ອະຣິຍະສັຈພາກຕົ້ນ
ໜ້າ/ 382
ຂໍ້ນັ້ນເພາະເຫຕໃດ ? ເພາະເຫຕວ່າ ຖ້າຈັ່ງໃດທ່ານຜູ້ມີອາຍຸນີ້ ຈະເສບຢູ່ຊຶ່ງເສນາສະນະອັນສົມຄວນ ຈະຄົບຢູ່ຊຶ່ງກັນລະຍານະມິຕ ຈະບົ່ມຢູ່ຊຶ່ງອິນຊີທັງຫຼາຍ ກໍຈະເຮັດໃຫ້ແຈ້ງ ຊຶ່ງທີ່ສຸດແຫ່ງພຣົມມະຈັນຣຍ໌ ອັນບໍ່ມີອັນໃດຍິ່ງກວ່າ ຊຶ່ງເປັນປະໂຍຊນ໌ທີ່ຕ້ອງການຂອງກຸລະບຸຕ ຜູ້ອອກບວດຈາກເຮືອນ ບໍ່ກ່ຽວຂ້ອງດ້ວຍເຮືອນ ໂດຍຊອບ ໄດ້ດ້ວຍປັນຍາອັນຍິ່ງເອງ ໃນທິຕຖະທັມເຂົ້າເຖິງແລ້ວແລຢູ່. ພິກຂຸ ທ. ! ເຮົາຫຼິງເຫັນຜົລ ແຫ່ງຄວາມບໍ່ປະມາດ ຂໍ້ນີ້ສໍາລັບພິກຂຸນີ້ຢູ່ ຈຶ່ງກ່າວວ່າຍັງມີອັນໃດໆ ທີ່ເຂົານັ້ນ ຕ້ອງເຮັດດ້ວຍຄວາມບໍ່ປະມາດ ດັ່ງນີ້.
໗. ຜູ້ສັດທານຸສາຣີ
(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ ໕໙໒)
ພິກຂຸ ທ. ! ບຸຄຄົລຜູ້ເປັນສັດທານຸສາຣີ (ຜູ້ແລ່ນໄປຕາມສັດທາ) ເປັນແນວໃດໜໍ ?
ພິກຂຸ ທ. ! ໃນກໍຣະນີນີ້ ບຸຄຄົລບາງຄົນ, ວິໂມກຂ໌ເຫຼົ່າໃດ ອັນບໍ່ກ່ຽວກັບຮູບ ເພາະກ້າວຂ້າມຮູບເສຍໄດ້ ອັນເປັນວິໂມກຂ໌ທີ່ສະງົບ ລະງັບມີຢູ່, ເຂົາຫາກໄດ້ຖືກ ຕ້ອງວິໂມກຂ໌ເຫຼົ່ານັ້ນ ດ້ວຍນາມກາຍແລ້ວແລຢູ່ ກໍບໍ່ ແຕ່ວ່າ ອາສະວະທັງຫຼາຍ ບາງເຫຼົ່າ ຂອງເຂົານັ້ນ ດັບສິ້ນໄປຮອບແລ້ວ ເພາະເຫັນແຈ້ງດ້ວຍປັນຍາ. ອັນໜຶ່ງສັດທາຕາມປະມານ (ທີ່ຄວນຈະມີ) ຄວາມຮັກຕາມປະມານ (ທີ່ຄວນຈະມີ) ໃນຕະຖາຄົຕຂອງເຂົາກໍມີ ແລະ ທັມເຫຼົ່ານີ້ກໍມີແກ່ເຂົາ ຄື ສັທທິນຊີ ວິຣິຢິນຊີ ສະຕິນຊີ ສະມາທິນຊີ ປັນຍິນຊີ. ພິກຂຸ ທ. ! ນີ້ເຮົາກ່າວວ່າ ບຸຄຄົລຜູ້ເປັນ ສັດທານຸສາຣີ. ພິກຂຸ ທ. ! ສໍາລັບພິກຂຸ ແມ່ນວ່ານີ້ ເຮົາກໍກ່າວວ່າ ຍັງມີອັນໃດໆທີ່ເຂົາຕ້ອງເຮັດດ້ວຍຄວາມບໍ່ປະມາດ. ຂໍ້ນັ້ນເພາະເຫຕໃດ ? ເພາະເຫຕວ່າຖ້າຈັ່ງໃດ ທ່ານຜູ້ມີອາຍຸນີ້ ຈະເສບຢູ່ຊຶ່ງເສນາສະນະອັນສົມຄວນ ຈະຄົບຢູ່ຊຶ່ງກັນລະຍານະມິຕ ຈະບົ່ມຢູ່ຊຶ່ງອິນຊີທັງຫຼາຍ ກໍຈະເຮັດໃຫ້ແຈ້ງທີ່ສຸດແຫ່ງພຣົມມະຈັນຣຍ໌ ອັນບໍ່ມີອັນໃດຍິ່ງກວ່າ
໖໗໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ຊຶ່ງເປັນປະໂຍຊນ໌ທີ່ຕ້ອງການຂອງກຸລະບຸຕ ຜູ້ອອກບວດຈາກເຮືອນບໍ່ກ່ຽວຂ້ອງດ້ວຍເຮືອນໂດຍຊອບ ໄດ້ດ້ວຍປັນຍາອັນຍິ່ງເອງ ໃນທິຕຖະທັມເຂົ້າເຖິງແລ້ວແລຢູ່. ພິກຂຸ ທ. ! ເຮົາຫຼິງເຫັນຜົລ ແຫ່ງຄວາມບໍ່ປະມາດຂໍ້ນີ້ ສໍາລັບພິກຂຸນີ້ຢູ່ ຈຶ່ງກ່າວວ່າ ຍັງມີອັນໃດໆ ທີ່ເຂົານັ້ນຕ້ອງເຮັດດ້ວຍຄວາມບໍ່ປະມາດ ດັ່ງນີ້.
- ມ. ມ. ໑໓/໒໒໙-໒໓໒/໒໓໐-໒໓໗.
ຜູ້ອະນິມິຕຕະວິຫາຣີ
ໂມກຄັນລານະ ! ກໍຕິດສະພຣົມ ບໍ່ໄດ້ສະແດງບຸຄຄົລທີເຈັດອັນເປັນ ອະນິມິຕຕະ ວິຫາຣີ (ຜູ້ຢູ່ດ້ວຍວິຫາຣະທັມອັນບໍ່ມີນິມິຕ) ແກ່ເຈົ້າດອກຫຼື ?
“ຂ້າແຕ່ພຣະຜູ້ມີພຣະພາຄ ! ບັດນີ້ເປັນກາລະສົມຄວນ ທີ່ພຣະຜູ້ມີພຣະພາຄ ຈະຊົງສະແດງ ຊຶ່ງບຸຄຄົລທີ່ເຈັດ ຜູ້ເປັນອະນິມິຕຕະວິຫາຣີ, ພິກຂຸທັງຫຼາຍ ໄດ້ຟັງຈາກພຣະຜູ້ມີພຣະພາຄແລ້ວ ຈະຊົງຈໍາໄວ້”.
ໂມກຄັນລານະ ! ພິກຂຸໃນກໍລະນີນີ້ ເຂົ້າເຖິງຊຶ່ງເຈໂຕສະມາທິ ອັນບໍ່ມີນິມິຕ ເພາະບໍ່ຕັ້ງໄວ້ໃນໃຈ ຊຶ່ງນິມິຕທັງປວງແລ້ວແລຢູ່. ເທວະດາເຫຼົ່ານັ້ນ ຍ່ອມຮູ້ຈັກພິກຂຸນັ້ນເຊັ່ນນີ້ວ່າ “ທ່ານຜູ້ມີອາຍຸນີ້ ເຂົ້າເຖິງເຈໂຕສະມາທິອັນບໍ່ມີນິມິຕ ເພາະບໍ່ຕັ້ງໄວ້ໃນໃຈ ຊຶ່ງນິມິຕທັງຫຼາຍແລ້ວແລຢູ່ ; ເປັນທີ່ເຊື່ອໄດ້ວ່າທ່ານຜູ້ມີອາຍຸນີ້ ເມື່ອເສບເສນາສະນະທີ່ສົມຄວນ ຄົບກັນລະຍານະມິຕ ບົ່ມອິນຊີທັງຫຼາຍຢູ່ ກໍຈະເຮັດໃຫ້ແຈ້ງຊຶ່ງປະຣິໂຍສານ ແຫ່ງພຣົມມະຈັນຣຍ໌ນັ້ນ ອັນບໍ່ມີທັມອື່ນຍິ່ງກວ່າ ອັນເປັນປະໂຍຊນ໌ທີ່ປະສົງຄ໌ຂອງກຸລະບຸຕ ຜູ້ອອກບວດຈາກເຮືອນ ເປັນຜູ້ບໍ່ມີເຮືອນໂດຍຊອບຢູ່, ໄດ້ດ້ວຍປັນຍາອັນຍິ່ງເອງ ໃນທິຕຖະທັມນີ້ ເຂົ້າເຖິງແລ້ວຢູ່” ດັ່ງນີ້.
- ສັຕຕະກະ. ອັງ. ໒໓/໗໙/໕໓.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໗໓
ຜູ້ມີສັນທິຕຖິກະທັມຕາມຄໍາຂອງພຣະອານົນທ໌
“ອາວຸໂສ ! ມີຄໍາກ່າວກັນຢູ່ວ່າ ‘ສັນທິຕຖິກະທັມ ສັນທິຕຖິກະທັມ’ ດັ່ງນີ້ ອາວຸໂສ ! ສັນທິຕຖິກະທັມນີ້ ພຣະຜູ້ມີພຣະພາຄຕຣັດໄວ້ ດ້ວຍເຫຕ ມີປະມານເທົ່າໃດໜໍແລ ?”
(ພຣະອຸທາຢີຖາມພຣະອານົນທ໌, ພຣະອານົນທ໌ ເປັນຜູ້ຕອບ).








