ອະຣິຍະສັຈພາກຕົ້ນ
ໜ້າ/ 382
ຜູ້ໃດບໍ່ແລ່ນອ່າວໄປທາງໜ້າ ບໍ່ວົນດ່າວມາທາງຫຼັງ ເປັນຜູ້ປາສະຈາກໂລພະ ເພາະຮູ້ວ່າສິ່ງທັງປວງນີ້ ປາສະຈາກສັຈຈະແຫ່ງຕະຖາ ; ຜູ້ນັ້ນເປັນພິກຂຸສະລັດຖິ້ມເສຍໄດ້ແລ້ວ ທັງຝັ່ງໃນແລະຝັ່ງນອກ ເໝືອນງູຖິ້ມຄາບເກົ່າ ອັນຜຸຜຸ່ຍ ໄປແລ້ວສະນັ້ນ.
ຜູ້ໃດ ບໍ່ແລ່ນອ່າວໄປທາງໜ້າ ບໍ່ວົນດ່າວມາທາງຫຼັງ ເປັນຜູ້ປາສະຈາກຣາຄະ ເພາະຮູ້ວ່າສິ່ງທັງປວງນີ້ ປາສະຈາກສັຈຈະແຫ່ງຕະຖາ ; ຜູ້ນັ້ນເປັນພິກຂຸສະລັດຖິ້ມເສຍໄດ້ແລ້ວ ທັງຝັ່ງໃນແລະຝັ່ງນອກ ເໝືອນງູຖິ້ມຄາບເກົ່າ ອັນຜຸຜຸ່ຍ ໄປແລ້ວສະນັ້ນ.
ຜູ້ໃດ ບໍ່ແລ່ອ່າວໄປທາງໜ້າ ບໍ່ວົນດ່າວມາທາງຫຼັງ ເປັນຜູ້ປາສະຈາກໂທສະ ເພາະຮູ້ວ່າສິ່ງທັງປວງນີ້ ປາສະຈາກສັຈຈະແຫ່ງຕະຖາ ; ຜູ້ນັ້ນເປັນພິກຂຸສະລັດຖິ້ມເສຍໄດ້ແລ້ວ ທັງຝັ່ງໃນແລະຝັ່ງນອກ ເໝືອນງູຖິ້ມຄາບເກົ່າ ອັນຜຸຜຸ່ຍ ໄປແລ້ວສະນັ້ນ.
໓. ຝັ່ງໃນ ຝັ່ງນອກ ໝາຍເຖິງຄວາມຄິດທີ່ຖືໝັ້ນວ່າ ມີໃນ ມີນອກ ບໍ່ເປັນໄປຕາມກົຕແຫ່ງອິທັປປັຈຈະຍະຕາ
ຫຼືມັຊຊິມາປະຕິປະທາ.
໔. ປາສະຈາກສັຈຈະແຫ່ງຕະຖາ ຄື ບໍ່ສາມາດມີຄວາມເປັນອະສັງຂະຕະ ຫຼືຄວາມຄົງທີ່ບໍ່ປ່ຽນແປງ.
໖໔໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ຜູ້ໃດບໍ່ແລ່ນອ່າວໄປຂ້າງໜ້າ ບໍ່ວົນດ່າວມາທາງຫຼັງ ເປັນຜູ້ປາສະຈາກໂມຫະ ເພາະຮູ້ວ່າສິ່ງທັງປວງນີ້ ປາສະຈາກສັຈຈະແຫ່ງຕະຖາ ; ຜູ້ນັ້ນເປັນພິກຂຸສະລັດຖິ້ມເສຍໄດ້ແລ້ວ ທັງຝັ່ງໃນແລະຝັ່ງນອກ ເໝືອນງູຖິ້ມຄາບເກົ່າ ອັນຜຸຜຸ່ຍ ໄປແລ້ວສະນັ້ນ.
ອະນຸສະຢະໃດໆ ຂອງຜູ້ໃດບໍ່ມີ ເພາະຖອນເສຍໄດ້ຊຶ່ງມູນຮາກ ອັນເປັນ ອະກຸສົລທັງຫຼາຍ ; ຜູ້ນັ້ນເປັນພິກຂຸ ສະລັດຖິ້ມເສຍໄດ້ແລ້ວ ທັງຝັ່ງໃນແລະຝັ່ງນອກ ເໝືອນງູຖິ້ມຄາບເກົ່າ ອັນຜຸຜຸ່ຍ ໄປແລ້ວສະນັ້ນ.
ກິເລສ ອັນເປັນເຫຕໃຫ້ເກີດຄວາມກະວົນກະວາຍໃດໆ ຂອງຜູ້ໃດບໍ່ມີ ເພື່ອເປັນປັຈຈັຍ ແຫ່ງການມາສູ່ຝັ່ງໃນ ; ຜູ້ນັ້ນເປັນພິກຂຸ ສະລັດຖິ້ມເສຍໄດ້ແລ້ວ ທັງຝັ່ງໃນແລະຝັ່ງນອກ ເໝືອນງູຖິ້ມຄາບເກົ່າ ອັນຜຸຜຸ່ຍ ໄປແລ້ວສະນັ້ນ.
ກິເລສ ເປັນເຫຕໃຫ້ເກີດຄວາມຮົກຕຶບ ເໝືອນດັ່ງປ່າຮົກໃດໆ ຂອງຜູ້ໃດບໍ່ມີເພື່ອສໍາເລັດແກ່ຄວາມເປັນເຫຕແຫ່ງພົບ ອັນເປັນເຄື່ອງຜູກພັນ ; ຜູ້ນັ້ນເປັນພິກຂຸ ສະລັດຖິ້ມເສຍໄດ້ແລ້ວ ທັງຝັ່ງໃນແລະຝັ່ງນອກ ເໝືອນງູຖິ້ມຄາບເກົ່າ ອັນຜຸຜຸ່ຍ ໄປແລ້ວສະນັ້ນ.
ຜູ້ໃດລະນິວອນທັງຫ້າແລ້ວ ບໍ່ມີຄວາມຄັບແຄ້ນ ຂ້າມຄວາມສົງໄສເສຍໄດ້ປາສະຈາກສິ່ງສຽບແທງແຫ່ງຈິຕ ; ຜູ້ນັ້ນເປັນພິກຂຸ ສະລັດຖິ້ມເສຍໄດ້ແລ້ວ ທັງຝັ່ງໃນແລະຝັ່ງນອກ ເໝືອນງູຖິ້ມຄາບເກົ່າ ອັນຜຸຜຸ່ຍ ໄປແລ້ວສະນັ້ນ.
- ສຸຕຕ. ຂຸ. ໒໕/໓໒໕/໒໙໔.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໔໕
ຜູ້ບໍ່ສໍາຄັນໝັ້ນໝາຍແລ້ວບໍ່ເກີດນັນທິ (ຄວາມເພີນ)
ພິກຂຸ ທ. ! ພິກຂຸໃດ ເປັນພຣະອໍຣະຫັນຕ໌ ມີອາສະວະດັບສິ້ນແລ້ວ ຢູ່ຈົບ ພຣົມມະຈັນຣຍ໌ ເຮັດກິຈທີ່ຕ້ອງເຮັດສໍາເລັດແລ້ວ ມີພາຣະອັນປົງລົງແລ້ວ ມີປະໂຍຊນ໌ຂອງຕົນ ອັນຕາມເຖິງແລ້ວ ມີສັນໂຍຊນ໌ໃນພົບດັບສິ້ນໄປຮອບແລ້ວ ເປັນຜູ້ຫຼຸດພົ້ນແລ້ວເພາະຮູ້ໂດຍຖືກຕ້ອງ ; ພິກຂຸນັ້ນ ຍ່ອມຮູ້ຍິ່ງຊຶ່ງດິນ ໂດຍຄວາມເປັນດິນ ; ຄັນຮູ້ຍິ່ງ (ອະພິນຍາ) ຊຶ່ງດິນໂດຍຄວາມເປັນດິນແລ້ວ,
ຍ່ອມບໍ່ສໍາຄັນໝັ້ນໝາຍ ຊຶ່ງດິນ (ປະຖະວິງ ນະ ມັນຍະຕິ) ;
ຍ່ອມບໍ່ສໍາຄັນໝັ້ນໝາຍ ໃນດິນ (ປະຖະວິຢາ ນະ ມັນຍະຕິ) ;
ຍ່ອມບໍ່ສໍາຄັນໝັ້ນໝາຍ ໂດຍຄວາມເປັນດິນ (ປະຖະວິໂຕນະ ມັນຍະຕິ) ;
ຍ່ອມບໍ່ສໍາຄັນໝັ້ນໝາຍ ວ່າດິນຂອງເຮົາ (ປະຖະວິມເມຕິ ນະ ມັນຍະຕິ) ;
ຍ່ອມບໍ່ເພີນຢ່າງຍິ່ງ ຊຶ່ງດິນ (ປະຖະວິງ ນາພິນັນທະຕິ).
ຂໍ້ນັ້ນເພາະເຫຕໃດໜໍ ? ຂໍ້ນັ້ນເຮົາກ່າວວ່າ ເພາະດິນເປັນສິ່ງທີ່ເຂົານັ້ນ ກໍານົດຮູ້ຮອບ (ປະຣິນຍາຕະ) ແລ້ວ.








