດ້ແລ້ວ ມີປະໂຍຊນ໌ຕົນອັນຕາມລຸເຖິງແລ້ວ ມີສັນໂຍຊນ໌ໃນພົບດັບສິ້ນຮອບແລ້ວ ຫຼຸດພົ້ນແລ້ວເພາະຮູ້ໂດຍຊອບຈິງ, ທັມທີ່ພິກຂຸນັ້ນ ສົມຄວນພະຍາກອນ ຍ່ອມມີດັ່ງນີ້ວ່າ “ອາວຸໂສ ! ຂ້າພະເຈົ້າຮູ້ແຈ່ມແຈ້ງວ່າ ‘ສັນທະ ຣາຄະ ນັນທິ ຕັນຫາ ຄວາມເຄີຍຊິນ (ອະນຸສັຍ) ແຫ່ງການຕັ້ງທັບ ແລະການຝັງໂຕເຂົ້າໄປແຫ່ງຈິຕ ເພາະຄວາມຢຶດໝັ້ນດ້ວຍອຸປາທານໃດໆ ໃນຈັກຂຸ ໃນຮູບ ໃນຈັກຂຸວິນຍານ ໃນທັມ ທ. ອັນຮູ້ໄດ້ດ້ວຍຈັກຂຸວິນຍານ ມີຢູ່,

໗໐໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ເພາະຄວາມດັບສິ້ນໄປ ເພາະຄວາມຈາງຄາຍ ຄວາມດັບ ຄວາມລະຖິ້ມ ຄວາມສະລັດຄືນ ຊຶ່ງສັນທະ ຣາຄະ ນັນທິ ຕັນຫາ ຄວາມເຄີຍຊິນ (ອະນຸສັຍ) ແຫ່ງການຕັ້ງທັບ ແລະການຝັງໂຕເຂົ້າໄປແຫ່ງຈິຕ ເພາະຄວາມຢຶດໝັ້ນດ້ວຍອຸປາທານນັ້ນໆແລ້ວ ຈິຕຂອງຂ້າພະເຈົ້າ ກໍຫຼຸດພົ້ນແລ້ວ ດັ່ງນີ້. (ໃນກໍລະນີແຫ່ງ ໂສຕະແລະສຽງ ຄານະແລະກິ່ນ ຊິວຫາແລະຣົສ ກາຍະແລະໂຜຕຖັພພະ ມະໂນແລະທັມມາຣົມ ກໍມີຂໍ້ຄວາມ ໂຕ້ຕອບຢ່າງດຽວກັນກັບ ໃນກໍຣະນີແຫ່ງຈັກຂຸແລະໂສຕະນີ້ ຈົນກະທັ່ງເຖິງຄໍາວ່າ....ຈິຕຂອງຂ້າພະເຈົ້າກໍຫຼຸດພົ້ນແລ້ວ,ດັ່ງນີ້.). ອາວຸໂສ ! ເມື່ອຂ້າພະເຈົ້າ ຮູ້ຢູ່ເຊັ່ນນີ້ ເຫັນຢູ່ເຊັ່ນນີ້ ຈິຕຂອງຂ້າພະເຈົ້າ ຈຶ່ງຫຼຸດພົ້ນຈາກອາສະວະທັງຫຼາຍ ເພາະບໍ່ຢຶດໝັ້ນໃນອາຍະຕະນະທັງຫຼາຍ ທັງພາຍໃນແລະພາຍນອກ ຢ່າງລະຫົກເຫຼົ່ານີ້.” ພິກຂຸ ທ. ! ພວກເຈົ້າຈົ່ງຍິນດີ ອະນຸໂມທະນາໃນຄໍາກ່າວຂອງພິກຂຸນັ້ນວ່າ ສາທຸ.

[(ໝວດ ໖ : ການຖອນມານະ (ມານານຸສັຍ)]

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ