ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ເພາະເຫຕນັ້ນໃນເລື່ອງນີ້ ເຈົ້າຕ້ອງປະກອບໂຢຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ “ທຸກຂ໌ເປັນເຊັ່ນນີ້, ເຫຕເກີດຂຶ້ນແຫ່ງທຸກຂ໌ເປັນເຊັ່ນນີ້, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້, ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນເຊັ່ນນີ້.” ດັ່ງນີ້.

- ມຫາວາຣ. ສັງ. ໑໙/໕໖໗/໑໗໔໑-໑໗໔໒.

ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໒໕

ຜູ້ບໍ່ຮູ້ອະຣິຍະສັຈຈ໌ ຊື່ວ່າຕົກຢູ່ໃນຂຸມໄຟເປັນນິດ

ພິກຂຸ ທ. ! ບຸຄຄົລເຫຼົ່າໃດ ຈະເປັນສະມະນະຫຼືພຣາມກໍຕາມ ເມື່ອບໍ່ຮູ້ຢູ່ຕາມເປັນຈິງ ວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ ; ເຂົາເຫຼົ່ານັ້ນ ຍ່ອມຍິນດີ ຕໍ່ສິ່ງອັນເປັນປັຈຈັຍປຸງແຕ່ງ ທີ່ເປັນໄປພ້ອມເພື່ອຄວາມເກີດເປັນຕົ້ນ, ເຂົາຜູ້ຍິນດີແລ້ວ ຍ່ອມ ກໍ່ສ້າງປັຈຈັຍນັ້ນໆ ຂຶ້ນ (ເພື່ອຕົນເອງ), ຄັນກໍ່ສ້າງແລ້ວ ກໍ ຮ້ອນເອົ້າຢູ່ ເພາະຄວາມສຸມເຜົາ ຂອງຄວາມເກີດ ຄວາມແກ່ ຄວາມຕາຍ ຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ແລະຄວາມຄັບແຄ້ນໃຈ. ພິກຂຸ ທ. ! ບຸຄຄົລເຫຼົ່ານັ້ນ ເຮົາກ່າວວ່າ ເຂົາບໍ່ພົ້ນຈາກທຸກຂ໌ ຄືຄວາມເກີດເປັນຕົ້ນ ໄປໄດ້ເລີຍ.

ພິກຂຸ ທ. ! ສ່ວນບຸຄຄົລເຫຼົ່າໃດ ຈະເປັນສະມະນະຫຼືພຣາມກໍຕາມ ເມື່ອຮູ້ແຈ່ມແຈ້ງຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌”, ດັ່ງນີ້ ; ບຸຄຄົລເຫຼົ່ານັ້ນ ຍ່ອມບໍ່ຍິນດີຕໍ່ສິ່ງອັນເປັນປັຈຈັຍປຸງແຕ່ງ ທີ່ເປັນໄປພ້ອມເພື່ອຄວາມເກີດເປັນຕົ້ນ, ເຂົາຜູ້ບໍ່ຍິນດີແລ້ວ ຍ່ອມບໍ່ກໍ່ສ້າງປັຈຈັຍນັ້ນໆຂຶ້ນ (ເພື່ອຕົນເອງ), ຄັນບໍ່ກໍ່ສ້າງແລ້ວ ກໍບໍ່ຮ້ອນເອົ້າຢູ່ ເພາະຄວາມສຸມເຜົາຂອງຄວາມເກີດ ຄວາມແກ່ ຄວາມຕາຍ ຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ແລະຄວາມຄັບແຄ້ນໃຈ. ບຸຄຄົລເຫຼົ່ານັ້ນ ຍ່ອມຫຼຸດພົ້ນໄປຈາກຄວາມເກີດ ຄວາມແກ່ ຄວາມຕາຍ ຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ແລະຄວາມຄັບແຄ້ນໃຈ. ເຮົາກ່າວວ່າ ເຂົາຫຼຸດພົ້ນໄປໄດ້ຈາກທຸກຂ໌ ດັ່ງນີ້.

໒໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພິກຂຸ ທ. ! ເພາະເຫຕນັ້ນໃນເລື່ອງນີ້ ເຈົ້າຕ້ອງປະກອບໂຢຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ ວ່າ “ທຸກຂ໌ເປັນເຊັ່ນນີ້, ເຫຕເກີດຂຶ້ນແຫ່ງທຸກຂ໌ເປັນເຊັ່ນນີ້, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້, ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້.” ດັ່ງນີ້.

- ມຫາວາຣ. ສັງ. ໑໙/໕໖໓/໑໗໓໓-໑໗໓໔.

ກວ່າມະນຸສສ໌ຈະຫຼຸດຈາກບ້ວງ (ຄືຮູ້ອະຣິຍະສັຈຈ໌)

(ພຣະບາລີນີ້ ສະແດງໃຫ້ເຫັນເຖິງການທີ່ສາມັນສັຕ ຕິດຢູ່ໃນບ້ວງຂອງໂລກແນວໃດ ໃນຂັ້ນຕົ້ນ ແລ້ວຈະຄ່ອຍໆຮູ້ສຶກໂຕຂຶ້ນມາຕາມລໍາດັບ ແນວໃດ ດັ່ງຕໍ່ໄປນີ້ :-)

໑. ເມື່ອຈົມຢູ່ໃນກາມຕາມປົກກະຕິ

ພິກຂຸ ທ. ! ຊາວສວນຜັກ ບໍ່ໄດ້ປູກຜັກດ້ວຍຄິດວ່າ “ສັຕໃນປ່າທັງຫຼາຍຈະໄດ້ກິນຜັກທີ່ເຮົາປູກນີ້ແລ້ວ ຈະໄດ້ມີອາຍຸຍືນ ຮູບຮ່າງສວຍງາມ ມີຊີວິຕຢູ່ໄດ້ຍືນຍາວ” ດັ່ງນີ້ ; ແຕ່ໄດ້ຄິດດັ່ງນີ້ວ່າ “ຝູງຄະນາເນື້ອໃນປ່າທັງຫຼາຍ ຈະເຂົ້າມາສູ່ສວນຜັກອັນເຮົາປູກແລ້ວ ກິນຢູ່ຢ່າງລືມໂຕ ຄັນເຂົ້າມາກິນຢູ່ຢ່າງລືມໂຕ ຈະເຖິງຊຶ່ງຄວາມເຫຼີງໃຈ (ຄວາມລະຫຼວມໃຈ) ຄັນເຫຼີງໃຈ (ລະຫຼວມໃຈ) ຢູ່ ຈະເຖິງຊຶ່ງຄວາມປະມາດ ຄັນປະມາດແລ້ວ ຈະເປັນສັຕທີ່ເຮົາຍ່ອມເຮັດໄດ້ຕາມຄວາມພໍໃຈ ໃນສວນຜັກນັ້ນ” ດັ່ງນີ້.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ