ອະຣິຍະສັຈພາກຕົ້ນ
ໜ້າ/ 382
(ໃນກໍລະນີ ແຫ່ງທັມອື່ນອີກ ໒໒ ຢ່າງຄື ນໍ້າ ໄຟ ລົມ ພູຕະ ສັຕ ເທບ ປະຊາບໍດີ ພຣົມ ອາພັດສະຣະພຣົມ ສຸພະກິນຫະພຣົມ ເວຫັບຜະລະພຣົມ ອະພິພູ ອາກາສານັນຈາຢະຕະນະ ວິນຍານັນຈາຢະຕະນະ ອາກິນຈັນຍາຢະຕະນະ ເນວະສັນຍານາສັນຍາຢະຕະນະ ຮູບທີ່ເຫັນແລ້ວ ສຽງທີ່ໄດ້ຍິນແລ້ວ ສິ່ງທີ່ຮູ້ສຶກແລ້ວທາງດັງ, ລີ້ນ, ຜິວກາຍ ສິ່ງທີ່ຮູ້ແຈ້ງແລ້ວ ເອກະພາວະ ນານາພາວະ ແລະສິ່ງທັງປວງ, ແຕ່ລະຢ່າງໆ ພຣະຜູ້ມີພຣະພາຄ ໄດ້ຕຣັດໄວ້ໂດຍລະບຽບແຫ່ງຖ້ອຍຄໍາ ເຊັ່ນດຽວກັນກັບໃນກໍລະນີແຫ່ງດິນ ຈົນກະທັ່ງເຖິງ ກໍລະນີແຫ່ງນິພພານ ຊຶ່ງຈະໄດ້ບັນຍາຍດ້ວຍຂໍ້ຄວາມເຕັມອີກຄັ້ງໜຶ່ງ ດັ່ງຕໍ່ໄປນີ້ :-)
ພິກຂຸ ທ. ! ພິກຂຸໃດ ເປັນພຣະອໍຣະຫັນຕ໌ ມີອາສະວະດັບສິ້ນແລ້ວ ຢູ່ຈົບ ພຣົມມະຈັນຣຍ໌ ເຮັດກິດທີ່ຕ້ອງເຮັດສໍາເລັດແລ້ວ ມີພາຣະອັນປົງລົງແລ້ວ ມີປະໂຍຊນ໌ ຂອງຕົນອັນຕາມເຖິງແລ້ວ
໖໔໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ມີສັນໂຍຊນ໌ໃນພົບດັບສິ້ນໄປຮອບແລ້ວ ເປັນຜູ້ຫຼຸດພົ້ນແລ້ວ ເພາະຮູ້ໂດຍຖືກຕ້ອງ ; ພິກຂຸນັ້ນຍ່ອມຮູ້ຍິ່ງຊຶ່ງນິພພານ ໂດຍຄວາມເປັນນິພພານ ; ຄັນຮູ້ຍິ່ງ (ອະພິນຍາ) ຊຶ່ງນິພພານ ໂດຍຄວາມເປັນນິພພານແລ້ວ,
ຍ່ອມບໍ່ສໍາຄັນໝັ້ນໝາຍ ຊຶ່ງນິພພານ (ນິບພານັງ ນ ມັນຍະຕິ) ;
ຍ່ອມບໍ່ສໍາຄັນໝັ້ນໝາຍ ໃນນິພພານ (ນິບພານັສສິງ ນະ ມັນຍະຕິ) ;
ຍ່ອມບໍ່ສຳຄັນໝັ້ນໝາຍ ໂດຍຄວາມເປັນນິພພານ (ນິພພານະໂຕ ນະ ມັນຍະຕິ) ;
ຍ່ອມບໍ່ສໍາຄັນໝັ້ນໝາຍ ວ່ານິພພານຂອງເຮົາ (ນິບພານັມເມຕິ ນະ ມັນຍະຕິ) ;
ຍ່ອມບໍ່ເພີນຢ່າງຍິ່ງ ຊຶ່ງນິພພານ (ນິບພານັງ ນາພິນັນທະຕິ).
ຂໍ້ນັ້ນ ເພາະເຫຕໃດໜໍ ? ຂໍ້ນັ້ນເຮົາກ່າວວ່າ ເພາະນິພພານ ເປັນສິ່ງທີ່ເຂົານັ້ນກໍານົດຮູ້ຮອບ (ປະຣິນຍາຕະ) ແລ້ວ.
- ມູ. ມ. ໑໒/໖/໔.
ຜູ້ປະຕິບັຕປຽບດ້ວຍນັກຮົບຜູ້ຊ່ຽວຊານການຍິງສອນ
ສາລະຫະ ! ປຽບເໝືອນ ຖ້ານັກຮົບຮູ້ຈັກການໃຊ້ລູກສອນຊັ້ນເລີດຈໍານວນຫຼາຍ ເຂົາເປັນຜູ້ຄວນແກ່ພຣະຣາຊາ ເປັນຜູ້ຮັບໃຊ້ພຣະຣາຊາ ເຖິງການນັບວ່າ ເປັນອັງຄາ ພະຍົບແຫ່ງພຣະຣາຊາໂດຍຖານະສາມ. ຖານະສາມແນວໃດກັນໜໍ ? ຖານະສາມຄື ເປັນຜູ້ຍິງໄດ້ໄກ ເປັນຜູ້ຍິງໄດ້ແມ່ນຢໍາ ເປັນຜູ້ສາມາດທໍາລາຍໝູ່ພົນອັນໃຫຍ່ໄດ້.
ສາລະຫະ ! ນັກຮົບຜູ້ຍິງໄດ້ໄກເປັນເຊັ່ນໃດ ອະຣິຍະສາວົກ ເປັນຜູ້ມີສັມມາສະມາທິ ກໍເປັນເຊັ່ນນັ້ນ : ອະຣິຍະສາວົກຜູ້ ມີສັມມາສະມາທິ ຍ່ອມເຫັນດ້ວຍປັນຍາ ອັນຊອບ ຕາມທີ່ເປັນຈິງດັ່ງນີ້ວ່າ “ຮູບຢ່າງໃດຢ່າງໜຶ່ງ ອັນເປັນອະດີຕ ອະນາຄົຕ ຫຼືປັຈຈຸບັນ ທີ່ເປັນພາຍໃນຫຼືພາຍນອກກໍດີ ຫຍາບຫຼືລະອຽດກໍດີ ຂີ້ຮ້າຍຫຼືປານີຕ ກໍດີ ໄກຫຼືໃກ້ກໍດີ ຮູບທັງໝົດນັ້ນບໍ່ແມ່ນຂອງເຮົາ (ເນຕັງ ມະມະ) ບໍ່ແມ່ນເປັນເຮົາ
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໔໗
(ເນໂສຫະມັສສະມິ) ບໍ່ແມ່ນອັຕຕາຂອງເຮົາ໑ (ນະເມໂສ ອັຕຕາ)” ດັ່ງນີ້ ; (ໃນກໍລະນີແຫ່ງເວທະນາ ສັນຍາ ສັງຂາຣ ແລະວິນຍານ ກໍຕຣັດເຊັ່ນດຽວກັນ).
ສາລະຫະ ! ນັກຮົບ ຜູ້ຍິງໄດ້ແມ່ນຢໍາເປັນເຊັ່ນໃດ ອະຣິຍະສາວົກເປັນຜູ້ມີສັມມາທິຕຖິ ກໍເປັນເຊັ່ນນັ້ນ : ອະຣິຍະສາວົກຜູ້ ມີສັມມາທິຕຖິ ຍ່ອມຮູ້ແຈ່ມແຈ້ງຕາມເປັນຈິງວ່າ “ນີ້ທຸກຂ໌ ນີ້ທຸກຂະສະມຸທະຢະ ນີ້ທຸກຂະນິໂຣດ ນີ້ທຸກຂະນິໂຣທະຄາມິນີປະຕິປະທາ” ດັ່ງນີ້.
ສາລະຫະ ! ນັກຮົບ ຜູ້ສາມາດທໍາລາຍໝູ່ພົນ ອັນໃຫຍ່ໄດ້ເປັນເຊັ່ນໃດ ອະຣິຍະສາວົກ ເປັນຜູ້ມີສັມມາວິມຸຕຕິ ກໍເປັນເຊັ່ນນັ້ນ : ອະຣິຍະສາວົກຜູ້ ມີສັມມາວິມຸຕຕິ ຍ່ອມທໍາລາຍກອງແຫ່ງອະວິຊຊາອັນໃຫຍ່ໄດ້.
- ຈັກຕຸກກ. ອັງ. ໒໑/໒໗໔/໑໙໖.
ຜູ້ຫຼຸດພົ້ນແລ້ວມີອຸປະມາ ໕ ຢ່າງ
ພິກຂຸ ທ. ! ເມື່ອໃດ ພິກຂຸຫຼຸດພົ້ນແລ້ວ ເປັນເຈໂຕວິມຸຕຕິ ແລະປັນຍາວິມຸຕຕິ ; ພິກຂຸນີ້ເຮົາ :-
ເອີ້ນວ່າເປັນ “ຜູ້ຖອນຫຼິ້ມຂັດໄດ້ແລ້ວ” (ອຸກຂິຕຕະປະລິໂຄ) ດັ່ງນີ້ແດ່ ;
ເອີ້ນວ່າເປັນ “ຜູ້ຮື້ຮົ້ວລ້ອມອອກເສຍໄດ້” (ສັງກິນນະປະຣິກໂຂ) ດັ່ງນີ້ແດ່ ;
ເອີ້ນວ່າເປັນ “ຜູ້ຖອນເສົາລະບຽງຂຶ້ນເສຍໄດ້” (ອັບພຸເລຫະສິໂກ) ດັ່ງນີ້ແດ່ ;
ເອີ້ນວ່າເປັນ “ຜູ້ຖອດກອນປະຕູອອກເສຍໄດ້” (ນິຣັກຄະໂລ) ດັ່ງນີ້ແດ່ ;








