ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ໃນກໍລະນີນີ້ ບຸຄຄົລບາງຄົນ, ວິໂມກຂ໌ເຫຼົ່າໃດ ອັນບໍ່ກ່ຽວກັບຮູບ ເພາະກ້າວຂ້າມຮູບເສຍໄດ້ ອັນເປັນວິໂມກຂ໌ທີ່ສະງົບ ລະງັບມີຢູ່, ເຂົາຫາກໄດ້ຖືກ ຕ້ອງວິໂມກຂ໌ເຫຼົ່ານັ້ນດ້ວຍນາມກາຍແລ້ວແລຢູ່ ກໍບໍ່ ແຕ່ວ່າ ອາສະວະທັງຫຼາຍບາງເຫຼົ່າຂອງເຂົານັ້ນ ດັບສິ້ນໄປຮອບແລ້ວ ເພາະເຫັນແຈ້ງດ້ວຍປັນຍາ. ອັນໜຶ່ງ ທັມທັງຫຼາຍທີ່ຕະຖາຄົຕປະກາດແລ້ວ ກໍເປັນທັມ ອັນເຂົານັ້ນເຫັນລົງແລ້ວ ປະພຶດລົງແລ້ວດ້ວຍປັນຍາ. ພິກຂຸ ທ. ! ນີ້ ເຮົາກ່າວວ່າ ບຸຄຄົລຜູ້ເປັນ ທິຕຖິບປັຕ. ພິກຂຸ ທ. ! ສໍາລັບພິກຂຸ ແມ່ນວ່ານີ້ ເຮົາກໍກ່າວວ່າ ຍັງມີອັນໃດໆ ທີ່ເຂົາຕ້ອງເຮັດດ້ວຍຄວາມບໍ່ປະມາດ. ຂໍ້ນັ້ນເພາະເຫຕໃດ ? ເພາະເຫຕວ່າ ຖ້າຈັ່ງໃດທ່ານຜູ້ມີອາຍຸນີ້ ຈະເສບຢູ່ຊຶ່ງເສນາສະນະອັນສົມຄວນ ຈະຄົບຢູ່ຊຶ່ງກັນລະຍານະມິຕ ຈະບົ່ມຢູ່ຊຶ່ງອິນຊີທັງຫຼາຍ ກໍຈະເຮັດໃຫ້ແຈ້ງ ຊຶ່ງທີ່ສຸດແຫ່ງພຣົມມະຈັນຣຍ໌ ອັນບໍ່ມີອັນໃດຍິ່ງກວ່າ ຊຶ່ງເປັນປະໂຍຊນ໌ທີ່ຕ້ອງການຂອງກຸລະບຸຕ ຜູ້ອອກບວດຈາກເຮືອນ ບໍ່ກ່ຽວຂ້ອງດ້ວຍເຮືອນໂດຍຊອບ ໄດ້ດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມ ເຂົ້າເຖິງແລ້ວແລຢູ່. ພິກຂຸ ທ. ! ເຮົາຫຼິງເຫັນຜົລ ແຫ່ງຄວາມບໍ່ປະມາດຂໍ້ນີ້ ສໍາລັບພິກຂຸນີ້ຢູ່ ຈຶ່ງກ່າວວ່າ ຍັງມີອັນໃດໆ ທີ່ເຂົານັ້ນຕ້ອງເຮັດດ້ວຍຄວາມບໍ່ປະມາດ ດັ່ງນີ້.
໕. ຜູ້ສັດທາວິມຸຕຕິ
ພິກຂຸ ທ. ! ບຸຄຄົລຜູ້ເປັນ ສັດທາວິມຸຕຕິ (ຜູ້ຫຼຸດພົ້ນດ້ວຍສັດທາ) ເປັນແນວໃດໜໍ ?
ພິກຂຸ ທ. ! ໃນກໍລະນີນີ້ ບຸຄຄົລບາງຄົນ, ວິໂມກຂ໌ເຫຼົ່າໃດ ອັນບໍ່ກ່ຽວກັບຮູບ ເພາະກ້າວຂ້າມຮູບເສຍໄດ້ ອັນເປັນວິໂມກຂ໌ທີ່ສະງົບ ລະງັບມີຢູ່, ເຂົາຫາກໄດ້ຖືກຕ້ອງວິໂມກຂ໌ເຫຼົ່ານັ້ນ ດ້ວຍນາມກາຍແລ້ວແລຢູ່ ກໍບໍ່ ແຕ່ວ່າ ອາສະວະທັງຫຼາຍບາງເຫຼົ່າຂອງເຂົານັ້ນ ດັບສິ້ນໄປຮອບແລ້ວ ເພາະເຫັນແຈ້ງດ້ວຍປັນຍາ. ອັນໜຶ່ງ ສັດທາ ຂອງເຂົານັ້ນ
໖໗໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ເປັນສັດທາທີ່ ປົງລົງແລ້ວໝົດສິ້ນ ມີມູນຮາກເກີດແລ້ວ ຕັ້ງຢູ່ແລ້ວຢ່າງໝັ້ນຄົງ ໃນ ຕະຖາຄົຕ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ບຸຄຄົລຜູ້ເປັນ ສັດທາວິມຸດ. ພິກຂຸ ທ. ! ສໍາລັບພິກຂຸ ແມ່ນວ່ານີ້ ເຮົາກໍກ່າວວ່າ ຍັງມີອັນໃດໆ ທີ່ເຂົາຕ້ອງເຮັດດ້ວຍຄວາມບໍ່ປະມາດ. ຂໍ້ນັ້ນເພາະເຫຕໃດ ? ເພາະເຫຕວ່າ ຖ້າຈັ່ງໃດ ທ່ານຜູ້ມີອາຍຸນີ້ ຈະເສບຢູ່ຊຶ່ງເສນາສະນະອັນສົມຄວນ ຈະຄົບຢູ່ຊຶ່ງກັນລະຍານະມິຕ ຈະບົ່ມຢູ່ຊຶ່ງອິນຊີທັງຫຼາຍ ກໍຈະເຮັດໃຫ້ແຈ້ງ ຊຶ່ງທີ່ສຸດແຫ່ງພຣົມມະຈັນຣຍ໌ ອັນບໍ່ມີອັນໃດຍິ່ງກວ່າ ຊຶ່ງເປັນປະໂຍຊນ໌ທີ່ຕ້ອງການຂອງກຸລະບຸຕ ຜູ້ອອກບວດຈາກເຮືອນບໍ່ກ່ຽວຂ້ອງດ້ວຍເຮືອນໂດຍຊອບ ໄດ້ດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມ ເຂົ້າເຖິງແລ້ວແລຢູ່. ພິກຂຸ ທ. ! ເຮົາຫຼິງເຫັນຜົລ ແຫ່ງຄວາມບໍ່ປະມາດຂໍ້ນີ້ ສໍາລັບພິກຂຸນີ້ຢູ່ ຈຶ່ງກ່າວວ່າ ຍັງມີອັນໃດໆ ທີ່ເຂົານັ້ນຕ້ອງເຮັດດ້ວຍຄວາມບໍ່ປະມາດ ດັ່ງນີ້.
໖. ຜູ້ທັມມານຸສາຣີ
(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ ໕໙໒)
ພິກຂຸ ທ. ! ບຸຄຄົລຜູ້ເປັນ ທັມມານຸສາຣີ (ຜູ້ແລ່ນໄປຕາມທັມ) ເປັນແນວໃດໜໍ ?
ພິກຂຸ ທ. ! ໃນກໍລະນີນີ້ ບຸຄຄົລບາງຄົນ, ວິໂມກຂ໌ເຫຼົ່າໃດ ອັນບໍ່ກ່ຽວກັບຮູບ ເພາະກ້າວຂ້າມຮູບເສຍໄດ້ ອັນເປັນວິໂມກຂ໌ ທີ່ສະງົບ ລະງັບມີຢູ່, ເຂົາຫາກໄດ້ຖືກຕ້ອງວິໂມກຂ໌ເຫຼົ່ານັ້ນ ດ້ວຍນາມກາຍແລ້ວແລຢູ່ ກໍບໍ່ ແຕ່ວ່າ ອາສະວະທັງຫຼາຍ ບາງເຫຼົ່າ ຂອງເຂົານັ້ນ ດັບສິ້ນໄປຮອບແລ້ວ ເພາະເຫັນແຈ້ງດ້ວຍປັນຍາ. ອັນໜຶ່ງ ທັມທັງຫຼາຍ ທີ່ຕະຖາຄົຕປະກາດແລ້ວ ຍ່ອມ ທົນຕໍ່ການເພັ່ງໂດຍປະມານແຫ່ງປັນຍາຂອງເຂົາ ແລະ ທັມທັງຫຼາຍເຫຼົ່ານີ້ ກໍມີແກ່ເຂົາ ຄື ສັທທິນຊີ ວິຣິຢິນຊີ ສະຕິນຊີ ສະມາທິນຊີ ປັນຍິນຊີ. ພິກຂຸ ທ. ! ນີ້ເຮົາກ່າວວ່າ ບຸຄຄົລຜູ້ເປັນ ທັມມານຸສາຣີ. ພິກຂຸ ທ. ! ສໍາລັບພິກຂຸ ແມ່ນວ່ານີ້ ເຮົາກໍກ່າວວ່າ ຍັງມີອັນໃດໆທີ່ເຂົາຕ້ອງເຮັດດ້ວຍຄວາມບໍ່ປະມາດ.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໗໑








