ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ເວັ້ນຂາດຈາກການເວົ້າໂລເລ ກ່າວແຕ່ໃນເວລາສົມຄວນ ກ່າວແຕ່ຄວາມຈິງ ເປັນປະໂຍຊນ໌ ເປັນທັມ ເປັນວິນັຍ ເປັນວາຈາມີທີ່ຕັ້ງ ມີຫຼັກຖານ ມີທີ່ອ້າງອີງ ມີເວລາຈົບ ເຕັມໄປດ້ວຍປະໂຍຊນ໌ ສົມຄວນແກ່ເວລາແລ້ວ; ຂ້າພະເຈົ້າເວັ້ນຂາດຈາກການລ້າງຜານ ພືດຊະຄາມແລະພູຕະຄາມແລ້ວ; ເປັນຜູ້ ສັນອາຫາຣ ມື້ໜຶ່ງພຽງເທື່ອດຽວ ເວັ້ນຈາກການ ສັນໃນຣາຕຣີ ແລະວິກາລ (ເລື່ອງຄວນເບິ່ງປະກອບໃນຂຸມ.ໂອ. ໜ້າ ໑໓໗ ຈະລະບຸວ່າວິກາລ ຄືນອກກາລ ຫຼືຄືກາງເວັນຊຶ່ງຈະສອດຄ່ອງກັບຄໍາຕຣັດນີ້); ເປັນຜູ້ເວັ້ນຂາດຈາກ ການລໍາ ການຂັບ ການຮ້ອງ ການບັນເລງ ແລະເບິ່ງການຫຼິ້ນຊະນິດທີ່ເປັນຂ້າເສິກແກ່ກຸສົລ; ເປັນຜູ້ເວັ້ນຂາດຈາກ ການປະດັບ ປະດາ ຄືທັດຊົງຕົກແຕ່ງດ້ວຍມາລາ ແລະຂອງຫອມ ເຄື່ອງລູບທາ; ເປັນຜູ້ເວັ້ນຂາດຈາກ ການນອນ ເທິງທີ່ນອນສູງໃຫຍ່; ເປັນຜູ້ເວັ້ນຂາດຈາກ ການຮັບເງິນ ແລະຄໍາ; ເວັ້ນຂາດຈາກ ການຮັບເຂົ້າເປືອກ; ເວັ້ນຂາດຈາກ ການຮັບຊີ້ນດິບ ການຮັບຍິງ ແລະເດັກຍິງ ການຮັບທາສີ ແລະທາສາ ການຮັບແບ້ ແກະ ໄກ່ ໝູ ຊ້າງ ມ້າ ງົວ ລາ; ເວັ້ນຂາດຈາກການຮັບທີ່ນາ ທີ່ສວນ; ເວັ້ນຂາດຈາກ ການຮັບໃຊ້ ເປັນທູຕ ໄປໃນບ່ອນຕ່າງໆ (ໃຫ້ຄະຣືຫັດ); ເວັ້ນຂາດຈາກ ການຊື້ ການຂາຍ ການສໍ້ໂກງດ້ວຍຕາຊັ່ງ ການຫຼອກດ້ວຍຂອງປອມ ການໂລບສໍ້ດ້ວຍເຄື່ອງນັບ (ເຄື່ອງຊັ່ງຕວງ ແລະເຄື່ອງວັດແທກ); ເວັ້ນຂາດຈາກ ການໂກງດ້ວຍການຮັບສິນບົນ ແລະລໍ້ລວງ ການຕັດ ການຂ້າ ການຄຸມຂັງ ການດັກທໍາຮ້າຍ ການປຸ້ນ ການຢ່ອງເບົາຍາດດຶງແລ້ວ.

“ຂ້າພະເຈົ້າ ໄດ້ເປັນ ຜູ້ສັນໂດດດ້ວຍຈີວອນ ເປັນເຄື່ອງບໍຣິຫານກາຍ ແລະ ດ້ວຍບິນທະບາຕ ເປັນເຄື່ອງບໍຣິຫານທ້ອງ ຈະໄປໃນບ່ອນໃດໆ ຍ່ອມຖືເອົາບໍຣິຂາຣໄປໄດ້ໝົດ ເໝືອນນົກມີປີກ ຈະບິນໄປໃນບ່ອນໃດໆ ຍ່ອມມີພາຣະຄືປີກຂອງຕົນເທົ່ານັ້ນ ບິນໄປ, ເຊັ່ນໃດ ກໍເຊັ່ນນັ້ນແລ້ວ.

“ຂ້າພະເຈົ້ານັ້ນ ປະກອບດ້ວຍກອງສີລ ອັນເປັນອະຣິຍະເຊັ່ນນີ້ ແລ້ວຈຶ່ງຮູ້ສຶກພ້ອມສະເພາະຊຶ່ງອະນະວັດຊະສຸຂ ໃນພາຍໃນແລ້ວ. ຂ້າພະເຈົ້າ ເຫັນຮູບດ້ວຍຕາ ແລ້ວບໍ່ຖືເອົາໂດຍນິມິຕ (ຄືຮວບຖືທັງໝົດວ່າງາມ ຫຼືບໍ່ງາມແລ້ວແຕ່ກໍລະນີ)

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໐໙

ບໍ່ຖືເອົາໂດຍອະນຸພະຍັນຊະນະ (ຄືແຍກຖືເອົາແຕ່ບາງສ່ວນ ວ່າສ່ວນໃດງາມຫຼືບໍ່ງາມແລ້ວແຕ່ກໍລະນີ), ບາບອະກຸສົລ ກ່າວຄືອະພິຊຊາແລະໂທມະນັດສະ ມັກໄຫຼໄປຕາມຜູ້ບໍ່ສັງລວມອິນຊີໃດເປັນເຫຕ, ຂ້າພະເຈົ້າປະຕິບັຕ ປິດກັ້ນອິນຊີນັ້ນໄວ້ ຮັກສາ ເຖິງການສັງລວມອິນຊີ ຄືຕານັ້ນແລ້ວ. (ໃນກໍລະນີແຫ່ງການ ຟັງສຽງດ້ວຍຫູ ດົມກິ່ນດ້ວຍດັງ ຊີມຣົສດ້ວຍລີ້ນ ຖືກຕ້ອງໂຜຕຖັພພະດ້ວຍຜິວກາຍ ແລະຮູ້ສຶກທັມມາຣົມດ້ວຍໃຈ ກໍມີຂໍ້ຄວາມແນວດຽວກັນກັບ ໃນກໍລະນີແຫ່ງການເຫັນ ຮູບດ້ວຍຕາ ຂ້າງເທິງນີ້).

“ຂ້າພະເຈົ້ານັ້ນ ປະກອບດ້ວຍອິນຊີສັງວອນ ອັນເປັນອະຣິຍະເຊັ່ນນີ້ແລ້ວ ຈຶ່ງຮູ້ສຶກພ້ອມສະເພາະຊຶ່ງ ອັບພະຍາເສກະສຸຂ. ຂ້າພະເຈົ້າ ຮູ້ຕົວຮອບຄອບ ໃນການກ້າວໄປຂ້າງໜ້າ ການຖອຍກັບໄປຂ້າງຫຼັງ, ການແລເບິ່ງ ການຫຼຽວເບິ່ງ, ການຄູ້ ການຢຽດ, ການຊົງສັງຄາຕິ ບາຕ ຈີວອນ, ການສັນ ການດື່ມ ການຄ້ຽວ ການຊີມ, ການຖ່າຍອຸດຈາຣະ ການຖ່າຍປັດສາວະ, ການໄປ ການຢຸດ ການນັ່ງການນອນ ການຫຼັບ ການຕື່ນ ການເວົ້າ ການໜິ້ງແລ້ວ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ