ອະຣິຍະສັຈພາກຕົ້ນ
ໜ້າ/ 382
(ພິກຂຸໃນກໍລະນີນີ້ ມີການສຶກສາດີ ຕັ້ງຄວາມປາຖະໜາດີ ແຕ່ມີຄວາມເຂົ້າໃຈຜິດກ່ຽວກັບຕົນເອງແລະທັມມະ ; ຄືເຂົ້າໃຈໄປວ່າ ລູກສອນຄືຕັນຫາເປັນສິ່ງທີ່ລະໄດ້ ໂດຍບໍ່ຕ້ອງຖອນອະວິຊຊາ ເປັນສິ່ງທີ່ຂ່ວງຖິ້ມໄປໄດ້ ໂດຍບໍ່ຕ້ອງກໍາຈັດຕັດຮາກ ; ແລະເຂົ້າໃຈໂຕເອງວ່າ ນ້ອມໄປແລ້ວສູ່ ນິພພານ ໂດຍຊອບ ດັ່ງນີ້ ແຕ່ແລ້ວ ກໍມາເຮັດຜິດ ໃນສິ່ງທີ່ບໍ່ເປັນທີ່ສະບາຍ ແກ່ການນ້ອມໄປໃນນິພພານນັ້ນ ທັງທາງ ຕາ ຫູ ດັງ ລີ້ນ ກາຍ ໃຈ ຈົນ ຣາຄະເກີດຂຶ້ນສຽບແທງ ເຖິງແກ່ຄວາມຕາຍ ໃນອະຣິຍະວິນັຍ, ຈຶ່ງເອີ້ນວ່າເຂົາລົ້ມລົງຕາຍທີ່ບ່ອນໜ້າປະຕູ ແຫ່ງພຣະນິພພານ ນັ້ນເອງ).
ຜູ້ຫຼຸດພົ້ນໄດ້ເພາະບໍ່ຢຶດໝັ້ນຖືໝັ້ນ
ໃນກາລະໃດໆ ທ່ານເຫຼົ່າໃດ ເຫັນພັຍໃນຄວາມຢຶດຖື ອັນເປັນໂຕເຫຕໃຫ້ເກີດ ແລະໃຫ້ຕາຍແລ້ວ ເລີກຢຶດໝັ້ນຖືໝັ້ນ ຫຼຸດພົ້ນໄປໄດ້ ເພາະອາໄສນິພພານ ອັນເປັນທັມທີ່ດັບສິ້ນໄປແຫ່ງຄວາມເກີດ ຄວາມຕາຍ ; ເຫຼົ່າທ່ານຜູ້ເຊັ່ນນັ້ນ ຍ່ອມປະສົບຄວາມສຸຂ ລຸ(ເຖິງ)ພຣະນິພພານ ອັນເປັນທັມກະເສມ ເປັນຜູ້ດັບເຢັນໄດ້ໃນປັຈຈຸບັນນີ້ເອງ ຂ້າມພົ້ນເວຣ ຂ້າມພົ້ນພັຍທຸກຢ່າງເສຍໄດ້ ແລະກ້າວຜ່ານເສຍໄດ້ ຊຶ່ງຄວາມເປັນທຸກຂ໌ ທັງປວງ.
- ອຸປຣິ. ມ. ໑໔/໓໔໖/໕໒໕.
ຜູ້ກຳລັງເນີ້ງອຽງໄປສູ່ນິພພານ
ພິກຂຸ ທ. ! ຄົງຄານະທີຄ້ອຍອຽງໄປທາງທິດຕາເວັນອອກ ຫຼຸບຕໍ່າໄປທາງທິດ ຕາເວັນອອກ ໄຫຼລັ່ງໄປທາງທິດຕາເວັນອອກ ຂໍ້ນີ້ເຊັ່ນໃດ ; ພິກຂຸ ທ. ! ພິກຂຸຈະເຣີນຊານທັງສີ່ຢູ່ ຝຶກຊານທັງສີ່ໃຫ້ຫຼາຍຢູ່ ກໍຍ່ອມເປັນຜູ້ຄ້ອຍອຽງໄປທາງນິພພານ ນ້ອມອຽງໄປທາງນິພພານ ໄຫຼລັ່ງໄປທາງນິພພານ ເຊັ່ນນັ້ນເໝືອນກັນ.
໖໕໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ພິກຂຸຈະເຣີນຊານທັງສີ່ຢູ່ ຝຶກຊານທັງສີ່ໃຫ້ຫຼາຍຢູ່ ຍ່ອມເປັນຜູ້ຄ້ອຍອຽງໄປທາງນິພພານ ນ້ອມອຽງໄປທາງນິພພານ ໄຫຼລັ່ງໄປທາງນິພພານ ເປັນແນວໃດໜໍ ?
ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ສະງັດແລ້ວຈາກກາມທັງຫຼາຍ ສະງັດແລ້ວຈາກອະກຸສົລທັມທັງຫຼາຍ ເຂົ້າເຖິງປະຖົມມະຊານ ອັນມີວິຕົກວິຈາຣ ມີປີຕິແລະສຸຂອັນເກີດຈາກວິເວກແລ້ວແລຢູ່ ; ເພາະຄວາມທີ່ວິຕົກວິຈາຣທັງສອງລະງັບລົງ ເຂົ້າເຖິງທຸຕິຍະຊານ ເປັນເຄື່ອງຜ່ອງໃສໃນພາຍໃນ ໃຫ້ສະມາທິເປັນທັມອັນເອກຜຸດມີຂຶ້ນ ບໍ່ມີວິຕົກບໍ່ມີວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດຈາກສະມາທິແລ້ວແລຢູ່ ; ອັນໜຶ່ງເພາະຄວາມຈາງຄາຍໄປແຫ່ງປີຕິ ຍ່ອມເປັນຜູ້ຢູ່ອຸເປກຂາ ມີສະຕິ ແລະສັມປະ ຊັນຍະ ແລະຍ່ອມສະເຫວີຍຄວາມສຸຂດ້ວຍນາມກາຍ ຊະນິດທີ່ພຣະອະຣິຍະເຈົ້າທັງຫຼາຍ ຍ່ອມກ່າວສັນລະເສີນຜູ້ນັ້ນວ່າ “ເປັນຜູ້ຢູ່ອຸເປກຂາ ມີສະຕິ ຢູ່ເປັນປົກກະຕິສຸຂ” ດັ່ງນີ້ ເຂົ້າເຖິງຕະຕິຍະຊານ ແລ້ວແລຢູ່ ; ເພາະລະສຸຂເສຍໄດ້ແລະເພາະລະທຸກຂ໌ເສຍໄດ້ ເພາະຄວາມດັບໄປແຫ່ງໂສມະນັດສະ ແລະໂທມະນັດສະທັງສອງ ໃນກາລກ່ອນ ເຂົ້າເຖິງຈະຕຸຕຖະຊານ ອັນບໍ່ມີທຸກຂ໌ ບໍ່ມີສຸຂ ມີແຕ່ຄວາມທີ່ສະຕິ ເປັນທັມມະຊາດບໍຣິສຸດ ເພາະອຸເປກຂາແລ້ວແລຢູ່.
ພິກຂຸ ທ. ! ເຊັ່ນນີ້ແລ ພິກຂຸຈະເຣີນຊານທັງສີ່ຢູ່ ຝຶກໃນຊານທັງສີ່ໃຫ້ຫຼາຍຢູ່ ຍ່ອມເປັນຜູ້ຄ້ອຍອຽງໄປທາງນິພພານ ນ້ອມອຽງໄປທາງນິພພານ ໄຫຼລັ່ງໄປທາງນິພພານ.
- ມຫາວາຣ. ສັງ. ໑໙/໓໙໒/໑໓໐໑-໑໓໐໒.
ຜູ້ປະຕິບັຕເພື່ອຄວາມດັບເຢັນເປັນນິພພານ
ພິກຂຸ ທ. ! ຮູບ ເວທະນາ ສັນຍາ ສັງຂາຣ ວິນຍານ ທີ່ລ່ວງລັບໄປແລ້ວກໍດີ ທີ່ຈະມາພາຍພາກໜ້າກໍດີ ລ້ວນເປັນຂອງ ບໍ່ທ່ຽງ, ຈະກ່າວໄປຫຍັງ ເຖິງຮູບ ເວທະນາ ສັນຍາ ສັງຂາຣ ວິນຍານ ທີ່ເປັນປັຈຈຸບັນນີ້ໜໍ.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໕໕
ພິກຂຸ ທ. ! ຮູບ ເວທະນາ ສັນຍາ ສັງຂາຣ ວິນຍານ ທີ່ລ່ວງລັບໄປແລ້ວກໍດີ ທີ່ຈະມາພາຍພາກໜ້າກໍດີ ລ້ວນເປັນຂອງທີ່ ຄົງ(ໂຕ)ຢູ່ຢ່າງນັ້ນບໍ່ໄດ້ ເປັນທຸກຂ໌, ຈະກ່າວໄປຫຍັງເຖິງ ຮູບ ເວທະນາ ສັນຍາ ສັງຂາຣ ວິນຍານ ທີ່ເປັນປັຈຈຸບັນນີ້ໜໍ.
ພິກຂຸ ທ. ! ຮູບ ເວທະນາ ສັນຍາ ສັງຂາຣ ວິນຍານ ທີ່ລ່ວງລັບໄປແລ້ວກໍດີ ທີ່ຈະມາພາຍພາກໜ້າກໍດີ ລ້ວນເປັນຂອງທີ່ ບໍ່ແມ່ນໂຕ ບໍ່ແມ່ນຕົນ, ຈະກ່າວໄປຫຍັງເຖິງຮູບ ເວທະນາ ສັນຍາ ສັງຂາຣ ວິນຍານ ທີ່ເປັນປັຈຈຸບັນນີ້ໜໍ.








