ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ອະຣິຍະສາວົກ ໃນທັມວິນັຍນີ້ ຜູ້ມີການສະດັບແລ້ວ ເຫັນຢູ່ເຊັ່ນນີ້ ຍ່ອມ ໝົດອາໄລຍິນດີ ໃນຮູບ ເວທະນາ ສັນຍາ ສັງຂາຣ ວິນຍານ ທີ່ໄດ້ລ່ວງລັບໄປແລ້ວ, ຍ່ອມບໍ່ນຶກເພີນ ກ່ຽວກັບຮູບ ເວທະນາ ສັນຍາ ສັງຂາຣ ວິນຍານທີ່ຈະມີມາ, ແຕ່ຈະ ເປັນຜູ້ປະຕິບັຕເພື່ອເບື່ອໜ່າຍ ເພື່ອຄາຍອອກ ເພື່ອໄດ້ດັບສະນິດເສຍຊຶ່ງ ຮູບ ເວທະນາ ສັນຍາ ສັງຂາຣ ວິນຍານ ທີ່ເປັນປັຈຈຸບັນນີ້ ແລ.
- ຂັນທະ. ສັງ. ໑໗/໒໕-໖/໓໖-໘.
ຜູ້ຮູ້ຄວາມລັບຂອງປິຢະຮູບ-ສາຕະຮູບ
ພິກຂຸ ທ. ! ກໍສະມະນະຫຼືພຣາມ ເຫຼົ່າໃດເຫຼົ່າໜຶ່ງ ບັນດາມີໃນຄັ້ງ ອະດີຕຕະ ກາລດົນນານມາ ໄດ້ເຫັນອາຣົມອັນເປັນທີ່ຮັກ ທີ່ຊື່ນໃຈໃນໂລກ ໂດຍຄວາມເປັນຂອງ ບໍ່ທ່ຽງ ເປັນທຸກຂ໌ ເປັນສະພາບບໍ່ແມ່ນຕົວຕົນ, ເຫັນໂດຍຄວາມເປັນຂອງສຽບແທງ ເປັນພັຍໜ້າຢ້ານ ແລ້ວ ; ສະມະນະຫຼືພຣາມເຫຼົ່ານັ້ນ ກໍລະຕັນຫາໄດ້ແລ້ວ.
໖໕໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ກໍສະມະນະຫຼືພຣາມ ເຫຼົ່າໃດເຫຼົ່າໜຶ່ງ ບັນດາທີ່ຈະມີໃນ ອະນາຄົຕ ຫາກໄດ້ເຫັນອາຣົມ ອັນເປັນທີ່ຮັກ ທີ່ຊື່ນໃຈໃນໂລກ ໂດຍຄວາມເປັນຂອງບໍ່ທ່ຽງ ເປັນທຸກຂ໌ ເປັນສະພາບບໍ່ແມ່ນຕົວຕົນ, ເຫັນໂດຍຄວາມເປັນຂອງສຽບແທງ ເປັນພັຍໜ້າຢ້ານແລ້ວ ; ສະມະນະຫຼືພຣາມເຫຼົ່ານັ້ນ ກໍຈະລະຕັນຫາໄດ້.
ພິກຂຸ ທ. ! ເຖິງແມ່ນ ສະມະນະຫຼືພຣາມເຫຼົ່າໃດເຫຼົ່າໜຶ່ງ ບັນດາທີ່ມີໃນ ປັຈຈຸບັນນີ້ ເຫັນຢູ່ຊຶ່ງອາຣົມອັນເປັນທີ່ຮັກ ທີ່ຊື່ນໃຈໃນໂລກ ໂດຍຄວາມເປັນຂອງ ບໍ່ທ່ຽງ ເປັນທຸກຂ໌ ເປັນສະພາບບໍ່ແມ່ນຕົວຕົນ, ເຫັນໂດຍຄວາມເປັນຂອງສຽບແທງ ເປັນພັຍໜ້າຢ້ານແລ້ວ ; ສະມະນະຫຼືພຣາມເຫຼົ່ານັ້ນ ຍ່ອມລະຕັນຫາໄດ້.
ພິກຂຸ ທ. ! ສະມະນະຫຼືພຣາມເຫຼົ່າໃດ ລະຕັນຫາໄດ້, ສະມະນະຫຼືພຣາມເຫຼົ່ານັ້ນ ຍ່ອມລະອຸປະທິໄດ້ ; ເມື່ອລະອຸປະທິໄດ້ ກໍຍ່ອມລະທຸກຂ໌ໄດ້ ; ເມື່ອລະທຸກຂ໌ໄດ້ ກໍຍ່ອມພົ້ນຈາກ ຊາດ ຊະຣາ ມະຣະນະ ໂສກະປະຣິເທວະທຸກຂະໂທມະນັດສະ ແລະອຸປາຍາສະ ; ເຮົາຕະຖາຄົຕກ່າວວ່າ ສະມະນະຫຼືພຣາມເຫຼົ່ານັ້ນ ພົ້ນຈາກທຸກຂ໌ໄດ້ ດັ່ງນີ້ແລ.
- ນິທານ. ສັງ. ໑໖/໑໓໔/໒໖໑.
ຜູ້ມີຈິຕອັນຫາຂອບເຂດບໍ່ໄດ້
ພິກຂຸ ທ. ! ຕະຫຼອດກາລພຽງໃດ ທີ່ສັຕທັງຫຼາຍ ຍັງບໍ່ໄດ້ຮູ້ຍິ່ງຕາມເປັນຈິງ ຊຶ່ງສະເໜ່ ຂອງອຸປາທານຂັນທ໌ຫ້າເຫຼົ່ານີ້ ໂດຍຄວາມເປັນສະເໜ່. ຍັງບໍ່ໄດ້ຮູ້ຍິ່ງຕາມເປັນຈິງ ຊຶ່ງ ໂທດ ຂອງອຸປາທານຂັນທ໌ຫ້າ ໂດຍຄວາມເປັນໂທດ, ຍັງບໍ່ໄດ້ຮູ້ຍິ່ງຕາມເປັນຈິງ ຊຶ່ງ ອຸບາຍອອກພົ້ນໄປໄດ້ ຈາກອຸປາທານຂັນທ໌ຫ້າ ໂດຍຄວາມເປັນອຸບາຍໃຫ້ອອກພົ້ນໄປ ;
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໕໗
ພິກຂຸ ທ. ! ຕະຫຼອດກາລພຽງນັ້ນ ສັຕທັງຫຼາຍກໍ ຍັງບໍ່ຊື່ວ່າເປັນຜູ້ໄດ້ແລ່ນຫຼຸດອອກໄປ. ຍັງບໍ່ຊື່ວ່າ ເປັນຜູ້ປາສະຈາກເຄື່ອງກ່ຽວເກາະ ຫຼຸດພົ້ນແລ້ວ, ຍັງເປັນຜູ້ມີໃຈອັນຢູ່ໃນຂອບເຂດໂລກນີ້ ຂອບເຂດເທວະໂລກ ມາຣໂລກ ພຣົມມະໂລກ, ຍັງຢູ່ໃນຂອບເຂດຂອງໝູ່ສັຕ ໝູ່ສະມະນະ ໝູ່ພຣາມ ແລະໃນຂອບເຂດຂອງເຫຼົ່າເທວະດາ ແລະມະນຸສສ໌ ຢູ່ນັ້ນເອງ.
ພິກຂຸ ທ. ! ເມື່ອໃດແລ ສັຕທັງຫຼາຍ ມາຮູ້ຍິ່ງຕາມເປັນຈິງແລ້ວ ຊຶ່ງສະເໜ່ ຂອງອຸປາທານຂັນທ໌ຫ້າ ໂດຍຄວາມເປັນສະເໜ່, ໄດ້ຮູ້ຍິ່ງຕາມເປັນຈິງ ຊຶ່ງໂທດຂອງອຸປາທານຂັນທ໌ຫ້າ ໂດຍຄວາມເປັນໂທດ, ໄດ້ຮູ້ຍິ່ງຕາມເປັນຈິງ ຊຶ່ງອຸບາຍອອກພົ້ນໄປໄດ້ ຈາກອຸປາທານຂັນທ໌ຫ້າ ໂດຍຄວາມເປັນອຸບາຍໃຫ້ອອກພົ້ນໄປ ;
ພິກຂຸ ທ. ! ເມື່ອນັ້ນແຫຼະ ສັຕເຫຼົ່ານັ້ນຊື່ວ່າ ເປັນຜູ້ໄດ້ແລ່ນຫຼຸດອອກໄປ ເປັນຜູ້ປາສະຈາກເຄື່ອງກ່ຽວເກາະ ຫຼຸດພົ້ນແລ້ວ ເປັນຜູ້ມີໃຈອັນຫາຂອບເຂດບໍ່ໄດ້ ເປັນຢູ່ໃນໂລກນີ້ ໃນເທວະໂລກ ມາຣໂລກ ພຣົມມະໂລກ, ເປັນຢູ່ໃນໝູ່ສັຕ ໝູ່ສະມະນະ ໝູ່ພຣາມ ໃນເຫຼົ່າເທວະດາ ແລະມະນຸສສ໌ທັງຫຼາຍ ດັ່ງນີ້.
- ຂັນທະ. ສັງ. ໑໗/໓໘/໖໓.
ຄວາມຮູ້ສຶກໃນໃຈຂອງຜູ້ຊະນະຕັນຫາໄດ້
ເມື່ອເຮົາຍັງບໍ່ພົບຍານ ກໍໄດ້ແລ່ນທ່ອງທ່ຽວໄປໃນສົງສາຣເປັນອະເນກະຊາດ, ສະແຫວງຫາຢູ່ ຊຶ່ງນາຍຊ່າງປຸກເຮືອນ ຄືຕັນຫາຜູ້ສ້າງພົບ, ການເກີດທຸກຄັ້ງ ເປັນທຸກຂ໌ເລື້ອຍໆໄປ.
໖໕໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ








