ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ບັນດາສັຕ(ປ່າ)ທັງຫຼາຍ ຝູງສັຕພວກທີໜຶ່ງ ໄດ້ເຂົ້າໄປສູ່ສວນຜັກ ທີ່ຊາວສວນຜັກປູກໄວ້ ກິນຢູ່ຢ່າງລືມໂຕ ເມື່ອເຂົ້າໄປກິນຢູ່ຢ່າງລືມໂຕ ກໍເຖິງຊຶ່ງຄວາມເຫຼີງໃຈ (ລະຫຼວມໃຈ) ຄັນເຫຼີງໃຈ (ລະຫຼວມໃຈ) ແລ້ວກໍເຖິງຊຶ່ງຄວາມປະມາດ ຄັນປະມາດແລ້ວ ກໍເປັນສັຕທີ່ເຈົ້າຂອງສວນຜັກ ຍ່ອມເຮັດໄດ້ຕາມຄວາມພໍໃຈ ໃນສວນຜັກນັ້ນ. ພິກຂຸ ທ. ! ດ້ວຍອາການດັ່ງນີ້ແລ ຝູງສັຕ(ປ່າ)ພວກທີໜຶ່ງ ເຫຼົ່ານັ້ນ ກໍບໍ່ພົ້ນໄປຈາກກໍາມືແຫ່ງເຈົ້າຂອງສວນຜັກ.

ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໒໗

(ພຣະຜູ້ມີພຣະພາຄເຈົ້າ ໄດ້ຊົງຍົກເອົາສະມະນະພຣາມ ຈໍາພວກທີໜຶ່ງ ມາປຽບກັນກັບຝູງສັຕ (ປ່າ) ຈໍາພວກທີໜຶ່ງ ດັ່ງຕໍ່ໄປນີ້ :-)

ພິກຂຸ ທ. ! ບັນດາສະມະນະພຣາມທັງຫຼາຍ ສະມະນະພຣາມພວກທີໜຶ່ງ ໄດ້ ເຂົ້າໄປສູ່ໂລກາມິດສະເຫຼົ່າພຸ້ນ ຊຶ່ງເປັນເໝືອນກັບສວນຜັກ ອັນມາຣປູກໄວ້ ບໍລິໂພກ ຢູ່ຢ່າງລືມໂຕ ຄັນເຂົ້າໄປບໍລິໂພກຢູ່ຢ່າງລືມໂຕ ກໍເຖິງຊຶ່ງຄວາມມົວເມົາ ຄັນມົວ ເມົາຢູ່ ກໍເຖິງຊຶ່ງຄວາມປະມາດ ຄັນປະມາດຢູ່ ກໍເປັນຜູ້ທີ່ມາຣຍ່ອມເຮັດໄດ້ຕາມຄວາມພໍໃຈ ໃນໂລກາມິດສະ ຊຶ່ງເປັນເໝືອນກັບສວນຜັກແຫ່ງມາຣນັ້ນ. ພິກຂຸ ທ. ! ດ້ວຍອາການດັ່ງນີ້ແລ ສະມະນະພຣາມພວກທີໜຶ່ງນີ້ ຈຶ່ງບໍ່ພົ້ນໄປໄດ້ຈາກອິດທານຸພາບແຫ່ງມາຣ. ພິກຂຸ ທ. ! ເຮົາກ່າວສະມະນະພຣາມ ພວກທີໜຶ່ງນີ້ວ່າ ມີອຸປະມາ ເໝືອນຝູງສັຕ(ປ່າ)ພວກທີໜຶ່ງນັ້ນ, ເຊັ່ນໃດກໍເຊັ່ນນັ້ນ.

ພິກຂຸ ທ. ! ອຸປະມານີ້ ມີເພື່ອໃຫ້ຮູ້ເນື້ອຄວາມນັ້ນ : ຄໍາວ່າ “ສວນຜັກ” ນັ້ນເປັນຊື່ແຫ່ງກາມະຄຸນທັງຫ້າ. ຄໍາວ່າ “ເຈົ້າຂອງສວນຜັກ” ນັ້ນເປັນຊື່ຂອງມາຣຜູ້ມີບາບ. ຄໍາວ່າ “ພວກພ້ອງຂອງເຈົ້າຂອງສວນຜັກ” ນັ້ນເປັນຊື່ຂອງບໍຣິສັດແຫ່ງມາຣ. ຄໍາວ່າ “ຝູງສັຕ(ປ່າ)” ນັ້ນເປັນຊື່ຂອງສະມະນະພຣາມທັງຫຼາຍ. (ຄວາມໄຂອຸປະມານີ້ ຕຣັດໄວ້ຕອນກາງຂອງພຣະສູຕ ທີ່ຕຣັດເລື່ອງສັຕ(ປ່າ)ພວກທີສີ່ຈົບລົງ ໃນບ່ອນນີ້ ໄດ້ຍົກເອົາມາໄວ້ຕອນຕົ້ນເຊັ່ນນີ້ ເພື່ອສະດວກແກ່ການສຶກສາຍິ່ງຂຶ້ນ).

໒. ເມື່ອຈົມກາມຄັ້ງທີສອງ

(ຕໍ່ໄປນີ້ ໄດ້ຕຣັດເຖິງຝູງສັຕ(ປ່າ)ຈໍາພວກທີສອງ ຊຶ່ງປຽບກັນໄດ້ກັບສະມະນະພຣາມຈໍາພວກທີສອງວ່າ :-)

ພິກຂຸ ທ. ! ສັຕ(ປ່າ)ພວກທີສອງ (ຮູ້ຄວາມວິນາດຂອງສັຕ(ປ່າ)ຈໍາພວກທີໜຶ່ງໂດຍປະການ ທັງປວງແລ້ວ) ມາຄິດກັນວ່າ “ຖ້າແນວໃດ ເຮົາເວັ້ນການກິນຜັກ ຊຶ່ງເປັນໂພຊະນະ

໒໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ອັນຕະລາຍເຫຼົ່ານີ້ໂດຍປະການທັງປວງເສຍ ເຂົ້າໄປຢູ່ໃນກາງປ່າກັນເຖີ້ນ” ດັ່ງນີ້. ສັຕເຫຼົ່ານັ້ນ ເວັ້ນການກິນຜັກ ຊຶ່ງເປັນໂພຊະນະອັນຕະລາຍເຫຼົ່ານັ້ນ ໂດຍປະການທັງປວງແລ້ວ ເຂົ້າໄປຢູ່ໃນກາງປ່າແລ້ວ ; ຄັນເຖິງເດືອນສຸດທ້າຍແຫ່ງລະດູຮ້ອນ ເປັນເວລາທີ່ໝົດຫຍ້າແລະນໍ້າ ຮ່າງກາຍກໍເຖິງຊຶ່ງຄວາມຈ່ອຍຜອມຢ່າງຍິ່ງ ເມື່ອມີຮ່າງກາຍຈ່ອຍຜອມຢ່າງຍິ່ງ ກໍາລັງອັນແຂງແຮງກໍໝົດໄປ ເມື່ອກໍາລັງອັນແຂງແຮງ ໝົດໄປ ກໍຢ້ອນກັບມາສູ່ຖິ່ນແຫ່ງສວນຜັກ ທີ່ເຈົ້າຂອງສວນຜັກປູກໄວ້ອີກ. ຝູງສັຕ(ປ່າ)ເຫຼົ່ານັ້ນ ໄດ້ເຂົ້າໄປ ກິນຜັກໃນສວນຜັກຢ່າງລືມໂຕ ເມື່ອເຂົ້າໄປກິນຢູ່ຢ່າງລືມໂຕ ກໍເຖິງຊຶ່ງຄວາມເຫຼີງໃຈ (ຄວາມລະຫຼວມໃຈ) ເມື່ອເຫຼີງໃຈ (ລະຫຼວມໃຈ) ກໍເຖິງຊຶ່ງຄວາມປະມາດ ເມື່ອປະມາດ ກໍເປັນສັຕທີ່ເຈົ້າຂອງສວນຜັກ ຍ່ອມເຮັດໄດ້ຕາມຄວາມພໍໃຈ ໃນສວນຜັກນັ້ນ. ພິກຂຸ ທ. ! ດ້ວຍອາການດັ່ງນີ້ແລ ຝູງສັຕພວກທີສອງນັ້ນ ກໍບໍ່ພົ້ນໄປຈາກກໍາມື ແຫ່ງເຈົ້າຂອງສວນຜັກ.

(ພຣະຜູ້ມີພຣະພາຄເຈົ້າ ໄດ້ຊົງຍົກເອົາສະມະນະພຣາມ ຈໍາພວກທີສອງມາປຽບກັບຝູງສັຕ (ປ່າ) ຈໍາພວກທີສອງດັ່ງນີ້ວ່າ :-)

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ