ອະຣິຍະສັຈພາກຕົ້ນ

ໜ້າ/ 382

ນາຍຊ່າງຜູ້ປຸກເຮືອນເອີ໋ຍ ! ເຮົາຮູ້ຈັກເຈົ້າເສຍແລ້ວ ; ເຈົ້າຈະສ້າງເຮືອນໃຫ້ເຮົາ ບໍ່ໄດ້ອີກຕໍ່ໄປ. ໂຄງເຮືອນທັງໝົດຂອງເຈົ້າ ເຮົາຫັກເສຍແລ້ວ ; ແປເຮືອນເຮົາກໍຮື້ເສຍແລ້ວ. ຈິຕຂອງເຮົາ ເຖິງແລ້ວ ຊຶ່ງສະພາບທີ່ອັນໃດປຸງແຕ່ງບໍ່ໄດ້ອີກຕໍ່ໄປ ເພາະເຖິງຄວາມດັບສິ້ນໄປ ແຫ່ງຕັນຫາເສຍແລ້ວ.

- ທ. ຂຸ. ໒໕/໓໕/໒໑.

ແບບວິທີໃນການເຂົ້າເຖິງຄວາມເປັນອະຣິຍະຂອງບຸຄຄົລ ໗ ແບບ

ພິກຂຸ ທ. ! ບຸຄຄົລເຈັດຈໍາພວກເຫຼົ່ານີ້ມີຢູ່ ຫາໄດ້ຢູ່ໃນໂລກ. ເຈັດຈໍາພວກແນວໃດໜໍ ? ເຈັດຈໍາພວກ ຄື ອຸພະໂຕພາຄະວິມຸຕຕິ ປັນຍາວິມຸຕຕິ ກາຢະສັກຂີ ທິຕຖິບປັຕ ສັດທາວິມຸຕຕິ ທັມມານຸສາຣີ ສັດທານຸສາຣີ.

໑. ຜູ້ອຸພະໂຕພາຄະວິມຸຕຕິ

ພິກຂຸ ທ. ! ບຸຄຄົລຜູ້ເປັນ ອຸພະໂຕພາຄະວິມຸຕຕິ (ຜູ້ຫຼຸດພົ້ນໂດຍສ່ວນທັງສອງ) ເປັນແນວໃດໜໍ ?

ພິກຂຸ ທ. ! ໃນກໍລະນີນີ້ ບຸຄຄົລບາງຄົນຖືກຕ້ອງວິໂມກຂ໌ທັງຫຼາຍ ອັນບໍ່ກ່ຽວກັບຮູບ ເພາະກ້າວຂ້າມຮູບເສຍໄດ້ ອັນເປັນວິໂມກຂ໌ທີ່ສະງົບລະງັບ, ດ້ວຍນາມກາຍ ແລ້ວແລຢູ່ (ນີ້ຢ່າງໜຶ່ງ) ; ແລະອາສະວະທັງຫຼາຍຂອງເຂົານັ້ນດັບສິ້ນໄປຮອບແລ້ວ ເພາະເຫັນແຈ້ງດ້ວຍປັນຍາ (ນີ້ອີກຢ່າງໜຶ່ງ). ພິກຂຸ ທ. ! ນີ້ເຮົາກ່າວວ່າ ບຸຄຄົລຜູ້ເປັນ ອຸພະໂຕພາຄະວິມຸຕຕິ. ພິກຂຸ ທ. ! ສໍາລັບພິກຂຸນີ້ ເຮົາບໍ່ກ່າວວ່າ ຍັງມີອັນໃດໆ ເຫຼືອຢູ່ ທີ່ເຂົາຕ້ອງເຮັດດ້ວຍຄວາມບໍ່ປະມາດ. ຂໍ້ນັ້ນເພາະເຫຕໃດໜໍ ? ເພາະເຫຕວ່າ ກິດທີ່ຕ້ອງເຮັດດ້ວຍຄວາມບໍ່ປະມາດ ເຂົາເຮັດສໍາເລັດແລ້ວ, ແລະເຂົາເປັນຜູ້ບໍ່ອາດ ທີ່ຈະເປັນຜູ້ປະມາດ ໄດ້ອີກຕໍ່ໄປ.

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໕໙

ຜູ້ອຸພະໂຕພາຄະວິມຸຕຕິໂດຍສົມບູນ໑

(ຜູ້ອຸພະໂຕພາຄະວິມຸຕຕິ ໝາຍຄວາມວ່າ ຜູ້ມີຄວາມຄ່ອງແຄ່ວໃນວິໂມກຂ໌ແປດ ແລະຫຼຸດພົ້ນແລ້ວ ດ້ວຍເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນຫາອາສະວະບໍ່ໄດ້. ສໍາລັບວິໂມກຂ໌ແປດ ມີລາຍລະອຽດດັ່ງນີ້ຄື :-)

ອານົນທ໌ ! ວິໂມກຂ໌ແປດ ເຫຼົ່ານີ້ແລມີຢູ່. ແປດເຫຼົ່າໃດໜໍ ? ແປດຄື :-

(໑) ຜູ້ມີຮູບ (ຊຶ່ງເປັນອາຣົມຂອງສະມາທິ) ຍ່ອມເຫັນຮູບທັງຫຼາຍ (ອັນເປັນສະມາທິ ນິມິຕເຫຼົ່ານັ້ນ) : ນີ້ຄື ວິໂມກຂ໌ທີໜຶ່ງ.

(ຍ່ອມມີວິໂມກຂ໌ ຄື ພົ້ນຈາກອິດທິພົນຂອງນິວອນທັງຫຼາຍ)

(໒) ຜູ້ບໍ່ມີສັນຍາໃນຮູບ ຊຶ່ງເປັນພາຍໃນ (ເພື່ອເປັນອາຣົມຂອງສະມາທິ) ຍ່ອມເຫັນຮູບທັງຫຼາຍ ອັນເປັນພາຍນອກ (ເພື່ອເປັນອາຣົມຂອງສະມາທິ) : ນີ້ຄື ວິໂມກຂ໌ທີສອງ.

(ຍ່ອມມີວິໂມກຂ໌ ຄື ພົ້ນຈາກອິດທິພົນຂອງນິວອນທັງຫຼາຍ).

(໓) ເປັນຜູ້ນ້ອມໃຈ (ໄປໃນຮູບນິມິຕແຫ່ງສະມາທິ) ດ້ວຍຄວາມຮູ້ສຶກວ່າ “ງາມ” ເທົ່ານັ້ນ : ນີ້ຄື ວິໂມກຂ໌ທີສາມ.

(ຍ່ອມມີວິໂມກຂ໌ຄື ພົ້ນຈາກອິດທິພົນຂອງນິວອນທັງຫຼາຍ ໂດຍສະເພາະຢ່າງຍິ່ງ

ຈາກການລົບກວນຂອງຄວາມຮູ້ສຶກວ່າ ເປັນປະຕິກູລະໃນສິ່ງທີ່ເປັນປະຕິກູລະ)

(໔) ເພາະກ້າວຂ້າມເສຍໄດ້ ຊຶ່ງຮູບສັນຍາທັງຫຼາຍ ໂດຍປະການທັງປວງເພາະຄວາມດັບໄປ ແຫ່ງປະຕິຄະສັນຍາທັງຫຼາຍ ເພາະບໍ່ໃສ່ໃຈນານັຕຕະສັນຍາທັງຫຼາຍ ເປັນຜູ້ເຂົ້າເຖິງອາກາສານັນຈາຢະຕະນະ ອັນມີການຝຶກໃນໃຈວ່າ “ອາກາດບໍ່ມີທີ່ສຸດ” ດັ່ງນີ້ ແລ້ວແລຢູ່ : ນີ້ຄື ວິໂມກຂ໌ທີສີ່.

(ຍ່ອມມີວິໂມກຂ໌ ຄື ພົ້ນຈາກອິດທິພົນຂອງຮູບສັນຍາ ຊຶ່ງສ້າງຄວາມຜູກພັນຢູ່ໃນຮູບທັງຫຼາຍ ອັນໃຫ້ເກີດການກະທົບກະທັ່ງ ກັບສິ່ງທີ່ເປັນຮູບນັ້ນເອງ).

໑. ມະຫາ. ທີ. ໑໐/໘໓/໖໖.

໖໖໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

(໕) ເພາະກ້າວຂ້າມເສຍໄດ້ ຊຶ່ງ ອາກາສານັນຈາຢະຕະນະ ໂດຍປະການທັງປວງ ເປັນຜູ້ ເຂົ້າເຖິງວິນຍານັນຈາຢະຕະນະ ອັນມີການຝຶກໃນໃຈວ່າ “ວິນຍານບໍ່ມີທີ່ສຸດ” ດັ່ງນີ້ ແລ້ວແລຢູ່ : ນີ້ຄື ວິໂມກຂ໌ທີຫ້າ.

(ຍ່ອມມີວິໂມກຂ໌ ຄື ພົ້ນຈາກອິດທິພົນຂອງ ອາກາສານັນຈາຢະຕະນະສັນຍາ ຊຶ່ງສ້າງຄວາມຜູກພັນຢູ່ໃນ ອະຮູບ ປະເພດທໍາອິດ ຄື ອາກາສານັນຈາຢະຕະນະ ນັ້ນເອງ).

(໖) ເພາະກ້າວຂ້າມເສຍໄດ້ ຊຶ່ງ ວິນຍານັນຈາຢະຕະນະ ໂດຍປະການທັງປວງ ເປັນຜູ້ ເຂົ້າເຖິງອາກິນຈັນຍາຢະຕະນະ ອັນມີການຝຶກໃນໃຈວ່າ “ອັນໃດໆ ບໍ່ມີ” ດັ່ງນີ້ ແລ້ວແລຢູ່ : ນີ້ຄື ວິໂມກຂ໌ທີຫົກ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ