ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ບັນດາສະມະນະພຣາມທັງຫຼາຍ ສະມະນະພຣາມຈໍາພວກທີສອງ (ຮູ້ຄວາມວິນາດຂອງສະມະນະພຣາມຈໍາພວກທີໜຶ່ງ ໂດຍປະການທັງປວງແລ້ວ) ມາຄິດກັນວ່າ “ຖ້າຈັ່ງໃດ ເຮົາເວັ້ນຈາກໂລກາມິດສະ ຊຶ່ງເປັນເໝືອນການບໍລິໂພກເຫຍື່ອ ໂດຍປະການທັງປວງເສຍ ເວັ້ນຈາກໂພຊະນະທີ່ອັນຕະລາຍແລ້ວ ເຂົ້າໄປອາໄສຢູ່ໃນກາງປ່າກັນເຖີ້ນ” ດັ່ງນີ້. ສະມະນະພຣາມເຫຼົ່ານັ້ນ ເວັ້ນຈາກໂລກາມິດສະ ອັນເປັນ ເໝືອນການບໍລິໂພກເຫຍື່ອ ໂດຍປະການທັງປວງ ເວັ້ນໂພຊະນະທີ່ອັນຕະລາຍ ພາກັນ ເຂົ້າໄປຢູ່ກາງປ່າແລ້ວ. ສະມະນະພຣາມເຫຼົ່ານັ້ນ ເປັນຜູ້ມີຜັກສາກະເປັນອາຫາຣແດ່ ມີຜັກສາມາກະເປັນອາຫາຣແດ່ ມີໝາກເດືອຍເປັນອາຫາຣແດ່ ມີເປືອກໄມ້ເປັນອາຫາຣແດ່ ມີສາຫຼ່າຍເປັນອາຫາຣແດ່ ມີຮໍາເປັນອາຫາຣແດ່ ມີເຂົ້າຕັງເປັນອາຫາຣແດ່ ມີໄນຜັກກາດເປັນອາຫາຣແດ່ ມີຫຍ້າເປັນອາຫາຣແດ່ ມີຂີ້ງົວເປັນອາຫາຣແດ່ ມີເຫງົ້າໄມ້ແລະໝາກໄມ້ໃນປ່າເປັນອາຫາຣ
ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໒໙
ຍັງອັຕຕະພາບໃຫ້ເປັນໄປ ເປັນຜູ້ບໍລິໂພກໝາກຜົລຕາມທີ່ມີຢູ່ໂດຍທັມມະຊາດ ; ຄັນເຖິງເດືອນສຸດທ້າຍແຫ່ງລະດູຮ້ອນ ເປັນເວລາທີ່ໝົດຜັກ ໝົດຫຍ້າ ໝົດນໍ້າ ຮ່າງກາຍກໍເຖິງຊຶ່ງຄວາມຈ່ອຍຜອມຢ່າງຍິ່ງ ເມື່ອມີຮ່າງກາຍຈ່ອຍຜອມຢ່າງຍິ່ງ ກໍາລັງເຮື່ອແຮງກໍໝົດໄປ ເມື່ອກໍາລັງເຮື່ອແຮງໝົດໄປ ເຈໂຕວິມຸຕຕິກໍເສື່ອມ ເມື່ອເຈໂຕວິມຸຕຕິເສື່ອມ ກໍຢ້ອນກັບມາຫາໂລກາມິດສະ ຊຶ່ງເປັນເໝືອນກັບສວນຜັກອັນມາຣປູກໄວ້ເຫຼົ່ານັ້ນອີກ. ສະມະນະພຣາມເຫຼົ່ານັ້ນ ເຂົ້າໄປບໍລິໂພກຢູ່ຢ່າງລືມໂຕ ຄັນເຂົ້າໄປບໍລິໂພກຢູ່ຢ່າງລືມໂຕ ກໍເຖິງຊຶ່ງຄວາມມົວເມົາ ຄັນມົວເມົາຢູ່ ກໍເຖິງຊຶ່ງຄວາມປະມາດ ຄັນປະມາດແລ້ວ ກໍເປັນຜູ້ທີ່ມາຣ ຍ່ອມເຮັດໄດ້ຕາມຄວາມພໍໃຈໃນໂລກາມິດສະ ອັນເປັນເໝືອນສວນຜັກຂອງມາຣນັ້ນ. ພິກຂຸ ທ. ! ດ້ວຍອາການດັ່ງນີ້ແລ ສະມະນະພຣາມແມ່ນວ່າພວກທີສອງນີ້ ກໍບໍ່ພົ້ນໄປຈາກອິດທານຸພາບແຫ່ງມາຣ. ພິກຂຸ ທ. ! ເຮົາກ່າວສະມະນະພຣາມພວກທີສອງນີ້ວ່າ ມີອຸປະມາເໝືອນຝູງສັຕ(ປ່າ)ພວກທີສອງນັ້ນ, ເຊັ່ນໃດກໍເຊັ່ນນັ້ນ.
໓. ເມື່ອໄຂວ່ເຂວໄປຕິດບ້ວງທິຕຖິ
(ຕໍ່ໄປນີ້ ໄດ້ຕຣັດເຖິງຝູງສັຕ(ປ່າ)ພວກທີສາມ ຊຶ່ງປຽບກັນໄດ້ກັບສະມະນະພຣາມຈໍາພວກທີສາມ ສືບຕໍ່ໄປວ່າ :-)
ພິກຂຸ ທ. ! ຝູງສັຕ(ປ່າ)ພວກທີສາມ (ຮູ້ຄວາມວິນາດຂອງສັຕປ່າຈໍາພວກທີໜຶ່ງ ແລະຈໍາພວກທີສອງໂດຍປະການທັງປວງແລ້ວ) ມາຄິດກັນວ່າ “ຖ້າແນວໃດ ເຮົາອາໄສບ່ອນຈອບລີ້ຢູ່ໃກ້ໆສວນຜັກ ຂອງເຈົ້າຂອງຜັກນັ້ນ ຄັນອາໄສບ່ອນຈອບລີ້ຢູ່ໃກ້ໆ ສວນຜັກນັ້ນ ແລ້ວ ກໍບໍ່ເຂົ້າໄປກິນຜັກນັ້ນຢ່າງລືມໂຕ ເມື່ອບໍ່ເຂົ້າໄປກິນຢ່າງລືມໂຕຢູ່ ກໍບໍ່ເຖິງຊຶ່ງຄວາມເຫຼີງໃຈ (ຄວາມລະຫຼວມໃຈ) ເມື່ອບໍ່ເຫຼີງໃຈ(ລະຫຼວມໃຈ)ຢູ່ ກໍເຖິງຊຶ່ງຄວາມບໍ່ປະມາດ ເມື່ອບໍ່ປະມາດ ກໍບໍ່ເປັນສັຕທີ່ໃຜໆ ຈະຍ່ອມເຮັດອັນໃດໆ ໄດ້ຕາມຄວາມພໍໃຈ ໃນສວນຜັກຂອງເຈົ້າຂອງຜັກນັ້ນ” ດັ່ງນີ້. ຝູງສັຕເຫຼົ່ານັ້ນ (ກໍປະພຶດເຮັດຕາມຄວາມຄິດນັ້ນ).
໓໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ຄວາມຄິດໄດ້ເກີດແກ່ເຈົ້າຂອງສວນຜັກກັບບໍລິວານເຫຼົ່ານັ້ນ ວ່າ “ຝູງສັຕ(ປ່າ)ພວກທີສາມເຫຼົ່ານີ້ ຄົງຈະມີເລ່ຫຼ່ຽມກົນໂກງ ເໝືອນມີລິດເປັນແທ້ ຝູງສັຕພວກທີສາມນີ້ ຄົງຈະເປັນສັຕພິເສດຊະນິດອື່ນເປັນແນ່ ມັນຈຶ່ງມາກິນຜັກທີ່ເຮົາປູກນີ້ໄດ້. ແລະເຮົາກໍບໍ່ເຂົ້າໃຈການມາ ການໄປຂອງມັນ. ຖ້າຈັ່ງໃດ ເຮົາຕ້ອງລ້ອມຊຶ່ງບ່ອນນັ້ນໂດຍຮອບ ດ້ວຍເຄື່ອງລ້ອມຊະນິດທັນດະວະຄຸຣະໃຫຍ່ໆທັງຫຼາຍ ເຮົາຄົງຈະໄດ້ເຫັນບ່ອນຈອບລີ້ ຂອງຝູງສັຕພວກທີສາມ ອັນເປັນບ່ອນຊຶ່ງມັນແອບເຂົ້າມາກິນ” ດັ່ງນີ້. ຊົນເຫຼົ່ານັ້ນໄດ້ເຮັດການລ້ອມພື້ນທີ່ປູກຜັກນັ້ນໂດຍຮອບ ດ້ວຍເຄື່ອງລ້ອມຊະນິດທັນດະວະຄຸຣະໃຫຍ່ໆ ທັງຫຼາຍແລ້ວ. ພິກຂຸ ທ. ! ເຈົ້າຂອງສວນຜັກແລະບໍລິວານ ກໍຫາພົບບ່ອນຈອບລີ້ຂອງຝູງສັຕ(ປ່າ)ພວກທີສາມ ອັນເປັນບ່ອນຊຶ່ງມັນແອບເຂົ້າມາກິນ. ພິກຂຸ ທ. ! ດ້ວຍອາການດັ່ງນີ້ແລ ຝູງສັຕແມ່ນວ່າພວກທີສາມນັ້ນ ຍ່ອມບໍ່ພົ້ນໄປຈາກກໍາມືຂອງເຈົ້າຂອງສວນຜັກ.








