ອະຣິຍະສັຈພາກຕົ້ນ
ໜ້າ/ 382
(ຍ່ອມມີວິໂມກຂ໌ ຄື ພົ້ນຈາກອິດທິພົນຂອງ ວິນຍານັນຈາຢະຕະນະສັນຍາ
ຊຶ່ງສ້າງຄວາມຜູກພັນຢູ່ໃນອະຮູບ ປະເພດທີສອງ ຄືວິນຍານັນຈາຢະຕະນະ ນັ້ນເອງ).
(໗) ເພາະກ້າວຂ້າມເສຍໄດ້ ຊຶ່ງ ອາກິນຈັນຍາຢະຕະນະ ໂດຍປະການທັງປວງ ເປັນຜູ້ ເຂົ້າເຖິງເນວະສັນຍານາສັນຍາຢະຕະນະ ແລ້ວແລຢູ່ : ນີ້ຄື ວິໂມກຂ໌ທີເຈັດ.
(ຍ່ອມມີວິໂມກຂ໌ ຄື ພົ້ນຈາກອິດທິພົນຂອງ ອາກິນຈັນຍາຢະຕະນະສັນຍາ
ຊຶ່ງສ້າງຄວາມຜູກພັນຢູ່ໃນອະຮູບປະເພດທີສາມຄື ອາກິນຈັນຍາຢະຕະນະ ນັ້ນເອງ).
(໘) ເພາະກ້າວຂ້າມເສຍໄດ້ ຊຶ່ງ ເນວະສັນຍານາສັນຍາຢະຕະນະ ໂດຍປະການທັງປວງ ເປັນຜູ້ ເຂົ້າເຖິງສັນຍາເວທະຢິຕະນິໂຣດ ແລ້ວແລຢູ່ : ນີ້ຄື ວິໂມກຂ໌ທີແປດ.
(ຍ່ອມມີວິໂມກຂ໌ ຄື ພົ້ນຈາກອິດທິພົນຂອງ ເນວະສັນຍານາສັນຍາຢະຕະນະສັນຍາ
ຊຶ່ງສ້າງຄວາມຜູກພັນ ຢູ່ໃນອະຮູບ ປະເພດທີສີ່ຄື ເນວະສັນຍານາສັນຍາຢະຕະນະ ນັ້ນເອງ).
ອານົນທ໌ ! ເຫຼົ່ານີ້ແລ ວິໂມກຂ໌ແປດ.
ອານົນທ໌ ! ໃນກາລໃດແລ ພິກຂຸເຂົ້າສູ່ວິໂມກຂ໌ແປດເຫຼົ່ານີ້ ໂດຍອະນຸໂລມແດ່ ໂດຍປະຕິໂລມແດ່ ທັງໂດຍອະນຸໂລມແລະປະຕິໂລມແດ່ ເຂົ້າແດ່ ອອກແດ່ ໄດ້ຕາມບ່ອນທີ່ຕ້ອງການ ຕາມສິ່ງທີ່ຕ້ອງການ ຕາມເວລາທີ່ຕ້ອງການ ; ເຮັດໃຫ້ແຈ້ງຊຶ່ງເຈໂຕວິມຸຕຕິ
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໖໑
ປັນຍາວິມຸຕຕິ ອັນຫາອາສະວະບໍ່ໄດ້ ເພາະຄວາມດັບສິ້ນໄປ ແຫ່ງອາສະວະທັງຫຼາຍດ້ວຍປັນຍາອັນຍິ່ງເອງ ໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່. ອານົນທ໌ ! ພິກຂຸນັ້ນແລ ຊື່ວ່າ ອຸພະໂຕພາຄະວິມຸຕຕິ (ຜູ້ຫຼຸດພົ້ນແລ້ວໂດຍສ່ວນສອງ).
ອານົນທ໌ ! ອຸພະໂຕພາຄະວິມຸດ ອື່ນທີ່ຍິ່ງກວ່າປານີດກວ່າ ອຸພະໂຕພາຄະວິມຸຕຕິນີ້ ຍ່ອມບໍ່ມີ.
ອຸພະໂຕພາຄະວິມຸຕຕິ
(ຕາມຄໍາຂອງພຣະອານົນທ໌)໑
“ອາວຸໂສ ! ມີຄໍາກ່າວກັນຢູ່ວ່າ ‘ອຸພະໂຕພາຄະວິມຸຕຕິ ອຸພະໂຕພາຄະວິມຸຕຕິ’ ດັ່ງນີ້. ອາວຸໂສ ! ອຸພະໂຕພາຄະວິມຸຕຕິນີ້ ພຣະຜູ້ມີພຣະພາຄຕຣັດໄວ້ ດ້ວຍເຫຕ ມີປະມານເທົ່າໃດໜໍແລ ?” (ພຣະອຸທາຢີ ຖາມພຣະອານົນທ໌, ພຣະອານົນທ໌ ເປັນຜູ້ຕອບ).
ອາວຸໂສ ! ພິກຂຸໃນກໍລະນີນີ້ ສະງັດແລ້ວຈາກກາມ ສະງັດແລ້ວຈາກອະກຸສົລທັມ ເຂົ້າເຖິງປະຖົມມະຊານ ອັນມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດຈາກວິເວກແລ້ວແລຢູ່. ອັນໜຶ່ງອາຍະຕະນະ ຄືຊານນັ້ນ (ເປັນທັມມາຣົມມີຣົສ ແລະກິດເປັນຕົ້ນ) ເຊັ່ນໃດໆ, ເຂົາຖືກຕ້ອງທັມມາຣົມນັ້ນ (ໂດຍຣົສແລະກິດເປັນຕົ້ນ) ເຊັ່ນນັ້ນໆ ດ້ວຍນາມກາຍແລ້ວແລຢູ່. ແລະເຂົາຮູ້ທົ່ວເຖິງທັມ (ຄືປະຖົມມະຊານນັ້ນ) ດ້ວຍປັນຍາ. ອາວຸໂສ ! ອຸພະໂຕພາຄະວິມຸຕຕິ ອັນພຣະຜູ້ມີພຣະພາຄຕຣັດໄວ້ ດ້ວຍເຫຕມີປະມານເທົ່ານີ້ແລ ເມື່ອກ່າວໂດຍປະຣິຍາຍ.
(ໃນກໍລະນີ ແຫ່ງທຸຕິຍະຊານ ຕະຕິຍະຊານ ຈະຕຸຕຖະຊານ ອາກາສານັນຈາຢະຕະນະ ວິນຍານັນຈາ ຢະຕະນະ ອາກິນຈັນຍາຢະຕະນະ ແລະເນວະສັນຍານາສັນຍາຢະຕະນະ ມີຂໍ້ຄວາມທີ່ກ່າວໄວ້ໂດຍແນວດຽວກັນກັບຂໍ້ຄວາມໃນກໍລະນີ ແຫ່ງປະຖົມມະຊານທຸກປະການ ແລະໃນຖານະເປັນອຸພະໂຕພາຄະວິມຸຕຕິ ໂດຍປະຣິຍາຍ.
໑. ນວກ. ອັງ. ໒໓/໔໗໔/໒໔໙.
໖໖໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ສ່ວນສັນຍາເວທະຢິຕະນິໂຣດຊຶ່ງມີການດັບສິ້ນອາສະວະນັ້ນ ກ່າວໄວ້ໃນຖານະເປັນອຸພະໂຕພາຄະວິມຸຕຕິ ໂດຍນິປປະຣິຍາຍ ດ້ວຍຂໍ້ຄວາມດັ່ງຕໍ່ໄປນີ້ : -)
ອາວຸໂສ ! ນັຍອື່ນອີກມີຢູ່ : ພິກຂຸກ້າວຂ້າມເສຍຊຶ່ງ ເນວະສັນຍານາສັນຍາຢະຕະນະ ໂດຍປະການທັງປວງ ເຂົ້າເຖິງ ສັນຍາເວທະຢິຕະນິໂຣດ ແລ້ວແລຢູ່. ອັນໜຶ່ງ ເພາະເຫັນດ້ວຍປັນຍາ ອາສະວະທັງຫຼາຍຂອງເຂົານັ້ນກໍດັບສິ້ນໄປຮອບ. ອັນໜຶ່ງອາຍະຕະນະ ຄືສັນຍາເວທະຢິຕະນິໂຣດນັ້ນ (ເປັນທັມມາຣົມມີຣົສແລະກິດເປັນຕົ້ນ) ເຊັ່ນໃດໆ, ເຂົາຖືກຕ້ອງທັມມາຣົມນັ້ນ (ໂດຍຣົສແລະກິດເປັນຕົ້ນ) ເຊັ່ນນັ້ນໆ ດ້ວຍນາມກາຍແລ້ວແລຢູ່. ແລະເຂົາຮູ້ທົ່ວເຖິງທັມ (ຄືສັນຍາເວທະຢິຕະນິໂຣດນັ້ນ) ດ້ວຍປັນຍາ. ອາວຸໂສ ! ອຸພະໂຕພາຄະວິມຸຕຕິ ອັນພຣະຜູ້ມີພຣະພາຄ ຕຣັດໄວ້ດ້ວຍເຫຕ ມີປະມານເທົ່ານີ້ແລ ເມື່ອກ່າວໂດຍນິບປະຣິຍາຍ.
໒. ຜູ້ປັນຍາວິມຸຕຕິ
ພິກຂຸ ທ. ! ບຸຄຄົລຜູ້ເປັນ ປັນຍາວິມຸຕຕິິ (ຜູ້ຫຼຸດພົ້ນດ້ວຍປັນຍາ) ເປັນແນວໃດໜໍ ?








