ອະຣິຍະສັຈພາກຕົ້ນ

ໜ້າ/ 382

ອາວຸໂສ ! ພິກຂຸໃນກໍລະນີນີ້ ສະງັດແລ້ວຈາກກາມ ສະງັດແລ້ວຈາກອະກຸສົລທັມ ເຂົ້າເຖິງ ປະຖົມມະຊານ ອັນມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດຈາກວິເວກແລ້ວແລຢູ່. ອາວຸໂສ ! ສັນທິຕຖິກະທັມ ອັນພຣະຜູ້ມີພຣະພາຄຕຣັດໄວ້ ດ້ວຍເຫຕມີປະມານເທົ່ານີ້ແລ ເມື່ອກ່າວ ໂດຍປະຣິຍາຍ.

(ໃນກໍລະນີແຫ່ງທຸຕິຍະຊານ ຕະຕິຍະຊານ ຈະຕຸຕຖະຊານ ອາກາສານັນຈາຢະຕະນະ ວິນຍານັນຈາ ຢະຕະນະ ອາກິນຈັນຍາຢະຕະນະ ແລະເນວະສັນຍານາສັນຍາຢະຕະນະ ມີຂໍ້ຄວາມທີ່ກ່າວໄວ້ໂດຍແນວດຽວກັນກັບຂໍ້ຄວາມ ໃນກໍລະນີແຫ່ງປະຖົມມະຊານທຸກປະການ ແລະໃນຖານະເປັນສັນທິຕຖິກະທັມໂດຍ ປະຣິຍາຍ. ສ່ວນສັນຍາເວທະຍິຕະນິໂຣດ ຊະນິດທີ່ມີການດັບສິ້ນອາສະວະນັ້ນ ກ່າວໄວ້ໃນຖານະ ເປັນສັນທິຕຖິກະທັມ ໂດຍນິບປະຣິຍາຍ ດ້ວຍຂໍ້ຄວາມດັ່ງຕໍ່ໄປນີ້ : -)

ອາວຸໂສ ! ນັຍອື່ນອີກມີຢູ່ : ພິກຂຸກ້າວຜ່ານເສຍຊຶ່ງ ເນວະສັນຍານາສັນຍາຢະຕະນະ ໂດຍປະການທັງປວງ ເຂົ້າເຖິງ ສັນຍາເວທະຍິຕະນິໂຣດ ແລ້ວແລຢູ່. ອັນໜຶ່ງ ເພາະເຫັນດ້ວຍປັນຍາ ອາສະວະທັງຫຼາຍຂອງເຂົານັ້ນ ກໍດັບສິ້ນໄປຮອບ. ອາວຸໂສ ! ສັນທິຕຖິກະທັມ ອັນພຣະຜູ້ມີພຣະພາຄຕຣັດໄວ້ ດ້ວຍເຫຕ ມີປະມານເທົ່ານີ້ແລ ເມື່ອກ່າວ ໂດຍນິບປະຣິຍາຍ.

- ນວກ. ອັງ. ໒໓/໔໗໔/໒໕໐.

໖໗໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ຜູ້ນິພພານຕາມຄໍາຂອງພຣະອານົນທ໌

ແລະຜູ້ປະຣິນິພພານຕາມຄໍາຂອງພຣະອານົນທ໌

(ນິພພານແລະປະຣິນິພພານ ຕາມຄໍາຂອງພຣະອານົນທ໌ ມີໃຈຄວາມເຊັ່ນດຽວກັນກັບສັນທິຕຖິກະນິພພານເບື້ອງຕົ້ນ ຜິດກັນແຕ່ຊື່ເທົ່ານັ້ນ. ນອກຈາກນີ້ຍັງມີການສະແດງໄວ້ ດ້ວຍຄໍາວ່າ ເຂມັງ ອະມະຕັງ ອະພະຢັງ ປັສສັທທິ ນິໂຣໂທ ແທນຄໍາວ່າ ນິພພານເບື້ອງເທິງ. - ນວກ. ອັງ. ໒໓/໔໗໕-໔໗໗/໒໕໒, ໒໕໓, ໒໕໖, ໒໕໘, ໒໖໐, ໒໖໒, ໒໖໔).

ຜູ້ມີທິຕຖະທັມນິພພານຕາມຄໍາຂອງພຣະອານົນທ໌

(ສັນທິຕຖິກະນິພພານ = ສັນທິຕຖິທັມ = ທິຕຖະທັມນິພພານ = ຕະທັງຄະນິບພຸໂຕ = ຕະທັງຄະນິພພານ ເບິ່ງປະກອບໃນເຫຼັ້ມນີ້ໜ້າ ໔໘໒, ໖໗໓, ໖໗໖, ໖໗໗)

“ອາວຸໂສ ! ມີຄໍາກ່າວກັນຢູ່ວ່າ ‘ທິຕຖະທັມນິພພານ ທິຕຖະທັມນິພພານ’ ດັ່ງນີ້. ອາວຸໂສ ! ທິຕຖະທັມນິພພານນີ້ ພຣະຜູ້ມີພຣະພາຄຕຣັດໄວ້ ດ້ວຍເຫຕ ມີປະມານເທົ່າໃດໜໍແລ ?” (ພຣະອຸທາຢີ ຖາມພຣະອານົນທ໌, ພຣະອານົນທ໌ ເປັນຜູ້ຕອບ).

ອາວຸໂສ ! ພິກຂຸໃນກໍລະນີນີ້ ສະງັດແລ້ວຈາກກາມ ສະງັດແລ້ວຈາກອະກຸສົລທັມ ເຂົ້າເຖິງ ປະຖົມມະຊານ ອັນມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດຈາກວິເວກແລ້ວແລຢູ່. ອາວຸໂສ ! ທິຕຖະທັມນິພພານ ອັນພຣະຜູ້ມີພຣະພາຄຕຣັດໄວ້ ດ້ວຍເຫຕ ມີປະມານເທົ່ານີ້ແລ ເມື່ອກ່າວ ໂດຍປະຣິຍາຍ.

(ໃນກໍລະນີແຫ່ງທຸຕິຍະຊານ ຕະຕິຍະຊານ ຈະຕຸຕຖະຊານ ອາກາສານັນຈາຢະຕະນະ ວິນຍານັນຈາຢະຕະນະ ອາກິນຈັນຍາຢະຕະນະ ແລະເນວະສັນຍານາສັນຍາຢະຕະນະ ມີຂໍ້ຄວາມທີ່ກ່າວໄວ້ ໂດຍແນວດຽວກັນກັບຂໍ້ຄວາມ ໃນກໍລະນີແຫ່ງປະຖົມມະຊານທຸກປະການ ແລະໃນຖານະເປັນທິຕຖະທັມນິພພານ ໂດຍປະຣິຍາຍ. ສ່ວນສັນຍາເວທະຍິຕະນິໂຣດ ຊຶ່ງມີການດັບສິ້ນອາສະວະນັ້ນ ກ່າວໄວ້ໃນຖານະເປັນ ທິຕຖະທັມນິພພານ ໂດຍນິບປະຣິຍາຍ ດ້ວຍຂໍ້ຄວາມ ດັ່ງຕໍ່ໄປນີ້ : -)

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໗໕

ອາວຸໂສ ! ນັຍອື່ນອີກມີຢູ່ : ພິກຂຸກ້າວຂ້າມເສຍຊຶ່ງ ເນວະສັນຍານາສັນຍາຢະຕະນະ ໂດຍປະການທັງປວງ ເຂົ້າເຖິງ ສັນຍາເວທະຍິຕະນິໂຣດ ແລ້ວແລຢູ່, ອັນໜຶ່ງ ເພາະເຫັນດ້ວຍປັນຍາ ອາສະວະທັງຫຼາຍ ຂອງເຂົານັ້ນກໍດັບສິ້ນໄປຮອບ, ອາວຸໂສ ! ທິຕຖະທັມນິພພານ ອັນພຣະຜູ້ມີພຣະພາຄຕຣັດໄວ້ ດ້ວຍເຫຕ ມີປະມານເທົ່ານີ້ແລ ເມື່ອກ່າວໂດຍນິບປະຣິຍາຍ (ໂດຍເມື່ອກ່າວໂດຍສິ້ນເຊີງ).

- ນວກ. ອັງ. ໒໓/໔໗໕/໒໕໕.

ຜູ້ເຂມັບປັຕ ຕາມຄໍາຂອງພຣະອານົນທ໌

“ອາວຸໂສ ! ມີຄໍາກ່າວກັນຢູ່ວ່າ ‘ເຂມັບປັຕ ເຂມັບປັຕ’ ດັ່ງນີ້. ອາວຸໂສ ! ເຂມັບປັຕນີ້ ພຣະຜູ້ມີພຣະພາຄ ຕຣັດໄວ້ດ້ວຍເຫຕ ມີປະມານເທົ່າໃດໜໍແລ ?” (ພຣະອຸທາຢີ ຖາມພຣະອານົນທ໌, ພຣະອານົນທ໌ ເປັນຜູ້ຕອບ).

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ