ອະຣິຍະສັຈພາກຕົ້ນ

ໜ້າ/ 382

(ໃນນກໍລະນີ ແຫ່ງວິນຍານຖິຕິທີສອງ ວິນຍານຖິຕິທີສາມ ວິນຍານຖິຕິທີສີ່ ວິນຍານຖິຕິທີຫ້າ ວິນຍານ ຖິຕິທີຫົກ ວິນຍານຖິຕິທີເຈັດ ແລະອະສັນຍີສັຕຕາຢະຕະນະທີໜຶ່ງ ຊຶ່ງມີລັກສະນະສະເພາະຢ່າງ ດັ່ງທີ່ກ່າວແລ້ວເບື້ອງຕົ້ນ ກໍໄດ້ມີການອະທິບາຍ ຕຣັດຖາມ ແລະທູນຕອບ ໂດຍຂໍ້ຄວາມແນວດຽວກັນກັບ ໃນກໍລະນີແຫ່ງວິນຍານຖິຕິທີໜຶ່ງນັ້ນທຸກປະການ ຕ່າງກັນແຕ່ຊື່ແຫ່ງສະພາບທັມນັ້ນໆ ເທົ່ານັ້ນ. ສ່ວນເນວະສັນຍານາສັນຍາຢະຕະນະ ທີ່ສອງນັ້ນ ຈະໄດ້ບັນຍາຍດ້ວຍຂໍ້ຄວາມເຕັມອີກຄັ້ງໜຶ່ງ ດັ່ງຕໍ່ໄປນີ້ :-)

ອານົນທ໌ ! ໃນບັນດາວິນຍານຖິຕິເຈັດ ແລະອາຍະຕະນະສອງ (ລວມເປັນເກົ້າ) ນັ້ນ : ເນວະສັນຍານາສັນຍາຢະຕະນະ ອັນໃດ ມີຢູ່, ອານົນທ໌ ! ຜູ້ໃດຮູ້ແຈ່ມແຈ້ງ

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໖໕

ເນວະສັນຍານາສັນຍາຢະຕະນະນັ້ນ ຮູ້ແຈ່ມແຈ້ງການເກີດແຫ່ງສິ່ງນັ້ນ ຮູ້ແຈ່ມແຈ້ງການດັບແຫ່ງສິ່ງນັ້ນ ຮູ້ແຈ່ມແຈ້ງສະເໜ່ແຫ່ງສິ່ງນັ້ນ ຮູ້ແຈ່ມແຈ້ງໂທດອັນຕໍ່າຊ້າແຫ່ງສິ່ງນັ້ນ ແລະຮູ້ແຈ່ມແຈ້ງອຸບາຍເປັນເຄື່ອງອອກແຫ່ງສິ່ງນັ້ນດັ່ງນີ້ແລ້ວ ຄວນຫຼືໜໍທີ່ຜູ້ນັ້ນຈະເພີດເພີນຍິ່ງ ຊຶ່ງເນວະສັນຍານາສັນຍາຢະຕະນະນັ້ນ ? “ຂໍ້ນັ້ນເປັນໄປບໍ່ໄດ້ ຂ້ານ້ອຍ !”

ອານົນທ໌ ! ເມື່ອໃດແລ ພິກຂຸຮູ້ແຈ່ມແຈ້ງຕາມເປັນຈິງ ຊຶ່ງການເກີດ ການດັບ ສະເໜ່ ໂທດອັນຕໍ່າຊ້າ ແລະອຸບາຍເປັນເຄື່ອງອອກ ແຫ່ງວິນຍານຖິຕິເຈັດເຫຼົ່ານີ້ ແລະແຫ່ງອາຍະຕະນະສອງເຫຼົ່ານີ້ ດ້ວຍແລ້ວ ເປັນຜູ້ຫຼຸດພົ້ນເພາະຄວາມບໍ່ຢຶດໝັ້ນ ; ອານົນທ໌ ! ພິກຂຸນີ້ ເຮົາກ່າວວ່າ ເປັນປັນຍາວິມຸຕຕິ.

ຜູ້ປັນຍາວິມຸຕຕິ

(ຕາມຄໍາຂອງພຣະອານົນທ໌)໑

“ອາວຸໂສ ! ມີຄໍາກ່າວກັນຢູ່ວ່າ ‘ປັນຍາວິມຸຕຕິ ປັນຍາວິມຸຕຕິ’ ດັ່ງນີ້. ອາວຸໂສ ! ປັນຍາວິມຸຕຕິນີ້ ພຣະຜູ້ມີພຣະພາຄຕຣັດໄວ້ ດ້ວຍເຫຕມີປະມານເທົ່າໃດໜໍແລ ?” (ພຣະອຸທາຢີ ຖາມພຣະອານົນທ໌, ພຣະອານົນທ໌ ເປັນຜູ້ຕອບ).

ອາວຸໂສ ! ພິກຂຸໃນກໍລະນີນີ້ ສະງັດແລ້ວຈາກກາມ ສະງັດແລ້ວຈາກອະກຸສົລທັມ ເຂົ້າເຖິງ ປະຖົມມະຊານ ອັນມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດຈາກວິເວກແລ້ວແລຢູ່. ແລະເຂົາຮູ້ທົ່ວເຖິງທັມ (ຄືປະຖົມມະຊານນັ້ນ) ດ້ວຍປັນຍາ. ອາວຸໂສ ! ປັນຍາວິມຸຕຕິ ອັນພຣະຜູ້ມີພຣະພາຄ ຕຣັດໄວ້ດ້ວຍເຫຕ ມີປະມານເທົ່ານີ້ແລ ເມື່ອກ່າວໂດຍ ປະຣິຍາຍ.

໑. ນວກ. ອັງ. ໒໓/໔໗໓/໒໔໘.

໖໖໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

(ໃນກໍລະນີແຫ່ງທຸຕິຍະຊານ ຕະຕິຍະຊານ ຈະຕຸຕຖະຊານ ອາກາສານັນຈາຢະຕະນະ ວິນຍານັນຈາ ຢະຕະນະ ອາກິນຈັນຍາຢະຕະນະ ແລະເນວະສັນຍານາສັນຍາຢະຕະນະ ມີຂໍ້ຄວາມທີ່ກ່າວໄວ້ ໂດຍແນວດຽວກັນກັບຂໍ້ຄວາມໃນກໍລະນີ ແຫ່ງປະຖົມມະຊານທຸກປະການ ແລະໃນຖານະເປັນປັນຍາວິມຸຕຕິ ໂດຍປະຣິຍາຍ. ສ່ວນສັນຍາເວທະຢິຕະນິໂຣດ ຊຶ່ງມີການດັບສິ້ນອາສະວະນັ້ນ ກ່າວໄວ້ໃນຖານະເປັນປັນຍາວິມຸຕຕິ ໂດຍນິບປະຣິຍາຍ ດ້ວຍຂໍ້ຄວາມ ດັ່ງຕໍ່ໄປນີ້ :-)

ອາວຸໂສ ! ນັຍອື່ນອີກມີຢູ່ : ພິກຂຸກ້າວຂ້າມເສຍຊຶ່ງ ເນວະສັນຍານາສັນຍາຢະຕະນະ ໂດຍປະການທັງປວງ ເຂົ້າເຖິງ ສັນຍາເວທະຍິຕະນິໂຣດ ແລ້ວແລຢູ່, ອັນໜຶ່ງ ເພາະເຫັນດ້ວຍປັນຍາ ອາສະວະທັງຫຼາຍຂອງເຂົານັ້ນກໍດັບສິ້ນໄປຮອບ. ແລະເຂົາຮູ້ທົ່ວເຖິງທັມ (ຄືສັນຍາເວທະຍິຕະນິໂຣດນັ້ນ) ດ້ວຍປັນຍາ. ອາວຸໂສ ! ປັນຍາວິມຸຕຕິ ອັນພຣະຜູ້ມີ ພຣະພາກ ຕຣັດໄວ້ດ້ວຍເຫຕ ມີປະມານເທົ່ານີ້ແລ ເມື່ອກ່າວໂດຍ ນິບປະຣິຍາຍ.

(ຜູ້ສຶກສາ ຈົ່ງສັງເກດໃຫ້ເຫັນວ່າ ເຮົາສອນກັນຢູ່ ແລະຖືກັນຢູ່ເປັນຫຼັກວ່າ ພວກປັນຍາວິມຸດ ບໍ່ອາດຈະເຂົ້າຊານໄດ້ ແຕ່ຈາກບາລີເບື້ອງເທິງນີ້ ສະແດງໃຫ້ເຫັນວ່າ ພວກປັນຍາວິມຸດສາມາດເຂົ້າຊານໄດ້ ແມ່ນແຕ່ ສັນຍາເວທະຢິຕະນິໂຣດ ຫາກແຕ່ບໍ່ມີການສະເຫວີຍຣົສ ຈາກທັມມາຣົມແຫ່ງຊານນັ້ນໆ ດ້ວຍນາມກາຍ ຊຶ່ງເປັນການເຂົ້າ ອະນຸປຸບພະວິຫາຣະສະມາບັຕເທົ່ານັ້ນ. ຂໍ້ນີ້ຈະຢຸດຕິເປັນແນວໃດ ເປັນສິ່ງທີ່ນັກສຶກສາ ຄວນພິຈາຣະນາກັນ ເບິ່ງເອງເຖີ້ນ).

໓. ຜູ້ກາຢະສັກຂີ

ພິກຂຸ ທ. ! ບຸຄຄົລຜູ້ເປັນກາຢະສັກຂີ (ຜູ້ມີການສະເຫວີຍສຸຂດ້ວຍນາມກາຍເປັນພະຍານ) ເປັນແນວໃດໜໍ ?

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ